ພາສາລາວ: tq

Updated ? hours ago # views See on DCS

2 Peter

2 Peter 1

2 Peter 1:1-2

ແມ່ນໃຜເປັນ​ຜູ້​ຂຽນ​ພ​ຣະ​ທັມ 2 ເປ​ໂຕ?

ຊີໂມນ ເປໂຕ, ຜູ້ຮັບໃຊ້ ແລະ ອັກຄະສາວົກຂອງພຣະເຢຊູຄຣິດເຈົ້າ.

ເປໂຕຂຽນຈົດຫມາຍຫາໃຜ?

ເປໂຕຂຽນຫາຜູ້ທີ່ໄດ້ຮັບຄວາມເຊື່ອທີ່ມີຄ່າຄືກັບເຂົາໄດ້ຮັບ.

2 Peter 1:3-4

ເປໂຕ ແລະ ຜູ້ທີ່ໄດ້ຮັບທຸກສິ່ງທີ່ກ່ຽວກັບອຳນາດຂອງພຣະເຈົ້າສຳລັບຊີວິດ ແລະ ຄວາມດີແນວໃດ?

ພວກເຂົາໄດ້ຮັບຜ່ານທາງຄວາມຮູ້ຂອງພຣະເຈົ້າ.

ເປັນຫຍັງພຣະເຈົ້າຈຶ່ງປະທານສິ່ງທີ່ກ່ຽວກັບອຳນາດຂອງພຣະເຈົ້າສຳລັບຊີວິດ ແລະ ຄວາມດີລວມໄປຍັງພຣະສັນຍາອັນປະເສີດ ແລະ ຍິ່ງໃຫຍ່ແກ່ເປໂຕ ແລະ ຜູ້ທີ່ເຊື່ອ.

ພຣະອົງຊົງເຮັດເຊັ່ນນັ້ນເພື່ອທີ່ພວກເຂົາຈະສາມາດເປັນຜູ້ທີ່ໄດ້ຮັບການກະທຳອັນສູງສົ່ງຂອງພຣະອົງ.

2 Peter 1:5-7

ໃນທີ່ສຸດແລ້ວ ແມ່ນຫຍັງຄືສິ່ງທີ່ຜູ້ຮັບເຊື່ອໄດ້ຮັບຜ່ານທາງຄວາມເຊື່ອຂອງພວກເຂົາ?

ໃນທີ່ສຸດແລ້ວ ພວກເຂົາຈະໄດ້ຄວາມຮັກຜ່ານຄວາມເຊື່ອຂອງພວກເຂົາ.

2 Peter 1:8-9

ຄົນຕາບອດທາງວິນຍານລືມຫຍັງ?

ເຂົາລືມໄປວ່າຕົນໄດ້ຮັບການຊຳລະລ້າງ ຈາກຄວາມຜິດບາບເມື່ອກ່ອນຂອງເຂົາແລ້ວ.

2 Peter 1:10-11

​ເປັນ​ຫຍັງ​ເຂົາ​ຈຶ່ງ​ບໍ່​ສະ​ດຸດ​ລົ້ມ​ແລະ​ດ້ວຍ​ທາງນີ້​ພ​ຣະ​ເຈົ້າ​ຊົງ​ປະ​ທານ​ສິດ​ອັນ​ສົມ​ບຸນ​ແກ່​ເຂົາ​ທັງ​ຫລາຍ​ໃຫ້​ໄດ້​ເຂົ້າ​ໄປ​ໃນ​ຣາ​ຊ​ແຜ່ນ​ດິນ​ອັນ​ນິ​ຣັນ​ຂອງ​ພ​ຣະ​ເຢ​ຊູ​ຄ​ຣິດ​ເຈົ້າ​ພ​ຣະ​ຜູ້​ຊົງ​ໂຜດ​ໃຫ້​ພົ້ນ?

ເພາະ​ສະ​ນັ້ນ​ພີ່​ນ້ອງ​ທັງ​ຫລາຍ​ເອີຍ​ຈົ່ງ​ອົດ​ສາ​ພະ​ຍາ​ຍາມ​ຫລາຍ​ກ່​ວາ​ເກົ່າ​ເຮັດ​ໃຫ້​ຕົນ​ເອງ​ເປັນ​ໄປ​ຕາມ​ທີ່ ​ພ​ຣະ​ເຈົ້າ​ຊົງ​ເອີ້ນ​ແລະ​ຊົງ​ເລືອກ​ໄວ້​ນັ້ນ. ຈຶ່ງ​ຈະ​ໄດ້​ຊີ​ວິດ​ນິ​ຣັນ​ຂອງ​ພ​ຣະເຈົ້າ​ແລະ​ພ​ຣະ​ເຢ​ຊູ​ຄ​ຣິດ​ເ​ຈົ້າ.

2 Peter 1:12-15

​ເປັນ​ຫຍ້ງ​ເປ​ໂຕ​ຄິດ​ວ່າ​ລາວ​ຈຶ່ງ​ເຕືອນພີ່​ນ້ອງ​ໃຫ້​ລະ​ນຶກ​ເຖີງ​ຂໍ້​ຄວາມ​ເຫລົ່າ​ນີ້?

​ເພາະ​ວ່າ​ພ​ຣະ​ເຢ​ຊູ​ຄ​ຣິດ​ເຈົ້າ​ໄດ້​ສຳ​ແດງ​ພ​ຣະ​ອົງ​ເອງວ່າ​ອິກ​ບໍ່​ດົນ​ຂ້າ​ພະ​ເຈົ້າ​ຈະ​ຈາກ​ໂລກນີ້​ໄປ.

2 Peter 1:16-18

ພວກ​ເຂົາ​ເຈົ້າ​​ເປັນ​ພະ​ຍານ​ຮູ້​ເຫັນ​ເດ​ຊາ​ນຸ​ພາບ​ຂອງ​ພ​ຣະ​ເຢ​ຊູ​ແນ​ວໃດ?

​ພວກ​ເຂົາ​ເຫັນພ​ຣະ​ອົງ​ໄດ້​ຮັບ​ກຽດ​ແລະ​ສ​ຫງ່າ​ຣາ​ສີ​ຈາກ​ພຣະ​ບິ​ດາ​ເຈົ້າ.

2 Peter 1:19-21

ພວກ​ເຮົາ​ຈະ​ມີ​ຄວາມ​ແນ່ນອນ​ກ່ຽວ​ກັບ​ຄຳ​ທຳ​ນ​ວາຍ​ໄດ້​ວິ​ທີ​ໃດ?

ເພາະ​ວ່າ​ມີ​ຄຳ​ທຳ​ນ​ວາຍ​ໄດ້​ຂຽນ​ໄວ້​ໃນ​ພ​ຣະ​ຄຳ​ພີ​ບໍ່​ໄດ້​ມາ​ຈາກ​ໃຈ​ຂອງ​ມະ​ນຸດ​ແຕ່​ມະ​ນຸດ​ໄດ້​ກ່າວ​ຄຳ​ທີ່​ມາ​ຈາກ​ພ​ຣະ​ເຈົ້າ​ຕາມ​ທີ່​ພ​ຣະ​ວິນ​ຍານ​ບໍ​ຣິ​ສຸ​ດ​ເຈົ້າ​ຊົງ​ດົນ​ໃຈ.

2 Peter 2

2 Peter 2:1-3

​ຄູ​ສອນ​ປອມ​ຈະ​​ເກີ​ດ​ມີ​ຂື້ນ​ໃນ​ທ່າມ​ກາງ​ໄພ່​ພົນ​ຂອງ ​ພ​ຣະ​ເຈົ້າ​ສັນ​ໄດ​ແລະ​ປະ​ຕິ​ເສດ​ພ​ຣະ​ອົງ​ຢ່າງ​ໃດ?

ຄູ​ສອນ​ປອມ​ຈະ​ຖຶກ​ທຳ​ລາຍ​ແລະ​ຖຶກ​ປະ​ຕິ​ເສດ​ຊຶ່ງ​ຈະ​ນຳ​ຄວາມ​ຈິບ​ຫາຍ​ມາ​ເຖີງ​ພວກ​ເຂົາ.

​ແມ່ນ​ຫຍັງ​ຈະ​ເກີດ​ຂື້ນ​ກັບ​ຄູ​ສອນ​ປອມ​ທັງ​ຫລາຍ?

ຄວາມ​ຈິບ​ຫາຍ​ແລະ​ຈະ​ເກີດ​ຂື້ນ​ກັບ​ພວກ​ຄູ​ສອນ​ປອ​ມ.

ພວກ​ຄູ​ສອນ​ປອມ​ຈະ​ຫວັງ​ເອົາ​ພົນ​ກຳ​ໄລຈາກ​ພວກ​ເຈົ້າທັງ​ຫລາຍ​ຢ່າງ​ໃດ?

ດ້ວຍ​ໃຈ​ໂລບ​ພວກ​ເຂົາ​ຈະ​ໄດ້​ກຳ​ກຳ​ໄລ​ຈາກ​ພວກ​​ເຈົ້າ​ດ້ວຍ​ການ​ກ່າວ​ຄຳ​ຕົວະ.

2 Peter 2:4-6

ພ​ຣະ​ເຈົ້າ​ບໍ່​ໄດ້​ຊົງ​ຍົກ​ເວັ້ນ​ຜູ້​ໃດ?

ພ​ຣະ​ເຈົ້າ​ບໍ່​ໄດ້​ຊົງ​ຍົກ​ເວັ້ນ​ຝູງ​ເທວະ​ດາ​ທີ່​ໄດ້​ເຮັດ​ບາບ ຄາວ​ບູ​ຮານ​ ເມືອງ​ໂຊ​ໂດມ ​ແລະ​ເມືອງ​ໂກ​ໂມ​ຮາ.

ພ​ຣະ​ເຈົ້າ​ໄດ້​ຮັກ​ສາ​ຜູ້​ໃດ​ຈາກນ້ຳ​ຖ້ວມ?

ພ​ຣະ​ເຈົ້າ​ໄດ້​ຮັກ​ສາ ​ໂນ​ອາ​ ຮ່ວມກັບ​ຄົນ​ອື່ນ​ອິກ​ເຈັດ​ຄົນ.

2 Peter 2:7-9

ພ​ຣະ​ເຈົ້າ​ບໍ່ໃດ​ຊົງ​ໂຜດ​ຜູ້​ຊອບ​ທຳ​ໃຫ້​ພົ້ນ​ຈາກ​ຄົນ​ທັງ​ຫລາຍນັ້ນ​ບໍ່?

​ພ​ຣະ​ເຈົ້າ​ຊົງ​ຮູ້​ຈັກ​ວິ​ທີ​ທີ່​ຈະ​ໂຜດ​ເອົາ​ຄົນ​ຊອບ​ທຳ​ເພື່ອ​ໃຫ້​ພົ້ນ​ຈາກ​ການ​ທົດ​ລອງ​ແລະ​ຮູ້​ຈັກ​ວິ​ທີ​ຮັກ​ສາ​ຄົນ​ຊົ່ວ​ໄວ້​ເພື່ອ​ໃຫ້ຢູ່​ໃຕ້​ການ​ລົງ​ໂທດ​ໃນ​ວັນ​ພິ​ພາກ​ສາ.

2 Peter 2:10-11

ໃຜ​ຄື​ຜູ້ມີ​ສະ​ຫງ່າ​ລາ​ສີ​ທີ່​ບໍ່​ຢຳ​ເກງ​ພ​ຣະ​ເຈົ້າ​ບໍ່​ຢ້ານ​ທີ່​ຈະ​ໝີ່ນ​ປະ​ໝາດ?

ເຖີງ​ແມ່ນ​ວ່າ​ພວກ​ເທວະ​ດາ​ທີ່​ມີ​ຣິດ​ເດດ​ກໍ​ຍັງ​ນຳ​ຄວາມ​ຮ້ອງ​ຟ້ອງ​ມາ​ກ່າວ​ປະ​ນາມ​ຄົນ​ຄົນ​ເຫຼົ່າ​ນັ້ນ​ຕໍ່​ ພ​ຣະ​ພັກ​ຂອງ​ອົງ​ພ​ຣະ​ຜູ້​ເປັນ​ເຈົ້າ.

2 Peter 2:12-14

ຄູ​ສອນ​ປອມ​ຈະ​ຍົວະ​ເຍົ້າ​ໃຜ?

ພວກ​ຄູ​ສອນ​ປອມ​ຈະ​ຍົວະ​ຄົນ​ທີ່​ຈິດ​ວິນ​ຍານ​ບໍ່​ໝັ້ນ​ຄົງ.

2 Peter 2:15-16

ຜູ້​ໃດ​ຫ້າມ​ຄວາມ​ບ້າ​ຂອງ​ບາ​ລາ​ອາມ​ຜູ້​ທຳ​ນ​ວາຍ​ໃຫ້​ເຊົາ?

ແມ່ນ​ໂຕ​ລໍ​ກຶກທີ່​ປາກ​ສາມ​ມະ​ນຸດ​ໄດ້​ຢຸດ​ບາ​ລາ​ອາມ

2 Peter 2:17-19

​ຄົນ​ເປັນ​ທາດ​ຫຍັງ?

​ຄົນ​ເຮົາ​ເປັນ​ທາດ​ຂອງ​​ສິ່ງ​ທີ່​ເຂົາ​ພ່າຍ​ແພ້.

2 Peter 2:20-22

ສຳ​ລັບ​ຜູ້​ທີ່​ລົບ​ໜີ​ຈາກ​ກິ​ເລດ​ຕັນ​ຫາ​ຂອງ​ໂລກນີ້​ດ້ວຍ​ການ​ທີ່​ພວກ​ເຂົາ​ຮູ້​ຈັກ​ອົງ​ພ​ຣະ​ເຢ​ຊູ​ຄ​ຣິດ​ພ​ຣະ​ຜູ້ໂຜດ​ໃຫ້​ພົ້ນ​ນັ້ນ​ຈະ​ມີ​ຫຍັງ​ດີ​ຂື້ນບໍ່?

ຈະ​ເປັນ​ການ​ດີ​ເພາະ​ຖ້າພວກ​ເຂົາ​ບໍ່​ໄດ້​ຮູ້​ຈັກ​ທາງ​ຊອບ​ທຳ​ນົັ້ນ​ກໍ​ຍັງ​ດີກວ່າ​ທີ່​ໄດ້​ຮູ້.

2 Peter 3

2 Peter 3:1-2

ເປັນ​ຫ​ັຍ​ງ​ເປ​ໂຕ​ຈຶ່ງ​ໄດ້​ຂຽນ​ຈົດ​ໝາຍ​ສ​ບັບ​ທີ່2?

ເພື່ອ​ໃຫ້​ພວກ​ເຂົາ​ຈົດ​ຈຳ​ຖ້ອຍ​ຄຳ​ທັງ​ຫລາຍ​ຊຶ່ງ​ພວກ​​ຜູ້ທຳ ​ນວາຍແລະ​ເປັນ​ຄຳ​ສັ່ງ​ຂອງ​ອົງ​ພ​ຣະ​ຜູ້​ເປັນ​ເຈົ້າ​ຄື ພ​ຣະ​ຜູ້​ຊົ​ງ​ໂຜດ​ຊ່ວຍ​ໃຫ້​ພົ້ນ.

2 Peter 3:3-4

ຄົນ​ທີ່​ມັກ​ເຢາະ​ເຢີ້ຍ​ຈະ​ວ່າ​ຢ່າງ​ໃດ​ໃນ​ວັນ​ສຸດ​ທ້າຍ?

ເຂົາ​ຈະ​ຖາມ​ວ່າ"ຄຳ​ທີ່​ພ​ຣະ​ເຢ​ຊູ​ຊົງ​ສັນ​ຍາ​ໄວ້​ວ່າ​ພ​ຣະ​ອົງ​ຈະ​ສະ​ເດັດ​ມາ​ເໝືອນ​ດັ່ງ​ທີ່​ໄດ້​ເປັນ​ຢູ່​ຕັ້ງ​ແຕ່​ເລີ້ມ​ຕົ້ນ​ຊົງ​ສ້າງ​ໂລກ.

2 Peter 3:5-7

ໃຜ​ເປັນ​ຜູ້​ສັ່ງ​ໃຫ້ຟ້າ​​ສະ​ຫວັນ​ແລະ​ແຜ່ນ​ດິນ​ໂລກ​ບັງ​ເກີດ​ຂື້ນ,​ແລະ​ໄດ້​ຖຶກ​ຮັກ​ສາ​ຈາກ​ໄຟ ​​ວັນ​ພິ​ພາກ​ສາແລະ​ການ​ທຳ​ລາຍ​ຄົນ​ອະ​ທັມ?

ແມ່ນ​ພ​ຮະ​ເຈົ້າ ດ້ວຍ​ພ​ຣະ​ທັມ​ຂອງ​ພ​ຣະ​ອົງ​ຟ້າ​ສ​ະຫວັນ​ແລະ​ແຜ່ນ​ດິນ​ໂລກ​ຈຶ່ງ​ໄດ້​ບັງ​ເກີດ​ຂື້ນ. ແຕ່​ວ່າ​ບັດ​ນີ້ ພ​ຣະ​ອົງ​ຊົງ​ຮັກ​ສາ​ໄວ້​ໂດຍ​ຄຳ​ສັ່ງ​ດຽວ​ກັນ​ນັ້ນ.

2 Peter 3:8-9

​ເປັນ​ຫຍັງ​ພ​ຣະ​ເຈົ້າ​ຈຶ່ງ​ຊັກ​ຊ້າ​ຕໍ່​ຜູ້​ທີ່​ພ​ຣະ​ອົງ​ຮັກ?

ເພາະ​ວ່າ​ພ​ຣະ​ອົງ​ບໍ່​ຊົງ​ປະ​ສົງ​ໃຫ້​ເຂົາ​ພິ​ນາດ​ແຕ່​ໃຫ້​ເວ​ລາ​ຄົນ​ທັງ​ປວງ​ກັບ​ໃຈ​ເສັຍ​ໃໝ່.

2 Peter 3:10

ວັນ​ຂອງ​ພ​ຣະ​​ເຈົ້າ​ຈະ​ມາ​​ວິ​ທີ​ໃດ?

ວັນ​ຂອງ​ອົງ​ພ​ຣະ​ຜູ້​ເປັນ​ເຈົ້າ​ຈະ​ມາ​ເຖິງ​ເໝືອນ​ດັ່ງ​ຂະ​ໂມຍ.

2 Peter 3:11-13

​ເປັນ​ດ້ວຍ​ເຫດ​ໃດ​ທີ່​ເປ​ໂຕ​ ເວົ້າ​ພວກ​ທີ່​ຮັກ​ເອີຍ​ທ່ານ​ຈະ​ປັນ​ຜູ້​ທີ່​ດຳ​​ເນີນຊີ​ວິດ​ອັນບໍ​ຣິ​ສຸດ​ແລະ​ນັບ​ຖື​ພ​ຣະ​ເຈົ້າຢ່າງ​ໃດ?

ເພາະ​ວ່າ​ຟ້າ​ສ​ຫັວນ​ແລະ​ແຜ່ນ​ດິນ​ໂລກ​ຈະ​ຖຶກ​ທຳ​ລາຍ​ໄປ ​ແຕ່​ວ່າ​ຕາມ​ຕາມ​ພ​ຮະ​ສັນ​ຍາ​​ຂອ​ງ​ພ​ຣະ​ອົງ​ນັ້ນ​ເຂົາ​ຈຶ່ງມີ​ຄວາມ​ຫວັງ​​​​ຄອຍ​ຖ້າ​ຟ້າ​ສະ​ຫັວນ​ແລະ​ແຜ່ນ​ດີ​ໂລກ​ໃໝ່.

2 Peter 3:14-16

ມີ​ຫ​ັຍງ​ຈະ​ເກີດ​ຂື້ນ​​​ໄດ້ປ່ຽນ​ແປງ​ສິ່ງເຫຼົ່າ​ນີ້​, ເໝືອນ​ເຂົາ​ໄດ້ປ່່່ຽ່ນພ​ຣະ​ທັມຂໍ້​ອື່ນໆ​ໃນ​ພ​ຣະ​ຄຳ​ພີ​​?

​ຈຶ່ງເປັນ​ເຫດ​ໃຫ້​ຕົນ​ເອງ​ຈິບ​ຫາຍ​ໄປ.

2 Peter 3:17-18

​ເປ​ໂຕ​ ວ່າ​ດ້ວຍ​ເຫດ​ພີ່​ນ້ອງ​ທີ່​ຮັກ​ທ​່ານ​ຈະ​ບໍ່​ຖຶກ​ເຮັດໃຫ້​​ຫລົງ​ຜິດ​ຕາມ​ການ​ຫລອກ​ລວງ​​​ຂອງ​ຄົນ​ທີ່​ຂາດ​ສີນ​ທັມ​​​​​ແລະ​​ຈະ​ສູນເສັຍ​ຄວາມ​ສັດ​ຊື່​ໄດ້ຢ່າງ​ໃດ?

​ແຕ່​ທ່ານ​ຈົ່ງ​ຈະ​ເລີນ​ຂື້ນ​ໃນ​ພ​ຣະ​ຄຸນ​ແລະ​ໃນຄວາມ​ຮູ້​ຂອງ​ອົງ​ພ​ຣະ​ຜູ້​ເປັນ​ເຈົ້າ​ ​ພ​ຣະ​ເຢ​ຊູູຄີິດ​ເຈົ້າພ​ຣະ​ຜູ້​ໂຜດໃຫ້​ພົ້ນ​ຂອງ​ເຮົາ.