2 Peter
2 Peter 1
2 Peter 1:1-2
ຜູ້ທີ່ຂຽນພຣະທຳ 2 ເປໂຕແມ່ນໃຜ?
ຊີໂມນ ເປໂຕ, ຜູ້ຮັບໃຊ້ ແລະ ອັກຄະສາວົກຂອງພຣະເຢຊູຄຣິດເຈົ້າ.
ເປໂຕຂຽນຈົດຫມາຍຫາໃຜ?
ເປໂຕຂຽນຫາຜູ້ທີ່ໄດ້ຮັບຄວາມເຊື່ອທີ່ມີຄ່າຄືກັບເຂົາໄດ້ຮັບ.
2 Peter 1:3-4
ເປໂຕ ແລະ ຜູ້ທີ່ໄດ້ຮັບທຸກສິ່ງທີ່ກ່ຽວກັບອຳນາດຂອງພຣະເຈົ້າສຳລັບຊີວິດ ແລະ ຄວາມດີແນວໃດ?
ພວກເຂົາໄດ້ຮັບຜ່ານທາງຄວາມຮູ້ຂອງພຣະເຈົ້າ.
ເປັນຫຍັງພຣະເຈົ້າຈຶ່ງປະທານສິ່ງທີ່ກ່ຽວກັບອຳນາດຂອງພຣະເຈົ້າສຳລັບຊີວິດ ແລະ ຄວາມດີລວມໄປຍັງພຣະສັນຍາອັນປະເສີດ ແລະ ຍິ່ງໃຫຍ່ແກ່ເປໂຕ ແລະ ຜູ້ທີ່ເຊື່ອ.
ພຣະອົງຊົງເຮັດເຊັ່ນນັ້ນເພື່ອທີ່ພວກເຂົາຈະສາມາດເປັນຜູ້ທີ່ໄດ້ຮັບການກະທຳອັນສູງສົ່ງຂອງພຣະອົງ.
2 Peter 1:5-7
ໃນທີ່ສຸດແລ້ວ ແມ່ນຫຍັງຄືສິ່ງທີ່ຜູ້ຮັບເຊື່ອໄດ້ຮັບຜ່ານທາງຄວາມເຊື່ອຂອງພວກເຂົາ?
ໃນທີ່ສຸດແລ້ວ ພວກເຂົາຈະໄດ້ຄວາມຮັກຜ່ານຄວາມເຊື່ອຂອງພວກເຂົາ.
2 Peter 1:8-9
ຄົນຕາບອດທາງວິນຍານລືມຫຍັງ?
ເຂົາລືມໄປວ່າຕົນໄດ້ຮັບການຊຳລະລ້າງ ຈາກຄວາມຜິດບາບເມື່ອກ່ອນຂອງເຂົາແລ້ວ.
2 Peter 1:10-11
ເປັນຫຍັງເຂົາຈຶ່ງບໍ່ສະດຸດລົ້ມແລະດ້ວຍທາງນີ້ພຣະເຈົ້າຊົງປະທານສິດອັນສົມບຸນແກ່ເຂົາທັງຫລາຍໃຫ້ໄດ້ເຂົ້າໄປໃນຣາຊແຜ່ນດິນອັນນິຣັນຂອງພຣະເຢຊູຄຣິດເຈົ້າພຣະຜູ້ຊົງໂຜດໃຫ້ພົ້ນ?
ເພາະສະນັ້ນພີ່ນ້ອງທັງຫລາຍເອີຍຈົ່ງອົດສາພະຍາຍາມຫລາຍກ່ວາເກົ່າເຮັດໃຫ້ຕົນເອງເປັນໄປຕາມທີ່ພຣະເຈົ້າຊົງເອີ້ນແລະຊົງເລືອກໄວ້ນັ້ນ. ຈຶ່ງຈະໄດ້ຊີວິດນິຣັນຂອງພຣະເຢຊູຄຮິດ
2 Peter 1:12-15
ເປັນຫຍ້ງເປໂຕຄິດວ່າລາວຈຶ່ງເຕືອນພີ່ນ້ອງໃຫ້ລະນຶກເຖີງຂໍ້ຄວາມເຫລົ່ານີ້?
ເພາະວ່າພຣະເຢຊູຄຣິດເຈົ້າໄດ້ສຳແດງພຣະອົງເອງວ່າອິກບໍ່ດົນຂ້າພະເຈົ້າຈະຈາກໂລກນີ້ໄປ.
2 Peter 1:16-18
ພວກເຂົາເຈົ້າເປັນພະຍານຮູ້ເຫັນເດຊານຸພາບຂອງພຣະເຢຊູແນວໃດ?
ພວກເຂົາເຫັນພຣະອົງໄດ້ຮັບກຽດແລະສຫງ່າຣາສີຈາກພຣະບິດາເຈົ້າ.
2 Peter 1:19-21
ພວກເຮົາຈະມີຄວາມແນ່ນອນກ່ຽວກັບຄຳທຳນວາຍໄດ້ວິທີໃດ?
ເພາະວ່າມີຄຳທຳນວາຍໄດ້ຂຽນໄວ້ໃນພຣະຄຳພີບໍ່ໄດ້ມາຈາກໃຈຂອງມະນຸດແຕ່ມະນຸດໄດ້ກ່າວຄຳທີ່ມາຈາກພຣະເຈົ້າຕາມທີ່ພຣະວິນຍານບໍຣິສຸດເຈົ້າຊົງດົນໃຈ.
2 Peter 2
2 Peter 2:1-3
ຄູສອນປອມຈະເກີດມີຂື້ນໃນທ່າມກາງໄພ່ພົນຂອງພຣະເຈົ້າສັນໄດແລະປະຕິເສດພຣະອົງຢ່າງໃດ?
ຄູສອນປອມຈະຖຶກທຳລາຍແລະຖຶກປະຕິເສດຊຶ່ງຈະນຳຄວາມຈິບຫາຍມາເຖີງພວກເຂົາ.
ແມ່ນຫຍັງຈະເກີດຂື້ນກັບຄູສອນປອມທັງຫລາຍ?
ຄວາມຈິບຫາຍແລະຈະເກີດຂື້ນກັບພວກຄູສອນປອມ.
ພວກຄູສອນປອມຈະຫວັງເອົາພົນກຳໄລຈາກພວກເຈົ້າທັງຫລາຍຢ່າງໃດ?
ດ້ວຍໃຈໂລບພວກເຂົາຈະໄດ້ກຳກຳໄລຈາກພວກພວກເຈົ້າດ້ວຍການກ່າວຄຳຕົວະ.
2 Peter 2:4-6
ພຣະເຈົ້າບໍ່ໄດ້ຊົງຍົກເວັ້ນຜູ້ໃດ?
ພຣະເຈົ້າບໍ່ໄດ້ຊົງຍົກເວັ້ນຝູງເທວະດາທີ່ໄດ້ເຮັກບາບ ຄາວບູຮານ ເມືອງໂຊໂດມ ແລະເມືອງໂກໂມຮາ.
ພຣະເຈົ້າໄດ້ຮັກສາຜູ້ໃດຈາກນ້ຳຖ້ວມ?
ພຣະເຈົ້າໄດ້ຮັກສາ ໂນອາ ກັບຄົນອື່ນອິກເຈັດຄົນ.
2 Peter 2:7-9
ພຣະເຈົ້າບໍ່ໃດຊົງໂຜດຜູ້ຊອບທຳໃຫ້ພົ້ນຈາກຄົນທັງຫລາຍນັ້ນບໍ່?
ພຣະເຈົ້າຊົງຮູ້ຈັກວິທີທີ່ຈະໂຜດເອົາຄົນຊອບທຳເພື່ອໃຫ້ພົ້ນຈາກການທົດລອງແລະຮູ້ຈັກວິທີຮັກສາຄົນຊົ່ວໄວ້ເພື່ອໃຫ້ຢູ່ໃຕ້ການລົງໂທດໃນວັນພິພາກສາ.
2 Peter 2:10-11
ໃຜຄືຜູ້ມີສະຫງ່າລາສີທີ່ຜູ້ບໍ່ຢຳເກງພຣະເຈົ້າບໍ່ຢ້ານທີ່ຈະໝີ່ນປະໝາດ?
ເຖີງແມ່ນວ່າພວກເທວະດາທີ່ມີຣິດເດດກໍຍັງນຳຄວາມຮ້ອງຟ້ອງມາກ່າວປະນາມຄົນຄົນເຫຼົ່ານັ້ນຕໍ່ພຣະພັກຂອງອົງພຣະຜູ້ເປັນເຈົ້າ.
2 Peter 2:12-14
ຄູສອນປອມຈະຍົວະເຍົ້າໃຜ?
ພວກຄູສອນປອມຈະຍົວະຄົນທີ່ຈິດວິນຍານບໍ່ໝັ້ນຄົງ.
2 Peter 2:15-16
ຜູ້ໃດຫ້າມຄວາມບ້າຂອງບາລາອາມຜູ້ທຳນວາຍໃຫ້ເຊົາ?
ແມ່ນໂຕລໍກຶກທີ່ປາກສາມມະນຸດໄດ້ຢຸດບາລາອາມ
2 Peter 2:17-19
ຄົນເປັນທາດຫຍັງ?
ຄົນເຮົາເປັນທາດຂອງສິ່ງທີ່ເຂົາພ່າຍແພ້.
2 Peter 2:20-22
ສຳລັບຜູ້ທີ່ລົບໜີຈາກກິເລດຕັນຫາຂອງໂລກນີ້ດ້ວຍການທີ່ພວກເຂົາຮູ້ຈັກອົງພຣະເຢຊູຄຣິດພຣະຜິູ້ໂຜດໃຫ້ພົ້ນນັ້ນຈະມີຫຍັງດີຂື້ນບໍ່?
ຈະເປັນການດີເພາະຖ້າພວກເຂົາບໍ່ໄດ້ຮູ້ຈັກທາງຊອບທຳນົັ້ນກໍຍັງດີກວ່າທີ່ໄດ້ຮູ້.
2 Peter 3
2 Peter 3:1-2
ເປັນຫັຍງເປໂຕຈຶ່ງໄດ້ຂຽນຈົດໝາຍສບັບທີ່2?
ເພື່ອໃຫ້ພວກເຂົາຈົດຈຳຖ້ອຍຄຳທັງຫລາຍຊຶ່ງພວກຜິ້ທຳ ນວາຍແລະເປັນຄຳສັ່ງຂອງອົງພຣະຜູ້ເປັນເຈົ້າຄືພຣະຜູ້ຊົງໂຜດຊ່ວຍໃຫ້ພົ້ນ.
2 Peter 3:3-4
ຄົນທີ່ມັກເຢາະເຢີ້ຍຈະວ່າຢ່າງໃດໃນວັນສຸດທ່າຍ?
ເຂົາຈະຖາມວ່າ"ຄຳທີ່ພຣະເຢຊູຊົງສັນຍາໄວ້ວ່າພຣະອົງຈະສະເດັດມາເໝືອນດັ່ງທີ່ໄດ້ເປັນຢູ່ຕັ້ງແຕ່ເລີ້ມຕົ້ນຊົງສ້າງໂລກ.
2 Peter 3:5-7
ໃຜເປັນຜູ້ສັ່ງໃຫ້ຟ້າສະຫວັນແລະແຜ່ນດິນໂລກບັງເກີດຂື້ນ?...
ໂດຍຄຳສັ່ງຂອງພຣະເຈົ້າ ຟ້າສະຫວັນແລະແຜ່ນດິນໂລກຈຶ່ງໄດ້ບັງເກີດຂື້ນ...
ດ້ວຍເຫດໃດຈຶ່ງມີແມ່ນ້ຳໄຫລໄປ?
ພຣະເຈົ້າເປັນຜູ້ແຍກນ້ຳໃຫ້ເປັນທະເລໃຫ່ຍແລະແຜ່ນດິນໂລກຈຶ່ງໄດ້ບັງເກີດຂື້ນ.
ເວລາໃດທີ່ໂລກໄດ້ຖຶກທຳລາຍດ່ວຍນ້ຳຖ້ວມ?
ໂດຍເຫດເຫລົ່ານັ້ນໃນເວລານັ້ນໂລກຈຶ່ງໄດ້ຖຶກທຳລາຍດ້ວນ້ຳຖ້ວມ.
ຟ້າສະຫວັນແລະແຜ່ນດິນໂລກໄດ້ຖຶກຮັກສາໄວ້ຈາກໄຟດ້ວຍດ້ວຍຫັຍງ?
ບັດນີ້ທ້ອງຟ້າອາກາດແລະແຜ່ນດິນໂລກທີ່ມີຢູ່ໃນປະຈຸຍັນນີ້ພຣະອົງຊົງຮັກສາໄວ້ໂດຍຄຳສັ່ງດຽວກັນນັ້ນ.
ແມ່ນຄຳສັ່ງອັນດຽວກັນບໍ?
"ນີ້ຄືຄຳສັ່ງ" ຈາກພຣະເຈົ້າ ພຣະອົງຜູ້ຈະຊົງໃຫ້ພຣະດຳຣັດ: ເຮົາຄືພຣະເຈົ້າຜູ້ຊົງໃຫ້ຄຳສັ່ງດຽວກັນນັ້ນ.
ນັ້ນແມ່ນການຈະຊົງເກັບຮັກສາໄວ້ສຳລັບວັນຊົງພິພາກສາບໍ?
ນີ້ແມ່ນການເລີ້ມຕົ້ນການພິພາກສາ"ພຣະອົງເກັບຮັກສາໄວ້ສຳລັບວັນຊົງພິພາກສາ"
ຈະມີຫຍັງເກີດຂື້ນສຳລັບວັນພິພາກສາແລະການທຳລາຍສຳລັບຄົນອະທັມ?
ຈະເວົ້າໄດ້ວ່າ" ເປັນວັນພິພາກສາທີ່ພຣະອົງຈະທຳລາຍຄົນອະທັມ"
2 Peter 3:8-9
ວັນນຶ່ງຂອງພຣະເຈົ້າເປັນເປັນເວລາຈັກປີ?
ຄືວັນດຽວຂອງອົງພຣະຜູ້ເປັນເຈົ້າເປັນເໝືອນກັບພັນປີແລະພັນປີກໍເປັນເໝືອນກັບວັນດຽວ
ພຣະເຈົ້າໄດເສີຍຊ້າໃນເລຶ່ອງພຣະສັນຍາຂອງພຣະອົງບໍ່?
ອົງພຣະຜູ້ເປັນເຈົ້າບໍ່ໄດ້ບໍ່ໄດ້ເສີຍຊ້າໃນເລຶ່ອງພຣະສັນຍາຂອງພຣະອົງ.
ບາງເທື່ອຄິດວ່າພຣະເຈົ້າຊ້າໂພດ?
ແຕ່ວ່າພຣະອົງບໍໄດ້ເສີຍຊ້າໃນເລຶ່ງພຣະສັນຍາຂອງ ພຣະອົງຕາມທີ່ບາງຄົນຄິດນັ້ນ. ເພາະວ່າເວລາຂອງເຂົານັ້ນບໍ່ເໝືອນເວລາຂອງພຣະເຈົ້າ.
2 Peter 3:10
ວັນຂອງພຣະເຈົ້າຈະມາຢ່າງໃດ?
ວັນຂອງອົງພຣະຜູ້ເປັນເຈົ້າຈະມາເຖິງເໝືອນດັ່ງຂະໂມຍ.
2 Peter 3:11-13
ເປັນດ້ວຍເຫດໃດທີ່ເປໂຕ ເວົ້າພວກທີ່ຮັກເອີຍທ່ານຈະປັນຜູ້ທີ່ດຳເນີນຊີວິດອັນບໍຣິສຸດແລະນັບຖືພຣະເຈົ້າຢ່າງໃດ?
ເພາະວ່າຟ້າສຫັວນແລະແຜ່ນດິນໂລກຈະຖຶກທຳລາຍໄປ ແຕ່ວ່າຕາມຕາມພຮະສັນຍາຂອງພຣະອົງນັ້ນເຂົາຈຶ່ງມີຄວາມຫວັງຄອຍຖ້າຟ້າສະຫັວນແລະແຜ່ນດີໂລກໃໝ່.
2 Peter 3:14-16
ມີຫຍັງດກີດຂື້ນຊຶ່ງຄົນທັງຫລາຍບໍ່ໄດ້ຮຽນຮູ້ແນະບໍ່ແນ່ນອນໝັ້ນຄົງໄດ້ປ່ຽນແປງສິ່ງເຫົ່ລານີ້ທີ່ໂປໂລໄດ້ສັ່ງສອນ?
ການກະທຳຂອງເຂົາຈຶ່ງເປັນເຫດໃຫ້ຕົນເອງຈິບຫາຍໄປ.
2 Peter 3:17-18
ທ່ານທີ່ຮັກເອີຍພວກຖ້າບໍ່ລະວັງໃຫ້ດີທ່ານຈະ ຖຶກໃຫ້ເຮັດຫລົງຜິດຕາມການຫລອກລວງແລະຂາດສີນທັມນັ້ນ?
ແຕ່ທ່ານຈົ່ງຈະເລີນຂື້ນໃນພຣະຄຸນແລະຄວາມຮູ້ຂອງອົງພຣະຜູ້ເປັນເຈົ້າແລະພຣະເຢຊູູຄີິດເຈົ້າພຣະຜູ້ໂຜດໃຫ້ພົ້ນຂອງເຮົາ.