ບົດທີ
Chapter 1
1 ໃນປີທີສອງແຫ່ງຣາຊະການກະສັດ ດາຣິອຸດ, ໃນວັນທີຫນຶ່ງຂອງເດືອນທີຫົກ, ພຣະທຳຂອງພຣະຜູ້ເປັນເຈົ້າໄດ້ມາໂດຍຮັກກາຍ ຜູ້ປະກາດພຣະທຳ ເຖິງເຊຣູບາເບນ ລູກຊາຍເຊອານຕີເອນ ຜູ້ປົກຄອງເມືອງຢູດາ ແລະ ເຖິງໂຢຊວຍ ລູກຊາຍເຢໂຮຊາດັກ ມະຫາປະໂລຫິດວ່າ, 2 "ພຣະຢາເວຈອມເຈົ້າທັງປວງກ່າວດັ່ງນີ້ວ່າ: ປະຊາຊົນເຫລົ່ານີ້ກ່າວວ່າ, 'ຍັງບໍ່ເຖິງເວລາຂອງເຮົາທີ່ຈະມາ ຫລືຈະສ້າງພຣະວິຫານຂອງພຣະຢາເວ.” 3 ແລ້ວພຣະທຳຂອງພຣະຢາເວຈຶ່ງມາໂດຍທາງຮັກກາຍ ຜູ້ປະກາດພຣະທຳວ່າ, 4 “ເຖິງເວລາແລ້ວຫລືທີ່ຕົວທ່ານຈະອາໃສໃນເຮືອນທີ່ສ້າງແລ້ວສົມບູນ ໃນຂະນະທີ່ພຣະວິຫານນີ້ຍັງເພພັງຢູ່? 5 ບັດນີ້ ພຣະຢາເວຈອມເຈົ້າທັງປວງຈຶ່ງກ່າວວ່າ “ຈົ່ງພິຈາລະນາເບິ່ງຫົນທາງຂອງເຈົ້າ! 6 ເຈົ້າໄດ້ຫວ່ານຫລາຍ ແຕ່ເກັບກ່ຽວພຽງເຫລັກໜ້ອຍ; ເຈົ້າກິນແຕ່ບໍ່ເຄີຍອີ່ມ; ເຈົ້າດື່ມແຕ່ກໍບໍ່ເຄີຍເຊົາຢາກ. ເຈົ້ານຸ່ງຫົ່ມແຕ່ກໍບໍ່ອົບອຸ່ນ, ແລະຄົນທີ່ໄດ້ຮັບຄ່າຈ້າງ ກໍເອົາເງິນໃສ່ລົງໃນຖົງທີ່ມີແຕ່ຮູ. 7 ພຣະຢາເວຈອມເຈົ້າທັງປວງກ່າວດັ່ງນີ້ວ່າ, “ຈົ່ງພິຈາລະນາເບິ່ງທາງຂອງເຈົ້າ! 8 ພຣະຢາເວກ່າວວ່າ, "ຈົ່ງຂຶ້ນໄປເທິງພູ, ແລ້ວເອົາໄມ້ມາສ້າງພຣະວິຫານຂອງເຮົາ; ເພື່ອທີເຮົາຈະມີຄວາມພໍໃຈ, ແລະ ໄດ້ຮັບກຽດເພາະພຣະວິຫານນັ້ນ! 9 ເຈົ້າຫວັງໄດ້ຫລາຍ, ແຕ່ເບິ່ງແມ! ເມື່ອເຈົ້ານຳຜົນອັນໜ້ອຍດຽວກັບໄປເຮືອນຂອງເຈົ້າ, ເຮົາກໍເປົ່າມັນໄປ! ເພາະເຫດໃດ?” ພຣະຢາເວຈອມເຈົ້າທັງປວງກ່າວດັ່ງນີ້ວ່າ. "ເພາະເຈົ້າຕ່າງກໍວຸ້ນຢູ່ກັບເຮືອນຂອງຕົນ ແຕ່ປ່ອຍໃຫ້ວິຫານຂອງເຮົາຍັງເພພັງຢູ່. 10 ເພາະເຫດນີ້ ທ້ອງຟ້າຈະລະງັບນ້ຳຫມອກໄວ້ຈາກເຈົ້າ, ແລະ ແຜ່ນດິນຈະຢຸດການໃຫ້ຜົນຂອງມັນໄວ້. 11 ເຮົາໄດ້ເອີ້ນຄວາມແຫ້ງແລ້ງມາສູ່ແຜ່ນດິນແລະໂນນພູ, ເມັດເຂົ້າ, ນ້ຳອະງຸ່ນໃຫມ່ແລະນ້ຳມັນ, ການເກັບກ່ຽວຂອງແຜ່ນດິນ, ນຸດ, ແລະສັດ, ແລະຜົນຈາກນໍ້າມີແຫ່ງການງານທຸກຢ່າງຂອງເຈົ້າ!” 12 ແລ້ວເຊຣູບາເບນ ລູກຊາຍເຊອານຕີເອນ, ແລະໂຢຊວຍ ລູກຊາຍເຢໂຮຊາດັກມະຫາປະໂລຫິດ, ລວມທັງປະຊາຊົນທັງປວງທີ່ເຫລືອ, ກໍໄດ້ເຊື່ອຟັງພຣະສຸລະສຽງຂອງພຣະຢາເວ ພຣະເຈົ້າຂອງເຂົາທັງຫລາຍ ແລະ ຖ້ອຍຄຳຂອງຜູ້ປະກາດພຣະທຳ ຮັກກາຍ, ເພາະວ່າພຣະຢາເວ ພຣະເຈົ້າຂອງພວກເຂົາທັງຫລາຍໄດ້ໃຊ້ເພິ່ນມາ ແລະ ປະຊາຊົນກໍຢຳເກງພຣະພັກພຣະຢາເວ. 13 ແລ້ວຮັກກາຍ, ຜູ້ສົ່ງຂ່າວຂອງພຣະຢາເວ, ກ່າວຖ້ອຍຄຳຂອງພຣະຢາເວແກ່ປະຊາຊົນວ່າ, “ພຣະຢາເວປະກາດວ່າ ເຮົາຢູ່ກັບເຈົ້າ!” 14 ແລະພຣະຢາເວຊົງເລົ້າໂລມຈິດວິນຍານຂອງເຊຣູບາເບນ ລູກຊາຍເຊອານຕີເອນ ຜູ້ປົກຄອງເມືອງຢູດາໃຫ້ຕື່ນ, ແລະຈິດວິນຍານຂອງໂຢຊວຍ ລູກຊາຍເຢໂຮຊາດັກ ມະຫາປະໂລຫິດ, ແລະຈິດວິນບານຂອງປະຊາຊົນທັງປວງທີ່ເຫລືອຢູ່ ເພື່ອພວກເຂົາຈະໄດ້ໄປສ້າງພຣະວິຫານ ຂອງພຣະຢາເວຈອມເຈົ້າທັງປວງ ພຣະເຈົ້າຂອງພວກເຂົາ, 15 ໃນວັນທີຊາວສີ່ ຂອງເດືອນທີຫົກ, ປີທີສອງແຫ່ງຣາຊະການກະສັດດາຣິອຸດ.
Chapter 2
1 ໃນເດືອນທີເຈັດ ວັນທີຊາວເອັດ ພຣະທຳຂອງພຣະຢາເວມາໂດຍທາງຜູ້ປະກາດພຣະທຳ ຮັກກາຍ, ວ່າ, 2 “ຈົ່ງກ່າວແກ່ຜູ້ປົກຄອງເມືອງຢູດາ, ເຊຣູບາເບນລູກຊາຍເຊອານຕີເອນ, ແລະ ແກ່ມະຫາປະໂລຫິດ ໂຢຊວຍ ລູກຊາຍເຢໂຮຊາດັກ, ແລະກ່າວແກ່ປະຊາຊົນທີ່ເຫລືອຢູ່. ວ່າ, 3 'ໃຜແດ່ທີ່ເຫລືອຢູ່ໃນທ່າມກາງພວກທ່ານ ທີ່ເຄີຍໄດ້ເຫັນພຣະຣັດສະມີແຫ່ງພຣະວິຫານນີ້ເມື່ອຄັ້ງກ່ອນ? ຕອນນີ້ ທ່ານເຫັນຢ່າງໃດ? ຕ່າງໄປຈາກເດີມໃນສາຍຕາຂອງທ່ານຫລືບໍ? 4 "ບັດນີ້, ເຊຣູບາເບນເອີຍ — ຈົ່ງເຂັ້ມແຂງເທີ້ນ! ໂອມະຫາປະໂລຫິດເອີຍ ໂຢຊວຍລູກຊາຍເຢໂຮຊາດັກ; ຈົ່ງເຂັ້ມແຂງເທີ້ນ, ປະຊາຊົນທັງໝົດແຫ່ງແຜ່ນດິນເອີຍ, ຈົ່ງເຂັ້ມແຂງເທີ້ນ!” — ນີ້ຄືຄຳປະກາດຂອງພຣະຢາເວວ່າ, “ຈົ່ງເຮັດວຽກໃຫ້ເຮົາ — ເພາະເຮົາຢູ່ກັບພວກເຈົ້າ! — ນີ້ຄືຄຳປະກາດຂອງພຣະຢາເວຈອມເຈົ້າທັງປວງ. 5 “ນີ້ຄືພັນທະສັນຍາທີ່ເຮົາໄດ້ໃຫ້ແກ່ເຈົ້າ ໄວ້ກ່ອນພວກເຈົ້າຈະອອກຈາກເອຢິບ, ແລະວິນຍານຂອງເຮົາກໍຢູ່ທ່າມກາງພວກເຈົ້າ, ຢ່າຊູ່ຢ້ານເລີຍ!” 6 ເພາະພຣະຢາເວຈອມເຈົ້າທັງປວງກ່າວດັ່ງນີ້ວ່າ: “ອີກບໍ່ດົນ ເຮົາຈະສັ່ນຟ້າສະຫວັນ ແລະ ແຜ່ນດິນໂລກ, ທະເລ ແລະແຜ່ນດິນແຫ້ງອີກຄັ້ງຫນຶ່ງ! 7 ເຮົາຈະສັ່ນບັນດາປະຊາຊາດ, ແລະບັນດາຊາດທັງຫລາຍ ຈະນຳສິ່ງຂອງທີ່ມີຄ່າຂອງພວກເຂົາມາຖວາຍແກ່ເຮົາ, ແລະເຮົາຈະຕື່ມພຣະວິຫານແຫ່ງນີ້ດ້ວຍສະຫງ່າລາສີ,” ພຣະຢາເວຈອມເຈົ້າທັງປວງກ່າວດັ່ງນີ້ແຫລະ. 8 ເງິນແລະຄຳເປັນຂອງເຮົາ! — ນີ້ຄືຄຳປະກາດຂອງພຣະຢາເວຈອມເຈົ້າທັງປວງ. 9 ສະຫງ່າລາສີຂອງພຣະວິຫານຫລັງນີ້ໃນອະນາຄົດ ຈະຍິ່ງໃຫຍ່ກວ່າເມື່ອເລີ່ມຕົ້ນ, ພຣະຢາເວຈອມເຈົ້າທັງປວງກ່າວດັ່ງນີ້ແຫລະ, ແລະເຮົາຈະປະທານສັນຕິສຸກແກ່ສະຖານທີ່ແຫ່ງນີ້! — ນີ້ຄືຄຳປະກາດຂອງພຣະຢາເວຈອມເຈົ້າທັງປວງ. 10 ໃນວັນທີຊາວສີ່ ເດືອນທີເກົ້າ, ໃນປີທີສອງຂອງລາຊະການດາຣິອຸດ, ພຣະທຳຂອງພຣະຜູ້ເປັນເຈົ້າມາເຖິງຮັກກາຍຜູ້ປະກາດພຣະທຳວ່າ, 11 “ພຣະຢາເວກ່າວດັ່ງນີ້ວ່າ: “ຈົ່ງຖາມບັນດາປະໂລຫິດກ່ຽວກັບເລື່ອງຂອງພຣະບັນຍັດດັ່ງນີ້ວ່າ, 12 “ຖ້າຜູ້ໃດຖືຕ່ອນຊີ້ນບໍລິສຸດສຳລັບພຣະຢາເວ ຫໍ່ດ້ວຍເສື້ອຄຸມຂອງເຂົາ, ແລະໄປຖືກເຂົ້າຈີ່ຫລືແກງ, ເຫລົ້າແຫວງ ຫລືນ້ຳມັນ, ຫລືອາຫານໃດໆກໍຕາມ, ສິ່ງເຫລົ່ານັ້ນຈະບໍລິສຸດໄປນຳຫລືບໍ່?” ບັນດາພວກປະໂລຫິດຕອບວ່າ, “ບໍ່.” 13 ແລ້ວຮັກກາຍໄດ້ກ່າວອີກວ່າ, “ຖ້າຫາກມີຄົນຫນຶ່ງຄົນໃດທີ່ເປັນມົນທິນເພາະໄປຖືກສົບມາ ແລ້ວມາແຕະຕ້ອງສິ່ງເຫລົ່ານີ້, ສິ່ງເຫລົ່ານີ້ຈະເປັນມົນທິນໄປນຳຫລືບໍ່?” ບັນດາປະໂລຫິດຕອບວ່າ, “ແມ່ນ, ສິ່ງເຫລົ່ານັ້ນຈະເປັນມົນທິນໄປນຳ” 14 ແລ້ວຮັກກາຍຈຶ່ງຕອບວ່າ, “ເພາະປະຊາຊົນກໍເປັນແບບນີ້ ແລະຊົນຊາດນີ້ ທີ່ຢູ່ຕໍ່ຫນ້າຂ້ານ້ອຍກໍເປັນແບບນີ້!—ນີ້ຄືຄຳປະກາດຂອງພຣະຢາເວ—ແລະດັ່ງນັ້ນທຸກສິິ່ງທີ່ເຮັດດ້ວຍມືຂອງພວກເຂົາ: ທີ່ພວກເຂົາໄດ້ຖວາຍແກ່ເຮົາກໍເປັນມົນທິນ. 15 ບັດນີ້ ຈົ່ງພິຈາລະນາເບິ່ງວ່າ ໃນອະດີດໄດ້ເຮັດໃຫ້ເກີດອັນໃດເກີິດຂື້ນຈົນເຖີງປະຈຸນີ້. ກ່ອນທີ່ຫີນກ້ອນຫນຶ່ງຈະວາງຊ້ອນເທິງຫີນອີກກ້ອນຫນຶ່ງໃນພຣະວິຫານຂອງພຣະຢາເວ, 16 ແລ້ວຈະເປັນຢ່າງໃດ? ເມື່ອທ່ານມາຕວງເຂົ້າຈຳນວນຊາວໝື່ນ, ແຕ່ມີພຽງສິບໝື່ນ; ແລະເມື່ອທ່ານມາເຖິງບໍ່ເກັບນ້ຳອະງຸ່ນ ເພື່ອຕັກເອົາຫ້າສິບຖັງ, ແຕ່ກໍມີແຕ່ຊາວຖັງ. 17 “ເຮົາໄດ້ໂຈມຕີເຈົ້າແລະຜົນແຫ່ງການງານຂອງເຈົ້າ ດ້ວຍການເຮັດໃຫ້ເກີດໂລກເພັ້ຍ ແລະ ດ້ວຍເຊື້ອຣາ, ແຕ່ເຈົ້າກໍຍັງບໍ່ຫັນກັບມາຫາເຮົາ—ນີ້ຄືຄຳປະກາດຂອງພຣະຢາເວ. 18 ຈົ່ງພິຈາລະນາເບິ່ງຕັ້ງແຕ່ວັນນີ້ເປັນຕົ້ນໄປ, ນັບຈາກວັນທີຊາວສີ່ ເດືອນທີເກົ້າ, ຕັ້ງແຕ່ມື້ທີ່ຮາກຖານຂອງພຣະວິຫານຂອງພຣະຢາເວໄດ້ວາງລົງ. ຈົ່ງພິຈາລະນາເບິ່ງສາ! 19 ຍັງມີແນວປູກຕົກຄ້າງຢູ່ໃນເລົ້າຫລືບໍ່? ເຄືອອະງຸ່ນ, ຕົ້ນຫມາກເດື່ອເທດ, ແລະຕົ້ນພິລາ, ແລະຕົ້ນຫມາກກອກເທດ ທີ່ຍັງບໍ່ເກີດຫມາກ! ຕັ້ງແຕ່ວັນນີ້ເປັນຕົ້ນໄປເຮົາຈະອວຍພອນແກ່ເຈົ້າ!” 20 ແລ້ວພຣະທຳຂອງພຣະຢາເວກໍມາເຖິງຮັກກາຍ ຜູ້ປະກາດພຣະທຳເປັນເທື່ອທີສອງ ໃນວັນທີຊາວສີ່ຂອງເດືອນນັ້ນວ່າ, 21 “ຈົ່ງເວົ້າກັບຜູ້ປົກຄອງເມືອງຢູດາ, ເຊຣູບາເບນວ່າ, 'ເຮົາຈະສັ່ນຟ້າສະຫວັນ ແລະ ແຜ່ນດິນໂລກ. 22 ເພາະເຮົາຈະຂວ້ຳບັນລັງຂອງອານາຈັກຕ່າງໆ ແລະທຳລາຍອຳນາດຂອງອານາຈັກ ຂອງຊົນຊາດເຫລົ່ານັ້ນ! ເຮົາຈະຂວ້ຳລົດມ້າຮົບເສິກແລະຜູ້ຂັບຂີ່ລົດນັ້ນ; ທັງມ້າ ແລະ ຜູ້ຂີ່ມ້າຈະລົ້ມລົງ, ຄືທຸກຄົນຈະຖືກທຳລາຍເພາະຄົມດາບຂອງພີ່ນ້ອງຂອງເຂົາ. 23 ນີ້ຄືຄຳປະກາດຂອງພຣະຢາເວຈອມເຈົ້າທັງປວງກ່າວວ່າ, “ໃນວັນນັ້ນ—ເຮົາຈະຮັບເຈົ້າ, ເຊຣູບາເບນລູກຊາຍເຊອານຕີເອນ, ຜູ້ຮັບໃຊ້ຂອງເຮົາ—ນີ້ຄືຄຳປະກາດຂອງພຣະຢາເວກ່າວວ່າ. ເຮົາຈະຕັ້ງເຈົ້າໃຫ້ເປັນແຫວນປະທັບຕາ, ເພາະເຮົາໄດ້ເລືອກເຈົ້າແລ້ວ!—ນີ້ຄືຄຳປະກາດຂອງພຣະຢາເວຈອມເຈົ້າທັງປວງກ່າວດັ່ງນີ້ແຫລະ!'” front