ບົດທີ
Chapter 1
1 ຫລັງຈາກການຕາຍຂອງກະສັດໂຊນແລ້ວ, ດາວິດກໍໄດ້ກັບມາຈາກການໂຈມຕີຄົນອາມາເຫລັກ ແລະໄດ້ພັກຢູ່ທີ່ຊິກລັກໄດ້ສອງວັນ. 2 ວັນທີສາມ, ຊາຍຄົນຫນຶ່ງໄດ້ມາຈາກຄ້າຍຂອງກະສັດໂຊນໃສ່ເສື້ອຜ້າຂາດ ແລະ ມີດິນເປື້ອນທີ່ຫົວຂອງຂົາ. ເມື່ອເຂົາໄດ້ມາຮອດດາວິດ ກໍໄດ້ຫມອບຫນ້າລົງຮອດພື້ນດິນ ແລະ ໄດ້ຫມົດແຮງຢູ່ບ່ອນນັ້ນ. 3 ດາວິດໄດ້ຖາມເຂົາວ່າ, " ເຈົ້າມາຈາກໃສ?" ເຂົາໄດ້ຕອບວ່າ, " ຂ້າພະເຈົ້າມາຈາກຄ້າຍຂອງອິດສະຣາເອນ." 4 ດາວິດໄດ້ຖາມເຂົາວ່າ, " ຂໍບອກຂ້ອຍວ່າ ເຫດຜົນເປັນແນວໃດແນ່." ເຂົາໄດ້ຕອບວ່າ, " ພວກປະຊາຊົນໄດ້ຫນີຈາກການສູ້ຮົບ. ມີຫລາຍຄົນໄດ້ລົ້ມລົງ ແລະ ມີຫລາຍຄົນໄດ້ຕາຍແລ້ວ. ກະສັດໂຊນ ແລະ ໂຢນາທານລູກຊາຍຂອງເພິ່ນກໍຕາຍເຊັ່ນກັນ." 5 ດາວິດຈຶ່ງໄດ້ຖາມຊາຍຫນຸ່ມຄົນນັ້ນວ່າ, " ເຈົ້າຮູ້ໄດ້ຢ່າງໃດວ່າໂຊນ ແລະ ໂຢນາທານລູກຂອງເພິ່ນໄດ້ຕາຍແລ້ວ?" 6 ຊາຍຫມຸ່ນນັ້ນໄດ້ຕອບວ່າ, "ບັງເອີນທີ່ຂ້ານ້ອຍມາທີ່ພູເຂົາກິນໂບອາ, ແລະ ທີ່ນັ້ນກະສັດໂຊນໄດ້ຊົງຢືນຄຳຫອກຂອງຕົນຢູ່, ແລະ ລົດມ້າ ແລະ ຄົນຂີ່ທັງຫລາຍກໍກຳລັງມາໃກ້ເພິ່ນ. 7 ກະສັດໂຊນໄດ້ຫລຽວມາ ແລະ ເລີຍເຫັນຂ້ານ້ອຍ ແລະ ກໍໄດ້ເອີ້ນຂ້ານ້ອຍ. ຂ້ານ້ອຍໄດ້ຕອບວ່າ, " ຂ້ານ້ອຍຢູ່ທີ່ນີ້." 8 ເພິ່ນໄດ້ຖາມຂ້ານ້ອຍວ່າ, " ເຈົ້າແມ່ນໃຜ?" ຂ້ານ້ອຍຕອບວ່າ, ຂ້ານ້ອຍເປັນຄົນອາມາເຫລັກ." 9 ເພິ່ນກໍໄດ້ບອກຂ້ານ້ອຍວ່າ, " ຈົ່ງມາຢືນເຫນືອເຮົາ ແລະ ຂ້າເຮົາສະ, ເພາະເຮົາກຳລັງເຈັບປວດຢ່າງແສນສາຫັດ, ແຕ່ເຮົາຍັງມີຊີວິດຢູ່." 10 ຂ້ານ້ອຍຈຶ່ງໄດ້ໄປຢືນເຫນືອເພິ່ນ ແລະ ໄດ້ຂ້າເພິ່ນເລີຍ, ເພາະຂ້ານ້ອຍຮູ້ວ່າເພິ່ນຈະບໍ່ສາມາດດຳລົງຊີວິດຢູ່ໄດ້ອີກຫລັງຈາກທີ່ເພິ່ນໄດ້ລົ້ມໄປ. ເເລ້ວເພິ່ນກໍໄດ້ຖອດມົງກຸດຢູ່ຫົວຂອງເພິ່ນ ແລະ ປະລັກແຂນຂອງເພິ່ນ ເເລະ ໄດ້ນຳສິ່ງເຫລົ່ານັ້ນມາໃຫ້ທ່ານ, ເຈົ້ານາຍຂອງຂ້ານ້ອຍ." 11 ແລ້ວດາວິດໄດ້ຈີກເສື້ອຂອງເຂົາ, ແລະຄົນທັງປວງທີ່ຢູ່ກັບເຂົາກໍໄດ້ເຮັດຄືກັນ. 12 ພວກເຂົາໄດ້ຄ່ຳຄວນຫາ, ຮ້ອງໄຫ້ ແລະ ໄດ້ອົດອາຫານຈົນຮອດແລງ, ເພື່ອໂຊນ, ເພື່ອໂຢນາທານລູກຊາຍຂອງເພິ່ນ, ແລະ ເພື່ອປະຊາຊົນຂອງພຣະເຈົ້າຢາເວ, ເເລະ ເພື່ອເຊື້້ອສາຍອິດສະຣາເອນ ເພາະວ່າພວກເຂົາໄດ້ລົ້ມຕາຍດ້ວຍດາບ. 13 ດາວິດໄດ້ຖາມຊາຍຫນຸ່ມວ່າ," ເຈົ້າມາຈາກໃສ?" ເຂົາໄດ້ຕອບວ່າ, " ຂ້ານ້ອຍເປັນລູກຊາຍຂອງຄົນຕ່າງດ້າວໃນດິນແດນ, ຂອງຄົນອາມາເຫລັກ." 14 ດາວິດໄດ້ຖາມເຂົາວ່າ, "ເປັນຫຍັງເຈົ້າບໍ່ຢ້ານກົວທີ່ຈະຂ້າກະສັດຜູ້ທີ່ພຣະຢາເວໄດ້ຊົງເຈີມແລ້ວນັ້ນດ້ວຍມືຂອງເຈົ້າເອງ?" 15 ດາວິດກໍໄດ້ເອີ້ນຊາຍຄົນຫນຶ່ງ ແລະ ໄດ້ເວົ້າວ່າ, " ຈົ່ງໄປ ແລະ ຂ້າເຂົາເສຍ." ແລ້ວຜູ້ຊາຍຄົນນັ້ນກໍໄດ້ໄປ ແລະ ໄດ້ຂ້າເຂົາ, ເເລະ ຄົນອາມາເຫລັກນັ້ນກໍຕາຍ. 16 ເເລ້ວດາວິດໄດ້ກ່າວແກ່ສົບຂອງຄົນອາມາເຫລັກວ່າ, "ເລືອດຂອງເຈົ້າກໍຕົກຢູ່ຫົວຂອງເຈົ້າ ເພາະວ່າປາກຂອງເຈົ້າໄດ້ເປັນພະຍານປັກປຳໂຕເຈົ້າ ເເລະ ໄດ້ເວົ້າວ່າ, "ຂ້ານ້ອຍໄດ້ຂ້າກະສັດຜູ້ທີ່ພຣະຢາເວໄດ້ຊົງເຈີມໄວ້."" 17 ແລ້ວດາວິດກໍໄດ້ຮ້ອງເພງໄວ້ອາໄລໃຫ້ກະສັດໂຊນ ແລະ ໂຢນາທານລູກຂອງເພິ່ນ. 18 ເຂົາໄດ້ອອກຄຳສັ່ງໃຫ້ປະຊາຊົນສອນເພງໄວ້ອາໄລນີ້ໃຫ້ແກ່ເຊື້ອຊາດຢູດາ, ຊຶ່ງໄດ້ບັນທຶກໄວ້ໃນຫນັງສືຂອງຢາຊາ. 19 " ສັກສີຂອງທ່ານອິດສະຣາເອນເອີຍ, ໄດ້ຖືກຂ້າເສີຍແລ້ວ! ຢູ່ທີ່ສູງຂອງທ່ານວິລະບູລຸດລົ້ມລົງໄດ້ຢ່າງໃດ! 20 ຢ່າບອກເລື່ອງນີ້ໃນເມືອງກັດ, ຢ່າປະກາດເລື່ອງນີ້, ໃນຫົນທາງເມືອງອາຊະເກໂລນ, ເພາະເຫດວ່າພວກບຸດສາວຂອງຄົນຟີລິດສະຕີນຈະບໍ່ປິຕິຍິນດີ, ເພາະພວກລູກສາວຂອງພວກເຂົາບໍ່ໄດ້ບໍ່ໄດ້ຮັບພິທີຕັດ,ຈະບໍ່ສະເຫລີມສະຫລອງ. 21 ເທິງພູກິນໂບອາເອີຍ, ຂໍຢ່າມີນ້ຳຄ້າງ ຫລືນ້ຳຝົນເທິງເຈົ້າ, ຢ່າໃຫ້ທົ່ງນາອອກຮວງ, ເພາະວ່າທີ່ນັ້ນໂລ່ຂອງວິລະບູລຸດໄດ້ມີມົນທິນແລ້ວ, ໂລ່ຂອງໂຊນບໍ່ໄດ້ຖືກເຈີມດ້ວຍນ້ຳມັນອີກຕໍ່ໄປ. 22 ຈາກເລືອດຂອງຄົນເຫລົ່ານັ້ນໄດ້ຖືກຂ້າ, ຈາກຮ່າງກາຍຂອງນັກຮົບ, ຄັນທະນູຂອງໂຢນາທານບໍ່ໄດ້ຫັນກັບມາ, ແລະ ດາບຂອງກະສັດໂຊນກໍບໍ່ໄດ້ກັບມາວ່າງເປົ່າ. 23 ໂຊນ ເເລະ ໂຢນາທານໄດ້ເປັນທີ່ຮັກ ເເລະ ຫນ້າຍິນດີໃນຊີວິດ, ແລະ ໃນຄວາມຕາຍຂອງພວກເຂົາ ພວກເຂົາຈະບໍ່ແຍກຈາກກັນ. ພວກເຂົາວ່ອງໄວກວ່າອິນຊີທັງຫລາຍ, ພວກເຂົາກໍແຂງແຮງກວ່າສິງໂຕທັງຝູງ. 24 ລູກສາວຂອງອິດສະຣາເອນເອີຍ, ຈົ່ງຮ້ອງໄຫ້ເພື່ອກະສັດໂຊນ, ຜູ້ຊົງປະດັບພວກເຈົ້າຢ່າງອົງອາດດ້ວຍຜ້າສີແດງເຂັ້ມ ເຊັ່ນດຽວກັບເພັດພອຍນາໆຊະຫນິດ, ເເລະ ຊົງປະດັບທອງຄຳເທິງເຄື່ອງແຕ່ງກາຍຂອງພວກເຈົ້າ. 25 ວິລະບູລຸດໄດ້ລົ້ມລົງແລ້ວໃນທ່າມກາງສົງຄາມ! ໂຢນາທານກໍໄດ້ຖືກສັງຫານຢູ່ເທິງເນີນພູຂອງທ່ານ. 26 ໂຢນາທານອ້າຍຂອງຂ້ອຍເອີຍ, ຂ້ອຍເປັນທຸກເພື່ອທ່ານ, ທ່ານເປັນທີ່ຊື່ນໃຈຂອງຂ້ອຍຫລາຍ. ຄວາມຮັກຂອງທ່ານມີຕໍ່ຂ້ອຍນັ້ນກໍອັດສະຈັນ, ເຫນືອກວ່າຄວາມຮັກໃດໆທີ່ມີຕໍ່ສະຕຣີ. 27 ວິລະບູລຸດລົ້ມລົງໄດ້ຢ່າງໃດ, ແລະ ອາວຸດສົງຄາມກໍໃຊ້ການບໍ່ໄດ້ອີກແລ້ວ!"
ບົດທີ 2 2
1 ຫລັງຈາກເຫດການນີ້ ດາວິດໄດ້ຖາມພຣະຢາເວ ແລະ ໄດ້ກ່າວວ່າ, "ຂ້ານ້ອຍຄວນຂຶ້ນໄປຍັງເມືອງຫນຶ່ງໃນຈຳນວນເມືອງຕ່າງໆຂອງຢູດາຫລືບໍ່?" ພຣະຢາເວໄດ້ຕອບເຂົາວ່າ, "ຈົ່ງຂຶ້ນໄປເຖີດ." ດາວິດໄດ້ເວົ້າວ່າ, "ຂ້ານ້ອຍຄວນຂຶ້ນໄປຢູ່ໃສ?" ພຣະຢາເວກ່າວວ່າ, " ທີ່ເມືອງເຮັບໂຣນ." 2 ດັ່ງນັ້ນດາວິດຈຶ່ງໄດ້ຂຶ້ນໄປທີ່ນັ້ນພ້ອມກັບເມຍທັງສອງຂອງເຂົາ, ດ້ວຍຄືອາຮີໂນອາມຊາວຢິດຊະເຣນ, ແລະ ອາບີກາຍເມຍຫມ້າຍຂອງນາບານຊາວກາເມນ. 3 ດາວິດກໍໄດ້ນຳຄົນທີ່ຢູ່ນຳເຂົາຂຶ້ນໄປທຸກຄົນ, ຊຶ່ງເເຕ່ລະຄົນກໍໄດ້ພາຄອບຄົວໄປນຳ, ໄປຍັງເມືອງຕ່າງໆ ຂອງເຮັບໂຣນ, ໃນສະຖານທີ່ຊຶ່ງພວກເຂົາໄດ້ເລີ່ມອາໄສຢູ່. 4 ແລ້ວຜູ້ຄົນຈາກຢູດາກໍໄດ້ມາ ເເລະ ໄດ້ເຈີມດາວິດໃຫ້ເປັນກະສັດເຫນືອເຊື້ອຊາດຂອງຢູດາ. ພວກເຂົາໄດ້ມາບອກດາວິດວ່າ, "ຊາວຢາເບັດກີເລອາດໄດ້ເປັນຜູ້ຝັງຊາກສົບຂອງໂຊນ." 5 ດັ່ງນັ້ນດາວິດໄດ້ສົ່ງພວກສົ່ງສານໄປຫາຊາວຢາເບັດກິີເລອາດນັ້ນ ໄດ້ບອກກັບພວກເຂົາວ່າ, "ຂໍພວກທ່ານຮັບພຣະພອນຈາກພຣະຢາເວ, ທີ່ທ່ານສະເເດງຄວາມຈົງຮັກພັກດີຕໍໍ່ໂຊນເຈົ້ານາຍຂອງພວກທ່ານ ແລະ ໄດ້ຝັງສົບຂອງເພິ່ນ. 6 ບັດນີ້ຂໍພຣະຢາເວຊົງສຳແດງຄວາມຮັກອັນຫມັ້ນຄົງ ເເລະ ຄວາມຊື່ສັດຕໍ່ພວກທ່ານ. ເຮົາຈະເຮັດຄວາມດີນີ້ຕໍ່ພວກທ່ານເພາະສິ່ງນີ້ທີ່ທ່ານໄດ້ເຮັດ. 7 ບັດນີ້, ເພາະສະນັ້ນ ຂໍໃຫ້ມືຂອງພວກທ່ານເຂັ້ມແຂງ; ແລະ ຂໍໃຫ້ພວກທ່ານກ້າຫານເຖີດ ເພາະວ່າໂຊນເຈົ້ານາຍຂອງພວກທ່ານໄດ້ຕາຍໄປແລ້ວ, ເເລະ ປະຊາຊົນຢູດາກໍໄດ້ເຈີມຕັ້ງເຮົາໄວ້ເປັນກະສັດຂອງພວກເຂົາແລ້ວ." 8 ເເຕ່ອັບເນລູກຊາຍຂອງເນຣະ, ຜູ້ບັນຊາການກອງທັບຂອງກະສັດໂຊນ, ກໍໄດ້ພາອີຊະໂບເຊັດລູກຊາຍຂອງກະສັດໂຊນ ແລະ ໄດ້ນໍາໄປທີ່ເມືອງມະຫານາອິມ. 9 ເຂົາໄດ້ສະຖາປະນາອີຊະໂບເຊັດ ໃຫ້ເປັນກະສັດປົກຄອງເຂດແດນກີເລອາດ, ອາເຊ, ຢິດຊະເຣນ, ຄົນເອຟຣາອິມ, ຄົນເບັນຢາມິນ, ເເລະ ຄົນອິດສະຣາເອນທັງຫມົດ. 10 ເມື່ອອີຊະໂບເຊັດລູກຂອງໂຊນ, ໄດ້ເລີ່ມປົກຄອງຊົນຊາດອິດສະຣາເອນນັ້ນ, ມີອາຍຸສີ່ສິບປີ, ເເລະ ໄດ້ຊົງປົກຄອງດິນແດນຢູ່ສອງປີ. ເເຕ່ເຊື້້ອສາຍຂອງຢູດາໄດ້ຕິດຕາມດາວິດ. 11 ເວລາທີ່ດາວິດຊົງເປັນກະສັດປົກຄອງເຊື້ອສາຍຂອງຢູດາໃນເຮັບໂຣນນັ້ນເປັນເວລາເຈັດປີກັບຫົກເດືອນ. 12 ອັບເນລູກຂອງເນຣະ, ແລະ ທະຫານອີຊະໂບເຊັດລູກຊາຍຂອງໂຊນ, ໄດ້ອອກຈາກເມືອງມະຫານາອິມໄປຍັງເມືອງກີເບໂອນ. 13 ໂຢອາບລູກຊາຍຂອງນາງເຊຣູອີຢາ ເເລະທະຫານຂອງດາວິດ ໄດ້ອອກໄປພົບກັບພວກເຂົາທີ່ເມືອງກີເບໂອນ. ພວກເຂົາໄດ້ນັ່ງທີ່ຂອບສະນ້ຳ, ພວກຫນຶ່ງຢູ່ຝັ່ງຫນຶ່ງຂອງສະ ແລະອີກພວກຫນຶ່ງກໍຢູ່ອີກດ້ານຫນຶ່ງ. 14 ອັບເນຈຶ່ງໄດ້ເວົ້າກັບໂຢອາບວ່າ, "ຂໍໃຫ້ຄົນຫນຸ່ມລຸກຂຶ້ນ ແລະ ໄດ້ແຂ່ງຂັນກັນຕໍ່ຫນ້າພວກເຮົາເບິ່ງດຸ. "ແລ້ວໂຢອາບກໍໄດ້ຕອບວ່າ, "ໃຫ້ພວກເຂົາລຸກຂຶ້ນ." 15 ເເລ້ວພວກຄົນຫນຸ່ມກໍໄດ້ລຸກຂຶ້ນ ແລະ ໄດ້ຮ່ວມກັນ, ສິບສອງຄົນສຳລັບຝ່າຍເບັນຢາມິນ ເເລະຝ່າຍອີຊະໂບເຊັດລູກຂອງໂຊນ, ເເລະ ຝ່າຍພວກທະຫານສິບສອງຄົນຂອງກະສັດດາວິດ. 16 ແຕ່ລະຄົນຕ່າງກໍໄດ້ຈັບຫົວຂອງຄູ່ຕໍ່ສູ້ ເເລະ ໄດ້ເເທງດາບທີ່ຂ້າງຂອງຄູ່ຕໍ່ສູ້, ເເລະພວກເຂົາຕ່າງກໍໄດ້ລົ້ມລົງດ້ວຍກັນ. ດັ່ງນັ້ນເຂົາຈຶ່ງເອີ້ນທີ່ນັ້ນເປັນພາສາຮິບບຣູວ່າ, "ທົ່ງດາບ" ຫລື "ສະຫນາມແຫ່ງດາບ," ຊຶ່ງຢູ່ໃນກິີເບໂອນ. 17 ການສູ້ຮົບໃນວັນນັ້ນດຸເດືອດຫລາຍ ເເລະ ອັບເນ ເເລະ ພວກຄົນອິດສະຣາເອນກໍພ່າຍແພ້ທະຫານຂອງຝ່າຍດາວິດ. 18 ລູກຊາຍທັງສາມຂອງນາງເຊຣູອີຢາກໍໄດ້ຢູ່ທີ່ນັ້ນຄື: ໂຢອາບ, ແລະ ອາບີໄຊ, ແລະ ອາສາເຮນ. ອາສາເຣນຜູ້ແລ່ນໄວເຫມືອນຟານປ່າ. 19 ອາສາເຣນໄດ້ໄລ່ຕາມອັບເນຢ່າງບໍ່ລົດລະ ເເລະ ໄດ້ນຳເຂົາໄປໂດຍບໍ່ໄດ້ລ້ຽວໄປທາງໃດເລີຍ. 20 ອັບເນໄດ້ຫລຽວຫລັງມາ ແລະ ໄດ້ເວົ້າວ່າ," ນັ້ນເມ່ນອາສາເຮນບໍ?" ເຂົາໄດ້ຕອບວ່າ, "ເເມ່ນເລ້ວ." 21 ອັບເນຈຶ່ງໄດ້ບອກເຂົາວ່າ, "ຈົ່ງລ້ຽວໄປທາງຂວາຂອງເຈົ້າ ຫລືທາງຊ້າຍຂອງເຈົ້າ, ແລະ ຈັບເອົາຄົນຫນຸ່ມຄົນຫນຶ່ງແລ້ວກໍຮີບເອົາອາວຸດຂອງເຂົາໄປ." ແຕ່ອາສາເຮນບໍ່ຍອມຢຸດຈາກການໄລ່ຕາມ. 22 ດັ່ງນັ້ນອັບເນຈຶ່ງໄດ້ບອກອາສາເຮນອີກເທືື່ອຫນຶ່ງວ່າ, "ຈົ່ງຢຸດໄລ່ນຳຂ້ອຍສາ. ຈະໃຫ້ຂ້ອຍຟາດເຈົ້າລົງດິນເຮັດຫຍັງ? ເເລ້ວຂ້ອຍຈະເງີຍຫນ້າເບິ່ງໂຢອາບ, ພີ່ນ້ອງຂອງເຈົ້າໄດ້ແນວໃດ?" 23 ແຕ່ອາສາເຮນບໍ່ຢຸດໄລ່, ແລະ ດັ່ງນັ້ນ ອັບເນກໍໄດ້ແທງເຂົ້າໂຕດ້ວຍດ້າມຫອກຂອງເຂົາ, ດັ່ງນັ້ນ ຫອກກໍທະລຸອອກອີກດ້ານຫນຶ່ງ. ອາສາເຮນກໍໄດ້ລົ້ມລົງຕາຍຢູ່ທີ່ນັ້ນ. ດັ່ງນັ້ນ ເລື່ອງນີ້ກໍໄດ້ເກີດຂຶ້ນ ທີ່ໃຜກໍຕາມທີ່ມາເຖິງສະຖານທີ່ເເຫ່ງນັ້ນທີ່ອາສາເຮນລົ້ມລົງ ເເລະ ຕາຍ, ເຂົາຈະຢຸດຢູ່ບ່ອນນັ້ນ ເເລະ ກໍຢືນຢູ່ຊື່ໆ. 24 ແຕ່ໂຢອາບກັບອາບີໄຊກໍໄດ້ໄລ່ຕິດຕາມອັບເນໄປ. ເມື່ອດວງຕາເວັນກຳລັງຈະຕົກ, ພວກເຂົາທັງສອງໄດ້ມາຮອດເນີນພູອຳມາ, ຊຶ່ງໃກ້ກີອາ ຕາມທາງຖິ່ນແຫ້ງແລ້ງທຸລະກັນດານເມືອງກິີເບໂອນ. 25 ຄົນເບັນຢາມິນກໍໄດ້ລວມຕົວກັນຫລັງອັບເນ ເເລະ ໄດ້ຢືນຢູ່ເທິງຍອດຂອງເນີນພູ. 26 ເເລ້ວອັບເນໄດ້ຮ້ອງຖາມໂຢອາບ ແລະໄດ້ກ່າວວ່າ, "ຈະໃຫ້ດາບທຳລາຍທ່ານຕະຫລອດໄປບໍ? ອີກດົນປານໃດທ່ານຈຶ່ງຈະສັ່ງພວກທະຫານໃຫ້ຫັນກັບຈາກການໄລ່ຕາມພີ່ນ້ອງຂອງພວກເຂົາ?" 27 ໂຢອາບຈຶ່ງໄດ້ຕອບວ່າ," ພຣະເຈົ້າຊົງພຣະຊົນຢູ່ສັນໃດ, ຖ້າທ່ານບໍ່ເວົ້າຂຶ້ນ, ພວກທະຫານກໍຈະໄລ່ຕາມພວກພີ່ນ້ອງຂອງເຂົາຈົນຮອດມື້ອື່ນເຊົ້າ!" 28 ດັ່ງນັ້ນ ໂຢອາບຈຶ່ງໄດ້ເປົ່າແກ, ແລະພວກທະຫານທັງປວງກໍໄດ້ຢຸດ ແລະ ບໍ່ໄດ້ໄລ່ຕິດຕາມອິດສະຣາເອນອີກ, ເເລະ ບໍ່ໄດ້ສູ້ຮົບກັນອີກຕໍ່ໄປ 29 ອັບເນ ເເລະ ຄົນຂອງເຂົາກໍໄດ້ເດີນທາງຕະຫລອດກາງຄືນຜ່ານອາຣາບາ. ພວກເຂົາໄດ້ຂ້າມແມ່ນ້ຳຈໍແດນ, ໄດ້ເດີນທັບຕະຫລອດຊ່ວງເຊົ້າ ແລະກໍໄດ້ມາຮອດມາຫານາອິມ. 30 ໂຢອາບກໍໄດ້ກັບມາຈາກການໄລ່ຕິດຕາມອັບເນ. ເຂົາໄດ້ລວບລວມທະຫານທັງຫມົດຂອງເຂົາ, ທີ່ຂາດຫາຍໄປຄື ອາສາເຮນ ແລະ ທະຫານຂອງດາວິດສິບເກົ້າຄົນ. 31 ແຕ່ຄົນຂອງດາວິດໄດ້ຂ້າຄົນເບັນຢາມິນ ເເລະຄົນຂອງອັບເນຕາຍໄປສາມລ້ອຍຫົກສິບຄົນ. 32 ແລ້ວພວກເຂົາກໍໄດ້ນຳເອົາຊາກສົບຂອງອາສາເຮນໄປຝັງຢູ່ໃນອຸບມຸງພໍ່ຂອງເຂົາ, ຊຶ່ງຢູ່ເມືອງເບັດເລເຮັມ. ໂຢອາບ ແລະ ພວກຄົນຂອງເຂົາກໍໄດ້ເດີນທາງຕະຫລອດຄືນ, ແລະໃນ ຕອນເຊົ້າມືດກໍໄດ້ມາຮອດເມືອງເຮັບໂຮນ.
ບົດທີ 3 3
1 ບັດນີ້ກໍໄດ້ມີສົງຄາມອັນຍາວນານລະຫວ່າງເຊື້ອສາຍຂອງໂຊນແລະເຊື້ອສາຍຂອງດາວິດ. ຝ່າຍດາວິດກໍໄດ້ເຂັ້ມແຂງຫລາຍຂຶ້ນ, ເເຕ່ຝ່າຍຂອງໂຊນໄດ້ອ່ອນກຳລັງລົງເລື້້ອຍໆ. 2 ມີລູກຊາຍຫລາຍຄົນຂອງດາວິດໄດ້ເກີດທີ່ເມືອງເຮັບໂຣນ. ລູກຫົວປີຂອງເຂົາຄືອຳໂນນ, ລູກຂອງອາຮີໂນອາມຊາວຢິດຊະເຣນ. 3 ລູກຊາຍຜູ້ທີ່ສອງຂອງເຂົາ, ກິເລອາບ, ຜູ້ທີ່ເປັນແມ່ແມ່ນນາງອາບີກາຍ, ເເມ່ຫມ້າຍຂອງນາບານຈາກຄາເມລ. ແລະ ຜູ້ທີ່ສາມຄື, ອັບຊາໂລມ, ລູກຊາຍນາງມາອາກາ, ລູກສາວກະສັດຕານໄມ, ເເຫ່ງເກຊູ. 4 ລູກຊາຍຜູ້ທີ່ສີ່ຂອງດາວິດ, ອາໂດນີຢາ, ຜູ້ເປັນລູກຊາຍຂອງນາງຮັກກິດ. ລູກຊາຍຄົນທີ່ຫ້າຂອງເຂົາຄື ເຊຟາຕີຢາ, ຜູ້ທີ່ເປັນລູກຊາຍຂອງນາງອາບີຕານ, 5 ແລະ ລູກຊາຍຄົນທີຫົກຄື, ອິດທະເລອາມ, ຜູ້ທີ່ເປັນລູກຊາຍຂອງນາງເອັກລາ ເມຍຂອງດາວິດ. ພວກລູກຊາຍເຫລົ່ານີ້ຂອງດາວິດໄດ້ເກີດຢູ່ໃນເມືອງເຮັບໂຣນ. 6 ສິ່ງນີ້ໄດ້ເກີດຂຶ້ນໃນຊ່ວງສົງຄາມລະຫວ່າງຝ່າຍຂອງໂຊນ ກັບຝ່າຍຂອງດາວິດ ທີ່ອັບເນໄດ້ເຮັດໂຕໃຫ້ເຂັ້ມເເຂງຂຶ້ນໃນຝ່າຍກະສັດໂຊນ. 7 ໂຊນໄດ້ມີເມຍນ້ອຍຄົນຫນຶ່ງຊື່ວ່ານາງຣິຊະປາ, ລູກສາວຂອງອາອີຢາ. ອິີຊະໂບເຊັດລູກຊາຍຂອງກະສັດໂຊນຈຶ່ງໄດ້ກ່າວຫາອັບເນວ່າ, "ເປັນຫຍັງຈຶ່ງໄດ້ເຂົ້າໄປນອນກັບເມຍນ້ອຍພໍ່ຂອງເຮົາ? 8 ອັບເນໄດ້ໃຈຮ້າຍຫລາຍໃນຄຳເວົ້າຂອງອີຊະໂບເຊັດ ແລະ ໄດ້ເວົ້າວ່າ," ຂ້ານ້ອຍເປັນຄົນຮັບໃຊ້ຢູດາຊັ້ນຫວາ? ທຸກມື້ນີ້ຂ້ານ້ອຍກຳລັງສຳເເດງຄວາມຈົງຮັກພັກດີຕໍ່ເຊື້ອສາຍຂອງໂຊນ, ພໍ່ຂອງທ່ານ, ແລະ ຕໍ່ພີ່ນ້ອງຂອງທ່ານ, ແລະ ຕໍ່ມິດສະຫາຍຂອງພໍ່ທ່ານ, ບໍ່ໄດ້ມອບທ່ານໄວ້ໃນມືຂອງດາວິດ. ແຕ່ບັດນີ້ທ່ານຍັງກ່າວຫາຂ້ານ້ອຍດ້ວຍເລື່ອງຜູ້ຍິງຄົນນີ້ບໍ? 9 ຂໍພຣະຢາເວຊົງລົງໂທດຂ້ານ້ອຍ, ຄື ອັບເນ, ແລະຂໍຊົງເພີ່ມໂທດນັ້ນດ້ວຍ, ຖ້າຂ້ານ້ອຍບໍ່ເຮັດເພື່ອດາວິດ ດັ່ງທີ່ພຣະຢາເວໄດ້ຊົງສາບານແກ່ເຂົາວ່າ, 10 ຄືຍ້າຍຣາຊອານາຈັກຈາກເຊື້້ອຊາດຂອງກະສັດໂຊນ ເເລະ ສະຖາປານາບັນລັງຂອງດາວິດເຫນືອອິດສະຣາເອນ ແລະ ເຫນືອຢູດາ, ຕັ້ງແຕ່ດານຮອດເບເອນເຊບາ." 11 ອີິຊະໂບເຊັດກໍບໍ່ສາມາດຕອບກັບອັບເນໄດ້ເເມ່ນແຕ່ຄຳດຽວ, ເພາະພະອົງຊົງເກງຢ້ານເຂົາ. 12 ເເລ້ວອັບເນກໍໄດ້ສົ່ງພວກສົ່ງສານໄປຍັງດາວິດເພື່ອເວົ້າແທນໂຕເອງວ່າ, "ແຜ່ນດິນນີ້ເປັນຂອງໃຜ? ຂໍຊົງເຮັດພັນທະສັນຍາກັບຂ້າພະເຈົ້າ, ແລະ ທ່ານຈະຊົງເຫັນວ່າມືຂອງຂ້າພະເຈົ້າຢູ່ຝ່າຍທ່ານ, ເພື່ອນຳອິດສະຣາເອນທັງຫມົດມາຢູ່ຝ່າຍທ່ານ." 13 ດາວິດໄດ້ຕອບວ່າ, "ດີແລ້ວ, ເຮົາຈະເຮັດພັນທະສັນຍາກັບເຈົ້າ. ແຕ່ມີສິ່ງຫນຶ່ງທີ່ເຮົາຈະໃຫ້ເຈົ້າເຮັດ ຄືວ່າ ເຈົ້າບໍ່ສາມາດມາພົບຫນ້າເຮົາໄດ້ ເວັ້ນແຕ່ວ່າເຈົ້າຈະນຳມີການ, ລູກສາວຂອງກະສັດໂຊນມາດ້ວຍ, ເມື່ອເຈົ້າຈະມາພົບເຮົາ." 14 ເເລ້ວດາວິດໄດ້ສົ່ງພວກສົ່ງສານໄປຍັງອີຊະໂບເຊັດ, ລູກຊາຍຂອງໂຊນກ່າວວ່າ, "ຈົ່ງມອບເມຍຂ້າພະເຈົ້າມີການ ໃຫ້ແກ່ເຮົາ, ຜູ້ຊຶ່ງຂ້າພະເຈົ້າໄດ້ຫມັ້ນໄວ້ດ້ວຍຫນັງປາຍອົງຄະຊາດຂອງພວກຟິລິດ ຫນຶ່ງຮ້ອຍຄົນ." 15 ດັ່ງນັ້ນ ອີຊະໂບເຊັດຈຶ່ງໄດ້ສົ່ງຄົນໄປພາມີການແລະ ໄດ້ເອົານາງ ຈາກຜົວຂອງນາງຄື, ປານຕີເອນ, ລູກຊາຍລາອິດ. 16 ຜົວຂອງລາວໄດ້ໄປກັບລາວ, ຮ້ອງໄຫ້ຕາມລາວໄປຈົນຮອດບາຮູຣິມ. ແຕ່ເມື່ອອັບເນບອກກລາວວ່າ, "ຈົ່ງກັບໄປບ້ານດຽວນີ້ເລີຍ." ແລ້ວເຂົາກໍໄດ້ກັບໄປ. 17 ອັບເນຈຶ່ງໄດ້ກ່າວກັບພວກຜູ້ອາວຸໂສຂອງອິດສະຣາເອນວ່າ, "ໃນອາດີດພວກທ່ານໄດ້ພະຍາຍາມໃຫ້ດາວິດເປັນກະສັດເຫນືອພວກທ່ານ. 18 ບັດນີ້ຈົ່ງເຮັດດັ່ງນັ້ນ. ເພາະພຣະຢາເວໄດ້ກ່າວເຖິງດາວິດວ່າ , 'ດ້ວຍມືຂອງດາວິດຜູ້ຮັບໃຊ້ຂອງເຮົາ ເຮົາຈະຊ່ວຍກູ້ອິດສະຣາເອນປະຊາຊົນຂອງເຮົາຈາກພວກຟິລິດສະຕິນ ເເລະ ຈາກມືສັດຕູທັງຫມົດຂອງພວກເຂົາ."" 19 ອັບເນກໍໄດ້ເວົ້າເປັນສ່ວນໂຕກັບຄົນເບັນຢາມິນເຊັ່ນດຽວກັນ. ເເລ້ວອັບເນກໍໄດ້ໄປບອກດາວິດທີ່ເມືອງເຮັບໂຣນດ້ວຍເຊັ່ນກັນ ເພື່ອອະທິບາຍເຖິງທຸກສິ່ງທີ່ອິດສະຣາເອນ ແລະ ເຊື້ອສາຍທັງຫມົດຂອງເບັນຢາມິນໄດ້ຕົກລົງກັນທີ່ຈະດຳເນີນການໃຫ້ສຳເລັດ. 20 ເມື່ອອັບເນພ້ອມກັບຄົນຂອງເຂົາຈຳນວນຊາວຄົນໄດ້ມາຮອດເຮັບໂຣນ ເພື່ອເຂົ້າເຝົ້າດາວິດ, ດາວິດໄດ້ຈັດຕຽມງານລ້ຽງສຳລັບພວກເຂົາ. 21 ອັບເນໄດ້ອະທິບາຍໃຫ້ດາວິດວ່າ, "ຂ້ານ້ອຍຈະລຸກຂຶ້ນ ແລະ ຈະລວມຄົນອິດສະຣາເອນທັງຫມົດມາຍັງທ່ານ, ກະສັດຜູ້ເປັນເຈົ້ານາຍຂອງຂ້ານ້ອຍ, ດັ່ງນັ້ນເພື່ອທີ່ພວກເຂົາຈະເຮັດພັນທະສັນຍາກັບທ່ານ, ເເລະ ເພື່ອທີ່ທ່ານຈະຊົງຄອບຄອງທຸກຢ່າງຕາມໃຈມັກຂອງທ່ານ." ດັ່ງນັ້ນດາວິດກໍໄດ້ສົ່ງອັບເນກັບໄປ, ແລະ ອັບເນກໍໄດ້ຈາກໄປໂດຍສັນຕິ. 22 ແລ້ວທະຫານຂອງດາວິດ ເເລະ ໂຢອາບໄດ້ກັບມາຈາກການໄປປຸ້ນ ເເລະ ໄດ້ນຳສິ່ງຂອງທີ່ຍຶດໄດ້ຫລາຍມານຳກັບພວກເຂົາ. ແຕ່ອັບເນບໍ່ໄດ້ຢູ່ກັບດາວິດທີ່ເຮັບໂຣນເເລ້ວ. ດາວິດໄດ້ສົ່ງເຂົາກັບໄປແລ້ວ, ເເລະ ເຂົາກໍໄດ້ຈາກໄປໂດຍສັນຕິ. 23 ເມືຶ່ອໂຢອາບກັບກອງທັບທັງຫລາຍທີ່ເຂົາໄດ້ມາຮອດ, ພວກເຂົາໄດ້ບອກໂຢອາບວ່າ, "ອັບເນລູກຊາຍຂອງເນຣະໄດ້ມາເຝົ້າກະສັດ, ແລະ ເພິ່ນໄດ້ສົ່ງເຂົາກັບໄປ, ແລະ ອັບເນກໍໄດ້ກັບໄປໂດຍສັນຕິ." 24 ເເລ້ວໂຢອາບກໍໄດ້ເຂົ້າໄປເຝົ້າກະສັດ ແລະ ໄດ້ບອກວ່າ,"ທ່ານຊົງເຮັດຫຍັງໄປແລ້ວ?ເບິ່ງສາ, ອັບເນໄດ້ມາເຂົ້າເຝົ້າທ່ານ! ເປັນຫຍັງທ່ານຈຶ່ງໄດ້ສົ່ງເຂົາໄປແບບນີ້, ແລະ ເຂົາກໍໄດ້ຈາກໄປແລ້ວ? 25 ທ່ານບໍ່ຮູ້ບໍວ່າອັບເນລູກຊາຍຂອງເນຣະ ໄດ້ມາເພື່ອລໍ່້ລວງທ່ານ ແລະ ເພື່ອລ່ວງຮູ້ທຸກຢ່າງທີ່ທ່ານກຳລັງເຮັດ?" 26 ເມື່ອໂຢອາບໄດ້ເຝົ້າດາວິດແລ້ວໆ, ເຂົາໄດ້ສົ່ງຜູ້ສົ່ງສານນຳອັບເນໄປ, ເເລະ ພວກເຂົາກໍໄດ້ນຳອັບເນກັບມາຈາກບໍ່ນ້ຳສ້າງທີ່ຊີຣາ, ແຕ່ດາວິດບໍ່ໄດ້ຮູ້ເລື່ອງນີ້. 27 ເມື່ອອັບເນໄດ້ກັບມາຮອດເຮັບໂຣນແລ້ວ, ໂຢອາບກໍໄດ້ນຳເຂົາຫລົບເຂົ້າທາງປະຕູເມືອງເພື່ອຈະເວົ້າກັບເຂົາຕາມລຳພັງ. ທີ່ນັ້ນເອງໂຢອາບໄດ້ເເທງທ້ອງເຂົາ ເເລະ ຂ້າເຂົາຕາຍ, ໂຢອາບກໍແກ້ແຄ້ນເລືອດຂອງອາສາເຮນນ້ອງຊາຍຂອງເຂົາ. 28 ເມື່ອດາວິດໄດ້ຮູ້ເລື່ອງນີ້ ທ່ານໄດ້ເວົ້າວ່າ, "ຕົວເຮົາ ເເລະ ຣາຊາອານາຈັກຂອງເຮົາ ປາສະຈາກຄວາມຜິດສືບໄປເປັນນິດ ເພາະຕໍ່ຫນ້າພຣະຢາເວດ້ວຍເລື່ອງໂລຫິດຂອງອັບເນລູກຊາຍຂອງເນຣະ. 29 ຂໍໃຫ້ຄວາມຜິດການຕາຍຂອງອັບເນຕົກເຫນືອຫົວຂອງໂຢອາບ ແລະ ເຫນືອເຊື້ອສາຍທັງຫລາຍຂອງພໍ່ເຂົາ. ຂໍໃຫ້ການລົງໂທດຕົກຖືກຄອບຄົວຂອງໂຢອາບໃຫ້ຄົນມີບາດແຜ ຫລື ໂລກຜິວຫນັງ ຫລື ຄົນທີ່ພິການ ເເລະ ຕ້ອງຍ່າງດ້ວຍໄມ້ເທົ້າ ຫລື ຖືກຂ້າດ້ວຍຄົມດາບ ຫລື ຄົນຂາດອາຫານ." 30 ດັ່ງນັ້ນໂຢອາບ ເເລະ ອາບີໄຊນ້ອງຊາຍຂອງເຂົາໄດ້ຂ້າອັບເນ, ເພາະອັບເນໄດ້ຂ້າອາສາເຮນນ້ອງຊາຍຂອງພວກເຂົາໃນສະຫນາມຮົບທີ່ກີເບໂອນ. 31 ດາວິດກໍໄດ້ເວົ້າກັບໂຢອາບ ແລະ ປະຊາຊົນທຸກຄົນທີ່ຢູ່ກັບທ່ານວ່າ, "ຈົ່ງຈີກເສື້ອຜ້າຂອງພວກທ່ານ, ເອົາຜ້າກະສອບມັດແອວໄວ້, ເເລະ ຈົ່ງໄວ້ທຸກຕໍ່ຫນ້າຮ່າງກາຍຂອງອັບເນ." ບັດນີ້ກະສັດດາວິດໄດ້ຍ່າງຕາມຂະບວນສົບໄປ. 32 ພວກເຂົາກໍໄດ້ຝັງສົບອັບເນໄວ້ທີ່ເຮັບໂຣນ. ກະສັດກໍໄດ້ຮ້ອງໄຫ້ ແລະ ຊົງຮ້ອງສຽງດັງທີ່ອຸບໂມງຝັງສົບຂອງອັບເນ, ເເລະ ປະຊາຊົນທັງປວງກໍໄດ້ຮ້ອງໄຫ້ເຊັ່ນດຽວກັນ. 33 ກະສັດໄດ້ຄ່ຳຄວນຫາອັບເນ ເເລະ ໄດ້ຮ້ອງເພງວ່າ, "ຄວນບໍ່ທີ່ອັບເນຈະຕາຍ ຄືຄົນເຂົາວ່າ? 34 ມືຂອງເຈົ້າກໍບໍ່ໄດ້ຖືກມັດ. ຕີນຂອງເຈົ້າກໍບໍ່ໄດ້ຕິດໂສ້ຕວນ. ຄືຄົນລົ້ມລົງຕໍ່ຫນ້າເນາະ. ລູກຊາຍຂອງຄວາມບໍ່ຍຸດຕິທຳ, ດັ່ງນັ້ນເຈົ້າກໍໄດ້ລົ້ມລົງ." ອີກຄັ້ງຫນຶ່ງປະຊາຊົນທັງປວງກໍຮ້ອງໄຫ້ຫາເຂົາອີກ. 35 ແລ້ວປະຊາຊົນທັງປວງກໍໄດ້ມາບອກດາວິດໃຫ້ກິນອາຫານເມື່ອເວລາຍັງເວັນຢູ່, ແຕ່ດາວິດປາຖະຫນາວ່າ, "ຂໍພຣະເຈົ້າຊົງລົງໂທດເຮົາ, ແລະ ຊົງເພີ່ມໂທດນັ້ນດ້ວຍ, ຖ້າເຮົາໄດ້ຊິມເຂົ້າຈີ່ ຫລື ສິ່ງອື່ນໃດກ່ອນດວງອາທິດຕົກ." 36 ປະຊາຊົນທັງປວງໄດ້ສັງເກດເຫັນການໂສກເສົ້າຂອງດາວິດ, ແລະ ກໍໄດ້ພໍໃຈພວກເຂົາ, ບໍ່ວ່າສິ່ງໃດກໍຕາມທີ່ກະສັດໄດ້ເຮັດແລ້ວສ້າງຄວາມພໍໃຈໃຫ້ພວກເຂົາ. 37 ດັ່ງນັ້ນປະຊາຊົນທັງຫລາຍອິດສະຣາເອນທັງປວງກໍໄດ້ເຂົ້າໃຈໃນວັນນັ້ນວ່າ ກະສັດບໍ່ໄດ້ມີຄວາມປາຖະຫນາໃນການຂ້າອັບເນລູກຊາຍຂອງເນຣະ. 38 ກະສັດໄດ້ເວົ້າກັບພວກຂ້າຣາຊການຂອງຕົນວ່າ,"ພວກທ່ານບໍ່ຮູ້ບໍວ່າ ວັນນີ້ເຈົ້າຊາຍ ເເລະ ຄົນທີ່ຍິ່ງໃຫຍ່ຄົນຫນຶ່ງໄດ້ລົ້ມລົງໃນອິດສະຣາເອນ? 39 ບາດນີ້ ເຮົາກໍອ່ອນກຳລັງໃນວັນນີ້, ເຖິງແມ່ນວ່າເຮົາໄດ້ຮັບການເຈີມເປັນກະສັດແລ້ວ. ຜູ້ຊາຍເຫລົ່ານີ້ຊຶ່ງເປັນລູກຊາຍ, ຂອງນາງເຊຣູອີຢານີ, ກໍໂຫດຮ້າຍເກີນໄປສຳລັບເຮົາ. ຂໍພຣະຢາເວຕອບສະຫນອງຜູ້ເຮັດຊົ່ວໂດຍການລົງໂທດເຂົາຕາມຄວາມຊົ່ວ, ທີ່ເຂົາສົມຄວນໄດ້ຮັບເຖີດ."
ບົດທີ 4 4
1 ເມື່ອອີຊະໂບເຊັດ, ລູກຂອງກະສັດໂຊນ, ໄດ້ຮັບຮູ້ວ່າອັບເນໄດ້ຕາຍທີ່ເມືອງເຮັບໂຣນ, ມືຂອງເຂົາກໍໄດ້ອ່ອນແຮງລົງ, ແລະ ອິດສະຣາເອນທັງຫລາຍກໍທໍ້ໃຈ. 2 ບັດນີ້ລູກຊາຍຂອງກະສັດໂຊນໄດ້ມີຜູ້ຊາຍສອງຄົນເປັນຫົວຫນ້າຫນ່ວຍທະຫານ. ຊື່ຂອງເຂົາແມ່ນບາອານາ ແລະ ອີກຄົນຫນຶ່ງຊື່ເຣກາບ, ທັງສອງນີ້ເປັນລູກຊາຍຂອງຣິມໂມນ ຊາວເມືອງເບເອໂຣດ ຄົນເຜົ່າເບັນຢາມິນ (ເພາະວ່າເບເອໂຣດຖືກນັບເຂົ້າເປັນສ່ວນຫນຶ່ງຂອງເຜົ່າເບັນຢາມິນພ້ອມ, 3 ແລະ ຊາວເບເອໂຣດໄດ້ຫນີໄປຍັງກິດຕາອິມ ເເລະ ໄດ້ອາໄສຢູ່ທີ່ນັ້ນຈົນເຖິງທຸກວັນນີ້). 4 ບັດນີ້ ໂຢນາທານ, ລູກຊາຍຂອງກະສັດໂຊນ, ມີລູກຊາຍຄົນຫນຶ່ງທີ່ຕີນຂອງເຂົາເປັນງ່ອຍ. ເມື່ອເດັກຄົນນີ້ມີອາຍຸຫ້າປີ ໄດ້ມີຂ່າວເລື່ອງຂອງໂຊນ ກັບໂຢນາທານມາຈາກຢິດຊະເຣນ. ພະຍາບານຂອງເຂົາໄດ້ອຸ້ມລຸກຂຶ້ນຫນີ. ເເຕ່ເມື່ອລາວກຳລັງແລ່ນຫນີນັ້ນ, ລູກຊາຍຂອງໂຢນາທານໄດ້ຕົກລົງ ແລະ ໄດ້ກາຍເປັນງ່ອຍຂາເປັ້ຍ. ເຂົາຊື່ເມຟີໂບເຊັດ. 5 ດັ່ງນັ້ນລູກຊາຍທັງສອງຂອງຣິມໂມນຊາວເບເອໂຣດ, ທີ່ຊື່ເຣກາບ ແລະ ບາອານາ, ນັ້ນໄດ້ເດີນທາງໃນຊ່ວງທີ່ຮ້ອນຂອງກາງເວັນ ໄປຮອດວັງຂອງອີຊະໂບເຊັດ, ໃນຂະນະທີ່ເພິ່ນກຳລັງພັກທ່ຽງ. 6 ຜູ້ຍິງທີ່ເຝົ້າຍາມປະຕູກໍໄດ້ເພີຫລັບໄປ ຂະນະຝັດຫ່ອນເຂົ້າສາລີ, ແລະ ເຣກາບ ເເລະ ບາອານາກໍໄດ້ຍ່າງຍ່ອງເຂົ້າໄປຢ່າງງຽບໆ ແລະ ໄດ້ຜ່ານນາງໄປໄດ້. 7 ດັ່ງນັ້ນ ຫລັງຈາກທີ່ພວກເຂົາທັງສອງໄດ້ເຂົ້າໄປໃນວັງນັ້ນ, ພວກເຂົາກໍໄດ້ຈູ່ໂຈມອີຊະໂບເຊັດ ແລະ ໄດ້ຂ້າເຂົາໃນຂະນະທີ່ເຂົາກຳລັງນອນຫລັບຢູ່ເທິງບ່ອນນອນໃນຫ້ອງນອນຂອງເຂົາ. ແລ້ວພວກເຂົາກໍໄດ້ຕັດຫົວຂອງເຂົາ ແລະ ໄດ້ນຳຫົວນັ້ນໄປ, ພວກເຂົາໄດ້ເດີນທາງໄປຕາມຫົນທາງຕະຫລອດຄືນຈົນຮອດຮ່ອມພູອາຣາບາ. 8 ພວກເຂົານຳເອົາຫົວຂອງອີຊະໂບເຊັດມາໃຫ້ກະສັດດາວິດຢູ່ທີ່ເມືອງເຮັບໂຣນ, ແລະ ພວກເຂົາເວົ້າວ່າ, "ຂໍໄດ້ຊົງເບິ່ງເຖີດ, ນີ້ຄືຫົວຂອງອີຊະໂບເຊັດລູກຊາຍຂອງກະສັດໂຊນ, ສັດຕູຂອງທ່ານ, ຜູ້ທີ່ຕ້ອງການພະຍາຍາມຂ້າທ່ານ. ໃນວັນນີ້ພຣະຢາເວໄດ້ຊົງແກ້ແຄ້ນແທນກະສັດເຈົ້ານາຍຂອງຂ້ານ້ອຍຕໍ່ຕ້ານໂຊນ ແລະ ເຊື້ອສາຍຂອງເພິ່ນແລ້ວ" 9 ດາວິດໄດ້ກ່າວຕອບເຣກາບ ແລະ ບາອານາອ້າຍຂອງເຂົາ, ລູກຊາຍຣິມໂມນຊາວເບເອໂຣດ; ທ່ານໄດ້ກ່າວກັບພວກເຂົາວ່າ, "ພຣະຢາເວຊົງດຳລົງຊີວິດຢູ່, ຜູ້ຊົງຊ່ວຍກູ້ຊີວິດຂອງເຮົາຈາກຄວາມທຸກຍາກທັງປ່ວງ, 10 ເມື່ອມີຜູ້ໃດໄດ້ບອກເຮົາວ່າ, "ເບິ່ງແມ, ກະສັດໂຊນເສຍຊີວິດແລ້ວ," ແລ້ວຄິດວ່າເຂົາເປັນຜູ້ນຳຂ່າວດີມາ, ເຮົາກໍໄດ້ຈັບເຂົາ ແລະ ໄດ້ຂ້າເສຍທີ່ເມືອງຊິກລັກ. ນັ້ນເປັນລາງວັນທີ່ເຮົາໄດ້ໃຫ້ແກ່ເຂົາສຳລັບຂ່າວຂອງທ່ານນັ້ນ. 11 ຍິ່ງກວ່ານັ້ນເທົ່າໃດ, ເມື່ອເຫລົ່າຄົນຊົ່ວໄດ້ຂ້າຄົນອະທຳທີ່ໃນບ້ານ ແລະ ເທິງບ່ອນນອນຂອງເຂົານັ້ນ, ຄວນບໍທີ່ເຮົາຈະບໍ່ຮ້ອງເອົາເລືອດຂອງເຂົາຈາກມືຂອງພວກເຈົ້າ, ແລະທຳລາຍພວກເຈົ້າເສຍຈາກແຜ່ນດິນ?" 12 ແລ້ວດາວິດກໍໄດ້ຊົງອອກຄຳສັ່ງພວກຄົນຫນຸ່ມ, ແລະ ພວກເຂົາກໍໄດ້ຂ້າພວກເຂົາທັງສອງ ແລະ ໄດ້ຕັດມື ແລະຕັດຕີນຂອງພວກເຂົາ ແລະ ໄດ້ແຂວນສົບພວກເຂົາໄວ້ທີ່ຂ້າງສະນ້ຳທີ່ເມືອງເຮັບໂຣນ. ແຕ່ພວກເຂົາໄດ້ນຳຫົວຂອງອີຊະໂບເຊັດໄປຝັງໄວ້ທີ່ຝັງສົບຂອງອັບເນທີ່ເມືອງເຮັບໂຣນ.
ບົດທີ 5 5
1 ແລ້ວທຸກເຜົ່າຂອງອິດສະຣາເອນກໍໄດ້ມາຫາດາວິດທີ່ເມືອງເຮັບໂຣນ ແລະ ໄດ້ກ່າວວ່າ,"ເບິ່ງເທີນ, ພວກຂ້ານ້ອຍເປັນກະດູກ ແລະ ເນື້ອຫນັງຂອງທ່ານ. 2 ໃນອາດີດເມື່ອບໍ່ດົນມານີ້, ເມື່ອກະສັດໂຊນຊົງໄດ້ເປັນກະສັດຂອງພວກຂ້ານ້ອຍ, ກໍເປັນທ່ານນັ້ນ ທີ່ຊົງເປັນຜູ້ນຳກອງທັບຂອງອິດສະຣາເອນ. ພຣະຢາເວໄດ້ກ່າວແກ່ເພິ່ນວ່າ, "ເຈົ້າຈະນຳປະຊາຊົນອິດສາະຣາເອນຂອງເຮົາ, ແລະ ເຈົ້າຈະເປັນຜູ້ປົກຄອງເຫນືອອິດສະຣາເອນ." 3 ດັ່ງນັ້ນພວກຜູ້ອາວຸໂສທັງຫມົດຂອງອິດສະຣາເອນກໍໄດ້ມາເຝົ້າກະສັດທີ່ເມືອງເຮັບໂຣນ, ແລະ ກະສັດດາວິດກໍໄດ້ຊົງເຮັດພັນທະສັນຍາກັບພວກເຂົາ ສະເພາະຫນ້າພຣະຢາເວ. ພວກເຂົາກໍໄດ້ເຈີມດາວິດໃຫ້ເປັນກະສັດເຫນືອອິດສະຣາເອນ. 4 ດາວິດຊົງມີອາຍຸໄດ້ສາມສິບປີ ເມື່ອຊົງເລີ່ມຄອງຣາດ, ແລະ ທ່ານໄດ້ຊົງຄອງຣາດຢູ່ສີ່ສິບປີ. 5 ຊົງຄອງຣາດເຫນືອຢູດາຍ ທີ່ເມືອງເຮັບໂຣນເປັນເວລາ ເຈັດປີຫົກເດືອນ, ແລະ ທີ່ນະຄອນເຢຣູຊາເລັມ ທ່ານໄດ້ຊົງຄອງຣາດສາມສິບປີເຫນືອອິດສະຣາເອນ ແລະ ຢູດາຍທັງຫມົດ. 6 ກະສັດ ແລະ ພວກຄົນຂອງເພິ່ນໄດ້ໄປນະຄອນເຢຣູຊາເລັມຕໍ່ສູ້ກັບຄົນເຢບຸດ, ພວກທີ່ອາໄສໃນແຜ່ນດິນນັ້ນ. ພວກເຂົາໄດ້ກ່າວກັບດາວິດວ່າ, "ເຈົ້າຈະບໍ່ເຂົ້າມາທີ່ນີ້ ເວັ້ນແຕ່ວ່າຄົນຕາບອດ ແລະ ຄົນພິການຈະຫັນຫລັງໃຫ້. ດາວິດບໍ່ສາມາດເຂົ້າມາທີ່ນີ້ໄດ້." 7 ຢ່າງໃດກໍຕາມ, ດາວິດໄດ້ຊົງຢຶດທີ່ກຳບັງເຂັ້ມແຂງຂອງຊີໂອນໄດ້, ຊຶ່ງບັດນີ້ກໍຄືເມືອງຂອງດາວິດ. 8 ໃນເວລານັ້ນກະສັດດາວິດໄດ້ກ່າວວ່າ, "ໃຜຈະໂຈມຕີຄົນເຢບຸດ ກໍໃຫ້ຜູ້ນັ້ນໄປຕາມທາງນ້ຳ ໄປສູ່ 'ຄົນພິການ ແລະ ຄົນຕາບອດ' ຜູ້ເປັນພວກສັດຕູຂອງດາວິດ." ນັ້ນຄືເປັນຫຍັງພວກເຂົາຈຶ່ງໄດ້ເວົ້າວ່າ, "ຢ່າໃຫ້ 'ຄົນຕາບອດ ແລະຄົນພິການ' ເຂົ້າມາໃນຣາຊວັງ." 9 ດັ່ງນັ້ນ ດາວິດກໍໄດ້ປະທັບຢູ່ໃນທີ່ກຳບັງເຂັ້ມແຂ້ງ ແລະ ກໍໄດ້ຮ້ອງທີ່ນັ້ນວ່າເມືອງດາວິດ. ເພິ່ນໄດ້ຊົງເສີມສ້າງຮອບເມືອງ, ຈາກດ້ານຫນ້າໄປຈົນຮອດດ້ານໃນ. 10 ດາວິດກໍໄດ້ຊົງມີກຳລັງເຂັ້ມແຂງຫລາຍຂຶ້ນ ເພາະວ່າພຣະຢາເວ, ພຣະເຈົ້າແຫ່ງຈອມໂຢທາ, ໄດ້ສະຖິດກັບເພິ່ນ. 11 ແລ້ວຮີຣາມກະສັດເມືອງຕີເຮໄດ້ຊົງສົ່ງພວກຄະນະຜູ້ສົ່ງຂ່າວສານມາຫາດາວິດ, ແລະໄດ້ຊົງສົ່ງໄມ້ແປກ, ພວກຊ່າງໄມ້, ແລະ ພວກຊ່າງກໍ່ສ້າງ. ພວກເຂົາໄດ້ມາສ້າງວັງສຳລັບກະສັດດາວິດ. 12 ດາວິດໄດ້ຊົງຮູ້ວ່າ ພຣະຢາເວຊົງແຕ່ງຕັ້ງເພິ່ນໃຫ້ເປັນກະສັດເຫນືອອິດສະຣາເອນ, ແລະເພິ່ນໄດ້ຊົງຍົກຍ້ອງຣາຊອານາຈັກຂອງເພິ່ນ ດ້ວຍເຫັນແກ່ອິດສະຣາເອນປະຊາຊົນຂອງເພິ່ນ. 13 ພາຍຫລັງທີ່ກະສັດດາວິດໄດ້ອອກຈາກເຮັບໂຣນ ແລະ ໄດ້ລົງມາທີ່ນະຄອນເຢຣູຊາເລັມ, ດາວິດຊົງໄດ້ມີເຫລົ່ານາງສະຫນົມເມຍນ້ອຍ ແລະ ເມຍຫລາຍເພີ່ມຂຶ້ນອີກໃນເຢຣູຊາເລັມ, ແລະ ມີລູກຊາຍ ແລະ ລູກສາວໄດ້ເກີດກັບເພິ່ນຕື່ມອີກ. 14 ຕໍ່ໄປນີ້ເປັນລາຍຊື່ ທີ່ໄດ້ເກີດລູກໃນຢເຣູຊາເລັມຄື: ຊາມມູອາ, ໂຊບັບ, ນາທານ, ໂຊໂລໂມນ, 15 ອິບຮາ, ເອລີຊູອາ, ເນເຟັກ, ຢາເຟຍ, 16 ເອລີຊາມາ, ເອລີອາດາ, ແລະເອລີເຟເລັດ. 17 ບັດນີ້ ເມື່ອຄົນຟີລິດສະຕິນໄດ້ຍິນວ່າດາວິດໄດ້ຊົງຮັບການເຈີມເປັນກະສັດເຫນືອອິດສະຣາເອນ, ພວກເຂົາທັງປວງກໍໄດ້ຂຶ້ນໄປຊອກຫາດາວິດ. ແຕ່ດາວິດໄດ້ຊົງຮູ້ເລື່ອງນີ້ ແລະ ໄດ້ລົງໄປຍັງທີ່ກຳບັງເຂັ້ມແຂງ. 18 ບັດນີ້ ຄົນຟີລິດສະຕິນກໍໄດ້ມາ ແລະ ໄດ້ຂະຫຍາຍອອກໄປທີ່ຫຸບເຂົາເຣຟາອິມ. 19 ແລ້ວດາວິດໄດ້ກ່າວຂໍການຊົງຊ່ວຍເຫລືອຈາກພຣະຢາເວ. ເພິ່ນໄດ້ກ່າວວ່າ, "ຄວນທີ່ຂ້ານ້ອຍຈະຍົກຂຶ້ນໄປສູ້ຮົບກັບຄົນຟີລິດສະຕິນຫລືບໍ່?" ພຣະອົງຈະຊົງມອບໄຊຊະນະເຫນືອພວກເຂົາຫລືບໍ່?" ພຣະຢາເວໄດ້ກ່າວກັບດາວິດວ່າ, "ຈົ່ງໄປໂຈມຕີພວກເຂົາ, ເຮົາຈະໃຫ້ເຈົ້າສູ້ຮົບຊະນະ." 20 ດັ່ງນັ້ນດາວິດຈຶ່ງໄດ້ຊົງໂຈມຕີທີ່ບາອານເປຣາຊິມ, ແລະ ທີ່ນັ້ນເອງເພິ່ນໄດ້ຊົງຊະນະພວກເຂົາ. ເພິ່ນໄດ້ກ່າວວ່າ, ” ພຣະຢາເວຊົງໄດ້ຕີເຫລົ່າຂ້າສຶກຂອງຂ້ານ້ອຍຕໍ່ຫນ້າຂ້ານ້ອຍດັ່ງກະແສນ້ຳໄຫລຖ້ວມທີ່ພຸ້ງໃສ່." ດັ່ງນັ້ນ ຊື່ຂອງສະຖານທີ່ນັ້ນຈຶ່ງໄດ້ປ່ຽນເປັນ ບາອານເປຣາຊິມ. 21 ຄົນຟີລິດສະຕິນໄດ້ຖິ້ມຮູບເຄົາລົບທີ່ນັ້ນ, ແລະ ດາວິດແລະຄົນຂອງເພິ່ນກໍຂົນເອົາໄປ. 22 ແລ້ວຄົນຟີລິດສະຕິນໄດ້ຍົກຂຶ້ນມາອີກ ແລະ ໄດ້ຂະຫຍາຍແນວອີກຄັ້ງຫນຶ່ງໃນພູເຂົາເຣຟາອິມ. 23 ດັ່ງນັ້ນດາວິດຊົງໄດ້ສະແຫວງຫາການຊົງຊ່ວຍຈາກພຣະຢາເວ ອີກຄັ້ງ, ແລະ ພຣະຢາເວໄດ້ກ່າວກັບເພິ່ນວ່າ, "ເຈົ້າຢ່າຂື້ນໄປໂຈມຕີດ້ານຫນ້າຂອງພວກເຂົາ, ແຕ່ຈົ່ງອ້ອມໄປຂ້າງຫລັງຂອງພວກເຂົາ ແລະ ເຂົ້າເຖິງພວກເຂົາທາງຫນ້າຫມູ່ຕົ້ນມອນ. 24 ເມື່ອເຈົ້າໄດ້ຍິນສຽງຢ່າງຢູ່ເທິງຕົ້ນໄມ້ໃນສາຍລົມພັດຜ່ານຍອດຕົ້ນມອນແລ້ວ, ຈົ່ງໂຈມຕີເຂົ້າໄປດ້ວຍກອງກຳລັງ. ຈົ່ງເຮັດຢ່າງນີ້ເພາະພຣະຢາເວຈະລົງໄປຂ້າງຫນ້າເຈົ້າ ເພື່ອໂຈມຕີກອງທັບຂອງຄົນຟີລິດສະຕິນ." 25 ດັ່ງນັ້ນດາວິດໄດ້ຊົງເຮັດຕາມທີ່ພຣະຢາເວໄດ້ຊົງບັນຊາໄວ້. ເພິ່ນໄດ້ຊົງສັງຫານຄົນຟີລິດສະຕິນຈາກເມືອງເກບາຈົນເຖິງເມືອງເກເຊ.
ບົດທີ 6 6
1 ບັດນີ້ດາວິດໄດ້ຊົງລວບລວມຄົນອິດສະຣາເອນໄດ້ເລືອກເອົາຜູ້ເກັ່ງກ້າໃນອິດສະຣາເອນທັງຫມົດອີກຄັ້ງຫນຶ່ງ, ໄດ້ສາມຫມື່ນຄົນ. 2 ດາວິດກໍໄດ້ຊົງລຸກຂຶ້ນ ແລະ ໄດ້ໄປກັບປະຊາຊົນທັງຫມົດຂອງເພິ່ນ ຜູ້ທີ່ໄດ້ຢູ່ກັບເພິ່ນທີ່ໄດ້ມາຈາກບາອາລາໃນຢູດາຍ ເພື່ອນຳຫີບພັນທະສັນຍາຂອງພຣະເຈົ້າຂຶ້ນມາຈາກທີ່ນັ້ນ, ຊຶ່ງໄດ້ຮ້ອງຕາມພຣະນາມຂອງພຣະຢາເວຈອມໂຢທາ, ຜູ້ປະທັບເຫນືອພວກເຄຣຸບ. 3 ພວກເຂົາກໍໄດ້ເອົາລໍ້ຄັນໃຫມ່ບັນຈຸຫີບພັນທະສັນຍາຂອງພຣະເຈົ້າ. ພວກເຂົາໄດ້ນຳອອກມາຈາກບ້ານຂອງອາບີນາດາບ, ຊຶ່ງຢູ່ເທິງເນີນພູ. ອຸດຊາ ແລະ ອາຮີໂອ, ພວກລູກຊາຍຂອງເຂົາ, ກໍໄດ້ຂັບລໍ້ຄັນໃຫມ່ນັ້ນ. 4 ພວກເຂົາໄດ້ນຳລໍ້ທີ່ໄດ້ບັນທຸກຫີບພັນທະສັນຍາຂອງພຣະເຈົ້າອອກຈາກບ້ານຂອງອາບີນາດາບຊຶ່ງຢູ່ເທິງເນີນພູ. ອາຮີໂອໄດ້ຍ່າງທາງຫນ້າຫີບ. 5 ແລ້ວດາວິດ ແລະທຸກຄົນຂອງອິດສະຣາເອນກໍໄດ້ເລີ່ມມ່ວນຊື່ນກັນສະເພາະຕໍ່ຫນ້າພຣະຢາເວ, ໄດ້ສະເຫລີມສະຫລອງກັນດ້ວຍເຄື່ອງດົນຕີໄມ້, ດ້ວຍພິນ, ດ້ວຍພິນໃຫຍ່, ດ້ວຍສັນກະລໍ, ດ້ວຍກອງ, ແລະ ກະຈັບປີ່. 6 ເມື່ອພວກເຂົາໄດ້ມາຮອດລານຟາດເຂົ້ານາໂກນ, ເຫລົ່າງົວນັ້ນກໍໄດ້ສະດຸດ, ແລະອຸດຊາກໍໄດ້ເດ່ມີືຂອງເຂົາອອກໄປຈັບຫີບພັນທະສັນຍາຂອງພຣະເຈົ້າໄວ້, ແລະ ເຂົາໄດ້ຈັບທັງຫີບໄວ້. 7 ແລ້ວພຣະຢາເວກໍໄດ້ໂກດຮ້າຍອຸດຊາ. ພຣະເຈົ້າໄດ້ຊົງປະຫານເຂົາທີ່ນັ້ນເພາະຄວາມຜິດຂອງເຂົາ. ອຸດຊາໄດ້ຕາຍທີ່ຂ້າງຫີບພັນທະສັນຍາຂອງພຣະເຈົ້າ. 8 ດາວິດກໍໄດ້ໃຈຮ້າຍ ເພາະພຣະເຢາເວໄດ້ຊົງປະຫານອຸດຊາ, ແລະ ເພິ່ນໄດ້ຮ້ອງທີ່ບ່ອນນັ້ນວ່າ ເປເຣັດອຸດຊາ ສະຖານທີ່ນັ້ນກໍໄດ້ຊື່ວ່າ ເປເຣັດອຸດຊາມາຈົນເຖິງທຸກວັນນີ້. 9 ໃນວັນນັ້ນດາວິດກໍໄດ້ຊົງຢ້ານພຣະຢາເວ. ເພິ່ນໄດ້ກ່າວວ່າ, " ເຮົາຈະນຳເອົາຫີບພັນທະສັນຍາຂອງພຣະຢາເວນີ້ໄປໄດ້ຢ່າງໃດ?" 10 ດັ່ງນັ້ນດາວິດຈຶ່ງບໍ່ໄດ້ຊົງຍອມນຳຫີບພັນທະສັນຍາຂອງພຣະຢາເວເຂົ້າໄປກັບເພິ່ນໃນເມືອງຂອງດາວິດ. ແຕ່ເພິ່ນໄດ້ຊົງໃຫ້ລ້ຽວໄປທີ່ບ້ານຂອງໂອເບັດເອໂດມຊາວເມືອງກາດ. 11 ຫີບຂອງພຣະຢາເວກໍໄດ້ຢູ່ທີ່ບ້ານຂອງໂອເບັດເອໂດມຊາວເມືອງກາດເປັນເວລາສາມເດືອນ. ດັ່ງນັ້ນພຣະຢາເວກໍໄດ້ຊົງອວຍພອນເຂົາ ແລະ ຄອບຄົວຂອງເຂົາທຸກຄົນ. 12 ມີຄົນໄດ້ໄປບອກກະສັດດາວິດວ່າ, "ພຣະຢາເວຊົງອວຍພອນຄອບຄົວຂອງໂອເບັດເອໂດມ ແລະ ທຸກສິ່ງທີ່ເປັນຂອງເຂົາເນື່ອງດ້ວຍຫີບພັນທະສັນຍາຂອງພຣະເຈົ້າ. " ດັ່ງນັ້ນດາວິດຈຶ່ງໄດ້ຂຶ້ນໄປນຳຫີບພັນທະສັນຍາຂອງພຣະເຈົ້ຈາກບ້ານຂອງໂອເບັດເອໂດມເຖິງເມືອງຂອງດາວິດດ້ວຍຄວາມຊື່ນຊົມຍິນດີ. 13 ເມື່ອພວກເຂົາເຫລົ່ານັ້ນທີ່ກຳລັງຫາມຫີບຂອງພຣະຢາເວໄດ້ຍ່າງໄປໄດ້ຫົກກ້າວ, ເພິ່ນກໍໄດ້ຊົງຖວາຍງົວໂຕຫນຶ່ງ ກັບລູກງົວຕຸ້ຍໂຕຫນຶ່ງ. 14 ດາວິດກໍໄດ້ຊົງເຕັ້ນລຳຕໍ່ຫນ້າພຣະຢາເວ ດ້ວຍສຸດກຳລັງຂອງເພິ່ນ; ເພິ່ນໄດ້ສວມພຽງເສື້ອປ່ານເທົ່ານັ້ນ. 15 ດັ່ງນັ້ນດາວິດ ແລະ ທຸກຄົນທັງຫມົດໃນເຮືອນຂອງອິດສະຣາເອນ ກໍໄດ້ນຳຫີບພັນທະສັນຍາຂອງພຣະຢາເວຂຶ້ນມາ ດ້ວຍສຽງໂຮ່ຮ້ອງ ແລະ ດ້ວຍສຽງແກທັງຫລາຍ. 16 ບັດນີ້ຂະນະທີ່ຫີບພັນທະສັນຍາຂອງພຣະຢາເວໄດ້ເຂົ້າມາຮອດເມືອງຂອງດາວິດ, ນາງມີການ, ລູກສາວຂອງກະສັດໂຊນ, ກໍໄດ້ເບິ່ງອອກໄປທີ່ປ່ອງຢ້ຽມ. ນາງໄດ້ຊົງເຫັນກະສັດດາວິດຊົງກຳລັງໂດດ ແລະ ກຳລັງເຕັ້ນລຳ ຕໍ່ຫນ້າພຣະຢາເວ. ແລ້ວນາງກໍໄດ້ດູຖູກດາວິດໃນໃຈ. 17 ພວກເຂົາໄດ້ນຳຫີບພັນທະສັນຍາຂອງພຣະຢາເວເຂົ້າມາຕັ້ງໄວ້ໃນທີ່ກຳຫນົດ, ບ່ອນກາງເຕັ້ນຊຶ່ງດາວິດໄດ້ຊົງກຳນົດໄວ້ ແລ້ວດາວິດກໍໄດ້ຊົງຖວາຍເຄື່ອງເຜົາບູຊາ. ແລະ ເຄື່ອງສັນຕິບູຊາຕໍ່ຫນ້າພຣະຢາເວ. 18 ເມື່ອດາວິດໄດ້ຊົງສຳເລັດການຖວາຍເຄື່ອງເຜົາບູຊາ ແລະ ເຄື່ອງຖວາຍສາມັກຄີທຳແລ້ວ, ເພິ່ນກໍໄດ້ຊົງອວຍພອນປະຊາຊົນໃນພຣະນາມຂອງພຣະຢາເວຈອມໂຢທາ. 19 ແລ້ວເພິ່ນໄດ້ຊົງແຈກເຂົ້າຈີ່ ໃຫ້ແກ່ປະຊາຊົນທຸກຄົນ, ຄືປະຊາຊົນອິດສະຣາເອນທັງຜູ້ຊາຍ ແລະ ຜູ້ຍິງ, ໃຫ້ເຂົ້າຈີ່ຄົນລະກ້ອນ, ຊີ້ນປີ້ງຜູ້ລະຕ່ອນ, ແລະເຄັກຫມາກລະແຊ້ງຄົນລະກ້ອນ. ແລ້ວປະຊາຊົນທັງປວງຕ່າງກໍກັບໄປຍັງບ້ານຂອງຕົນ. 20 ແລ້ວດາວິດກໍໄດ້ຊົງກັບໄປອວຍພອນແກ່ຄອບຄົວຂອງເພິ່ນ. ແຕ່ນາງມີການ, ລູກສາວຂອງກະສັດໂຊນ ໄດ້ອອກມາພົບດາວິດ ແລະ ເວົ້າວ່າ, "ວັນນີ້ກະສັດແຫ່ງອິດສະຣາເອນໄດ້ກຽດຕິຍົດອັນຍິ່ງໃຫຍ່ເລີຍ, ຜູ້ໄດ້ຊົງແກ້ເຄື່ອງຂອງທ່ານໃນວັນນີ້ຕໍ່ຫນ້າພວກສາວໃຊ້ຂອງລາວ, ຄືຄົນບ້າໃຫ້ກັບຄົນຮັບໃຊ້ຂອງຕົນເບິ່ງຢ່າງບໍ່ອາຍ!" 21 ດາວິດໄດ້ຊົງກ່າວຕອບນາງມີການວ່າ, "ເຮົາໄດ້ເຮັດສິ່ງນັ້ນຕໍ່ຫນ້າພຣະຢາເວ, ຜູ້ໄດ້ຊົງເລືອກເຮົາໄວ້ເຫນືອພໍ່ຂອງເຈົ້າ ແລະ ເຫນືອຣາຊວົງທັງຫມົດຂອງເພິ່ນ, ຜູ້ໄດ້ຊົງແຕ່ງຕັ້ງໃຫ້ເຮົາເປັນຜູ້ນຳເຫນືອປະຊາຊົນຂອງພຣະຢາເວ, ເຫນືອອິດສະຣາເອນ. ຕໍ່ຫນ້າພຣະຢາເວເຮົາຈຶ່ງຈະຟ້ອນຢ່າງນີ້ຕໍ່ໄປ! 22 ເຮົາຈະຍອມຖືກດູຖູກຍິ່ງກວ່ານີ້, ແລະ ເຮົາຈະເປັນຄົນຕ່ຳຕ້ອຍໃນສາຍຕາເຮົາເອງ. ແຕ່ພວກສາວໃຊ້ທີ່ເຈົ້າໄດ້ເວົ້າເຖິງນັ້ນ ສຳລັບພວກເຂົາ, ເຮົາຈະເປັນຜູ້ທີ່ໄດ້ຮັບກຽດ." 23 ດັ່ງນັ້ນນາງມີການ, ລູກສາວຂອງກະສັດໂຊນ, ກໍບໍ່ມີລູກຈົນເຖິງມື້ຕາຍຂອງນາງ.
ບົດທີ 6 7
1 ສິ່ງນີ້ໄດ້ເກີດຂຶ້ນ ຫລັງຈາກທີ່ກະສັດໄດ້ຢູ່ໃນວັງຂອງເພິ່ນ, ແລະ ຫລັງຈາກທີ່ພຣະຢາເວໄດ້ຊົງໃຫ້ເພິ່ນສະງົບຈາກເຫລົ່າສັດຕູຮອບດ້ານຂອງເພິ່ນ, 2 ກະສັດໄດ້ກ່າວກັບຜູ້ທຳນວາຍນາທານວ່າ, "ຈົ່ງເບິ່ງເທີນ, ເຮົາຢູ່ໃນວັງທີ່ເຮັດດ້ວຍໄມ້ແປກ, ແຕ່ຫີບພັນທະສັນຍາຂອງພຣະເຈົ້າຊົງຢູ່ໃນເຕັ້ນ." 3 ແລ້ວນາທານໄດ້ຕອບກະສັດວ່າ, "ຈົ່ງໄປ, ຊົງເຮັດທຸກສິ່ງຕາມໃຈຂອງທ່ານ, ເພາະພຣະຢາເວຊົງສະຖິດກັບທ່ານ." 4 ແຕ່ໃນຄືນດຽວກັນນັ້ນ ຄຳສັ່ງຂອງພຣະຢາເວໄດ້ມາເຖິງນາທານ, ກ່າວວ່າ, 5 "ຈົ່ງໄປ ແລະ ບອກດາວິດຜູ້ຮັບໃຊ້ຂອງເຮົາວ່າ, 'ນີ້ແມ່ນຣະຢາເວກ່າວດັ່ງນີ້ວ່າ: ເຈົ້າຈະສ້າງວິຫານໃຫ້ເຮົາຢູ່ບໍ? 6 ເພາະເຮົາບໍ່ເຄີຍຢູ່ໃນວິຫານນັບແຕ່ວັນທີ່ເຮົາໄດ້ນຳຄອບຄົວອິດສະຣາເອນຂຶ້ນມາຈາກເອຢິບຈົນເຖິງວັນນີ້, ແຕ່ເຮົາເອງກໍໄປອາໄສຢູ່ຫໍເຕັ້ນ, ແລະ ຫໍສັກສິດ. 7 ໃນທີ່ຕ່າງໆທີ່ເຮົາໄດ້ໄປກັບປະຊາຊົນອິດສະຣາເອນທັງຫມົດ, ເຮົາເຄີຍເວົ້າກັບຜູ້ນຳຄົນໃດຂອງຄົນອິດສະຣາເອນ, ຜູ້ທີ່ເຮົາໄດ້ແຕ່ງຕັ້ງໃຫ້ເຂົາລ້ຽງດູອິດສະຣາເອນປະຊາຊົນຂອງເຮົາ, ເວົ້າວ່າ,"ເປັນຫຍັງພວກເຈົ້າບໍ່ສ້າງວິຫານໄມ້ແປກໃຫ້ເຮົາ?'"" 8 ສະນັ້ນບັດນີ້, ຈົ່ງໄປບອກດາວິດຜູ້ຮັບໃຊ້ຂອງເຮົາວ່າ, "ນີ້ຄືທີ່ພຣະຢາເວຈອມໂຢທາໄດ້ກ່າວດັ່ງນີ້ວ່າ: 'ເຮົາໄດ້ນຳເຈົ້າມາຈາກທົ່ງຫຍ້າ, ຈາກການຕາມຝູງແກະ, ເພື່ອໃຫ້ເຈົ້າເປັນຜູ້ນຳເຫນືອອິດສະຣາເອນປະຊາຊົນຂອງເຮົາ. 9 ເຮົາໄດ້ຢູ່ກັບເຈົ້າທຸກແຫ່ງທີ່ເຈົ້າໄປ. ເຮົາໄດ້ກຳຈັດສັດຕູຂອງເຈົ້າທັງຫມົດໃຫ້ພົ້ນຫນ້າເຈົ້າ. ແລະ ເຮົາຈະເຮັດໃຫ້ເຈົ້າມີຊື່ສຽງໂດ່ງດັງ, ເຊັ່ນດຽວກັບຊື່ສຽງພວກຜູ້ຍິ່ງໃຫຍ່ໃນໂລກ. 10 ເຮົາຈະແຕ່ງຕັ້ງສະຖານທີ່ຫນຶ່ງໃຫ້ອິດສະຣາເອນປະຊາຊົນຂອງເຮົາ ແລະ ເຮົາຈະກໍ່ຕັ້ງພວກເຂົາໄວ້, ເພື່ອພວກເຂົາຈະໄດ້ຢູ່ໃນທີ່ຂອງພວກເຂົາເອງ ແລະ ບໍ່ຖືກລົບກວນອີກຕໍ່ໄປ. ພວກປະຊາຊົນຈະຢູ່ຢ່າງບໍ່ມີການກົດຂີ່ຂົ່ມເຫັງພວກເຂົາອີກ, ດັ່ງທີ່ພວກເຂົາໄດ້ເຮັດໃນເວລາທີ່ຜ່ານມາ, 11 ດັ່ງທີ່ພວກເຂົາໄດ້ເຮັດຕັ້ງແຕ່ສະໄຫມເມື່ອເຮົາໄດ້ບັນຊາໃຫ້ຜູ້ປົກຄອງໄດ້ເຮັດເຫນືອອິດສະຣາເອນປະຊາຊົນຂອງເຮົາ. ບັດນີ້ເຮົາຈະໃຫ້ເຈົ້າໄດ້ຢຸດພັກສະງົບຈາກບັນດາສັດຕູຂອງເຈົ້າ. ຍິ່ງໄປກວ່ານັ້ນ, ເຮົາເອງ, ພຣະຢາເວປະກາດກັບພວກເຈົ້າວ່າເຮົາຈະສ້າງເຊື້ອສາຍໃຫ້ເຈົ້າ. 12 ເມື່ອວັນຂອງເຈົ້າຄົບສົມບູນແລ້ວ ແລະເຈົ້າໄດ້ຕາຍໄປຢູ່ນຳບັນພະບູລຸດຂອງເຈົ້າ, ເຮົາຈະຍົກຄອບຄົວຂອງເຈົ້າຄົນຫນຶ່ງສືບຕໍ່ຈາກເຈົ້າ, ຜູ້ຊຶ່ງເກີດມາຈາກຕົວເຈົ້າເອງ, ແລະ ເຮົາຈະສ້າງອານາຈັກຂອງເຂົາ. 13 ເຂົາຈະເປັນຜູ້ສ້າງວິຫານເພື່ອນາມຂອງເຮົາ, ແລະ ເຮົາຈະໃຫ້ບັງລັງແຫ່ງອານາຈັກຂອງເຂົາໃຫ້ຢູ່ປົກຄອງຕະຫລອດໄປ. 14 ເຮົາຈະເປັນພໍ່ເຂົາ, ແລະ ເຂົາຈະເປັນລູກຊາຍຂອງເຮົາ. ຖ້າເຂົາເຮັດບາບ, ເຮົາຈະຕີສອນເຂົາດ້ວຍໄມ້ຂອງມະນຸດ ແລະ ດ້ວຍການຂ້ຽນຕີຢ່າງລູກຂອງມະນຸດທັງຫລາຍ. 15 ແຕ່ຄຳສັນຍາຄວາມສັດຊື່ຫມັ້ນຄົງຂອງເຮົາຈະບໍ່ຫນີໄປຈາກເຂົາ, ດັ່ງທີ່ເຮົາໄດ້ເຮັດຕໍ່ໂຊນ, ຜູ້ຊຶ່ງເຮົາໄດ້ເຮັດຕໍ່ຫນ້າເຈົ້າ. 16 ເຊື້ອສາຍຂອງເຈົ້າ ແລະ ອານາຈັກຂອງເຈົ້າຈະຕັ້ງຫມັ້ນຢູ່ຕໍ່ຫນ້າເຈົ້າຕະຫລອດໄປ ແລະ ບັນລັງຂອງເຈົ້າຈະຫມັ້ນຄົງຕະຫລອດໄປ." 17 ນາທານກໍໄດ້ບອກດາວິດຕາມຖ້ອຍຄຳເຫລົ່ານີ້ທັງຫມົດ, ແລະ ເຂົາໄດ້ບອກດາວິດຕາມທີ່ພຣະເຈົ້າສຳແດງນີ້ທັງຫມົດ. 18 ແລ້ວກະສັດດາວິດຈຶ່ງໄດ້ໄປຢູ່ຕໍ່ຫນ້າພຣະຢາເວ ແລະ ໄດ້ເວົ້າວ່າ “ຂ້າແດ່ພຣະເຈົ້າ, ພຣະເຈົ້າຢາເວ, ຂ້ານ້ອຍເປັນໃຜ, ແລະ ເຊື້ອສາຍຂ້ານ້ອຍເປັນໃຜທີ່ພຣະອົງໄດ້ຊົງນຳຂ້ານ້ອຍມາຮອດຈຸດນີ້? 19 ບັດນີ້ສິ່ງນີ້ກໍຍັງເປັນສິ່ງເລັກນ້ອຍ,ໃນສາຍຕາຂອງພຣະອົງ, ພຣະເຈົ້າຢາເວ. ທ່ານກ່າວເຖິງເຊື້ອສາຍຂອງຜູ້ຮັບໃຊ້ຂອງພຣະອົງໃນອານາຄົດ, ແລະ ໄດ້ໃຫ້ຂ້ານ້ອຍໄດ້ຮັບຮູ້ເຖິງຊົນໃນຮຸ້ນຕໍ່ໄປໃນອານາຄົດ ຂ້າແຕ່ອົງພຣະຜູ້ເປັນເຈົ້າ, ພຣະຢາເວ! 20 ຂ້າພນ້ອຍ, ດາວິດ,ຈະທູນຂໍສິ່ງໃດອີກຕໍ່ພຣະອົງໄດ້ອີກ? ພຣະອົງຊົງຍົກຍ້ອງຜູ້ຮັບໃຊ້ຂອງພຣະອົງ, ຂ້າແຕ່ພຣະຢາເວອົງພຣະຜູ້ເປັນເຈົ້າ. 21 ເພື່ອເຫັນແກ່ຄຳສັ່ງຂອງພຣະອົງ, ແລະເພື່ອໃຫ້ສຳເລັດຕາມປະສົງຂອງພຣະອົງເອງ, ພຣະອົງຊົງເຮັດສິ່ງໃຫຍ່ນີ້ທັງຫມົດ ແລະ ໄດ້ຊົງເປີດເຜີຍໃຫ້ແກ່ຜູ້ຮັບໃຊ້ຂອງພຣະອົງ. 22 ສະນັ້ນ ພຣະອົງຊົງຍິ່ງໃຫຍ່, ພຣະເຈົ້າຢາເວ, ພຣະຜູ້ເປັນເຈົ້າບໍ່ມີໃຜສະເຫມີເຫມືອນພຣະອົງ, ແລະ ບໍ່ມີພຣະເຈົ້າໃດອີກນອກເຫນືອພຣະອົງ, ຕາມທີ່ຫູຂອງພວກຂ້ານ້ອຍໄດ້ຍິນມາ. 23 ຊົນຊາດໃດຈະຄືອິດສະຣາເອນ, ປະຊາຊົນຂອງພຣະອົງ? ຊົນຊາດດຽວໃນໂລກທີ່ພຣະອົງຊົງໄຖ່ເອົາມາຈາກການເປັນທາດຮັບໃຊ້, ເພື່ອໃຫ້ພຣະນາມຂອງພຣະອົງຮັບກຽດ, ເພື່ອຊົງເຮັດສິ່ງຍິ່ງໃຫຍ່ ແລະ ການກະທຳທີ່ເປັນຫນ້າຢຳເກງນັ້ນສຳລັບແຜ່ນດິນຂອງພຣະອົງ. ພຣະອົງໄດ້ຊົງຂັບໄລ່ຊົນຊາດຕ່າງໆ ແລະ ບັນດາພະຕ່າງໆຂອງພວກເຂົາໃຫ້ພົ້ນຫນ້າປະຊາຊົນຂອງພຣະອົງ, ຊຶ່ງພຣະອົງໄດ້ຊົງຊ່ວຍກູ້ອອກຈາກເອຢິບ. 24 ພຣະອົງໄດ້ຊົງຕັ້ງອິດສະຣາເອນໃຫ້ເປັນປະຊາຊົນຂອງພຣະອົງຕະຫລອດນິລັນດອນ, ແລະ ພຣະອົງ, ພຣະຢາເວ, ກໍໄດ້ຊົງເປັນພຣະເຈົ້າຂອງພວກເຂົາ. 25 ບັດນີ້, ຂ້າແຕ່ພຣະຢາເວ, ພຣະເຈົ້າ, ຂໍໃຫ້ຄຳສັນຍາທີ່ພຣະອົງໄດ້ກ່າວໄວ້ກ່ຽວກັບຜູ້ຮັບໃຊ້ຂອງພຣະອົງ ແລະ ຄອບຄົວຂອງເຂົານັ້ນຫມັ້ນຄົງຢູ່ຕະຫລອດໄປ. ຂໍຊົງເຮັດດັງທີ່ພຣະອົງໄດ້ກ່າວໄວ້ນັ້ນ. 26 ຂໍພຣະນາມຂອງພຣະອົງຍິ່ງໃຫຍ່ຕະຫລອດນິລັນດອນ, ເພື່ອປະຊາຊົນຈະໄດ້ກ່າວວ່າ, "ພຣະເຈົ້າຢາເວຈອມໂຢທາ ເປັນພຣະເຈົ້າຂອງອິດສະຣາເອນ" ຂະນະທີ່ເຊື້ອສາຍຂອງດາວິດ, ຜູ້ຮັບໃຊ້ຂອງພຣະອົງຈະຕັ້ງຫມັ້ນຄົງຢູ່ຕໍ່ຫນ້າພຣະອົງ. 27 ເພາະພຣະອົງ, ພຣະເຈົ້າຢາເວຈອມໂຢທາ, ພຣະເຈົ້າຂອງອິດສະຣາເອນ, ໄດ້ຊົງສຳແດງແກ່ຜູ້ຮັບໃຊ້ຂອງພຣະອົງ. ວ່າພຣະອົງຈະສ້າງເຊື້ອສາຍໃຫ້ເຂົານັ້ນເປັນເຫດວ່າ, ຂ້ານ້ອຍ, ຜູ້ຮັບໃຊ້ຂອງພຣະອົງຈຶ່ງມີໃຈກ້າຫານຕໍ່ພຣະອົງ. 28 ບັດນີ້, ຂ້າແຕ່ພຣະຢາເວ, ອົງພຣະຜູ້ເປັນເຈົ້າ, ພຣະອົງຊົງເປັນພຣະເຈົ້າ, ແລະ ຖ້ອຍຄຳຂອງພຣະອົງຊົງວາງໃຈໄດ້, ແລະ ພຣະອົງໄດ້ຊົງເຮັດສັນຍາທີ່ດີນີ້ແກ່ຜູ້ຮັບໃຊ້ຂອງພຣະອົງ. 29 ສະນັ້ນ, ບັດນີ້ ຂໍຊົງອວຍພອນເຊື້ອສາຍຂອງຜູ້ຮັບໃຊ້ຂອງພຣະອົງ, ເພື່ອໃຫ້ດຳເນີນຢູ່ຕໍ່ຫນ້າພຣະອົງຕະຫລອດໄປ. ເພາະຂ້າແຕ່ພຣະຢາເວ, ພຣະຜູ້ເປັນເຈົ້າ ໄດ້ກ່າວສິ່ງເຫລົ່ານີ້ແລ້ວ, ແລະ ດ້ວຍພຣະພອນຂອງພຣະອົງ ກໍຂໍໃຫ້ເຊື້ອສາຍຜູ້ຮັບໃຊ້ຂອງພຣະອົງໄດ້ຮັບພຣະພອນຕະຫລອດໄປເປັນນິດ."
ບົດທີ 8 8
1 ຕໍ່ມາເຫດການນີ້ກໍໄດ້ເກີດຂຶ້ນ ດາວິດໄດ້ໂຈມຕີຄົນຟີລິດສະຕີນ ແລະ ໄດ້ເອົາຊະນະພວກເຂົາ. ດັ່ງນັ້ນດາວິດໄດ້ຍຶດເມືອງກັນ ແລະ ຫມູ່ບ້ານຕ່າງໆຈາກການຄວບຄຸມຂອງຄົນຟີລິດສະຕິນ. 2 ແລ້ວເພິ່ນຊົງເອົາຊະນະຄົນໂມອາບ ແລະ ໄດ້ບັງຄັບຄົນຂອງພວກເຂົາ ໃຫ້ລຽນເປັນແຖວຫນຶ່ງ ໂດຍໃຫ້ພວກເຂົານອນລົງພື້ນດິນ. ເພິ່ນໄດ້ແບ່ງພວກເຂົາອອກເປັນສອງແຖວເພື່ອຂ້າ, ແລະ ອີກແຖວຫນຶ່ງໃຫ້ໄວ້ຊີວິດ. ດັ່ງນັ້ນຄົນໂມອາບກໍໄດ້ກາຍເປັນຂ້າຮັບໃຊ້ຂອງດາວິດ ແລະ ໄດ້ເລີ່ມນຳເຄື່ອງມາຖວາຍເພິ່ນ. 3 ແລ້ວດາວິດໄດ້ໂຈມຕີຮາດາເດລູກຊາຍຂອງເຣໂຮບ, ກະສັດເມືອງໂຊບາ, ທີ່ກະສັດຮາດາເດໄດ້ເດີນທາງໄປຟື້ນຟູອຳນາດຂອງເພິ່ນທີ່ແຄມແມ່ນ້ຳເອີຟຣັດ. 4 ດາວິດໄດ້ຍຶດລົດມ້າ ຫນຶ່ງພັນເຈັດຮ້ອຍຄັນ ແລະ ທະຫານສອງຫມື່ນຄົນຈາກເຂົາ. ດາວິດໄດ້ຕັດເອັນມ້າລົດເສິກທັງຫມົດ, ແຕ່ໃຫ້ເຫລືອພຽງພໍໄວ້ ແກ່ລົດມ້າຕີເສິກແຕ່ຫນຶ່ງຮ້ອຍຄັນ. 5 ເມື່ອຄົນອາຣາມ ຊາວເມືອງດາມັສກັດໄດ້ມາຊ່ວຍຮາດາເດເຊແຫ່ງໂຊບາ, ດາວິດກໍໄດ້ຂ້າຄົນອາຣາມຊາວສອງພັນຄົນ. 6 ແລ້ວດາວິດກໍໄດ້ຕັ້ງຄ້າຍທະຫານໄວ້ໃນດິນແດນຂອງອາຣາມ ຊາວເມືອງດາມັສກັດ, ແລະ ພວກເຂົາຈຶ່ງຕົກລົງຢູ່ໃຕ້ອຳນາດກາຍເປັນຂ້າທາດ ແລະ ຍອມເສຍສວຍໃຫ້ເພິ່ນ. ພຣະຢາເວໄດ້ໃຫ້ກະສັດດາວິດໄດ້ຮັບໄຊຊະນະທຸກບ່ອນທີ່ເພິ່ນໄປສູ້ຮົບ. 7 ດາວິດໄດ້ຢຶດເອົາໂລ້ປ້ອງກັນທອງຄຳ ທີ່ທະຫານຂອງຮາດາເດເຊຖືນັ້ນ ແລະ ໄດ້ນຳທາງພວກເຂົາໄປນະຄອນເຢຣູຊາເລັມ. 8 ຈາກເມືອງເບຕາ ແລະ ເມືອງເບໂຣໄທ, ເມືອງຕ່າງໆຂອງຮາດາເດເອເຊ, ກະສັດດາວິດໄດ້ຢຶດເອົາທອງສຳຣິດຈຳນວນຫລາຍ. 9 ເມື່ອໂຕອີ, ກະສັດແຫ່ງຮາມັດ, ໄດ້ຍິນວ່າດາວິດໄດ້ຕີເສິກຊະນະກອງທັບທັງຫລາຍຂອງຮາດາເດເຊ, 10 ໂຕອີໄດ້ສົ່ງໂຢຣາມລູກຊາຍຂອງເພິ່ນໄປເຝົ້າກະສັດດາວິດ ເພື່ອຖວາຍຄຳນັບ ແລະ ຖວາຍພະພອນຂອງເພິ່ນ, ເພາະດາວິດໄດ້ຊົງຕີເສິກກັບຮາດາເດເຊ, ແລະ ໄດ້ປາບປາມເຂົາລົງໄດ້, ແລະ ເພາະວ່າຮາດາເດເຊໄດ້ເຮັດສົງຄາມ ກັບໂຕອີ. ຮາກີໂດຣັມກໍໄດ້ນຳຊັບສິນເງິນ, ຄຳ, ແລະ ທອງສຳຣິດໄປຖວາຍເພິ່ນດ້ວຍ. 11 ກະສັດດາວິດໄດ້ມອບຖວາຍສິ່ງເຫລົ່ານີ້ແດ່ພຣະຢາເວ, ພ້ອມກັບເງິນ ແລະ ທອງຄຳຈາກປະຊາຊາດທັງຫລາຍທີ່ເພິ່ນໄດ້ຮັບໄຊຊະນະ - 12 ນັບຕັ້ງແຕ່ເອໂດມ, ໂມອາບ, ພວກປະຊາຊົນຂອງອຳໂມນ, ຄົນຟີລິດສະຕິນ, ແລະ ອາມາເຫລັກ, ແລະ ດ້ວຍສິນຄ້າທັງຫມົດທັງຫມົດທີ່ໄດ້ຢຶດມາຈາກຮາດາເດເຊ ລູກຊາຍຂອງເຣໂຮບ, ກະສັດແຫ່ງໂຊບານັ້ນດ້ວຍ. 13 ຊື່ຂອງດາວິດໄດ້ຊ່າລືກັນໄປເມື່ອເພິ່ນຊົງມີໄຊຊະນະເຫນືອພວກອາຣາມ ໃນພູເຂົາແຫ່ງເກືອ, ທີ່ມີຈຳນວນເຖິງຫນຶ່ງຫມື່ນແປດພັນຄົນ. 14 ເພິ່ນໄດ້ຕັ້ງກອງທັບທະຫານຮັກສາ ຢູ່ທົ່ວເມືອງເອໂດມ, ແລະ ຄົນເອໂດມທັງຫລາຍກໍເປັນຂ້າຮັບໃຊ້ຂອງດາວິດ. ພຣະຢາເວໄດ້ປຣະທານໄຊຊະນະໃຫ້ແກ່ດາວິດໃນທຸກແຫ່ງທີ່ເພິ່ນໄດ້ໄປ. 15 ດາວິດໄດ້ຊົງປົກຄອງອິດສະຣາເອນທັງຫລາຍ, ແລະເພິ່ນໄດ້ເຮັດຄວາມຍຸດຕິທຳແກ່ຊົນຊາດຂອງເພິ່ນທັງຫລາຍ. 16 ໂຢອາບລູກຊາຍຂອງ ນາງເຊຣູອີຢາໄດ້ເປັນແມ່ທັບ, ແລະເຢໂຮຊາຟັດລູກຊາຍຂອງອາຮີລຸດໄດ້ເປັນເຈົ້າຫນ້າທີ່ຜູ້ຈົດບັນທຶກ. 17 ຊາດົກລູກຊາຍຂອງອາຮີລຸດ ແລະ ອາຮິເມເຫລັກລູກຊາຍຂອງອາບີອາທາໄດ້ເປັນປະໂຣຫິດ, ແລະເສຣາອີຢາເປັນເລຂາທິການ. 18 ເບເນອີຢາລູກຊາຍຂອງເຢໂຮຍອາດາເປັນຜູ້ບັງຄັບບັນຊາຄົນເລວີ ແລະຄົນເປເລັດ, ແລະບັນດາລູກຊາຍຂອງດາວິດໄດ້ເປັນບັນດາຫົວຫນ້າທີ່ປຶກສາຂອງກະສັດ.
ບົດທີ 9 9
1 ດາວິດໄດ້ເວົ້າວ່າ, "ຍັງມີເຊື້້ອສາຍຜູ້ໃດຂອງໂຊນເຫລືອຢູ່ເພື່ອທີ່ເຮົາຈະສະແດງຄວາມຮັກຫມັ້ນຄົງແກ່ຜູ້ນັ້ນໂດຍເຫັນແກ່ໂຢນາທານ?" 2 ມີຄົນຮັບໃຊ້ໃນເຊື້້ອສາຍຂອງໂຊນຄົນຫນຶ່ງ ທີ່ຊື່ວ່າຊີບາ, ແລະ ພວກເຂົາໄດ້ເອີ້ນເຂົາມາພົບດາວິດ. ກະສັດໄດ້ເວົ້າກັບເຂົາວ່າ, "ເຈົ້າຄືຊີບາບໍ?" ເຂົາໄດ້ຕອບວ່າ, "ແມ່ນ. ຂ້ານ້ອຍຄືຜູ້ຮັບໃຊ້ຂອງທ່ານ." ດັ່ງນັ້ນ 3 ດັ່ງນັ້ນກະສັດຈຶ່ງເວົ້າວ່າ, "ບໍ່ມີໃຜໃນເຊື້ອສາຍຂອງໂຊນເຫລືອຢູ່ແລ້ວບໍ ຜູ້ທີ່ເຮົາອາດຈະສະແດງຄວາມຮັກຫມັ້ນຄົງຂອງພຣະເຈົ້າຕໍ່ເຂົາ?" ຊີບາໄດ້ຕອບກະສັດວ່າ, "ໂຢນາທານຍັງມີລູກຊາຍເຫລືອຢູ່ອົງຫນຶ່ງ, ຜູ້ທີ່ຕີນຂອງລາວພິການ." 4 ກະສັດໄດ້ຖາມເຂົາວ່າ, "ເຂົາຢູ່ໃສ?" ຊີບາຈຶ່ງໄດ້ຕອບກະສັດວ່າ, " ເຂົາຢູ່ໃນບ້ານຂອງມາກີລູກຊາຍຂອງອຳມີເອນ ໃນເມືອງໂລເດບາ." 5 ແລ້ວກະສັດດາວິດໄດ້ສົ່ງຄົນໄປນຳເຂົາມາຈາກບ້ານຂອງມາກີລູກຊາຍຂອງອຳມີເອນ ທີ່ໂລເດບາ. 6 ດັ່ງນັ້ນເມຟີໂບເຊັດລູກຊາຍຂອງໂຢນາທານ ລູກຊາຍຂອງກະສັດໂຊນ, ກໍໄດ້ມາເຝົ້າດາວິດ ແລະ ຄຸກເຂົ່າກົ້ມຫນ້າລົງພື້ນເພື່ອນົບດາວິດ ດາວິດຕອບວ່າ, "ນີ້ແມ່ນເມຟີໂບເຊັດຫວ່ານິ." ເຂົາໄດ້ຕອບວ່າ. "ໂອເບິ່ງແມ, ພຣະເຈົ້າຂອງຂ້ານ້ອຍ, ຂ້ານ້ອຍເປັນຜູ້ຮັບໃຊ້ຂອງທ່ານ!" 7 ດາວິດໄດ້ຕອບວ່າ, "ຢ່າຢ້ານເລີຍ, ເພາະເຮົາຈະສະແດງຄວາມຮັກຫມັ້ັ້ນຄົງຕໍ່ເຈົ້າແນ່ນອນ ເພື່ອເຫັນແກ່ໂຢນາທານພໍ່ຂອງເຈົ້າ, ແລະເຮົາຈະຄືນທີ່ດິນທັງຫມົດຂອງໂຊນປູ່ຂອງເຈົ້າແກ່ເຈົ້າ, ແລະເຈົ້າຈະຮັບປະທານອາຫານຢູ່ທີ່ໂຕະຂອງເຮົາສະເຫມີໄປ." 8 ເມຟີໂບເຊັດກໍໄດ້ຄຸກເຂົ່າລົງຄຳນັບ ແລະໄດ້ທູນວ່າ, "ຜູ້ຮັບໃຊ້ຂອງທ່ານແມ່ນຜູ້ໃດ,? ຊຶ່ງທ່ານຈະຊົງເຫັນດ້ວຍຄວາມຊື່ນຊົມກັບຫມາທີ່ຕາຍແລ້ວຢ້າງຂ້ານ້ອຍນີ້?" 9 ແລ້ວກະສັດໄດ້ເອີ້ນຊີບາ, ຄົນຮັບໃຊ້ຂອງໂຊນ, ແລະໄດ້ເວົ້າກັບເຂົາວ່າ, "ສິ່ງຂອງທັງຫມົດທີ່ເປັນຂອງໂຊນ ແລະຂອງພົງພັນຂອງເພິ່ນເຮົາໄດ້ມອບໃຫ້ແກ່ຫລານເຈົ້ານາຍຂອງເຈົ້າແລ້ວ. 10 ໂຕເຈົາ. ແລະບັນດາລູກຊາຍຂອງເຈົ້າ, ແລະຄົນໃຊ້ຂອງເຈົ້າຈະຕ້ອງໄຖນາໃຫ້ເຂົາ ແລະເຈົ້າຈະຕ້້ອງເກັບກ່ຽວຜົນນັ້ນມາເພື່ອລູກຊາຍແຫ່ງເຈົ້ານາຍເຈົ້າຈະໄດ້ມີອາຫານກິນ. ສຳລັບເມຟີໂບເຊັດຫລານເຈົ້ານາຍເຈົ້າ, ຈະຕ້ອງກິນອາຫານທີ່ໂຕະຂອງເຮົາສະເຫມີໄປ." ບາດນີ້ຊີບາມີລູກຊາຍສິບຫ້າຄົນ ແລະຄົນຮັບໃຊ້ຊາວຄົນ. 11 ແລ້ວຊີບາຈຶ່ງໄດ້ທູນກະສັດວ່າ, "ຜູ້ຮັບໃຊ້ຂອງທ່ານຈະເຮັດທຸກສິ່ງກະສັດເຈົ້ານາຍຂອງຂ້ານ້ອຍໄດ້ຊົງມີຄຳສັ່ງແກ່ຜູ້ຮັບໃຊ້ເພິ່ນ." ກະສັດໄດ້ເວົ້າຕໍ່ອີກວ່າ, "ສຳລັບເມຟີໂບເຊັດ ເຂົາຈະຮັບປະທານທີ່ໂຕະກິນເຂົ້າຂອງເຮົາ, ເຊັ່ນດຽວກັນກັບລູກຊາຍຂອງກະສັດຫນຶ່ງ." 12 ເມຟີໂບເຊັດໄດ້ມີລູກຊາຍນ້ອນຍຄົນຫນຶ່ງຊື່ວ່າມີກາ. ທຸກຄົນໄດ້ອາໄສຢູ່ໃນບ້ານຂອງຊີບາກໍໄດ້ເປັນຄົນຮັບໃຊ້ຂອງເມຟີໂບເຊັດ. 13 ດັ່ງນັ້ນເມຟີໂບເຊັດຈຶ່ງໄດ້ອາໄສຢູ່ໃນນະຄອນເຢຣູຊາເລັມ, ແລະເຂົາໄດ້ກິນອາຫານທີ່ໂຕະເກົ່າສະເຫມີ, ເຖິງແມ່ນວ່າຕີນຂອງເຂົາຈະພິການ.
ບົດທີ 10 10
1 ສິ່ງນີ້ກໍໄດ້ເກີດຂຶ້ນຫລັງຈາກທີ່ກະສັດແຫ່ງຄົນອຳໂມນ,ໄດ້ຮານູນລູກຊາຍຂອງເພິ່ນກໍໄດ້ຊົງຂຶ້ນເປັນກະສັດແທນເພິ່ນ. 2 ດາວິດຈຶ່ງໄດ້ກ່າວວ່າ, "ເຮົາຈະສະແດງນ້ຳໃຈຕໍ່ຮານູນລູກຊາຍນາຮາດ, ດັ່ງທີ່ພໍ່ຂອງເຂົາໄດ້ຊົງສະແດງຄວາມກາະລຸນາຕໍ່ເຮົາ." ດາວິດຈຶ່ງໄດ້ສົ່ງພວກຂ້າຣາດຊການຂອງເພິ່ນໄປສະແດງຄວາມເສຍໃຈຕໍ່ຮານູນ ກ່ຽວດ້ວຍເລື້ອງພໍ່ຂອງເຂົາ. ພວກຄົນຮັບໃຊ້ຂອງດາວິດກໍເຂົ້າມາໃນແຜ່ນດິນຂອງປະຊາຊົນອຳໂມນ. 3 ແຕ່ພວກຜູ້ນຳຂອງຄົນອຳໂມນໄດ້ບອກຮານູນເຈົ້ານາຍຂອງພວກເຂົາວ່າ, "ທ່ານຊົງຄິດວ່າດາວິດຊົງໃຫ້ກຽດພໍ່ຂອງທ່ານແທ້ໆ ຫລື ທີ່ເຂົາໄດ້ສົ່ງພວກຄົນເຫລົ່ານັ້ນມາເພື່ອຊົງສະແດງຄວາມເສຍໃຈຕໍ່ທ່ານ? ດາວິດບໍ່ໄດ້ສົ່ງພວກຂ້າຣາດຊການຂອງເຂົາມາຫາທ່ານເພື່ອກວດສອບເມືອງ ເພື່ອສອດແນມ, ແລະເພື່ອຈະເອົາເມືອງນີ້ບໍ່?" 4 ດັ່ງນັ້ນຮານູນຈຶ່ງໄດ້ຈັບພວກຄົນຮັບໃຊ້ຂອງດາວິດມາແຖຫນວດເຄິ່ງຫນຶ່ງ, ແລະ ໄດ້ຕັດເຄື່ອງແຕ່ງກາຍພວກເຂົາອອກຈົນເຖິງສະໂພກຂອງພວກເຂົາ, ແລະ ໄດ້ປ່ອຍໄປ. 5 ເມື່ອພວກເຂົາໄດ້ອະທິບາຍເລື່ອງນີ້ໃຫ້ດາວິດໄດ້ຊົງຮູ້, ພຣະອົງກໍໄດ້ຊົງສົ່ງຄົນໄປພົບເຂົາເຫລົ່ານັ້ນ, ເພາະວ່າພວກເຂົາໄດ້ຮັບຄວາມອັບອາຍຫລາຍ. ກະສັດໄດ້ກ່າວວ່າ, “ຈົ່ງພັກທີ່ເມືອງເຢຣິໂກຈົນກວ່າຫນວດຂອງພວກເຈົ້າໄດ້ປົ່ງຂຶ້ນຄືນ, ແລ້ວຈຶ່ງຄ່ອຍກັບມາ.” 6 ເມື່ອປະຊາຊົນອຳໂມນໄດ້ເຫັນວ່າ ພວກເຂົາໄດ້ສ້າງສັດຕູກັບດາວິດ, ປະຊາຊົນອຳໂມນຈຶ່ງໄດ້ສົ່ງຜູ້ສື່ສານໄປຈ້າງຄົນອາຣາມ ເມືອງເບັດເຣໂຮບ ແລະໂຊບາ, ເປັນທະຫານຈຳນວນສອງຫມື່ນຄົນ, ແລະ ກະສັດເມືອງມາອາກາພ້ອມດ້ວຍກຳລັງຄົນຫນຶ່ງພັນຄົນ, ແລະກຳລັງຄົນເມືອງໂຕບຫນຶ່ງຫມື່ນສອງພັນຄົນ. 7 ເມື່ອດາວິດໄດ້ຍິນເລື່ອງນີ້, ເຂົາຈຶ່ງສົ່ງໂຢອາບ ແລະກອງທັບເຫລົ່ານັກລົບທັງຫມົດໄປ. 8 ພວກຄົນອຳໂມນກໍໄດ້ຍົກທັບອອກມາ ແລະ ໄດ້ຈັດແນວຮົບໄວ້ທີ່ທາງເຂົ້າປະຕູເມືອງຂອງພວກເຂົາ, ໃນຂະນະທີ່ຄົນອາຣາມຈາກໂຊບາ ແລະ ຈາກເມືອງເຣໂຮບ, ແລະຊາວເມືອງໂຕບ ແລະຊາວເມືອງມາອາກາ, ຢູ່ທີ່ພື້ນທີ່ໂລ່ງສະເພາະພວກເຂົາ. 9 ເມື່ອໂຢອາບໄດ້ເຫັນວ່າ ການສູ້ຮົບນັ້ນປະເຊີນຫນ້າເຂົາຢູ່ທັງຂ້າງຫນ້າ ແລະຂ້າງຫລັງ, ເຂົາຈຶ່ງໄດ້ເລືອກຈາກຄົນອິດສະຣາເອນທັງຫມົດທີ່ເກັ່ງທີ່ສຸດໃນການສູ້ຮົບ ແລະໄດ້ຈັດພວກເຂົາໄວ້ແລ້ວເພື່ອຕໍ່ສູ້ຄົນອາຣາມ. 10 ສຳລັບພວກທະຫານທີ່ເຫລືອຢູ່ໃນກອງທັບ, ເຂົາໄດ້ຈັດໄວ້ໃຫ້ຢູ່ໃນບັງຄັບບັນຊາຂອງອາບີໄຊນ້ອງຊາຍຂອງເຂົາເອງ, ແລະ ເຂົາກໍໄດ້ຈັດຄົນເຫລົ່ານັ້ນເຂົ້າຕໍ່ສູ້ກັບກອງທັບຂອງຄົນອຳໂມນ. 11 ໂຢອາບໄດ້ກ່າວວ່າ, "ອາບີໄຊ, ຖ້າຄົນອາຣາມແຂງແຮງກວ່າກຳລັງຂອງເຮົາ, ກໍໃຫ້ເຈົ້າໄປຊ່ວຍເຮົາ. ແຕ່ຖ້າກຳລັງຄົນອຳໂມນແຂງແຮງກວ່າກຳລັງຂອງເຈົ້າເຮົາ, ແລ້ວເຮົາຈະມາ ແລະຊ່ວຍເຈົ້າ. 12 ຈົ່ງເຂັ້ມແຂງໄວ້, ແລະ ຈົ່ງໃຫ້ເຮົາສະແດງຄວາມເຂັ້ມແຂງຂອງພວກເຮົາເພື່ອປະຊາຊົນຂອງເຮົາ ແລະ ເພື່ອບັນດາເມືອງຕ່າງໆ ຂອງພຣະເຈົ້າຂອງເຮົາ, ເພື່ອພຣະຢາເວຈະໄດ້ຊົງເຮັດຕາມທີ່ພຣະອົງຊົງເຫັນຊອບຕາມພຣະປະສົງຂອງພຣະອົງ." 13 ດັ່ງນັ້ນໂຢອາບ ກັບພວກທະຫານຂອງກອງທັບຂອງເຂົາກໍໄດ້ບຸກເຂົ້າໄປສູ້ຮົບຕ້ານກັບຄົນອາຣາມ, ທີ່ໄດ້ຖືກກົດດັນໃຫ້ຫນີໄປຕໍ່ຫນ້າກອງທັບຂອງອິດສະຣາເອນ. 14 ເມື່ອກອງທັບຂອງຄົນອຳໂມນໄດ້ເຫັນວ່າຄົນອາຣາມໄດ້ຫນີໄປແລ້ວ, ພວກເຂົາກໍໄດ້ຫນີໄປຈາກອາບີໄຊດ້ວຍ ແລະ ໄດ້ກັບເຂົ້າໄປໃນເມືອງ. ແລ້ວໂຢອາບກໍໄດ້ກັບຈາກການສູ້ຮົບກັບປະຊາຊົນອຳໂມນ ແລະໄດ້ກັບໄປຍັງກຸງເຢຣູຊາເລັມ. 15 ເມື່ອຄົນອາຣາມໄດ້ເຫັນວ່າ ພວກເຂົາໄດ້ພ່າຍແພ້ຕໍ່ຄົນອິດສະຣາເອນແລ້ວ, ພວກເຂົາຈຶ່ງລວມຕົວເຂົ້າດ້ວຍກັນອີກຄັ້ງຫນຶ່ງ. 16 ແລ້ວຮາດາເດເຊໄດ້ສົ່ງຄົນໄປນຳກອງທະຫານອາຣາມຈາກອີກຟາກຫນຶ່ງຂອງແມ່ນ້ຳເອີຟຣັດ. ພວກເຂົາໄດ້ມາຍັງເມືອງເຮລາມ ໂດຍມີໂຊບັກ, ແມ່ທັບຂອງຮາດາເດເຊນຳຫນ້າພວກເຂົາໄປ. 17 ເມື່ອດາວິດໄດ້ຮັບຮູ້ໃນເລື່ອງນີ້, ພະອົງໄດ້ຊົງຮວບຮວມຊາວອິດສະຣາເອນທັງຫມົດ, ໄດ້ຂ້າມແມ່ນ້ຳຈໍແດນ, ແລະໄດ້ມາເຖິງເຮລາມ. ຄົນອາຣາມກໍໄດ້ຈັດແນວຮົບຂອງພວກເຂົາ ເຂົ້າຕໍ່ສູ້ດາວິດ ແລະ ໄດ້ສູ້ຮົບກັບພະອົງ. 18 ຄົນອາຣາມໄດ້ຫນີຈາກອິດສະຣາເອນ. ດາວິດໄດ້ປະຫານຄົນອາຣາມ ຊຶ່ງເປັນທະຫານລົດມ້າເສິກເຈັດຮ້ອຍຄົນ ແລະ ທະຫານມ້າສີ່ຫມື່ນຄົນ. ໂຊບັກແມ່ທັບຂອງພວກເຂົາໄດ້ຮັບບາດເຈັບ ແລະຕາຍຢູ່ທີ່ນັ້ນ. 19 ເມື່ອບັນດາກະສັດພວກຜູ້ຮັບໃຊ້ຂອງອາດາເດເຊເຫັນວ່າ ພວກເຂົາໄດ້ພ່າຍແພ້ຕໍ່ອິດສະຣາເອນ, ພວກເຂົາກໍໄດ້ເຮັດສັນຍາສະຫງົບເສິກກັບອິດສະຣາເອນ ແລະ ໄດ້ຍອມຮັບໃຊ້ພວກເຂົາ. ດັ່ງນັ້ນຄົນອາຣາມຈຶ່ງຢ້ານທີ່ຈະຊ່ວຍປະຊາຊົນຂອງຄົນອຳໂມນອີກຕໍ່ໄປ.
ບົດທີ 11 11
1 ແລ້ວສິ່ງນີ້ກໍໄດ້ເກີດຂຶ້ນໃນລະດູໃບໄມ້ປົ່ງ, ໃນເວລາທີ່ບັນດາກະສັດໂດຍປົກກະຕິກໍໄດ້ອອກໄປຮົບ, ກະສັດດາວິດໄດ້ຊົງສົ່ງໂຢອາບ,ພ້ອມກັບພວກທະຫານ, ແລະກອງທັບຂອງອິດສະຣາເອນທັງຫມົດ. ພວກເຂົາໄດ້ໄປທຳລາຍກອງທັບຂອງຄົນອຳໂມນ ແລ້ວລ້ອມເມືອງຣັບບາໄວ້. ແຕ່ດາວິດໄດ້ຢູ່ທີ່ນະຄອນເຢຣູຊເລັມ. 2 ດັ່ງນັ້ນມັນກໍໄດ້ເກີດຂຶ້ນໃນເວລາບ່າຍວັນຫນຶ່ງ ເມື່ອດາວິດໄດ້ຊົງລຸກຂຶ້ນຈາກທີ່ນອນຂອງເພິ່ນ ແລະໄດ້ຍ່າງຢູ່ເທິງດາດຟ້າຫລັງຄາ ຂອງຣາດຊວັງຂອງເພິ່ນ. ຈາກທີ່ນັ້ນເພິ່ນໄດ້ເຫັນຜູ້ຍິງຄົນຫນຶ່ງໄດ້ກຳລັງອາບນ້ຳຢູ່, ແລະຜູ້ຍິງຄົນນັ້ນງົດງາມຫລາຍ. 3 ດັ່ງນັ້ນດາວິດໄດ້ຊົງສົ່ງຄົນໄປ ແລະໄດ້ຖາມຄົນທັງຫລາຍທີ່ຮູ້ເລື່ອງກ່ຽວກັບຜູ້ຍິງຄົນນັ້ນ. ບາງຄົນໄດ້ທູນວ່າ, "ອາຣາຜູ້ຍິງນີ້ຄືບັດເຊບາ, ລູກສາວຂອງເອລີອາມ, ແລະນາງເປັນເມຍຂອງອູຣິຢາຄົນຮິດຕີບໍ່ແມ່ນບໍ?" 4 ດາວິດກໍໄດ້ຊົງສົ່ງພວກຜູ້ສື່ສານໄປ ແລະກໍໄດ້ນຳນາງມາ, ນາງໄດ້ມາເຝົ້າເພິ່ນ, ແລ້ວເພິ່ນກໍໄດ້ຊົງຫລັບນອນກັບນາງ (ເພາະວ່ານາງໄດ້ນາງຫາກໍເສັດສິ້ນພິທີຊຳລະຕົວ ຫລັງຈາກເຊົາເປັນປະຈຳເດືອນແລ້ວ). ແລ້ວນາງກໍໄດ້ກັບໄປບ້ານຂອງນາງ. 5 ຜູ້ຍິງນັ້ນກໍໄດ້ຖືພາ, ແລະນາງຈຶ່ງໄດ້ສົ່ງຄົນໄປ ແລະໄດ້ບອກດາວິດ, ນາງໄດ້ບອກວ່າ, "ຂ້ານ້ອຍຖືພາແລ້ວ." 6 ດາວິດກໍໄດ້ຊົງສົ່ງຄົນໄປຫາໂຢອາບບອກວ່າ, "ຈົ່ງສົ່ງອູຣິຢາຄົນຮິດຕີມາໃຫ້ເຮົາ." ດັ່ງນັ້ນໂຢອາບກໍໄດ້ສົ່ງອູຣິຢາໄປໃຫ້ດາວິດ. 7 ດາວິດກໍໄດ້ຮັບສັ່ງວ່າໂຢອາບເປັນຢ່າງໃດ, ກອງທັບເປັນຢ່າງໃດແດ່, ແລະສົງຄາມເປັນຢ່າງໃດ. 8 ດາວິດໄດ້ຮັບສັ່ງກັບອູຣິຢາວ່າ, "ຈົ່ງລົງໄປບ້ານຂອງເຈົ້າ, ແລະໃຫ້ລ້າງຕີຂອງເຈົ້າເຖີດ." ດັ່ງນັ້ນອູຣີຢາກໍໄດ້ອອກໄປຈາກຣາດຊວັງຂອງກະສັດ, ແລະກະສັດໄດ້ຊົງສົ່ງຂອງປະທານໄປໃຫ້ອູຣິຢາຫລັງຈາກທີ່ເຂົາໄດຈາກໄປແລ້ວ. 9 ແຕ່ອູຣິຢາໄດ້ນອນທີ່ປະຕູຣາດຊວັງຂອງກະສັດ ພ້ອມກັບມະຫາເລັກທັງຫມົດຂອງນາຍຂອງເຂົາ, ແລະເຂົາບໍ່ໄດ້ລົງໄປທີ່ບ້ານຂອງເຂົາ. 10 ເມື່ອພວກເຂົາໄດ້ທູນດາວິດວ່າ, "ອູຣິດຢາບໍ່ໄດ້ລົງໄປທີ່ບ້ານຂອງເຂົາ," ດາວິດກໍໄດ້ຮັບສັ່ງແກ່ອູຣິຢາວ່າ, "ເຈົ້າເດີນທາງມາບໍ່ແມ່ນບໍ? ເປັນຫຍັງເຈົ້າບໍ່ລົງໄປບ້ານຂອງເຈົ້າ?" 11 ອູຣິຢາໄດ້ທູນຕອບດາວິດວ່າ, "ຫີບພັນທະສັນຍາ, ແລະອິດສະຣາເອນ ແລະຢູດາຍຢູ່ໃນເຕັ້ນ ແລະໂຢອາບຂອງຂ້ານ້ອຍ, ກັບບັນດາຂ້າຣາດຊການຂອງເຈົ້ານາຍຂອງຂ້ານ້ອຍໄດ້ຕັ້ງຄ້າຍຢູ່ທີ່ພື້ນທີ່ໂລ່ງ ແລ້ວຂ້ານ້ອຍເອງຈະໄປທີ່ບ້ານຂອງຂ້ານ້ອຍເພື່ອກິນ, ດື່ມ ແລະນອນກັບເມຍຂອງຂ້ານ້ອຍໄດ້ຢ່າງໃດ? ຕາບໃດທ່ານຍັງມີຊີວິດຢູ່, ຂ້ານ້ອຍຈະບໍ່ເຮັດຢ່າງນີ້ເລີຍ." 12 ດັ່ງນັ້ນດາວິດກໍໄດ້ຮັບສັ່ງແກ່ອູຣິຢາວ່າ, "ມື້ນີ້ກໍໃຫ້ພັກຢູ່ທີ່ນີ້ເຖີດ, ແລະມື້ອື່ນເຮົາຈະໃຫ້ເຈົ້າໄປ." ດັ່ງນັ້ນອູຣິຢາກໍໄດ້ພັກຢູ່ໃນນະຄອນເຢຣູຊາເລັມໃນມື້ນັ້ນ ແລະມື້ຕໍ່ມາ. 13 ເມື່ອດາວິດໄດ້ຊົງຮ້ອງເຂົາມາເຂົາກໍໄດ້ມາຮັບປະທານ, ແລະດື່ມຕໍ່ຫນ້າເພິ່ນ, ແລະດາວິດໄດ້ຊົງເຮັດໃຫ້ເຂົາມືນເມົາ. ໃນຕອນບ່າຍອູຣິຢາກໍໄດ້ອອກໄປນອນໃນທີ່ນອນກັບພວກຂ້າຣາດຊການຂອງເຈົ້ານາຍຂອງເຂົາ, ເຂົາບໍ່ໄດ້ລົງໄປບ້ານຂອງເຂົາ. 14 ດັ່ງນັ້ນພໍເຊົ້າວັນໃຫມ່ ດາວິດໄດ້ຊົງຂຽນສານເຖິງໂຢອາບ, ແລະໄດ້ສົ່ງໄປກັບມືອູຣິຢາ. 15 ດາວິດໄດ້ຊົງຂຽນໃນສານນັ້ນວ່າ, "ຈົ່ງຕັ້ງອູຣິຢາໃຫ້ຢູ່ແນວຫນ້າຂອງການຮົບທີ່ດຸເດືອດທີ່ສຸດ, ແລ້ວໃຫ້ພວກເຈົ້າຖອຍໄປຈາກເຂົາ, ເພື່ອໃຫ້ເຂົາຖືກຕີ ແລະຖືກຂ້າຕາຍ." 16 ເຂົາຈຶ່ງໄດ້ກຳນົດໃຫ້ອູຣິດຢາໄປທີ່ ທີ່ເຂົາໄດ້ຮູ້ວ່າມີພວກທະຫານຂອງພວກສັດຕູທີ່ເຂັ້ມແຂງທີ່ສຸດທີ່ກຳລັງສູ້ຮົບຢູ່. 17 ເມື່ອຄົນຂອງເມືອງນັ້ນໄດ້ອອກມາສູ້ຮົບກັບກອງທັບຂອງໂຢອາບ, ມີທະຫານບາງຄົນຂອງດາວິດໄດ້ລົ້ມຕາຍ, ແລະອູຣິຢາກໍໄດ້ຖືກຂ້າຕາຍທີ່ນັ້ນດ້ວຍ. 18 ເມື່ອໂຢອາບໄດ້ສົ່ງຖ້ອຍຄຳໄປທູນດາວິດເລື່ອງລາວການຮົບທັງຫມົດໃຫ້ຊົງຮູ້ກ່ຽວກັບສົງຄາມ, 19 ເຂົາໄດ້ສັ່ງຜູ້ສື່ສານນັ້ນວ່າ, "ເມື່ອເຈົ້າທູນເລື່ອງລາວການຮົບທັ້ງຫມົດຕໍ່ກະສັດແລ້ວ, 20 ອາດຈະເກີດຂຶ້ນໄດ້ວ່າ ກະສັດໄດ້ໃຈຮ້າຍຂຶ້ນມາ, ແລະພຣະອົງໄດ້ຖາມເຈົ້າວ່າ, "ເປັນຫຍັງພວກເຈົ້າຈຶ່ງໄດ້ເຂົ້າສູ້ຮົບໃກ້ເມືອງນັ້ນ? ພວກເຈົ້າບໍ່ຮູ້ຫລືວ່າພວກເຂົາຈະຍິງຈາກກຳແພງ? 21 ໃຜຂ້າອາບີເມເຫລັກລູກຊາຍຂອງກີເດໂອນ? ບໍ່ແມ່ນຜູ້ຍິງຄົນຫນຶ່ງເອົາຫິນໂມ້ທຸ້ມເຂົາຈາກກຳແພງເມືອງ, ດັ່ງນັ້ນເຂົາໄດ້ຕາຍທີ່ເມືອງເທເບັດບໍ? ເປັນຫຍັງພວກເຈົ້າຈຶ່ງເຂົ້າໄປໃກ້ກຳແພງ?" ແລ້ວໃຫ້ເຈົ້າທູນວ່າ, "ອູຣິຢາຄົນຮິດຕີຜູ້ຮັບໃຊ້ຂອງທ່ານກໍໄດ້ຕາຍດ້ວຍ."" 22 ດັ່ງນັ້ນຜູ້ສື່ສານກໍໄດ້ຈາກໄປ ເຂົາໄດ້ມາເຝົ້າດາວິດ ແລະໄດ້ບອກເພິ່ນໃຫ້ຊົງຮູ້ທຸກຢ່າງຕາມທີ່ໂຢອາບໄດ້ສັ່ງເຂົາມາ. 23 ແລ້ວຜູ້ສື່ສານນັ້ນກໍໄດ້ທູນດາວິດວ່າ, "ພວກສັດຕູມີກຳລັງເຫນືອເຮົາໃນຕອນແລກ, ພວກເຂົາໄດ້ອອກມາສູ້ກັບເຮົາທີ່ກາງທົ່ງນາ, ແຕ່ເຮົາໄດ້ໄລ່ພວກເຂົາໃຫ້ກັບໄປເຖິງທາງເຂົ້າປະຕູເມືອງ. 24 ແລ້ວຍິງທະນູຂອງພວກເຂົາກໍໄດ້ຍິງເຫລົ່າທະຫານຂອງທ່ານຈາກກຳແພງ, ແລະທະຫານຂອງກະສັດບາງຄົນກໍໄດ້ຕາຍ, ແລະອູຣິຢາຄົນຮິດຕີຜູ້ຮັບໃຊ້ຂອງທ່ານກໍໄດ້ຕາຍດ້ວຍ." 25 ແລ້ວດາວິດກໍໄດ້ຮັບສັ່ງຜູ້ສື່ສານນັ້ນວ່າ“ຈົ່ງກ່າວກັບໂຢອາບວ່າ, "ຢ່າໃຫ້ເລື່ອງນີ້ເຮັດໃຫ້ເຈົ້າທຸກໃຈ, ເພາະດາບສັງຫານບໍ່ວ່າຄົນນັ້ນຫລືຄົນນີ້. ຈົ່ງສູ້ຮົບໃຫ້ເຂັ້ມແຂງ, ແລະໃຫ້ເຂັ້ມແຂງຍິ່ງຂຶ້ນເພື່ອຕໍ່ສູ້ເມືອງນັ້ນ, ແລະທຳລາຍໃຫ້ໄດ້’ ແລະໄດ້ໃຫ້ກຳລັງໃຈເຂົາ." 26 ດັ່ງນັ້ນເມື່ອເມຍຂອງອູຣິຢາໄດ້ຮູ້ວ່າ ອູຣິຢາຜົວຂອງນາງໄດ້ຕາຍແລ້ວ, ນາງກໍໄດ້ຮ້ອງໄຫ້ຢ່າງຫນັກເລື່ອງຜົວຂອງນາງ. 27 ເມື່ອການໄວ້ທຸກຂອງນາງໄດ້ຜ່ານໄປແລ້ວ, ດາວິດກໍໄດ້ສົ່ງຄົນໄປໃຫ້ຮັບນາງມາທີ່ຣາດຊວັງຂອງເພິ່ນ, ແລະໄດ້ເກີດລູກຊາຍຄົນຫນຶ່ງໃຫ້ເພິ່ນ. ແຕ່ສິ່ງຊຶ່ງດາວິດໄດ້ຊົງເຮັດນັ້ນບໍ່ເປັນທີ່ພໍໃຈຂອງພຣະຢາເວ.
ບົດທີ 12 12
1 ແລ້ວພຣະຢາເວຊົງໃຊ້ນາທານໄປຫາດາວິດ. ນາທານກໍໄດ້ໄປເຝົ້າ ແລະທູນເພິ່ນວ່າ, "ຍັງມີຜູ້ຊາຍສອງຄົນ, ອາໄສຢູ່ໃນເມືອງຫນຶ່ງຜູ້ຊາຍຄົນຫນຶ່ງຮັ່ງມີ ແລະອີກຄົນຫນຶ່ງຍາກຈົນ. 2 ຜູ້ຊາຍຄົນມັ່ງມີນັ້ນມີແພະແກະ ແລະງົວຫລວງຫລາຍ, 3 ແຕ່ຜູ້ຊາຍຄົນຍາກຈົນນັ້ນບໍ່ມີຫຍັງເລີຍ ເວັ້ນແຕ່ແກະໂຕເມີຍໂຕນ້ອຍໆ ໂຕດຽວທີ່ເຂົາໄດ້ຊື້ມາ, ຊຶ່ງເຂົາໄດ້ລ້ຽງໄວ້ມັນໄດ້ເຕີບໂຕມາກັບເຂົາ ແລະບັນດາລູກທັງຫລາຍຂອງເຂົາ ມັນໄດ້ກິນອາຫານຮ່ວມກັບເຂົາດ້ວຍ. ແລະໄດ້ດື່ມຈາກຖ້ວຍດຽວກັບເຂົາ, ແລະມັນໄດ້ນອນໃນອົກຂອງເຂົາ ແລະເປັນເຫມືອນລູກສາວຂອງເຂົາ. 4 ມື້ຫນຶ່ງມີແຂກຄົນຫນຶ່ງໄດ້ເດີນທາງມາຫາຄົນຮັ່ງມີ, ແຕ່ຄົນຮັ່ງງມີບໍ່ເຕັມໃຈທີ່ຈະເອົາສັດຈາກຝູງງົວ ແລະແກະຂອງເຂົາມາເຮັດອາຫານສຳຫລັບລ້ຽງແຂກ ເຂົາຈຶ່ງໄດ້ເອົາລູກແກະໂຕເມຍຂອງຄົນຈົນ ແລະຕຽມເປັນອາຫານໃຫ້ແກ່ແຂກຂອງເຂົາ." 5 ດາວິດກໍໄດ້ໃຈຮ້າຍຜູ້ຊາຍທີ່ມັ່ງມີຄົນນັ້ນຫລາຍ, ແລະໄດ້ຮັບສັ່ງແກ່ນາທານວ່າ, "ພຣະຢາເວຊົງມີຊີວິດ, ຜູ້ຊາຍຄົນທີ່ເຮັດເຊັ່ນນັ້ນສົມຄວາມຕາຍ. 6 ເຂົາຈະຕ້ອງຊົດໃຊ້ຄືນລູກແກະໃຫ້ສີ່ເທົ່າເພາະເຂົາໄດ້ເຮັດສິ່ງນີ້, ແລະເພາະວ່າເຂົາບໍ່ມີຄວາມເມດຕາຕໍ່ຜູ້ຊາຍທີ່ຍາກຈົນ." 7 ນາທານຈຶ່ງໄດ້ທູນດາວິດວ່າ, "ທ່ານນັ້ນແຫລະຄືຜູ້ຊາຍຄົນນັ້ນ, ພຣະຢາເວພຣະເຈົ້າແຫ່ງອິດສະຣາເອນໄດ້ກ່າວວ່າ, "ເຮົາໄດ້ແຕ່ງຕັ້ງເຈົ້າໄວ້ໃຫ້ປັນກະສັດເຫນືອອິດສະຣາເອນ, ແລະເຮົາໄດ້ຊ່ວຍກູ້ເຈົ້າໃຫ້ພົ້ນຈາກມືຂອງໂຊນ. 8 ເຮົາໄດ້ມອບຣາຊວົງເຈົ້ານາຍຂອງເຈົ້າໃຫ້ເຈົ້າ, ແລະໄດ້ມອບເຫລົ່າເມຍຂອງເຈົ້ານາຍຂອງເຈົ້າໄວ້ໃນອ້ອມແຂນຂອງເຈົ້າ. ເຮົາໄດ້ມອບວົງວານຂອງອິດສະຣາເອນ ແລະຢູດາຍ,ໃຫ້ແກ່ເຈົ້າດ້ວຍເຊັ່ນກັນ, ແຕ່ຖ້າເທົ່ານີ້ຍັງນ້ອຍເກີນໄປເຮົາຈະເພີ່ມໃຫ້ຫລວງຫລາຍກ່ອນນີ້. 9 ດັ່ງນັ້ນເປັນຫຍັງເຈົ້າເຖິງໄດ້ດູຫມິ່ນພຣະບັນຊາຂອງພຣະເຈົ້າຢາເວ, ໄດ້ເຮັດສິ່ງທີ່ຊົ່ວໃນສາຍຕາພຣະອົງ? ເຈົ້າໄດ້ປະຫານອູຣິຢາຄົນຮິດຕີດ້ວຍດາບ ແລະໄດ້ເອົາເມຍຂອງເຂົາມາເປັນເມຍຂອງເຈົ້າ. ເຈົ້າໄດ້ຂ້າເຂົາດ້ວຍດາບຂອງກອງທັບຂອງຄົນອຳໂມນ. 10 ດັ່ງນັ້ນ ບັດນີ້ດາບນັ້ນຈະບໍ່ຄາດໄປຈາກຣາຊວົງຂອງເຈົ້າ, ເພາະເຈົ້າໄດ້ດູຫມິ່ນເຮົາ ແລະໄດ້ເອົາເມຍຂອງອູຣິຢາຄົນຮິດຕີມາເປັນເມຍຂອງເຈົ້າ." 11 ພຣະຢາເວກ່າວວ່າ, 'ນີ້ແຫລະ, ເຮົາຈະໃຫ້ເຫດຮ້າຍເກີດຂຶ້ນກັບເຈົ້າຈາກຄອບຄົວຂອງເຈົ້າເອງ. ຕໍ່ຫນ້າຕໍ່ຕາເຈົ້າ, ເຮົາຈະເອົາບັນດາເມຍຂອງເຈົ້າໄປໃຫ້ເພື່ອນຂອງເຈົ້າ, ແລະເຂົາຈະນອນຮ່ວມກັບບັນດາເມຍຂອງເຈົ້າຢ່າງເປີດເຜີຍ. 12 ເພາະເຈົ້າໄດ້ເຮັດບາບຂອງເຈົ້ານັ້ນຢ່າງລັບໆ, ແຕ່ເຮົາຈະເຮັດການນີ້,ຕໍ່ຫນ້າອິດສະຣາເອນທັ້ງຫມົດຢ່າງເປີດເຜີຍ. "" 13 ແລ້ວດາວິດຈຶ່ງໄດ້ກ່າວກັບນາທານວ່າ, "ເຮົາໄດ້ກະທຳບາບຕໍ່ພຣະຢາເວແລ້ວ." ນາທານໄດ້ທູນດາວິດວ່າ, "ພຣະເຈົ້າຢາເວໄດ້ຊົງໃຫ້ອະໄພບາບຂອງທ່ານແລ້ວເຊັ່ນກັນ. ທ່ານເອງຈະບໍ່ຖືກຂ້າ. 14 ຢ່າງໃດກໍຕາມ, ເພາະທ່ານໄດ້ຊົງຫມິ່ນປະຫມາດພຣະຢາເວແລ້ວ, ດ້ວຍການກະທຳຄັ້ງນີ້ ລູກຊາຍທີ່ເກີດມານັ້ນຈະຕາຍແນ່ນອນ." 15 ແລ້ວນາທານກໍໄດ້ກັບໄປຍັງບ້ານຂອງເຂົາ. ແລະພຣະຢາເວໄດເຊົງເຮັດໃຫ້ລູກຊາຍ ຊຶ່ງເມຍຂອງອູຣິຢາເກີດກັບດາວິດນັ້ນ, ໄດ້ປ່ວຍຫນັກ. 16 ດາວິດກໍໄດ້ຊົງອ້ອນວອນຕໍ່ພຣະເຈົ້າເພື່ອລູກຊາຍນັ້ນ. ດາວິດໄດ້ຊົງອົດອາຫານ ແລະໄດ້ເຂົ້າໄປຂ້າງໃນ ແລະໄດ້ນອນເທິງພື້ນຕະຫລອດຄືນ. 17 ພວກຜູ້ອາວຸໂຊໃນວັງຂອງເພິ່ນກໍໄດ້ລຸກຂຶ້ນ ແລະໄດ້ມາຢືນຢູ່ຂ້າງເພິ່ນ, ເພື່ອຈະຍົກເພິ່ນຂຶ້ນຈາກພຶ້ນ, ແຕ່ເພິ່ນບໍ່ຊົງຍອມລຸກຂຶ້ນ, ແລະເພິ່ນບໍ່ກິນຫຍັງກັບພວກເຂົາ. 18 ແລ້ວເຫດການນີ້ກໍໄດ້ເກີດຂຶ້ນ ພໍມື້ທີເຈັດລູກຊາຍກໍໄດ້ເສຍຊີວິດ. ສ່ວນຂ້າຣາຊການຂອງດາວິດກໍໄດ້ຍ້ານ ບໍ່ກ້າທູນເພິ່ນວ່າ,ລູກຊາຍນັ້ນຕາຍແລ້ວ ເພາະພວກເຂົາໄດ້ເວົ້າກັນວ່າ, "ເບິ່ງເຖີດ ຂະນະທີ່ລູກຊາຍຍັງຕາຍຢູ່ ພວກເຮົາໄດ້ທູນຕໍ່ເພິ່ນ, ແຕ່ເພິ່ນກໍບໍ່ໄດ້ຊົງຟັງສຽງຂອງພວກເຮົາເລີຍ. ເພິ່ນກໍອາດເຮັດຫຍັງຕໍ່ຕົວເພິ່ນເອງຫລືບໍ່? ຖ້າພວກເຮົາທູນເພິ່ນວ່າ ລູກຊາຍໄດ້ເສຍຊີວິດແລ້ວ?!" 19 ແຕ່ເມື່ອດາວິດໄດ້ແນມເບິ່ງເຫລົ່າຂ້າຣາຊການກຳລັງຊື່ມກັນກັນຢູ່, ດາວິດກໍໄດ້ເຂົ້າໃຈວ່າລູກຊາຍນັ້ນໄດ້້ເສຍຊີວິດແລ້ວ. ເພິ່ນຈຶ່ງໄດ້ຊົງຮັບສັ່ງກັບຂ້າຣາຊການຂອງເພິ່ນວ່າ, "ເດັກນັ້ນໄດ້ເສຍຊີວິດແລ້ວບໍ?" ພວກເຂົາໄດ້ທູນຕອບວ່າ,"ໄດ້ເສຍຊີວິດແລ້ວ" 20 ແລ້ວດາວິດກໍໄດ້ຊົງລຸກຂຶ້ນຈາກພື້ນ ແລະໄດ້ຊຳລະລ້າງຮ່າງກາຍຂອງເພິ່ນ, ເຊັດໂຕເພິ່ນ, ປ່ຽນເຄື່ອງເພິ່ນ. ເພິ່ນໄດ້ດຳເນີນເຂົ້າໄປໃນພຣະວິຫານຂອງພຣະຢາເວ ແລະໄດ້ນະມັດສະການທີ່ນັ້ນ, ແລະຫລັງຈາກນັ້ນແລ້ວເພິ່ນກໍໄດ້ກັບຣາດຊວັງຂອງເພິ່ນ. ເມື່ອເພິ່ນໄດ້ຊົງຮັບສັ່ງ,ໃຫ້ຈັດອາຫານມາພວກເຂົາກໍໄດ້ຈັດຂອງກິນຕໍ່ຫນ້າເພິ່ນ, ແລະເພິ່ນກໍໄດ້ກິນ. 21 ແລ້ວເຫລົ່າຂ້າຣາຊການຂອງເພິ່ນຈຶ່ງໄດ້ທູນຖາມເພິ່ນວ່າ, "ເປັນຫຍັງທ່ານເຮັດເຊັ່ນນີ້? ທ່ານໄດ້ອົດອາຫານ ແລະຊົງຮ້ອງໄຫ້ເພື່ອລູກຊາຍນັ້ນໃນຂະນະທີ່ເຂົາຊົງມີຊີວິດຢູ່, ແຕ່ເມື່ອລູກຊາຍນັ້ນເສຍຊີວິດແລ້ວ, ທ່ານກໍໄດ້ຊົງລຸກຂຶ້ນກິນອາຫານ." 22 ດາວິດກໍໄດ້ຕອບວ່າ,"ເມື່ອເດັກນ້ນມີຊີວິດຢູ່ ເຮົາໄດ້ອົດອາຫານ ແລະໄດ້ຮ້ອງໄຫ້. ເພາະເຮົາວ່າ, ໃຜຈະຮູ້ໄດ້ວ່າພຣະຢາເວຈະຊົງເມດຕາເຮົາຫລືບໍ່, ທີ່ຈະຊົງໃຫ້ເດັກນັ້ນມີຊີວິດຕໍ່ໄດ້? 23 ແຕ່ດຽວນີ້ເຂົາໄດ້ເສຍຊີວິດແລ້ວ, ເຮົາຈະອົດອາຫານເຮັດຫຍັງ? ເຮົາຈະເຮັດເດັກໃຫ້ຟື້ນຂຶ້ນມາໄດ້ບໍ່? ເຮົາຈະຕາມເດັກນັ້ນໄປ, ແຕ່ເຂົາຈະບໍ່ກັບມາຫາເຮົາ." 24 ຕໍ່ມາ ກະສັດດາວິດຊົງໄປຫານາງບັດເຊບາເມຍຂອງຕົນ, ແລະໄດ້ຊົງຫລັບນອນກັບນາງ, ນາງກໍໄດ້ເກີດລູກຊາຍຄົນຫນຶ່ງຊື່ວ່າ ໂຊໂລໂມນ ພຣະຢາເວໄດ້ຊົງຮັກເຂົາ. 25 ແລະພຣະອົງໄດ້ຊົງໃຊ້ນາທານຜູ້ທຳນວຍໄປ ຕັ້ງຊື່ລູກຊາຍນັ້ນວ່າ ເຢດີດີຢາ, ເພາະພຣະຢາເວຊົງຮັກເພິ່ນ. 26 ບັດນີ້ໂຢອາບໄດ້ສູ້ຮົບກັບຣັບບາ,ເມືອງຫລວງຂອງຄົນອຳໂມນ ແລະເຂົາໄດ້ຍຶດປ້ອມປາການຂອງເມືອງນັ້ນໄດ້. 27 ດັ່ງນັ້ນໂຢອາບຈຶ່ງໄດ້ສົ່ງຜູ້ສື່ສານໄປເຝົ້າດາວິດ ແລະໄດ້ທູນວ່າ, "ຂ້ານ້ອຍໄດ້ສູ້ຮົບກັບນະຄອນຣັບບາ, ແລະຂ້ານ້ອຍໄດ້ຢຶດແຫ່ງນ້ຳຂອງເມືອງໄດ້ແລ້ວ. 28 ບັດນີ້ຂໍທ່ານໄດ້ຊົງລວບລວມທະຫານທີ່ເຫລືອ ແລະຕັ້ງຄ້າຍຕີເມືອງນັ້ນ ແລະຢຶດໃຫ້ໄດ້, ເພາະຍ້ານວ່າຖ້າຂ້ານ້ອຍຕີໄດ້, ກໍຈະຮ້ອງຊື່ເມືອງນັ້ນຕາມຊື່ຂອງຂ້ານ້ອຍ." 29 ດັ່ງນັ້ນດາວິດຈຶ່ວງໄດ້ຊົງລວບລວມທະທານທັ້ງຫມົດ ແລະໄດ້ຍົກໄປຍັງເມືອງຣັບບາ, ເພິ່ນໄດ້ຊົງຕໍ່ສູ້ ແລະໄດ້ຍຶດເມືອງນັ້ນໄດ້. 30 ດາວິດຊົງຍຶດມົງກຸດຈາກຫົວຂອງກະສັດຂອງພວກເຂົາ. ມົງກຸດນັ້ນເປັນທອງຄຳຫນັກປະມານສາມສິບຫ້າກິໂລ. ປະດັບດ້ວຍເພັດພອຍ ເຂົາກໍໄດ້ໃສ່ເທິງຫົວຂອງດາວິດ. ແລ້ວເພິ່ນໄດ້ຊົງຍຶດຊັບສົມບັດຂອງເມືອງນັ້ນອອກໄປຢ່າງຫລວງຫລາຍ. 31 ເພິ່ນໄດ້ຊົງນຳປະຊາຊົນທີ່ຢູ່ໃນເມືອງນັ້ນອອກມາ ແລະໄດ້ຊົງບັງຄັບໃຫ້ເຮັດວຽກງານດ້ວຍເລື່ອຍຕ່າງໆ, ແລະຂວານເຫລັກຕ່າງໆ ເພິ່ນໄດ້ຊົງໃຫ້ພວກເຂົາເຮັດງານທີ່ເຕົາເຜົາດິນຈີ່. ດາວິດໄດ້ຊົງໃຫ້ເມືອງທັງຫມົດຂອງຄົນອຳໂມນໄດ້ເຮັດງານໃຊ້ແຮງງານນີ້. ແລ້ວດາວິດກໍໄດ້ກັບໄປນະຄອນເຢຣູຊາເລັມພ້ອມກັບທະຫານທັງຫມົດ.
ບົດທີ 13 13
1 ເຫດການເຫລົ່ານີ້ໄດ້ເກີດຂຶ້ນຫລັງຈາກທີ່ ອຳໂນນລູກຊາຍຂອງດາວິດ, ໄດ້ຊົງຫລົງຮັກຕາມາລູກຊາຍຕ່າງແມ່ຂອງເພິ່ນທີ່ງົດງາມ ຊື່ຕາມາ, ຜູ້ຊຶ່ງເປັນລູກສາວແທ້ໆ ຂອງອັບຊາໂລມ, ລູກຊາຍອີກຄົນຫນຶ່ງຂອງດາວິດ. 2 ອຳໂນນໄດ້ຊົງຄັບອົກຄັບໃຈຈົນລົ້ມປ່ວຍເນື່ອງດ້ວຍລູກສາວຕາມາ. ນາງເປັນສາວພົມມະຈາລີ, ແລະເບິ່ງຄືວ່າຈະເປັນໄປບໍ່ໄດ້ສຳຫລັບອຳໂນນທີ່ຈະເຮັດຫຍັງກັບນາງໄດ້. 3 ແຕ່ອຳໂນນໄດ້ມີຫມູ່ຄົນຫນຶ່ງຊື່ໂຢນາດາບລູກຊາຍຂອງຊາມມາເປັນອ້າຍຂອງດາວິດ, ໂຢນາດາບນັ້ນເປັນຄົນເຈົ້າປັນຍາ. 4 ໂຢນາດາບຈຶ່ງໄດ້ທູນອຳໂນນວ່າ, "ເປັນຫຍັງ,ລູກຊາຍຂອງກະສັດ,ຈຶ່ງໄດ້ຊົງຊຶມເສົ້າເຊັ່ນນີ້ທຸກເຊົ້າ? ທ່ານຈະບໍ່ຊົງບອກໃຫ້ຂ້ານ້ອຍຮູ້ແດ່ບໍ?" ດັ່ງນັ້ນອຳໂນນຈຶ່ງໄດ້ຕອບເຂົາວ່າ, "ເຮົາຮັກຕາມານ້ອງສາວຂອງອັບຊາໂລມ,ນ້ອງຊາຍຂອງເຮົາ." 5 ແລ້ວ ໂຢນາດາບຈຶ່ງໄດ້ບອກເພິ່ນວ່າ, "ຂໍເຊີນນອນເທິງບ່ອນນອນ ແລະທຳທ່າເປັນໄຂ້. ເມື່ອພໍ່ຂອງທ່ານມາຢ້ຽມ, ກໍໃຫ້ທູນວ່າ, "ຂໍກະລຸນາໃຫ້ຕາມານ້ອງສາວຂອງຂ້ານ້ອຍມາໃຫ້ອາຫານແກ່ຂ້ານ້ອຍ ແລະມາຕຽມອາຫານຕໍ່ຫນ້າຂ້ານ້ອຍ ເພື່ອຂ້ານ້ອຍຈະໄດ້ເຫັນ, ແລະກິນຈາກມືຂອງນາງ?"" 6 ດັ່ງນັ້ນ ອຳໂນນຈຶ່ງນອນ ແລະໄດ້ທຳທ່າເປັນໄຂ້ ເມື່ອກະສັດໄດ້ມາຢ້ຽມ. ອຳໂນນກໍໄດ້ທູນກະສັດວ່າ,"ຂໍກາລຸນາໃຫ້ຕາມານ້ອງສາວມາເຮັດອາຫານຕໍ່ຫນ້ສາຂ້ານ້ອຍ ເພື່ອທີ່ຂ້ານ້ອຍຈະໄດ້ກິນຈາກມືຂອງນາງ." 7 ແລ້ວດາວິດກໍຊົງໃຊ້ຄົນໄປແຈ້ງຕາມາທີ່ວັງຂອງເພິ່ນວ່າ, "ຈົ່ງໄປທີ່ວັງຂອງອຳໂນນອ້າຍຂອງເຈົ້າ ແລະເຮັດອາຫານໃຫ້ເຂົາ." 8 ດັ່ງນັ້ນຕາມາກໍໄດ້ໄປຍັງວັງຂອງອຳໂນນອ້າຍຂອງນາງ ທີ່ເຂົາກຳລັງໄດ້ນອນຢູ່. ນາງໄດ້ຈັບແປ້ງມາ ແລະໄດ້ນວດ, ແລະໄດ້ເຮັດຂະຫນົມຕໍ່ຫນ້າເພິ່ນ. 9 ນາງກໍໄດ້ປິ້ງຂະຫນົມ ນາງກໍໄດ້ຍົກຫມໍ້ມາ ແລະໃຫ້ຂະຫນົມຕໍ່ອ້າຍ, ແຕ່ອຳໂນນກໍໄດ້ຊົງປະຕິເສດທີ່ຈະບໍ່ກິນ. ແລ້ວອຳໂນນໄດ້ເວົ້າກັບຄົນອື່ນໆ ທີ່ຢູ່ໃນນັ້ນວ່າ, "ໃຫ້ທຸກຄົນອອກໄປ, ອອກໄປຈາກເຮົາ" ດັ່ງນັ້ນທຸກຄົນກໍໄດ້ອອກໄປຈາກເພິ່ນ. 10 ດັ່ງນັ້ນອຳໂນນກໍໄດ້ສັ່ງກັບຕາມາວ່າ, "ຈົ່ງເອົາອາຫານເຂົ້າມາໃນຫ້ອງຂອງອ້າຍ ເພື່ອອ້າຍຈະໄດ້ກິນຈາມືຂອງນ້ອງ." ດັ່ງນັ້ນຕາມາກໍໄດ້ນຳຂະຫມົນທີ່ນາງໄດ້ເຮັດນັ້ນ, ແລະໄດ້ນຳເຂົ້າໄປໃນຫ້ອງໃຫ້ອຳໂນນອ້າຍຂອງນາງ. 11 ເມື່ອນາງໄດ້ນຳຂະຫນົມມາໃກ້ເພິ່ນ, ອຳໂນນກໍໄດ້ຊົງຈັບນາງໄວ້ ແລະໄດ້ເວົ້າວ່າ,"ມາເຖີດ, ເຂົ້າມານອນກັບອ້າຍ." 12 ນາງຈຶ່ງໄດ້ຕອບເພິ່ນວ່າ, "ຢ່າເລີຍ, ອ້າຍຂອງຂ້ານ້ອຍ, ຢ່າໄດ້ບັງຄັບຂ້ານ້ອຍເລີຍ, ສິ່ງຢ່າງນີ້ເຂົາບໍ່ເຮັດກັນໃນອິດສະຣາເອນ. ຢ່າເຮັດເລື່ອງທີ່ຊົ່ວຊ້າຢ່າງນີ້ເລີຍ! 13 ຂ້ານ້ອຍຈະກຳຈັດຄວາມອາຍນີ້ໄປໄດ້ຢ່າງໃດ? ສ່ວນອ້າຍເດ່? ອ້າຍກໍຈະເປັນຄົນເສຍຫນ້າຄົນຫນຶ່ງໃນອິດສະຣາເອນ! ບັດນີ້, ຂໍທູນກະສັດເຖີດ, ເພິ່ນຈະບໍ່ຫວງຂ້ານ້ອຍໄວ້ຈາກເພິ່ນ." 14 ຢ່າງໃດກໍຕາມອຳໂນນບໍ່ຍອມຟັງສຽງນາງ. ເພາະເພິ່ນຊົງມີກຳລັງຫລາຍກວ່າຕາມາ, ເພິ່ນຈຶ່ງໄດ້ຊົງບັງຄັບນາງ ແລະນອນກັບນາງ. 15 ແລ້ວອຳໂນນກໍໄດ້ຊົງເບື່ອຫນ່າຍນາງດ້ວຍຄວາມກຽດຊັງທີ່ສຸດ. ເພິ່ນຊົງກຽດຊັງນາງຫລາຍຍິ່ງກວ່າຄວາມປາດທະນາຊຶ່ງເພິ່ນຊົງເຄີຍມີຕໍ່ນາງ. ອຳໂນນໄດ້ເວົ້າກັບນາງວ່າ, "ຈົ່ງລຸກຂຶ້ນໄປໃຫ້ພົ້ນ." 16 ແຕ່ນາງໄດ້ຕອບເພິ່ນວ່າ, "ບໍ່! ເພາະຄວາມຜິດໃຫຍ່ຫລວງນີ້ ທີ່ຈະຊົງຂັບໄລ່ຂ້ານ້ອຍໄປກໍຫລາຍກວ່າສິ່ງທີ່ທ່ານໄດ້ຊົງເຮັດກັບຂ້ານ້ອຍ!" ແຕ່ອຳໂນນບໍ່ຍອມຟັງນາງ. 17 ແຕ່ໄດ້ຊົງຮ້ອງມະຫາດເລັກສ່ວນພຣະອົງ ແລະໄດ້ເວົ້າວ່າ, "ຈົ່ງເອົາຜູ້ຍິງຄົນນີ້ອອກໄປໃຫ້ພົ້ນເຮົາ, ແລ້ວປິດປະຕູໃສ່ໄລຫລັງຈາກນາງອອກໄປ." 18 ແລະມະຫາດເລັກຂອງພຣະອົງກໍໄດ້ນຳນາງອອກໄປ ແລະໄດ້ປິດປະຕູໃສ່ໄລຫລັງຈາກນາງອອກໄປ. ຕາມາໄດ້ນຸ່ງເສື້ອຄຸມຍາວທີ່ໄດ້ປະດັບປະດາ ເພາະເຫລົ່າລູກສາວຂອງກະສັດທີ່ຍັງເປັນຍິງພົມມະຈາລີນຸ່ງກັນເຊັ່ນນັ້ນ. 19 ຕາມາກໍໄດ້ເອົາຂີ້ເທົາໃສ່ທີ່ຫົວຂອງນາງ ແລະໄດ້ຈີກເສື້ອຄຸມຢາວຂອງນາງ. ນາງໄດ້ເອົາມືທັງສອງຂ້າງຂອງນາງຄຸມຫົວ ແລະໄດ້ຢ່າງໄປ, ຮ້ອງໄຫ້ສຽງດັງຂະນະທີ່ນາງໄດ້ຢ່າງໄປ. 20 ອັບຊາໂລມອ້າຍຂອງນາງກໍໄດ້ເວົ້າກັບນາງວ່າ, "ອຳໂນນອ້າຍຂອງນ້ອງໄດ້ຢູ່ກັບນ້ອງບໍ່? ແຕ່ ບັດນີ້ ຈົ່ງມິດສາ, ນ້ອງຂອງອ້າຍ. ເຂົາເປັນອ້າຍຂອງເຈົ້າ. ຢ່າທຸກໃຈເພາະເລື່ອງນີ້ເລີຍ," ດັ່ງນັ້ນຕາມມາກໍໄດ້ຢູ່ດຽວດາຍໃນວັງຂອງອ້າຍອັບຊາໂລມ. 21 ແຕ່ເມື່ອກະສັດດາວິດໄດ້ຊົງຮູ້ເລື່ອງເຫລົ່ານີ້ທັງຫມົດ, ເພິ່ນກໍໄດ້ໃຈຮ້າຍຫລາຍ. 22 ອັບຊາໂລມບໍ່ໄດ້ເວົ້າກັບອຳໂນນເລີຍ, ເພາະອັບຊາໂລໄດ້ກຽດຊັງເພິ່ນຫລາຍໃນສິ່ງທີ່ເພິ່ນໄດ້ເຮັດກັບຕາມານ້ອງສາວຂອງເພິ່ນໄດ້ອັບອາຍ. 23 ແລ້ວສິ່ງນີ້ກໍໄດ້ເກີດຂຶ້ນ ຕໍ່ມາອີກສອງປີເຕັມ ທີ່ອັບຊາໂລມໄດ້ຈັດງານຕັດຂົນແກະທີ່ບາອານຮາໂຊ, ຊຶ່ງຢູ່ໃກ້ເອຟຣາອິມ, ແລະອັບຊາໂລມໄດ້ເຊີນລູກທັງຫມົດຂອງກະສັດໄປໃນງານນັ້ນ. 24 ອັບຊາໂລມໄດ້ໄປເຝົ້າກະສັດ ແລະໄດ້ທູນວ່າ,"ເບິ່ງເຖີດ, ຜູ້ຮັບໃຊ້ຂອງທ່ານມີງານຕັດຂົນແກະ. ຂໍທູນເຊີນ,ກະສັດພ້ອມດ້ວຍມະຫາດເລັກຂອງທ່ານໄປໃນງານນັ້ນໄປກັບຂ້ານ້ອຍ,ຜູ້ຮັບໃຊ້ຂອງທ່ານ." 25 ກະສັດໄດ້ເວົ້າກັບອັບຊາໂລມວ່າ, "ບໍ່, ລູກເອີຍ, ຢ່າເລີຍ ພວກເຮົາທຸກຄົນບໍ່ຄວນໄປກັນຫມົດເລີຍ ເພາະວ່າພວກເຮົາຈະເປັນພາລະແກ່ເຈົ້າ." ອັບຊາໂລມກໍໄດ້ຊົງເກ້ຍກ່ອມກະສັດ, ແຕ່ເພິ່ນກໍບໍ່ຍອມໄປ, ແຕ່ເພິ່ນໄດ້ຊົງອວຍພອນໃຫ້ອັບຊາໂລມ. 26 ແລ້ວອັບຊາໂລມຈຶ່ງໄດ້ທູນວ່າ, "ຖ້າບໍ່ກະລຸນາໄປ ກໍຂໍຊົງກະລຸນາໃຫ້ອຳໂນນອ້າຍຂອງຂ້ານ້ອຍໄປດ້ວຍກັນກັບພວກເຮົາເຖີດ." ດັ່ງນັ້ນກະສັດໄດ້ເວົ້າວ່າ,"ເປັນຫຍັງຈະໃຫ້ອຳໂນນໄປກັບເຈົ້າດ້ວຍ?" 27 ອັບຊາໂລມໄດ້ທູນເກ້ຍກ່ອມດາວິດ, ແລະດັ່ງນັ້ນເພິ່ນຈຶ່ງໄດ້ຊົງໃຫ້ອຳໂນນ ແລະລູກຂອງກະສັດທັງຫມົດໄປດ້ວຍກັນກັບອັບຊາໂລມ. 28 ອັບຊາໂລມໄດ້ຊົງບັນຊາພວກມະຫາເລັກຂອງເພິ່ນວ່າ,"ຈົ່ງຖ້າເບິ່ງຢ່າງໃກ້ຊິດ. ເມື່ອອຳໂນນໄດ້ເລີ່ມເມົາເຫລົ້າອະງຸ່ນເມື່ອໃດ, ແລະເມື່ອເຮົາສັ່ງພວກເຈົ້າວ່າ, "ຈົ່ງປະຫານອຳໂນນ," ແລ້ວຈົ່ງຂ້າເຂົາ ຢ່າຍ້ານເລີຍ. ເຮົາເອງສັ່ງພວກເຈົ້າແລ້ວບໍ່ແມ່ນບໍ່? ຈົ່ງເຂັ້ມແຂງ ແລະກ້າຫານເຖີດ." 29 ດັ່ງນັ້ນພວກມະຫາດເລັກຂອງອັບຊາໂລມກໍໄດ້ເຮັດກັບອຳໂນນຕາມທີ່ອັບຊາໂລມໄດ້ຊົງບັນຊາໄວ້. ແລ້ວລູກທັງຫມົດຂອງກະສັດກໍໄດ້ລຸກຂຶ້ນ, ແລະທຸກຄົນກໍໄດ້ຊົງຂີ່ລໍ້ແຕ່ລະຄົນ ແລະຫນີໄປ ດັ່ງນັ້ນ. 30 ສິ່ງນີ້ໄດ້ເກີດຂຶ້ນ, ຂະນະເມື່ອເຫລົ່າ,ລູກຊາຍໄດ້ຊົງດຳເນີນຢູ່ຕາມທາງໄດ້ມີຂ່າວໄປເຖິງດາວິດວ່າ, "ອັບຊາໂລມໄດ້ຊົງຂ້າລູກຂອງເພິ່ນທັງຫມົດແລ້ວ, ແລະບໍ່ເຫລືອລອດຢູ່ຈັກຄົນດຽວ." 31 ຈີກເຄື່ອງນຸ່ງຫົ່ມຂອງຕົນດ້ວຍຄວາມໂສກເສົ້າ, ແລະນອນລົງພື້ນ, ຄົນຮັບໃຊ້ທັງຫມົດກໍໄດ້ນຸ່ງເສື້ອຜ້າຈີກຂາດຢືນເຝົ້າຢູ່. 32 ໂຢນາດາບລູກຊາຍຂອງຊາມມາ, ຫລານຊາຍຂອງດາວິດ, ໄດ້ຊົງຕອບ ແລະໄດ້ທູນວ່າ, "ຂໍຢ່າໃຫ້ເຈົ້ານາຍຂອງຂ້ານ້ອຍສຳຄັນຜິດໄປວ່າ ພວກເຂົາໄດ້ຂ້າຄົນຫນຸ່ມແຫນ້ນທັງຫມົດທີ່ເປັນລູກຂອງກະສັດ, ເພາະວ່າອຳໂນນຕາຍແຕ່ຜູ້ດຽວ. ອັບຊາໂລມຊົງວາງແຜນການນີ້ຕັ້ງແຕ່ມື້ທີ່ອຳໂນນໄດ້ຊົງເຮັດຮຸ່ນແຮງຕໍ່ຕາມານ້ອງສາວຂອງທ່ານ. 33 ດັ່ງນັ້ນ ເພາະສະນັ້ນ ຂໍກະສັດເຈົ້ານາຍຂອງຂ້ານ້ອຍຢ່າທຸກໃຈ, ດ້ວຍຊົງເຊື່ອວ່າ ລູກທັງຫມົດຂອງທ່ານໄດ້ຕາຍ,ເພາະອຳໂນນໄດ້ຕາຍແຕ່ຄົນດຽວ." 34 ອັບຊາໂລມກໍໄດ້ຫນີໄປ. ທະຫານຍາມໄດ້ແງນຫນ້າຂຶ້ນເບິ່ງ ແລະໄດ້ເຫັນຄົນຈຳນວນຫລາຍກຳລັງມາຈາກທາງຕາມຫລັງເນີນພູທາງດ້ານຕາເວັນຕົກຂອງເຂົາ. 35 ແລ້ວໂຢນາດາບຈຶ່ງໄດ້ທູນກະສັດວ່າ, "ເບິ່ງເຖີດ, ບັນດາລູກຊາຍກຳລັງມາແລ້ວ. ສິ່ງນີ້ເປັນຈິງຕາມຖ້ອຍຄຳທີ່ຜູ້ຮັບໃຊ້ຂອງທ່ານໄດ້ທູນແລ້ວ." 36 ດັ່ງນັ້ນ ສິ່ງນີ້ໄດ້ເກີດຂຶ້ນ ເມື່ອເຂົາໄດ້ເວົ້າຈົບລົງບັນດາລູກຂອງກະສັດ,ກໍໄດ້ມາເຖິງ ແລະຊົງຮ້ອງໃຫ້ສຽງດັງແລະຊົງຂົມຂື່ນ. ກະສັດກໍຊົງຂົມຂື່ນ ແລະບັນດາຄົນຮັບໃຊ້ກໍຮ້ອງໄຫ້ສະເອຶກສະເອື້ນດ້ວຍເຊັ່ນກັນ. 37 ແຕ່ອັບຊາໂລມໄດ້ຫນີໄປ ແລະໄດ້ເຂົ້າເຝົ້າຕານໄມ ລູກຊາຍຂອງອາມມີຮຸດ,ກະສັດເມືອງເກຊູ. ດາວິດໄດ້ຊົງໄວ້ທຸກໃຫ້ລູກຂອງເພິ່ນທຸກມື້. 38 ດັ່ງນັ້ນ ອັບຊາໂລມກໍໄດ້ຫນີໄປຍັງເມືອງເກຊູ, ແລະໄດ້ຊົງຢູ່ທີ່ນັ້ນສາມປີ. 39 ໃຈຂອງກະສັດດາວິດຊົງອາໄລເຖິງອັບຊາໂລມ, ເພາະເພິ່ນໄດ້ຊົງຮັບການເລົ້າໂລມເລື່ອງຂອງອຳໂນນ ແລະການຕາຍຂອງເຂົາ.
ບົດທີ 14 14
1 ບັດນີ້ໂຢອາບລູກຊາຍຂອງນາງເຊຣູອີຢາໄດ້ຮູ້ວ່າຈິດໃຈຂອງກະສັດໄດ້ຊົງປາດຖະຫນາຈະໄດ້ພົບອັບຊາໂລມ. 2 ດັ່ງນັ້ນໂຢອາບຈຶ່ງໄດ້ໃຊ້ຄົນໄປຍັງເມືອງເຕກົວ ແລະໄດ້ພາຜູ້ຍິງສະຫລາດຄົນຫນຶ່ງມາພົບເຂົາ. ເຂົາໄດ້ບອກນາງວ່າ,"ຈົ່ງທຳທ່າເປັນຄົນໄວ້ທຸກ ແລະນຸ່ງເສື້ອຂອງຄົນໄວທຸກ. ກະລຸນາຢ່າທານ້ຳມັນ, ແຕ່ທຳທ່າຄືຜູ້ຍິງໄວ້ທຸກໃຫ້ຜູ້ຕາຍມາຫລາຍມື້. 3 ແລ້ວຈົ່ງເຂົ້າໄປເຝົ້າກະສັດ ແລະທູນຂໍ້ຄວາມແກ່ທ່ານກ່ຽວກັບສິ່ງທີ່ເຮົາຈະອະທິບາຍໃຫ້ເຈົ້າ."ດັ່ງນັ້ນໂຢອາບກໍໄດ້ບອກຖ້ອຍຄຳໃຫ້ຍິງນັ້ນທີ່ຈະໄປທູນແກ່ກະສັດ. 4 ເມື່ອຜູ້ຍິງຊາວເຕກົວໄດ້ມາທູນຕໍ່ກະສັດ, ນາງກໍໄດ້ນອນຊົບຫນ້າລົງເຖິງພື້ນດິນ ແລະໄດ້ທູນວ່າ,"ຂ້າແຕ່ກະສັດ, ຂໍຊົງຊ່ວຍຂ້ານ້ອຍດ້ວຍເຖີດ." 5 ກະສັດໄດ້ເວົ້າກັບຜູ້ຍິງນັ້ນວ່າ, "ເຈົ້າມີເລື່ອງຫຍັງບໍ?" ນາງໄດ້ທູນວ່າ,"ຄວາມຈິງເປັນດັ່ງນີ້ ຂ້ານ້ອຍເປັນຍິງຫມ້າຍ, ຜົວຂອງຂ້ານ້ອຍໄດ້ຕາຍແລ້ວ. 6 ຂ້ານ້ອຍ,ສາວໃຊ້ຂອງທ່ານມີລູກຊາຍສອງຄົນ, ແລະພວກເຂົາກໍໄດ້ແຕ່ງງານກັນທີ່ທົ່ງນາ, ແລະບໍ່ມີໃຜແຍກພວກເຂົາອອກ. ລູກຊາຍຄົນຫນຶ່ງຈຶ່ງໄດ້ຂ້າອີກຄົນຫນຶ່ງຕາຍ. 7 ບັດນີ້ ບັນດາຍາດພີນ້ອງທັງຫມົດ,ກໍໄດ້ຫັນກັນມາຫາສາວໃຊ້ຂອງເພິ່ນບອກວ່າ,"ຈົ່ງມອບຜູ້ຂ້າອ້າຍຂອງເຂົາເພື່ອເຮົາຈະຂ້າເຂົາໃຫ້ຕາຍ, ເພື່ອຊົດໃຊ້ຊີວິດຂອງອ້າຍເຂົາທີ່ຖືກຂ້ານັ້ນ.' ດັ່ງນັ້ນພວກເຂົາຈະທຳລາຍຜູ້ຮັບມໍລະດົກດ້ວຍ." ດັ່ງນີ້ຂ້ານ້ອຍກໍຈະບໍ່ມີລູກເຫລືອຢູ່ເລີຍ, ແລະພວກເຂົາຈະບໍ່ເຫລືອໃຫ້ແມ້ແຕ່ຊື່ຫລືເຊື້ອສາຍຂອງຜົວຂ້ານ້ອຍເທິງພື້ນແຜ່ນດິນໂລກນີ້ເລີຍ." 8 ດັ່ງນັ້ນກະສັດຈຶ່ງໄດ້ເວົ້າກັບຍິງຄົນນັ້ນວ່າ, "ໄປບ້ານເຈົ້າເຖີດ, ແລະເຮົາເອງຈະສັ່ງການບາງສິ່ງເພື່ອເຈົ້າ." 9 ຜູ້ຍິງຊາວເຕກົວ ຈຶ່ງໄດ້ທູນກະສັດວ່າ,"ຂ້າແຕ່ກະສັດ,ເຈົ້ານາຍຂອງຂ້ານ້ອຍ, ຂໍໃຫ້ໂທດຕົກຢູ່ກັບຂ້ານ້ອຍ ແລະກັບເຊື້ອສາຍພໍ່ຂອງຂ້ານ້ອຍເຖີດ. ກະສັດ ແລະຄົນຮັບໃຊ້ຂອງເພິ່ນຢ່າໃຫ້ມິີໂທດເລີຍ." 10 ກະສັດໄດ້ຕອບວ່າ, "ຖ້າມີໃຜກ່າວຫຍັງແກ່ເຈົ້າ, ຈົ່ງພາເຂົາມາຫາເຮົາ, ແລະເຂົາຈະບໍ່ແຕະຕ້ອງເຈົ້າອີກເລີຍ." 11 ແລ້ວນາງກໍໄດ້ທູນວ່າ, "ຂໍກະສັດຊົງກ່າວ,ໃນພຣະນາມພຣະຢາເວພຣະເຈົ້າຂອງທ່ານ,ເພື່ອຜູ້ຮັບພິຊອບແຫ່ງໂລຫິດຈະບໍ່ທຳລາຍຜູ້ໃດອີກຕໍ່ໄປ, ດັ່ງນັ້ນພວກເຂົາຈະບໍ່ທຳຮ້າຍລູກຊາຍຂອງຂ້ານ້ອຍ." ກະສັດໄດ້ກ່າວວ່າ, "ພຣະຢາເວຊົງມີຊີວິດຢູ່,ເສັ້ນຜົມຂອງລູກຊາຍຂອງເຈົ້າເສັ້ນດຽວຈະບໍ່ຕົກລົງເຖິງດິນ." 12 ແລ້ວຜູ້ຍິງໄດ້ທູນວ່າ, "ຂໍສາວໃຊ້ຂອງທ່ານໄດ້ທູນອີກຈັກຄຳຫນຶ່ງແກ່ກະສັດເຈົ້ານາຍຂອງຂ້ານ້ອຍ." ເພິ່ນໄດ້ກ່າວວ່າ, "ຈົ່ງເວົ້າມາ." 13 ດັ່ງນັ້ນຜູ້ຍິງນັ້ນຈຶ່ງໄດ້ທູນວ່າ, "ເຫດໃດທ່ານໄດ້ຊົງເຮັດຜິດຕໍ່ປະຊາຊົນຂອງພຣະເຈົ້າ? ສຳຫລັບໃນການກ່າວເຊັ່ນນີ້, ກະສັດໄດ້ຊົງເປັນຄືບາງຄົນທີ່ມີຄວາມຜິດ, ເພາະວ່າກະສັດຍັງບໍ່ໄດ້ນຳລູກຊາຍຜູ້ຖືກເນລະເທດກັບມາວັງເລີຍ. 14 ດັ່ງນັ້ນພວກເຮົາຈະຕ້ອງຕາຍ, ແລະພວກເຮົາເປັນຄືນ້ຳທີ່ເຫີຍເທິງພື້ນດິນ, ທີ່ບໍ່ສາມາອດຈະເກັບລວມກັບຄືນມາອີກບໍ່ໄດ້. ແຕ່ພຣະເຈົ້າບໍ່ຊົງທຳລາບຍຊີວິດ,ແຕ່ຊົງເຮັດຜິດສຳຫລັບຄົນເຫລົ່ານັ້ນທີ່ຖືກເນລະເທດໄດ້ກັບຄືນມາອີກ. 15 ບັດນີ້, ແລ້ວທີ່ຂ້ານ້ອຍໄດ້ທູນເລື່ອງນີ້ຕໍ່ກະສັດເຈົ້ານາຍຂອງຂ້ານ້ອຍ, ກໍເພາະວ່າພວກປະຊາຊົນໄດ້ເຮັດໃຫ້ຂ້ານ້ອຍຢ້ານ. ດັ່ງນັ້ນສາວໃຊ້ຂອງເພິ່ນໄດ້ຄິດວ່າ,"ບັດນີ້ຂ້ອຍຈະທູນກະສັດ. ບາງທີກະສັດຈະຊົງເຮັດຕາມຄຳຂໍຂອງສາວໃຊ້ເພິ່ນ. 16 ເພາະວ່າກະສັດຈະຊົງຟັງເຮົາ, ເພື່ອທີ່ຈະຊົງຊ່ວຍກູ້ສາວໃຊ້ຂອງເພິ່ນຈາກມືຂອງຜູ້ຈະທຳລາຍທັງຕົວຂ້ານ້ອຍ, ແລະລູກຊາຍຂອງຂ້ານ້ອຍຈາກມໍລະດົກຂອງພຣະເຈົ້າ." 17 ແລ້ວສາວໃຊ້ຂອງເພິ່ນໄດ້ອະທິຖານວ່າ, "ຂ້າແຕ່ພຣະຢາເວ, ຂໍໃຫ້ສັນຍາຂອງກະສັດເຈົ້ານາຍຂອງຂ້ານ້ອຍເປັນທີ່ພັກພິງປຽບດັ່ງເທວະດາຂອງພຣະເຈົ້າ, ເພາະກະສັດເຈົ້ານາຍຂອງຂ້ານ້ອຍຜູ້ຊົງຮູ້ຄວາມດີ ແລະຊົ່ວ.' ຂໍພຣະຢາເວພຣະເຈົ້າຂອງທ່ານສະຖິດກັບທ່ານເຖີດ." 18 ແລ້ວກະສັດໄດ້ຊົງກ່າວກັບຍິງນັ້ນວ່າ, "ຈົ່ງຢ່າປິດບັງສິ່ງໃດຈາກເຮົາທີ່ເຮົາເອງຈະຖາມເຈົ້າ." ຜູ້ຍິງນັ້ນໄດ້ທູນວ່າ, "ຂໍກະສັດເຈົ້ານາຍຂອງຂ້ານ້ອຍກ່າວເຖີດ." 19 ກະສັດຈຶ່ງໄດ້ກ່າວວ່າ, "ມືຂອງໂຢອາບກ່ຽວຂ້ອງກັບເຈົ້າດ້ວຍໃນເລື່ອງທັງຫມົດນີ້ແມ່ນບໍ່?" ຜູ້ຍິງນັ້ນໄດ້ທູນຕອບ ແລະໄດ້ກ່າວວ່າ, "ຂ້າແຕກະສັດ, ເຈົ້ານາຍຂອງຂ້ານ້ອຍທ່ານຊົງມີຊີວິດຢູ່ ບໍ່ມີໃຜຫນີໄປທາງຂວາມືຫລືທາງຊາຍມືໄດ້ຈາກທຸກສິ່ງທີ່ກະສັດເຈົ້ານາຍຂອງຂ້ານ້ອຍໄດ້ກ່າວໄວ້ນັ້ນແລ້ວ. 20 ເຂົານັ້ນແຫລະໂຢອາບຜູ້ຮັບໃຊ້ທ່ານທີ່ໄດ້ເຮັດສິ່ງນີ້ກໍເພື່ອຈະແກ້ໄຂສະຖານະການທີ່ກຳລັງເປັນຢູ່ນີ້. ເຈົ້ານາຍຂອງຂ້ານ້ອຍຊົງມີສະຕິປັນຍາ, ເຫນືອນດັ່ງສະຕິປັນຍາຂອງເທວະດາຂອງພຣະເຈົ້າ, ແລະຊົງຮູ້ທຸກສິ່ງທີ່ກຳລັງເກີດເກີດຂຶ້ນໃນແຜ່ນດິນ." 21 ດັ່ງນັ້ນກະສັດຈຶ່ງໄດ້ກ່າວສັ່ງໂຢອາບວ່າ, "ເບິ່ງເຖີດ ເຮົາຈະເຮັດສິ່ງນີ້. ດັ່ງນັ້ນຈົ່ງໄປ, ແລະນຳອັບຊາໂລມຊາຍຫນຸ່ມຄົນນັ້ນກັບມາ." 22 ດັ່ງນັ້ນໂຢອາບກໍໄດ້ນອນລົງກົ້ມຫນ້າລົງພື້ນດິນ ແລະຖວາຍຄວາມຈົ່ງຮັກພັກດີຕໍ່ກະສັດ. ໂຢອາບໄດ້ທູນວ່າ, "ມື້ນີ້ຜູ້ຮັບໃຊ້ຂອງທ່ານຮູ້ວ່າ, ຂ້ານ້ອຍ,ໄດ້ຮັບຄວາມໂປດປານຈາກກະສັດ,ເຈົ້ານາຍຂອງຂ້ານ້ອຍໃນການທີ່ກະສັດໄດ້ຊົງພໍໃຈ ຕາມຄຳທູນຂໍຂອງຜູ້ຮັບໃຊ້ຂອງທ່ານ." 23 ດັ່ງນັ້ນ,ໂຢອາບຈຶ່ງໄດ້ລຸກຂຶ້ນໄປຍັງເມືອງເກຊູ, ແລະໄດ້ພາອັບຊາໂລມມາຍັງນະຄອນເຢຣູຊາເລັມ. 24 ກະສັດໄດ້ກ່າວວ່າ, "ໃຫ້ເຂົາກັບໄປວັງຂອງເຂົາເຖີດ, ແຕ່ຢ່າໃຫ້ເຂົ້າເຝົ້າເຮົາ." ດັ່ງນັ້ນອັບຊາໂລມກໍໄດ້ກັບໄປຢູ່ວັງຂອງເພິ່ນ, ແຕ່ບໍໄດ້ເຂົ້າເຝົ້າຕໍ່ຫນ້າກະສັດ. 25 ບັດນີ້ ອິດສະຣາເອນບໍ່ມີຜູ້ໃດໄດ້ຮັບການຍົກຍ້ອງໃນເລື່ອງຄວາມສະງ່າງາມຫລາຍເທົ່າກັບອັບຊາໂລມ. ນັບແຕ່ປາຍຕີນຈົນຮອດຫົວຂອງເພິ່ນ ເພິ່ນບໍ່ຊົງມີຕຳນິເລີຍ. 26 ເມື່ອເພິ່ນຊົງຕັດຜົມໃນທ້າຍປີຂອງທຸກປີ, ເພາະວ່າຜົມເທິງຫົວຂອງເພິ່ນມີນ້ຳຫນັກຫລາຍ, ເພິ່ນໄດ້ຊົງຊັ່ງຜົມ ໄດ້ຫນັກປະມານເຖິງສອງກິໂລ ຊຶ່ງໄດ້ຊັ່ງຕາມນ້ຳມາດຕະຖານຂອງກະສັດ. 27 ອັບຊາໂລມໄດ້ມີລູກຊາຍສາມຄົນ, ແລະລູກສາວຄົນຫນຶ່ງຊື່ຕາມາ, ນາງເປັນຍິງທີ່ງາມ. 28 ອັບຊາໂລມໄດ້ຢູ່ໃນນະຄອນເຢຣູຊາເລັມເຖິງສອງປີເຕັມ, ໂດຍບໍ່ໄດ້ເຂົ້າເຝົ້າຕໍ່ຫນ້າກະສັດ. 29 ແລ້ວອັບຊາໂລມກໍໄດ້ສົ່ງຄົນໄປນຳຫາໂຢອາບໃຫ້ນຳເພິ່ນເຂົ້າໄປເຝົ້າກະສັດ, ແຕ່ໂຢອາບບໍ່ໄດ້ມາຫາເພິ່ນ. ດັ່ງນັ້ນເພິ່ນກໍໄດ້ຊົງສົ່ງຄົນໄປຄັ້ງທີ່ສອງ, ແຕ່ໂຢອາບກໍບໍ່ໄດ້ມາອີກ. 30 1 ດັ່ງນັ້ນ ອັບຊາໂລມຈຶ່ງໄດ້ຊົງສັ່ງພວກຄົນຮັບໃຊ້ຂອງເພິ່ນວ່າ, "ເບິ່ງແມ້,ນາຂອງໂຢອາບຢູ່ຕໍ່ຈາກນາຂອງເຮົາ. ເຂົາມີເຂົ້າບາເລ້ທີ່ນັ້ນ ຈົ່ງໄປເອົາໄຟເຜົາ." ພວກຄົນຮັບໃຊ້ຂອງອັບຊາໂລມກໍໄດ້ເອົາໄຟເຜົານາ. 31 ແລ້ວໂຢອາບກໍໄດ້ລຸກຂຶ້ນໄປຫາອັບຊາໂລມທີ່ວັງຂອງເພິ່ນ, ແລະໄດ້ທູນຖາມເພິ່ນວ່າ, "ເປັນຫຍັງພວກຄົນຮັບໃຊ້ຂອງທ່ານຈຶ່ງເອົາໄຟເຜົານາຂອງຂ້ານ້ອຍ?" 32 ອັບຊາໂລມໄດ້ຕອບໂຢອາບວ່າ, "ເບິ່ງເຖີດ,ເຮົາສົ່ງຄົນໄປບອກທ່ານວ່າ,"ມານີ້ເຖີດ ເຮົາຈະສົ່ງທ່ານໄປຫາກະສັດທູນວ່າ, "ໃຫ້ຂ້ານ້ອຍມາຈາກເກຊູເຮັດຫຍັງ? ຂ້ານ້ອຍຢູ່ທີ່ນັ້ນກໍດີກວ່າ” ດັ່ງນັ້ນ. ບັດນີ້ຂໍໃຫ້ເຮົາໄດ້ເຂົ້າເຝົ້າຕໍ່ຫນ້າກະສັດ, ແລະຖ້າເຮົາມີຄວາມຜິດ ກໍໃຫ້ເພິ່ນຊົງຂ້າເຮົາ."" 33 ດັ່ງນັ້ນໂຢອາບຈຶ່ງໄດ້ເຂົ້າເຝົ້າກະສັດ. ແລະໄດ້ທູນເພິ່ນໃຫ້ຊົງຮູ້ ເມື່ອກະສັດຊົງຮ້ອງຫາອັບຊາໂລມ, ເພິ່ນຈຶ່ງໄດ້ເຂົ້າໄປເຝົ້າກະສັດ ກົ້ມຫນ້າລົງພື້ນດິນຕໍ່ຫນ້າກະສັດ, ແລະກະສັດກໍໄດ້ຊົງຈູບອັບຊາໂລມ.
ບົດທີ 15 15
1 ອັບຊາໂລມໄດ້ຈັດຕຽມລົດສຶກ ແລະມ້າຫລາຍໂຕສຳຫລັບເພິ່ນເອງ, ກັບທະຫານແລ່ນນຳຫນ້າເພິ່ນ ຈຳນວນຫ້າສິບຄົນ. 2 ອັບຊາໂລມໄດ້ຊົງຕື່ນແຕ່ເຊົ້າ. ຊົງຢືນຢູ່ທີ່ທາງເຂົ້າປະຕູ ຖ້າໃຜມີເລື່ອງຖວາຍກະສັດ,ໃຫ້ຊົງຕັດສິນ ອັບຊາໂລມກໍໄດ້ຮ້ອງຜູ້ນັ້ນ ແລະໄດ້ຖາມວ່າ, "ເຈົ້າມາຈາກເມືອງໃດ?" ແລ້ວເມື່ອເຂົາໄດ້ທູນຕອບວ່າ, "ຜູ້ຮັບໃຊ້ຂອງທ່ານເປັນຄົນເຜົ່າຫນຶ່ງໃນອິດສະຣາເອນ." 3 ດັ່ງນັ້ນ ອັບຊາໂລມກໍໄດ້ຊົງບອກເຂົາວ່າ, "ເບິ່ງເຖີດ, ຄຳຮ້ອງຂອງເຈົ້າກໍດີ ແລະຖືກຕ້ອງ, ແຕ່ກະສັດບໍ່ໄດ້ຊົງຕັ້ງໃຜໄວ້ໃຫ້ຟັງເຈົ້າ." 4 ອັບຊາໂລມໄດ້ກ່າວເຕີມວ່າ, "ຂ້ານ້ອຍປາຖະຫນາວ່າຂ້ານ້ອຍໄດ້ຮັບແຕ່ງຕັ້ງເປັນຜູ້ພິພາກສາໃນແຜ່ນດິນນີ້ ດັ່ງນັ້ນ, ເມື່ອໃຜມີຂໍ້ຂັດແຍ່ງຫລືຕ້ອງການຄຳຕັດສິນຈະໄດ້ມາຫາຂ້ານ້ອຍ, ແລະຂ້ານ້ອຍຈະໃຫ້ຄວາມຢຸດຕິທຳແກ່ເຂົາ!" 5 ດັ່ງນັ້ນ ເລື່ອງນີ້ກໍໄດ້ເກີດຂຶ້ນເມື່ອມີໃຜເຂົ້າມາຫາອັບຊາໂລມເພື່ອກົມກາບອັບຊາໂລມ, ອັບຊາໂລມກໍໄດ້ຍື່ນມືອອກກອດ ແລະຈູບເຂົາ. 6 ອັບຊາໂລມໄດ້ເຮັດແບບນີ້ແກ່ຄົນອິດສະຣາເອນທັງຫມົດ ທີ່ມາເຝົ້າກະສັດເພື່ອຂໍຄຳຕັດສິນ. ດັ່ງນັ້ນອັບຊາໂລມກໍໄດ້ຊະນະໃຈຂອງບັນດາຊາວອິດສະຣາເອນ. 7 ເມື່ອລ່ວງມາຈົນຮອດທ້າຍປີທີສີ່ທີ່ອັບຊາໂລມ ໄດ້ທູນກະສັດວ່າ,"ຂໍຊົງອະນຸຍາດໃຫ້ຂ້ານ້ອຍໄປ ແລະແກ້ບະ ຊຶ່ງຂ້ານ້ອຍໄດ້ສັນຍາໄວ້ຕໍ່ພຣະຢເວທີ່ເມືອງເຮັບໂຣນ. 8 ເພາະວ່າຜູ້ຮັບໃຊ້ຂອງພຣະອົງໄດ້ສັນຍາໄວ້ເມື່ອຕອນຍັງຢູ່ໃນເມືອງເກຊູໃນຊີເຣຍວ່າ, "ຖ້າພຣະຢາເວຊົງນຳຂ້ານ້ອຍກັບມາຍັງນະຄອນເຢຣູຊາເລັມອີກເທື່ອຫນຶ່ງແລ້ວ, ຂ້ານ້ອຍຈະຖວາຍນະມັດສະການພຣະຢາເວ."" 9 ດັ່ງນັ້ນກະສັດໄດ້ກ່າວຕອບເຂົາວ່າ, "ຈົ່ງໄປເປັນສຸກເຖີດ" ດັ່ງນັ້ນອັບຊາໂລມກໍໄດ້ລຸກຂຶ້ນແລະໄດ້ໄປຍັງເມືອງເຮັບໂຣນ. 10 ແຕ່ແລ້ວອັບຊາໂລມໄດ້ສົ່ງຜູ້ຊອດແນມໄປທົ່ວອິດສະເອນທຸກເຜົ່າ, ກ່າວວ່າ, "ທັນທີທີ່ພວກທ່ານໄດ້ຍິນສຽງແກດັງຂຶ້ນເມື່ອໃດ, ແລ້ວພວກທ່ານຈົ່ງກ່າວວ່າ,"ອັບຊາໂລມເປັນກະສັດທີ່ເຮັບໂຣນ."" 11 ອັບຊາໂລມ ໄດ້ເຊີນເອົາສອງຮ້ອຍຄົນ ຈາກນະຄອນເຢຣູຊາເລັມໄປກັບຕົນ, ຄົນເຫລົ່ານີ້ໄດ້ໄປດ້ວຍຄວາມບໍລິສຸດໃຈຂອງພວກເຂົາ. ບໍ່ຮູ້ເລື່ອງທັ້ງຫມົດທີ່ອັບຊາໂລມໄດ້ວາງແຜນໄວ້ . 12 ຂະນະເມື່ອອັບຊາໂລມຖວາຍເຄື່ອງບູຊາຢູ່ນັ້ນ, ລາວໄດ້ສົ່ງຄົນໄປເຊີນອາຮີໂຕເຟນຈາກກີໂລເມືອງຂອງເຂົາ. ເຂົາເປັນທີ່ປຶກສາຂອງດາວິດ. ການຄົບຄິດກັນຂອງອັບຊາໂລມກໍເຂັ້ມແຂ້ງຂຶ້ນ ,ເພາະປະຊາຊົນທີ່ມາຕິດຕາມອັບຊາໂລມກໍໄດ້ເພີ່ມຫລາຍຂຶ້ນຢ່າງຕໍ່ເນື່ອງ. 13 ຜູ້ສື່ສານຄົນຫນຶ່ງໄດ້ມາເຝົ້າດາວິດ ທູນວ່າ, "ໃຈຂອງຄົນອິດສະຣາເອນຄ້ອຍຕາມອັບຊາໂລມໄປແລ້ວ." 14 ດັ່ງນັ້ນດາວິດໄດ້ຊົງຮັບສັ່ງແກ່ບັນຜູ້ຮັບໃຊ້ທີ່ຢູ່ກັບເພິ່ນທີ່ນະຄອນເຢຣູຊາເລັມວ່າ, "ຈົ່ງລຸກຂຶ້ນ ແລະໃຫ້ເຮົາຫນີໄປເຖີດ, ບໍ່ເຊັ່ນນັ້ນຈະບໍ່ມີໃຜໃນພວກເຮົາໄດ້ຫນີຈາກອັບຊາໂລມ.ຈົ່ງຕຽມຫນີໄປທັນທີ, ບໍ່ເຊັ່ນນັ້ນ ເຂົາຈະນຳພວກເຮົາທັນ, ແລະນຳເຫດຮ້າຍມາເຖິງພວກເຮົາ ແລະເຂົາຈະທຳລາຍເມືອງນີ້ດ້ວຍຄົມດາບ." 15 ເຫລົ່າຜູ້ຮັບໃຊ້ກະສັດຈຶ່ງໄດ້ທູນກະສັດວ່າ,"ເບິງເຖີດ, ບັນດາຜູ້ຮັບໃຊ້ຂອງທ່ານພ້ອມຈະເຮັດຕາມຊຶ່ງກະສັດເຈົ້ານາຍຂອງພວກຂ້ານ້ອຍຕັດສິນໃຈທຸກປະການ." 16 ກະສັດກໍໄດ້ຊົງຈາກໄປ ແລະຄົນທັງຫມົດ,ໃນຣາຊສຳນັກຂອງເພິ່ນ,ກໍໄປພ້ອມກັບເພິ່ນ. 17 ກະສັດໄດ້ຊົງຖິ້ມຜູ້ຍິງທີ່ເປັນສາວໃຊ້ໄວ້ສິບຄົນ ໃຫ້ເຝົ້າະຣາຊວັງ, ຫລັງຈາກນັ້ນກະສັດກໍໄດ້ອອກໄປປະຊາຊົນທັງຫມົດກໍໄດ້ຕາມເພິ່ນໄປ ແລະໄດ້ຢູ່ທີ່ບ້ານຢູ່ຫລັງສຸດທ້າຍ. 18 ກອງທັບທັງຫມົດກໍໄດ້ເດີນທັບໄປກັບເພິ່ນ, ແລະຕໍ່ຫນ້າຂອງເພິ່ນ ບັນດາຄົນເກເຣັດທັງຫມົດ,ແລະຄົນເປເລັດທັງຫມົດ,ກັບຄົນກາດທັງຫມົດ ຫົກຮ້ອຍຄົນທີ່ໄດ້ຕິດຕາມເພິ່ນ ກໍໄດ້ຍ່າງຜ່ານເພິ່ນໄປເຫມືອນກັນ. 19 ແລ້ວກະສັດຈຶ່ງໄດ້ກ່າວກັບອິດໄຕວ່າ, "ເປັນຫຍັງເຈົ້າຈະໄປກັບພວກເຮົາດ້ວຍ? ຈົ່ງກັບໄປ ແລະຢູ່ກັບກະສັດ,ເພາະພວກເຈົ້າເປັນຄົນຕ່າງດ້າວ ແລະຖືກເນລະເທດມາດ້ວຍ. ຈົ່ງກັບໄປບ້ານເມືອງຂອງພວກເຈົ້າເຖີດ. 20 ເນື່ອງຈາກພວກເຈົ້າຫາກໍ່ມາຮອດມື້ວານນີ້, ເປັນຫຍັງເຮົາຈະໃຫ້ພວກເຈົ້າເດີນທາງໄປກັບພວກເຮົາດ້ວຍ? ເຮົາເອງກໍຍັງບໍ່ຮູ້ວ່າເຮົາກຳລັງຈະໄປທີ່ໃດ. ດັ່ງນັ້ນຈົ່ງກັບໄປເຖີດ ແລະພາພວກພີ່ນ້ອງຂອງເຈົ້າກັບໄປດ້ວຍ. ຂໍຄວາມຮັກຫມັ່ນຄົງ ແລະຄວາມຈິງຈົ່ງຢູ່ກັບເຈົ້າເຖີດ." 21 ແຕ່ອິດໄຕໄດ້ທູນຕອບກະສັດວ່າ, "ພຣະຢາເວຊົງມີຊີວິດຢູ່, ແລະກະສັດເຈົ້ານາຍຂອງຂ້ານ້ອຍຊົງມີຊີວິດຢູ່, ແນ່ນອນທີດຽວ ບໍ່ວ່າເຈົ້ານາຍຂອງຂ້ານ້ອຍໄປທີ່ໃດຜູ້ຮັບໃຊ້ຂອງທ່ານ,ກໍຂໍໄປຢູ່ທີ່ນັ້ນດ້ວຍ, ບໍ່ວ່າຈະເປັນເຫດໃຫ້ມີຊີວິດຢູ່ຫລືຕາຍກໍຕາມ." 22 ດັ່ງນັ້ນດາວິດກໍໄດ້ກ່າວກັບອິດໄຕວ່າ, "ຈົ່ງໄປ ແລະຢູ່ກັບພວກເຮົາຕໍ່ໄປ." ດັ່ງນັ້ນອິດໄຕພ້ອມກັບຄົນຂອງເຂົາ ແລະຄອບຄົວຂອງເຂົາທັງຫມົດທີ່ໄດ້ຢູ່ກັບເຂົາຈຶ່ງເດີນທາງຕໍ່ໄປ. 23 ຊາວເມືອງທັງຫມົດກໍໄດ້ຮ້ອງໄຫ້ສຽງດັງເມື່ອປະຊາຊົນທັງຫມົດໄດ້ຜ່ານຂ້າມໄປຫ້ວຍກິດໂຣນ, ແລະທີ່ກະສັດເອງກໍໄດ້ຂ່າມຜ່ານໄປເຊັ່ນກັນ. ປະຊາຊົນທັງຫມົດໄດ້ເດີນທາງຕາມເສັ້ນທາງໄປຍັງຖິ່ນແຫ້ງແລ້ງກັນດານ. 24 ແມ້ແຕ່ຊາດົກພ້ອມຄົນເລວີທັງຫມົດ, ທີ່ຫາມຫີບພັນທະສັນຍາຂອງພຣະເຈົ້າກໍມາດ້ວຍ. ພວກເຂົາໄດ້ວາງຫີບຂອງພຣະເຈົ້າລົງ, ແລະແລ້ວອາບີອາທາກໍໄດ້ມາຮ່ວມກັບພວກເຂົາດ້ວຍ. ພວກເຂົາໄດ້ຖ້າຈົນປະຊາຊົນທັງຫມົດໄດ້ຜ່ານອອກຈາກເມືອງໄປ. 25 ກະສັດໄດ້ກ່າວກັບຊາດົກວ່າ, "ຈົ່ງຫາມຫີບຂອງພຣະເຈົ້າກັບເຂົ້າໄປໃນເມືອງເຖີດ ຫາກວ່າພຣະຢາເວຊົງພໍໃຈເຮົາ, ພຣະອົງຈະຊົງນຳເຮົາກັບ ແລະໃຫ້ເຮົາເຫັນທັງຫີບນັ້ນກັບທີ່ຢູ່ຂອງພຣະອົງ. 26 ແຕ່ຖ້າພຣະອົງກ່າວວ່າ,"ເຮົາບໍ່ພໍໃຈເຈົ້າ" ເບິ່ງເຖີດ, ເຮົາຢູ່ທີ່ນີ້, ຂໍພຣະອົງຊົງເຮັດກັບເຮົາຕາມທີ່ພຣະອົງຊົງເຫັນຊອບເຖີດ." 27 ກະສັດໄດ້ກ່າວກັບຊາດົກປຸໂຣຫິດວ່າ, "ທ່ານເປັນຜູ້ທຳນວຍບໍ່ແມ່ນບໍ? ຈົ່ງກັບເຂົ້າໄປໃນເມືອງຢ່າງສະຫງົບ, ພ້ອມກັບລູກຊາຍທັງສອງຂອງທ່ານ, ຄືໂຢນາທານລູກຂອງຂອງອາບີອາທາ. 28 ເບິ່ງເຖີດ, ເຮົາຈະລໍຖ້າຢູ່ທີ່ທ່າຂ້າມຂອງອາຣາບາຈົນກວ່າຈະມີຂ່າວມາຈາກພວກທ່ານໃຫ້ເຮົາຮູ້." 29 ດັ່ງນັ້ນຊາດົກກັບອາບີອາທາຈຶ່ງໄດ້ຫາມຫີບພັນທະສັນຍາຂອງພຣະເຈົ້າກັບໄປນະຄອນເຢຣູຊາເລັມ, ແລະພວກເຂົາໄດ້ພັກຢູ່ທີ່ນັ້ນ. 30 ແຕ່ດາວິດໄດ້ປະຕີນເປົ່າ ແລະໂສກເສົ້າໄປເທິງພູເຂົາຫມາກກອກເທດ, ແລະເພິ່ນຊົງມີຜ້າຄຸມຫົວ. ປະຊາຊົນທັງຫມົດທີ່ຢູ່ກັບເພິ່ນຊົງມີຜ້າຄຸມຫົວ, ແລະພວກເຂົາໄດ້ຢ່າງຂຶ້ນໄປໂດຍຮ້ອງໄຫ້. 31 ມີຄົນໄດ້ທູນດາວິດວ່າ, "ອາຮີໂຕເຟນຢູ່ໃນພວກສົມຄົບຄິດກັບອັບຊາໂລມດ້ວຍ." ດັ່ງນັ້ນດາວິດຈຶ່ງໄດ້ອະທິຖານ, "ຂ້າແຕ່ພຣະຢາເວ, ຂໍຊົງປ່ຽນໃຫ້ຄຳປຶກສາຂອງອາຮີໂຕເຟນໃຊ້ການບໍ່ໄດ້ເຖີດ." 32 ເລື່ອງນີ້ໄດ້ເກີດຂຶ້ນເມື່ອດາວິດໄດ້ມາຮອດສຸດຫົນທາງຊຶ່ງທີ່ນະມັດສະການພຣະເຈົ້າ, ຮູຊາຍຊາວເມືອງອາກກິດໄດ້ເຂົ້າມາເຝົ້າເພິ່ນ, ດ້ວຍເສື້ອຄຸມທີ່ຈີກຂາດ ແລະດິນຢູ່ເທິງຫົວຂອງເຂົາ . 33 ດາວິດໄດ້ກ່າວກັບເຂົາວ່າ, "ຖ້າເຈົ້າຂ້າມໄປກັບເຮົາ, ເຈົ້າຈະເປັນພາລະແກ່ເຮົາ. 34 ແລະກ່າວກັບອັບຊາໂລມວ່າ, "ຂ້າແຕ່ກະສັດ, ຂ້ານ້ອຍຂໍຖວາຍຕົວເປັນຂ້າຮັບໃຊ້ຂອງທ່ານ, ດັ່ງທີ່ພວກຂ້ານ້ອຍເປັນຂ້າຮັບໃຊ້ຂອງພໍ່ຂອງທ່ານມາແຕ່ກ່ອນໃດ, ຂ້ານ້ອຍກໍຂໍເປັນຂ້າຮັບໃຊ້ຂອງທ່ານເຊັ່ນນັ້ນ," ແລ້ວເຈົ້າຈະເຮັດໃຫ້ຄຳປຶກສາຂອງອາຮີໂຕເຟນສັບສົນເພື່ອເຮົາ. 35 ຊາດົກກັບອາບີອາທາພວກປະໂຣຫິດກໍຢູ່ກັບເຈົ້າບໍ່ແມ່ນບໍ? ດັ່ງນັ້ນສິ່ງໃດກໍຕາມ ທີ່ເຈົ້າໄດ້ຍິນໃນຣາດຊວັງ, ເຈົ້າຈະຕ້ອງບອກໃຫ້ຊາດົກກັບອາບີອາທາພວກປະໂຣຫິນດຮູ້. 36 ດູເຖີດ ພວກເຂົາມີລູກຊາຍສອງຄົນຂອງເຂົາຢູ່ດ້ວຍ , ຄື: ອາຮີມາອາດ,ລູກຊາຍຂອງຊາດົກ, ແລະໂຢນາທານ,ລູກຊາຍຂອງອາບີອາທາ, ທ່ານຈົ່ງໃຊ້ໃຫ້ພວກເຂົາມາບອກເຮົາທຸກເລື້ອງທີ່ທ່ານໄດ້ຍິນ." 37 ດັ່ງນັ້ນຮູຊາຍ, ເພື່ສະຫນິດຂອງດາວິດຈຶ່ງໄດ້ກັບເຂົ້າໄປໃນເມືອງ,ພໍດີກັບອັບຊາໂລມໄດ້ມາຮອດ ແລະໄດ້ເຂົ້າສູ່ນະຄອນເຢຣູຊາເລັມ.
ບົດທີ 16 16
1 ເມື່ອດາວິດໄດ້ກາຍເນີນພູໄປຫນ້ອຍຫນຶ່ງ, ຊີບາຄົນຮັບໃຊ້ຂອງເມຟີໂບເຊັດກໍໄດ້ເຂົ້າມາເຝົ້າເພິ່ນ ຊີບາມີລໍຄູ່ຫນຶ່ງພ້ອມບັນທຸກເຂົ້າຫນົມປັງສອງຮ້ອຍກ້ອນ ລູກເກດຫນຶ່ງຮ້ອຍພວງ, ແລະ ຫມາກໄມ້ສົດອີກຫນຶ່ງຮ້ອຍພວງ, ກັບເຫລົ້າອະງຸ່ນເຕັມຫນຶ່ງຖົງ. 2 ກະສັດໄດ້ກ່າວກັບຊີບາວ່າ, "ເຈົ້ານຳສິ່ງເຫລົ່ານີ້ມາເຮັດຫຍັງ?" ຊີບາໄດ້ທູນຕອບວ່າ,"ລໍຄູ່ນັ້ນເພື່ອຣາຊວົງຈະໄດ້ຊົງຂີ່ ສ່ວນເຂົ້າຫນົມປັງ ແລະຫມາກໄມ້ແຫ້ງສຳຫລັບພວກຄົນຫນຸ່ມຈະໄດ້ກິນ, ແລະເຫລົ້າອະງຸ່ນເພື່ອຜູ້ທີ່ອິດເມື່ອຍໃນຖິ່ນແຫ້ງແລ້ງກັນດານຈະໄດ້ດື່ມກິນ." 3 ກະສັດໄດ້ກ່າວວ່າ, "ຫລານຂອງເຈົ້ານາຍຂອງເຈົ້າຢູ່ທີ່ໃດ?" ຊີບາໄດ້ທູນກະສັດວ່າ, "ເບິ່ງເຖີດ, ທ່ານຊົງຢູ່ໃນນະຄອນເຢຣູຊາເລັມ, ເພາະທ່ານກ່າວວ່າ, "ມື້ນີ້ເຊື້ອສາຍອິດສະຣາເອນຈະຄືນຣາຊອານາຈັກຂອງພໍ່ຂອງເຮົາໃຫ້ແກ່ເຮົາ."" 4 ແລ້ວກະສັດໄດ້ກ່າວກັບຊີບາວ່າ, "ແນະນຳ ບັດນີ້, ຊັດສົມບັດຂອງເມຟີໂບເຊັດກໍຕົກເປັນຂອງເຈົ້າ." ຊີບາໄດ້ທູນວ່າ, "ຂ້າແຕ່ກະສັດເຈົ້ານາຍຂອງຂ້ານ້ອຍ, ຂ້ານ້ອຍຂໍຖວາຍດ້ວຍໃຈຖ່ອມ .ຂໍໃຫ້ຂ້ານ້ອຍເປັນທີ່ພໍໃຈໃນສາຍຕາຂອງທ່ານ." 5 ເມື່ອກະສັດດາວິດໄດ້ມາຍັງເມືອງບາຮູຮິມ, ມີຜູ້ຊາຍຄົນຫນຶ່ງຢູ່ໃນຕະກູນຂອງໂຊນ, ເຂົາໄດ້ອອກມາທີ່ນັ້ນ. ຜູ້ຊາຍຄົນນີ້ມີຊື່ວ່າ ຊີເມອີລູກຊາຍຂອງເກຣາ ເຂົາໄດ້ຢ່າງໄປປ້ອຍດ່າໄປ. 6 ເຂົາໄດ້ເອົາຫິນແກ່ວງໃສ່ດາວິດ ແລະໄດ້ແກ່ວງໃສ່ຜູ້ຮັບໃຊ້ທັງຫມົດຂອງກະສັດດາວິດ. ທະຫານທັງຫມົດ ແລະນັກຮົບທັງຫມົດກໍໄດ້ຢູ່ຂ້າງຂວາ ແລະຂ້າງຊ້າຍຂອງກະສັດ. 7 ຊີບາອີໄດ້ປ້ອຍດ່າສຽງດັງວ່າ, "ໄປໃຫ້ພົ້ນ ອອກໄປຈາກທີ່ນີ້, ຜູ້ຮ້າຍຂ້າຄົນ, ອາດຊະຍາກອນ! 8 ພຣະຢາເວໄດ້ຊົງຕອບສະຫນອງພວກເຈົ້າທຸກຄົນໃນເລື່ອງທີ່ເຈົ້າໄດ້ເຮັດໃຫ້ໂຣຫິດລັ່ງໃນເຊື້ອສາຍຂອງໂຊນ, ຜູ້ຊຶ່ງເຈົ້າປົກຄອງແທນຢູ່ນັ້ນ. ພຣະຢາເວໄດ້ຊົງມອບຣາຊອານາຈັກໄວ້ໃນມືຂອງອັບຊາໂລມ ລູກຊາຍຂອງເຈົ້າ. ເຈົ້າໄດ້ມາເຖິງຄວາມຈິບຫາຍເພາະເຈົ້າເປັນຜູ້ຮ້າຍຂ້າຄົນ ອາດຊະຍາກອນ." 9 ແລ້ວອາບີໄຊລູກຊາຍຂອງນາງເຊຣູອີຢາ,ຈຶ່ງໄດ້ທູນກະສັດວ່າ, "ເປັນຫຍັງໃຫ້ຫມາຕາຍໂຕນີ້ມາປ້ອຍດ່າກະສັດເຈົ້ານາຍຂອງຂ້ານ້ອຍ? ຂໍໃຫ້ຂ້ານ້ອຍຂ້າມໄປ ແລະຕັດຫົວມັນ." 10 ແຕ່ກະສົດໄດ້ກ່າວວ່າ,"ພວກລູກຊາຍຂອງນາງເຊຣູອີຢາເອີຍ, ບໍ່ແມ່ນເລື່ອງຂອງພວກເຈົ້າ? ບາງທີເຂົາກຳລັງປ້ອຍດ່າເຮົາເພາະພຣະຢາເວໄດ້ກ່າວສັ່ງເຂົາວ່າ,"ຈົ່ງປ້ອຍດ່າດາວິດ" ແລ້ວໃຜຈະສາມາດເວົ້າກັບເຂົາວ່າ, "ເປັນຫຍັງເຈົ້າຈຶ່ງກຳລັງປ້ອຍດ່າກະສັດ?"" 11 ດັ່ງນັ້ນດາວິດໄດ້ກ່າວກັບອາບີໄຊ ແລະຜູ້ຮັບໃຊ້ທັງຫມົດຂອງເພິ່ນວ່າ, "ເບິ່ງເຖີດ, ລູກຊາຍຂອງເຮົາ, ຜູ້ທີ່ໄດ້ເກີດຈາກກາຍຂອງເຮົາ ຍັງສະແຫວງຫາຊີວິດຂອງເຮົາ. ຍິ່ງກວ່ານັ້ນ ເປັນຫຍັງຄົນເບັນຢາມິນຄົນນີ້ຈະບໍ່ປາດຖະຫນາໃຫ້ເຮົາຈິບຫາຍບໍ? ປ່ອຍເຂົາເຖີດ ໃຫ້ເຂົາປ້ອຍດ່າໄປ, ເພາະພຣະຢາເວໄດ້ຊົງສັ່ງໃຫ້ເຂົາເຮັດ . 12 ບາງທີພຣະຢາເວຈະຊົງເຫັນຄວາມທຸກໃຈຂອງເຮົາ, ແລະພຣະຢາເວຈະຊົງປົດປ່ອຍເຮົາ ແລະຊົດເຊີຍເຮົາດ້ວຍການດີແທນຄຳປ້ອຍດ່າຂອງເຂົາໃນວັນນີ້." 13 ດັ່ງນັ້ນດາວິດຈຶ່ງໄດ້ຊົງໄປຕາມທາງພ້ອມກັບຄົນຂອງເພິ່ນ, ຂະນະທີ່ຊີເມອີກໍໄດ້ຢ່າງຂ້າງພເພິ່ນໄປຕາມເນີນພູເຂົາ, ປ້ອຍດ່າ ແລະເອົາຝຸ່ນຫວ່ານໃສ່ ແລະເອົາຫິນແກ່ວງໃສ່ເພິ່ນຂະນະທີ່ຢ່າງໄປ. 14 ແລ້ວກະສັດກັບທະຫານທັງປວງທີ່ຢູ່ກັບເພິ່ນກໍເມື່ອຍລ້າ, ແລະເພິ່ນໄດ້ຊົງພັກຜ່ອນເມື່ອພວກເຂົາໄດ້ຢຸດພັກໃນຄືນນັ້ນ. 15 ຂະນະທີ່ ອັບຊາໂລມ ແລະປະຊາຊົນອິດສະຣາເອນທີ່ໄດ້ຢູ່ກັບພຣະອົງ,ກໍໄດ້ມາຮອດນະຄອນເຢຣູຊາເລັມ, ແລະມີອາຮີໂຕເຟນກໍໄດ້ມາກັບເພິ່ນດ້ວຍ. 16 ເລື່ອງນີ້ກໍໄດ້ເກີດຂຶ້ນເມື່ອຮູຊາຍຊາວອາກກິດ, ເພືອນຂອງດາວິດ,ໄດ້ເຂົ້າເຝົ້າອັບຊາໂລມວ່າ, "ຂໍກະສັດຈົ່ງ ຫມັ້ນຍືນ ຂໍກະສັດຈົ່ງ ຫມັ້ນຍືນ!" 17 ແລະ ອັບຊາໂລມໄດ້ກ່າວກັບຮູຊາຍວ່າ, "ນີ້ຄືຄວາມຈົງຮັກພັກດີຕໍ່ເພືອນຂອງທ່ານບໍ່? ເປັນຫຍັງທ່ານບໍ່ໄປກັບເຂົາ?" 18 ຮູຊາຍໄດ້ທູນອັບຊາໂລມວ່າ, "ບໍ່! ຜູ້ທີ່ພຣະຢາເວກັບປະຊາຊົນເຫລົ່ນນີ້,ກັບຄົນອິດສະຣາເອນທັງຫມົດໄດ້ເລືອກຕັ້ງໃຜໄວ້, ຂ້ານ້ອຍກໍຈະຢູ່ກັບຜູ້ນັ້ນ. 19 ຍິ່ງໄປກວ່ານັ້ນ, ຂ້ານ້ອຍຄວນຈະຮັບໃຊ້ໃຜ? ຂ້ານ້ອຍບໍ່ຄວນຮັບໃຊ້ລູກຊາຍຂອງທ່ານບໍ? ຂ້ານ້ອຍໄດ້ຮັບໃຊ້ພໍ່ຂອງທ່ານມາແລ້ວ,ແບບໃດ ກໍຈະຮັບໃຊ້ທ່ານແບບນັ້ນ." 20 ແລ້ວອັບຊາໂລມໄດ້ເວົ້າກັບອາຮີໂຕເຟນວ່າ, "ຈົ່ງໃຫ້ຄຳປຶກສາແກ່ເຮົາວ່າພວກເຮົາຈະເຮັດຈັ່ງໃດດີ." 21 ອາຮີໂຕເຟນໄດ້ຕອບອັບຊາໂລມວ່າ, "ຈົ່ງຫລັບນອນກັບພວກສາວໃຊ້ຂອງພໍ່ຂອງທ່ານ ຊຶ່ງທ່ານໄດ້ຊົງຖິ້ມໄວ້ໃຫ້ເຝົ້າຣາຊວັງ, ແລະ ຄົນອິດສະຣາເອນທັງຫມົດຈະໄດ້ຍິນວ່າທ່ານໄດ້ເຮັດໃຫ້ຕົນເປັນທີ່ກຽດຊັງຂອງພໍ່ຂອງທ່ານແລ້ວ. ແລ້ວບັນດາມືຂອງຄົນທັງຫມົດທີ່ຢູ່ຝ່າຍທ່ານກໍຈະເຂັ້ມແຂ້ງຂຶ້ນ." 22 ດັ່ງນັ້ນພວກເຂົາຈຶ່ງໄດ້ກາງເຕ້ນໃຫ້ອັບຊາໂລມໄວ້ເທິງດາດຟ້າຫລັງຄາຂອງຣາຊວັງ, ແລະອັບຊາໂລມກໍໄດ້ຊົງຫລັບນອນກັບພວກສາວໃຊ້ຂອງພໍ່ ຂອງທ່ານ ຕໍ່ຫນ້າອິດສະຣາເອນທັງຫມົດ. 23 ບັດນີ້ ຄຳປຶກສາຂອງອາຮີໂຕເຟນທີ່ໄດ້ທູນຖວາຍໃນແຕ່ກ່ອນນັ້ນ ເຫມືອນກັບວ່າເຂົາໄດ້ຮັບຄຳສັ່ງຂອງພຣະເຈົ້າດ້ວຍເຂົາເອງ. ນັ້ນຄືຄຳປຶກສາທັງຫມົດຂອງອາຮີໂຕເຟນໄດ້ຮັບພິຈາລະນາທັງດາວິດ ແລະອັບຊາໂລມ.
ບົດທີ 17 17
1 ແລ້ວອາຮີໂຕເຟນໄດ້ທູນອັບຊາໂລມວ່າ, "ບັດນີ້ຂໍໃຫ້ຂ້ານ້ອຍເລືອກທະຫານຫນຶ່ງຫມື່ນສອງພັນຄົນ, ແລະຂ້ານ້ອຍຈະຍົກໄປໄລ່ຕາມດາວິດໃນຄືນນີ້. 2 ຂ້ານ້ອຍຈະໄປທັນເພິ່ນ ເມື່ອເພິ່ນຍັງເມື່ອຍ ແລະອ່ອນກຳລັງ ແລະຈະເຮັດໃຫ້ເພິ່ນປະຫລາດໃຈດ້ວຍຄວາມຢ້ານ. ທະຫານທັງປວງທີ່ຢູ່ກັບເພິ່ນກໍຈະຫນີໄປ, ຂ້ານ້ອຍກໍຈະຂ້າຟັນກະສັດເທົ່ານັ້ນ. 3 ຂ້ານ້ອຍຈະນຳທະຫານທັງປວງກັບມາເຂົ້າຝ່າຍທ່ານ, ເຫມືອນກັບເຈົ້າສາວກຳລັງມາຫາຜົວຂອງນາງ, ແລະປະຊາຊົນທັງປວງກໍຈະສະຫງົບສຸກພາຍໃຕ້ການປົກຄອງຂອງທ່ານ." 4 ສິ່ງທີ່ອາຮີໂຕເຟນໄດ້ທູນໄດ້ເປັນທີ່ພໍໃຈອັບຊາໂລມ ແລະເປັນທີພໍໃຈແກ່ບັນດາຜູ້ໃຫຍ່ແຫ່ງອິດສະຣາເອນ. 5 ແລ້ວອັບຊາໂລມໄດ້ກ່າວວ່າ, "ບັດນີ້ຈົ່ງຮ້ອງຮູຊາຍຄົນອາກກິດ,ເຂົ້າມາ, ແລະໃຫ້ເຮົາຟັງວ່າເຂົາຈະເວົ້າຢ່າງໃດ." 6 ເມື່ອຮູຊາຍໄດ້ເຂົ້າມາເຝົ້າອັບຊາໂລມແລ້ວ, ອັບຊາໂລມຈຶ່ງໄດ້ຊົງອະທິບາຍໃຫ້ເຂົາຟັງວ່າອາຮີໂຕເຟນໄດ້ກ່າວ ແລະໄດ້ຄາມຮູຊາຍວ່າ ,"ຄວນທີ່ເຮົາຈະເຮັດຕາມຄຳແນະນຳຂອງອາຮີໂຕເຟນຫລືບໍ່? ຖ້າບໍ່, ທ່ານຈົ່ງບອກເຮົາວ່າທ່ານແນະນຳຢ່າງໃດ." 7 ດັ່ງນັ້ນຮູຊາຍໄດ້ທູນອັບຊາໂລມວ່າ, "ຄຳປຶກສາຊຶ່ງອາຮີໂຕເຟນແນະນຳໃນຄັ້ງນີ້ບໍ່ດີ." 8 ຮູຊາຍໄດ້ທູນຕໍ່ໄປວ່າ, "ທ່ານເອງຊົງຮູ້ແລ້ວວ່າ ພໍ່ຂອງທ່ານ ແລະພວກຂອງທ່ານເປັນເຫລົ່ານັກຮົບ, ແລະຈິດໃຈຂອງພວກເຂົາກຳລັງໂຫດຮ້າຍ, ແລະພວກເຂົາເປັນເຫມືອນຫມີທີ່ລູກຖືກລັກເອົາໄປໃນທົ່ງ. ພໍ່ຂອງທ່ານຊົງຊຳນານສຶກ, ທ່ານຈະບໍ່ຊົງພັກຢູ່ກັບກອງທັບໃນຄືນນີ້. 9 ເບິ່ງເຖີດ, ເຖິງຂະນະນີ້ເພິ່ນກໍໄດ້ຊົງລີ້ຢູ່ໃນຖ້ຳບາງແຫ່ງຫລືໃນອີກທີ່ຫນຶ່ງ. ແລ້ວສິ່ງນີ້ຈະເກີດຂຶ້ນເມື່ອທະຫານຂອງເພິ່ນໄດ້ລົ້ມຕາຍໃນການເລີ່ມຈູ່ໂຈມ ໃຜກໍຕາຍທີ່ໄດ້ຍິນເລື່ອງນີ້ກໍຈະກ່າວວ່າ, "ພວກທະຫານທີ່ຕິດຕາມອັບຊາໂລມໄດ້ຖືກຂ້າຕາຍ." 10 ຈາກນັ້ນ ແມ້ແຕ່ທະຫານທີ່ກ້າຫານທີ່ສຸດ ທີ່ຈິດໃຈເຫມືອນຢ່າງໃຈສິງກໍຈະຍ້ານ ເພາະອິດສະຣາເອນທັງຫມົດຮູ້ວ່າ ພໍ່ຊົງເປັນທະຫານທີ່ກ້າຫານ, ແລະເຫລົ່າທະຫານທີ່ຢູ່ກັບເພິ່ນເຂັ້ມແຂງຫລາຍ. 11 ດັ່ງນັ້ນ ຂ້ານ້ອຍຂໍທູນໃຫ້ຄຳປຶກສາວ່າ ທ່ານ, ຄວນທີ່ຈະຊົງລວບລວມອິດສະຣາເອນທັງຫມົດ ຕັ້ງແຕ່ເມືອງດານຮອດເມືອງເບເອນເຊບາ, ໃຫ້ຫລວງຫລາຍດັ່ງຊາຍທີ່ທະເລ, ແລະທ່ານກໍໄປຮົບດ້ວຍທ່ານເອງ. 12 ແລ້ວພວກເຮົາຈະເຂົ້າຮົບກັບເຂົາໃນທີທີ່ພວກເຮົາພົບເຂົາ, ແລະພວກເຮົາຈະເຂົ້າໂຈມຕີເຫມືອນນ້ຳຄ້າງຕົກເຫນືອພື້ນດິນ. ເຮົາຈະບໍ່ໃຫ້ມີໃຜເຫລືອລອດແມ້ແຕ່ຄົນດຽວ, ຫລືແມ້ແຕ່ຕົວດາວິດເອງ. 13 ຖ້າເຂົາຖອຍໄປລວມກັນໃນເມືອງ, ແລ້ວຄົນອິດສະຣາເອນທັງຫມົດກໍຈະເອົາເຊືອກເຂົ້າໄປໃນເມືອງ ແລະເຮົາຈະລາກມັນລົງໄປໃນແມ່ນ້ຳ, ຈົນກະທັ້ງບໍ່ມີໃຜຫາກ້ອນຫີນຈັກກ້ອນຫນຶ່ງພົບເຫັນທີ່ນັ້ນ." 14 ແລ້ວອັບຊາໂລມ ແລະຄົນອິດສະຣາເອນທັງປວງໄດ້ກ່າວວ່າ, "ຄຳປຶກສາຂອງຮູຊາຍຄົນອາກກິດດີກວ່າຄຳປຶກສາຂອງອາຮີໂຕເຟນ." ພຣະຢາເວໄດ້ຊົງຫນຸນນຳຄຳປະຕິເສດຕໍ່ຄຳປຶກສາອັນດີຂອງອາຮີໂຕເຟນ ເພື່ອຈະຊົງນຳຄວາມລົ້ມຈົມມາຍັງອັບຊາໂລມ. 15 ແລ້ວຮູຊາຍຈຶ່ງໄດ້ກ່າວກັບຊາດົກ ແລະອາບີອາທາປະໂຣຫິດທັງສອງວ່າ,"ອາຮີໂຕເຟນໄດ້ໃຫ້ຄຳປຶກສາຢ່າງນັ້ນຢ່າງນີ້ແກ່ອັບຊາໂລມ ແລະພວກຜູ້ໃຫຍ່ຂອງອິດສະຣາເອນ, ແຕ່ຂ້ານ້ອຍໄດ້ໃຫ້ຄຳປຶກສາຢ່າງອື່ນ. 16 ບັດນີ້ຈົ່ງຮີບສົ່ງຄົນໄປທູນດາວິດໃຫ້ຊົງຮູ້ວ່າ,"ຄືນນີ້ຢ່າຊົງພັກໃນທ່າຂ້າມຂອງແມ່ນ້ຳອາຣາບາ, ແຕ່ໃຫ້ຂ້າມໄປໃຫ້ໄດ້ ບໍ່ເຊັ່ນນັ້ນກະສັດຈະຊົງຖືກຈັບໄປພ້ອມກັບປະຊາຊົນທັງຫມົດທີ່ຢູ່ກັບເພິ່ນ.'" 17 ມີສາວໃຊ້ຄົນຫນຶ່ງໄດ້ເຄີຍໄປ ແລະບອກໃຫ້ທັງສອງຮູ້ ເພາະເຂົາທັງສອງບໍ່ສາມາດຈະສ່ຽງມີຄົນເຫັນໃນເມືອງ. ເມື່ອຜູ້ສື່ສານມາຮອດ ແລ້ວພວກເຂົາກໍໄດ້ໄປ, ແລະໄດ້ທູນກະສັດດາວິດໃຫ້ຊົງຮູ້. 18 ແຕ່ມີເດັກຫນຸ່ມຄົນຫນຶ່ງໄດ້ເຫັນພວກເຂົາໃນຄັ້ງນີ້ ແລະໄດ້ໄປທູນອັບຊາໂລມ.ໃຫ້ຊົງຮູ້ດັ່ງນັ້ນໂຢນາທານ ແລະອາຮີມາອາດກໍໄດ້ຮີບໄປຢ່າງໄວ ແລະໄດ້ມາເຖິງບ້ານຂອງຜູ້ຊາຍຄົນຫນຶ່ງທີ່ບາຮູຣິມ, ທີ່ມີນ້ຳສ້າງຢູ່ທີ່ຂ້າງບ້ານ ທີ່ພວກເຂົາ,ໄດ້ລົງໄປຢູ່ໃນນ້ຳສ້າງນັ້ນ. 19 ເມຍຂອງຜູ້ຊາຍຄົນນັ້ນກໍໄດ້ເອົາຜ້າມາປູປິດປາກນ້ຳສ້າງ, ແລະກໍໄດ້ຍ້າຍເມັດເຂົ້າຕາກຢູ່ເທິງນັ້ນ ດັ່ງນັ້ນບໍ່ມີໃຜຮູ້ວ່າໂຢນາທານ, ແລະອາຮີມາອາດຢູ່ໃນນ້ຳສ້າງ. 20 ທະຫານຂອງອັບຊາໂລມກໍໄດ້ມາຫາຜູ້ຍິງເຈົ້າຂອງບ້ານ ແລະໄດ້ຖາມວ່າ, ອາຮີມາອາດ ແລະໂຢນາທານຢູ່ໃສ?" ນາງຕອບວ່າ,"ພວກເຂົາໄດ້ຂ້າມແມ່ນ້ຳໄປແລ້ວ.” ດັ່ງນັ້ນເມື່ອພວກເຂົາໄດ້ຫາເບິ່ງຮອບໆ ແລະຄົ້ນຫາບໍ່ພົບ, ພວກເຂົາພວກເຂົາກໍໄດ້ກັບໄປຍັງກຸງເຢຣູຊາເລັມ. 21 ເລື່ອງນີ້ໄດ້ເກີດຂຶ້ນມາຈາກທີ່ພວກເຂົາເຫລົ່ານັ້ນໄປແລ້ວ ໂຢນາທານ ແລະອາຮີມາອາດໄດ້ຂຶ້ນມາຈາກນ້ຳສ້າງ. ພວກເຂົາໄດ້ໄປທູນກະສັດດາວິດໃຫ້ຊົງຮູ້; ເຂົາທັງສອງໄດ້ທູນດາວິດວ່າ, "ຂໍຊົງລຸກຂຶ້ນ ແລະຮີບຂ້າມແມ່ນ້ຳໄປ ເພາະວ່າອາຮີໂຕເຟນໃຫ້ຄຳປຶກສາຢ່າງນັ້ນຢ່າງນີ້ກ່ຽວກັບທ່ານ." 22 ແລ້ວດາວິດກໍໄດ້ຊົງລຸກຂຶ້ນ ແລະທະຫານທັງຫມົດທີ່ຢູ່ກັບເພິ່ນ, ແລະພວກເຂົາກໍໄດ້ຂ້າມແມ່ນ້ຳຈໍແດນ. ພໍມື້ເຊົ້າກໍບໍ່ມີເຫລືອຈັກຄົນຫນຶ່ງທີ່ຍັງບໍ່ໄດ້ຂ້າມແມ່ນ້ຳຈໍແດນ. 23 ເມື່ອອາຮີໂຕເຟນໄດ້ເຫັນວ່າບໍ່ມີໃຜເຮັດຕາມຄຳປຶກສາຂອງເຂົາ, ເຂົາກໍໄດ້ຂີ່ລໍ້ ແລະຈາກໄປຍັງເມືອງຂອງເຂົາ. ຈັດການເລື່ອງຄອບຄົວຂອງເຂົາ,ທີ່ທາງ ແລະໄດ້ແຂວນຄໍຕົວເອງ. ເຂົາກໍໄດ້ຕາຍ ແລະໄດ້ຝັງໄວ້ທີ່ອຸບມຸງພໍ່ຂອງເຂົາ. 24 ແລ້ວດາວິດໄດ້ມາຍັງເມືອງມະຫານາອິມ. ສ່ວນອັບຊາໂລມເອງ,ກໍໄດ້ຂ້າມແມ່ນ້ຳຈໍແດນ, ເພິ່ນລວມທັງຄົນອິດສະຣາເອນທັງຫມົດທີ່ຢູ່ກັບເພິ່ນດ້ວຍ. 25 ອັບຊາໂລມໄດ້ຊົງຕັ້ງອາມາສາເປັນຜູ້ບັນສາການແທນໂຢອາບ. ອາມາສາເປັນລູກຊາຍຂອງເຢເທີຄົນອິດຊະມາເອນທີ່ໄດ້ນອນກັບອາບີການ, ຜູ້ທີເປັນລູກສາວຂອງນາຮາດ, ນ້ອງສາວຂອງນາງເຊຣູອີຢາແມ່ຂອງໂຢອາບ. 26 ແລ້ວຄົນອິດສະຣາເອນ ແລະອັບຊາໂລມ ໄດ້ຕັ້ງຄ້າຍຢູ່ໃນແຜ່ນດິນກີເລອາດ. 27 ເລື່ອງນີ້ໄດ້ເກີດຂຶ້ນເມື່ອດາວິດໄດ້ມາເຖິງມາຫະນາອິມ,, ທີ່ໂຊບີລູກຊາຍຂອງນາຮາດຈາກເມືອງຣັບບາໃນອຳໂມນ, ແລະມາກີລູກຊາຍຂອງອຳມີເອນຈາກໂລເດບາ, ແລະບາກຊິນໄລຊາວກິເລອາດຊາວໂຮເກລິມ, 28 ໄດ້ຂົນທີ່ນອນ ແລະຜ້າຫົ່ມ, ຊາມ ແລະຫມໍ້, ແລະເຂົ້າສາລີ, ແລະແປ້ງບາເລ້ ,ເຂົ້າຂົ້ວ, ຖົ່ວ, ຖົ່ວແດງ, ແລະເມັດຖົ່ວ, 29 ນ້ຳເຜິ້ງ, ເນຍ, ແກະ, ແລະເນຍແຂງທີ່ໄດ້ມາຈາກຝູງສັດ, ດັ່ງນັ້ນດາວິດ ແລະໃຫ້ພວກທະຫານທີ່ຢູ່ກັບເພິ່ນກໍໄດ້ກິນ. ພວກເຂົາໄດ້ເວົ້າວ່າ, "ພວກທະຫານຫິວ ແລະອ່ອນເພຍ ແລະກະຫາຍຢູ່ໃນຖິ່ນແຫ້ງແລ້ງກັນດານ."
ບົດທີ 18 18
1 ດາວິດໄດ້ກວດນັບເຫລົ່າທະຫານທີ່ໄດ້ຢູ່ກັບເພິ່ນ ແລະໄດ້ຊົງແຕ່ງຕັ້ງຕັ້ງຜູ້ບັງຄັບບັນຊາລະດັບນາຍພັນ ແລະນາຍຮ້ອຍໃຫ້ພວກເຂົາ. 2 ແລ້ວດາວິດໄດ້ຊົງສົ່ງກອງທັບອອກໄປ, ຫນຶ່ງໃນສາມໃຫ້ຢູ່ພາຍໃຕ້ບັງຄັບບັນຊາຂອງໂຢອາບ, ແລະອີກຫນຶ່ງໃນສາມໃຫ້ຢູ່ພາຍໃຕບັນຊາຂອງອາບີໄຊ ລູກຊາຍຂອງນາງເຊຣູອີຢາ,ນ້ອງຊາຍຂອງໂຢອາບ, ແລະອີກຫນຶ່ງໃນສາມໃຫ້ຢູ່ພາຍໃຕບັງຄັບບັນຊາຂອງອິດໄຕຄົນກາກ. ກະສັດໄດ້ກ່າວກັບກອງທັບວ່າ, "ເຮົາເອງຈະອອກໄປກັບພວກທ່ານແນ່ນອນດ້ວຍຕົວເຮົາເອງເຊັ່ນກັນ." 3 ແຕ່ພວກທະຫານເຫລົ່ານັ້ນໄດ້ທູນວ່າ, "ຂໍທ່ານຢ່າໄດ້ໄປໃນການຕໍ່ສູ້ເລີຍ, ເພາະວ່າຖ້າພວກຂ້ານ້ອຍຈະຫນີໄປ, ພວກເຂົາກໍບໍ່ສົນໃຈພວກຂ້ານ້ອຍ. ຫລືຖ້າພວກຂ້ານ້ອຍຕາຍສັກເຄິ່ງຫນຶ່ງ ພວກເຂົາກໍບໍ່ສົນໃຈພວກຂ້ານ້ອຍ! ແຕ່ທ່ານຊົງມີຄ່າເທົ່າກັບພວກຂ້ານ້ອຍຫນຶ່ງຫມື່ນຄົນ ເພາະສະນັ້ນຂໍທ່ານຊົງຕຽມພ້ອມທີ່ຈະຊ່ວຍພວກຂ້ານ້ອຍຈາກໃນເມືອງຈະດີກວ່າ." 4 ດັ່ງນັ້ນກະສັດຈຶ່ງໄດ້ກ່າວກັບພວກເຂົາວ່າ, "ເຮົາຈະເຮັດຫຍັງກໍຕາມທີ່ພວກທ່ານເຫັນວ່າດີທີ່ສຸດ." ກະສັດຈຶ່ງໄດ້ຊົງຍືນທີ່ຂ້າງປະຕູເມືອງຂະນະທີ່ທະຫານທັງຫມົດໄດ້ຢ່າງອອກໄປເປັນກອງຮ້ອຍ ແລະເປັນກອງທັບ. 5 ກະສັດໄດ້ຊົງບັນຊາໂຢອາບ, ອາບີໄຊ, ແລະອິດໄຕກ່າວວ່າ, "ຈົ່ງເບົາມືກັບຊາຍຫນຸ່ມນັ້ນ, ກັບອັບຊາໂລມເພື່ອເຫັນແກ່ເຮົາເຖີດ." ເຫລົ່າຄົນທັງປວງກໍໄດ້ຍິນຄຳບັນຊາຊຶ່ງກະສັດສັ່ງແກ່ຜູ້ບັງຄັບບັນຊາທັງຫລາຍດ້ວຍເລື່ອງກ່ຽວກັບອັບຊາໂລມ. 6 ດັ່ງນັ້ນ ກອງທັບຈຶ່ງໄດ້ອອກໄປທົ່ວປະເທດເພື່ອສູ້ຮົບກັບຄົນອິດສະຣາເອນ;ການສົງຄາມນັ້ນໄດ້ຂະຫຍາຍເຂົ້າໄປໃນປ່າເອຟຣາອິມ. 7 ກອງທັບຂອງອິດສະຣາເອນກໍໄດ້ພ່າຍແພ້ແກ່ພວກທະຫານຂອງດາວິດທີ່ນັ້ນ; ໄດ້ມີການຂ້າຟັນກັນຢ່າງຫນັກທີ່ນັ້ນ ໃນມື້ນັ້ນມີທະຫານຕາຍສອງຫມື່ນຄົນ. 8 ສົງຄາມກໍໄດ້ກະຈາຍໄປທົ່ວປະເທດ, ແລະໄດ້ມີຄົນທີ່ຖືກຂ້າໃນປ່າຫລາຍກ່າວຖືກຂ້າໃນສະຫມາມຮົບ. 9 ອັບຊາໂລມໄດ້ໄປພົບພວກທະຫານຂອງດາວິດເຂົ້າ. ອັບຊາໂລມໄດ້ກຳລັງຊົງຂີ່ລໍ້ຢູ່, ແລະລໍ້ນັ້ນໄດ້ແລ່ນເຂົ້າໄປໃຕ້ຕົ້ນໄມ້ໃຫຍ່ຂອງຕົ້ນໂອກ ຫົວຂອງເພິ່ນກໍຊັງຕິດກິ່ງຕົ້ນໂອກແຫນ້ນ. ທ່ານກໍໄດ້ຖືກແຂວນຢູ່ລະວ່າງຟ້າ,ແລະດິນ ຂະນະທີ່ລໍ້ທີ່ທ່ານໄດ້ຊົງມານັ້ນໄດ້ແລ່ນກາຍໄປ. 10 ມີບາງຄົນໄດ້ມາເຫັນສິ່ງນີ້ ແລະໄດ້ໄປແຈ້ງໃຫ້ໂຢອາບຮູ້ວ່າ, "ແນະນຳ, ຂ້ານ້ອຍໄດ້ເຫັນອັບຊາໂລມແຂວນຢູ່ທີ່ຕົ້ນໂອກ!" 11 ໂຢອາບກໍໄດ້ເວົ້າກັບຜູ້ຊາຍທີ່ແຈ້ງໃຫ້ເຂົາກ່ຽວກັບອັບຊາໂລມ,"ເບິ່ງເຖີດ! ເຈົ້າເຫັນພຣະອົງແລ້ວ! ເປັນຫຍັງເຈົ້າຈຶ່ງບໍ່ໄດ້ຟັງເພິ່ນໃຫ້ຕົກພື້ນດິນ? ເຮົາກໍຈະໄດ້ໃຫ້ເງິນສິບຫລຽນກັບສາຍແອວແກ່ເຈົ້າ." 12 ຜູ້ຊາຍຄົນນັ້ນໄດ້ຕອບໂຢອາບວ່າ, "ເຖິງແມ້ວ່າຄ້າຂ້ານ້ອຍເຈົ້າໄດ້ຮັບເງິນຫນຶ່ງພັນຫລຽນ, ຂ້ານ້ອຍຈະບໍ່ເດ່ມືອອກທຳຮ້າຍລູກຂອງກະສັດ, ເພາະວ່າພວກເຮົາໄດ້ຍິນກະສັດໄດ້ຊົງບັນຊາທ່ານ, ອາບີໄຊ, ແລະ ອິດໄຕວ່າ, "ຈະບໍ່ມີໃຜແຕະຕ້ອງອັບຊາໂລມຊາຍຫນຸ່ມນັ້ນ." 13 ຖ້າຂ້ານ້ອຍຈະສ່ຽງຊີວິດຂອງຂ້ານ້ອຍໂດຍບໍ່ຖືກຕ້ອງ (ແລະບໍ່ມີຫຍັງປິດບັງໃຫ້ພົ້ນກະສັດ), ທ່ານເອງກໍຈະຖິ້ມຂ້ານ້ອຍ." 14 ແລ້ວໂຢອາບຈຶ່ງໄດ້ກ່າວວ່າ, "ເຮົາບໍ່ຄວນເສຍເວລາກັບເຈົ້າເຊັ່ນນີ້." ດັ່ງນັ້ນເຂົາກໍໄດ້ຈັບຫອກສາມແງ່ມແທງເຂົ້າໄປໃນຫົວໃຈຂອງອັບຊາໂລມ,ຂະນະທີ່ເພິ່ນຍັງຊົງມີຊີວິດຢູ່ ແລະກຳລັງແຂວນຕິດຢູ່ເທິງຕົ້ນໂອກ. 15 ແລ້ວທະຫານຫນຸ່ມສິບຄົນທີ່ຖືເຄື່ອງສູ້ຮົບຂອງໂຢອາບ ກໍໄດ້ລ້ອມອັບຊາໂລມໄວ້, ໄດ້ຈູ່ໂຈມເພິ່ນ, ແລະໄດ້ປະຫານເພິ່ນ. 16 ແລ້ວໂຢອາບກໍໄດ້ເປົ່າແກ, ແລະກອງທັບກໍໄດ້ກັບຈາກການໄລ່ຕາມອິດສະຣາເອນ, ເພາະໂຢອາບໄດ້ຢຸດກອງທັບໄວ້. 17 ພວກເຂົາກໍໄດ້ນຳອັບຊາໂລມມາ ແລະໄດ້ໂຍນລົງໄປໃນຂຸມໃຫຍ່ໃນປ່າ; ພວກເຂົາໄດ້ຝັງຮ່າງຂອງອັບຊາໂລມພາຍໃຕ້ຫີນຫ້ອງໃຫຍ່, ຂະນະທີ່ຄົນອິດສະຣາເອນທັງຫມົດຕ່າງກໍຫນີກັບໄປທີ່ຢູ່ຂອງຕົນ. 18 ບັດນີ້ອັບຊາໂລມ,ໃນຂະນະທີ່ຍັງຊົງມີຊີວິດຢູ່ນັ້ນ, ໄດ້ຊົງຕັ້ງເສົາໄວ້ສຳຫລັບເພິ່ນເອງທີ່ພູເຂົາຂອງກະສັດ, ເພາະເພິ່ນໄດ້ຊົງກ່າວວ່າ, "ເຮົາບໍ່ມີລູກຊາຍທີ່ຈະສືບຄວາມຊົງຈຳຂອງຊື່ຂອງເຮົາ." ດັ່ງນັ້ນກໍໄດ້ມີການຮ້ອງເສົານັ້ນຕາມຊື່ຂອງເພິ່ນ, ເຂົາໄດ້ຮ້ອງກັນວ່າ ອານຸສາວະລີອັບຊາໂລມ ຈົນທຸກມື້ນີ້. 19 ແລ້ວອາຮີມາລູກຊາຍຂອງຊາດົກກ່າວວ່າ, "ຂໍໃຫ້ຂ້ານ້ອຍແລ່ນນຳຂ່າວດີໄປທູນກະສັດ, ເຖິງການທີ່ພຣະຢາເວຊົງຊ່ວຍກູ້ທ່ານໃຫ້ພົ້ນຈາກມືສັດຕູຂອງທ່ານ." 20 ໂຢອາບກໍໄດ້ເວົ້າກັບເຂົາວ່າ, "ທ່ານຢ່າເປັນຄົນນຳຂ່າວໄປໃນມື້ນີ້ເລີຍ; ທ່ານຈົ່ງນຳຂ່າວໃນມື້ຫນ້າເຖີດ. ມື້ນີ້ທ່ານຢ່ານຳຂ່າວເລີຍ ເພາະລູກຊາຍຂອງກະສັດໄດ້ຊົງເສຍຊີວິດຢູ່ແລ້ວ." 21 ແລ້ວໂຢອາບກໍໄດ້ສັ່ງຊາວເອທີໂອເປຍຄົນຫນຶ່ງວ່າ, "ຈົ່ງໄປ,ທູນກະສັດໃຫ້ຊົງຮູ້ ຕາມຕາມສິ່ງທີ່ເຈົ້າເຫັນ." ຊາວເອທີໂອເປຍນັ້ນກໍໄດ້ກົ້ມກາບໂຢອາບ. ແລ້ວກໍໄດ້ແລ່ນໄປ 22 ແລ້ວອາຮີມາອາດລູກຊາຍຂອງຊາດົກຈຶ່ງໄດ້ກ່າວກັບໂຢອາບອີກວ່າ, "ຂໍຢ່າໄດ້ຄຳຫນຶງເຖິງສິ່ງທີ່ຈະເກີດຂຶ້ນເລີຍ, ຂໍໃຫ້ຂ້ານ້ອຍແລ່ນຕາມຊາວເອທີໂອເປຍຄົນນັ້ນໄປດ້ວຍ." ໂຢອາບໄດ້ຕອບວ່າ, "ເປັນຫຍັງເຈົ້າຈຶ່ງຢາກແລ່ນ, ລູກຊາຍຂອງເຮົາເອີຍ, ເພາະວ່າເຈົ້າຈະບໍ່ໄດ້ຮັບຮາງວັນຫຍັງເລີຍຈາກການສົ່ງຂ່າວນີ້ບໍ່ແມ່ນບໍ?"ອາຮີມາອາດໄດ້ຕອບວ່າ, 23 "ບໍ່ວ່າຈະມີຫຍັງເກີດຂຶ້ນກໍຕາມ ຂ້ານ້ອຍກໍຈະຂໍແລ່ນໄປ," ດັ່ງນັ້ນໂຢອາບຈຶ່ງໄດ້ບອກເຂົາວ່າ, "ຈົ່ງແລ່ນໄປເຖີດ" ແລ້ວອາຮີມາອາດກໍໄດ້ແລ່ນໄປຕາມທາງຮ້ອມພູຈໍແດນ, ແລະໄດ້ແລ່ນກາຍຊາວເອທີໂອເປຍໄປ. 24 ຂະນະນັ້ນດາວິດໄດ້ຢູ່ລະຫວ່າງທາງໃນ ແລະທາງນອກປະຕູເມືອງ. ມີທະຫານຍາມໄດ້ຂຶ້ນໄປຢູ່ເທິງຫລັງຄາປະຕູກຳງແພງເມືອງ. ເມື່ອເຂົາໄດ້ແນມເບິ່ງ, ເຂົາໄດ້ເຫັນຜູ້ຊາຍຄົນຫນຶ່ງ,ກຳລັງແລ່ນໃກ້ເຂົ້າມາຄົນດຽວ. 25 ທະຫານຍາມຄົນນັ້ນກໍໄດ້ຮ້ອງສຽງດັງ ແລະໄດ້ທູນກະສັດ.ແລະກະສັດໄດ້ກ່າວວ່າ."ຖ້າເຂົາມາຄົນດຽວ, ກໍມີຂ່າວໃນປາກຂອງເຂົາ." ຜູ້ຊາຍກໍໄດ້ເຂົ້າມາໃກ້ ແລະໃກ້ກັບເມືອງ. 26 ແລ້ວທະຫານຍາມກໍໄດ້ສັງເກດເຫັນຊາຍອີກຄົນຫນຶ່ງກຳລັງແລ່ນມາ, ແລະ ທະຫານຍາມກໍໄດ້ຮ້ອງບອກໄປທີ່ນາຍປະຕູເມືອງ; ເຂົາໄດ້ເວົ້າວ່າ, "ເບິ່ງແມ້, ມີຜູ້ຊາຍອີກຄົນຫນຶ່ງແລ່ນມາຄົນດຽວ." ກະສັດໄດ້ກ່າວວ່າ, "ເຂົາກໍເປັນຄົນນຳຂ່າວມາດ້ວຍ." 27 ດັ່ງນັ້ນທະຫານຍາມນັ້ນໄດ້ທູນວ່າ, "ຂ້ານ້ອຍຄິດວ່າຄົນທີ່ແລ່ນມາກ່ອນ ແລ່ນຄື ອາຮິມາອາດລູກຊາຍຊາດົກ." ກະສັດໄດ້ກ່າວວ່າ, "ເຂົາເປັນຄົນດີ ເຂົາກຳລັງມາພ້ອມກັບຂ່າວດີ." 28 ແລ້ວອາຮີມາອາດໄດ້ຮ້ອງ ແລະໄດ້ທູນກະສັດວ່າ, "ຂໍຄວາມໂຊກດີມີແດ່ທຸກຄົນ." ເຂົາກໍໄດ້ກົ້ມລົງກາບຕໍ່ຫນ້າກະສັດ ກົ້ມຫນ້າລົງພື້ນ ແລະໄດ້ທູນວ່າ, "ສັນລະເສີນແດ່ພຣະຢາເວພຣະເຈົ້າຂອງຂ້ານ້ອຍ! ພຣະອົງໄດ້ຊົງມອບບັນດາຜູ້ທີ່ຍົກມືຂອງພວກເຂົາຕໍ່ສູ້ກັບກະສັດເຈົ້ານາຍຂອງຂ້ານ້ອຍແລ້ວ." 29 ດັ່ງນັ້ນ ກະສັດໄດ້ກ່າວຖາມວ່າ, "ອັບຊາໂລມ ຊາຍຫນຸ່ມຄົນນັ້ນສະບາຍດີບໍ່?" ອາຮີມາອາດໄດ້ທູນຕອບວ່າ,"ຂ້າແຕ່ກະສັດ, ເມື່ອໂຢອາບໄດ້ໃຊ້ຂ້ານ້ອຍຜູ້ຮັບໃຊ້ຂອງກະສັດມາຂ້າ,ນ້ອຍໄດ້ເຫັນການສັບສົນຢ່າງຫລາຍ, ແຕ່ຂ້ານ້ອຍບໍ່ຮູ້ເລື່ອງນັ້ນເລີຍ." 30 ກະສັດໄດ້ກ່າວວ່າ, "ຈົ່ງຢ່າງມາຂ້າງໆ ແລະມາຢືນບ່ອນນີ້." ດັ່ງນັ້ນອາຮີມາອາດຈຶ່ງໄດ້ຢ່າງມາ, ແລະໄດ້ຢືນຢູ່. 31 ຊາວເອທີໂອເປຍກໍໄດ້ມາຮອດ ແລະໄດ້ທູນວ່າ, "ມີຂ່າວດີຖວາຍແດ່ກະສັດເຈົ້ານາຍຂອງຂ້ານ້ອຍ, ເພາະໃນມື້ນີ້ພຣະຢາເວໄດ້ຊົງແກ້ແຄ້ນໃຫ້ທ່ານໄດ້ຊົງພົ້ນຈາກມືຂອງບັນດາຜູ້ທີ່ໄດ້ລຸກຂຶ້ນຕໍ່ສູ້ທ່ານ." 32 ແລ້ວກະສັດໄດ້ກ່າວຖາມຊາວເອທີໂອເປຍນັ້ນວ່າ, "ອັບຊາໂລມຊາຍຫນຸ່ມນັ້ນສະບາຍດີບໍ່?" ຊາວເອທີໂອເປຍນັ້ນໄດ້ທູນຕອບວ່າ, "ຂໍໃຫ້ບັນດາສັດຕູຂອງກະສັດເຈົ້ານາຍຂອງຂ້ານ້ອຍ, ແລະຄົນທັງປວງທີ່ໄດ້ລຸກຂຶ້ນທຳຮ້າຍທ່ານໃຫ້ເປັນຄືຊາຍຫນຸ່ມຄົນນັ້ນເຖີດ." 33 ແລ້ວກະສັດໄດ້ຊົງທຸກໃຈຫລາຍ, ແລະເພິ່ນໄດ້ຂຶ້ນໄປເທິງຫ້ອງທີ່ຢູ່ເຫນືອປະຕູ ແລະຊົງໂສກເສົ້າ. ຂະນະທີ່ເພິ່ນໄປເພິ່ນຊົງເສຍໃຈໄດ້ກ່າວວ່າ, "ໂອ ອັບຊາໂລມລູກພໍ່, ລູກພໍ່, ອັບຊາໂລມເອີຍ, ພໍ່ເອງຢາກຈະຕາຍແທນເຈົ້າ, ໂອ ອັບຊາໂລມລູກພໍ່, ລູກພໍ່!"
ບົດທີ 19 19
1 ໂຢອາບໄດ້ຮັບການບອກກ່າວວ່າ, "ເບິ່ງເຖີດ ກະສັດໄດ້ຊົງໂສກເສົ້າ ແລະໄດ້ໄວ້ທຸກເພື່ອອັບຊາໂລມ." 2 ເພາະສະນັ້ນ ໄຊຊະນະໃນມື້ນັ້ນກໍໄດ້ກາຍເປັນການໄວ້ທຸກຂອງທະຫານທັງປວງ, ເພາະໃນມື້ນັ້ນພວກທະຫານໄດ້ຍິນວ່າ, "ກະສັດໄດ້ຊົງທຸກໃຈເພາະລູກຊາຍຂອງເພິ່ນ." 3 ໃນມື້ນັ້ນພວກທະຫານໄດ້ລັກເຂົ້າມາໃນເມືອງຢ່າງງຽບໆ, ຄືກັບພວກທະຫານທີ່ລັກຫນີມາຢ່າງຫນ້າລະອາຍ ເມື່ອພວກເຂົາໄດ້ຫນີສຶກກັບມາ. 4 ກະສັດໄດ້ຊົງຄຸມຫນ້າ ແລະໄດ້ຊົງໂສກເສົ້າ ແລະຊົງຈົ່ມສຽງດັງວ່າ, "ໂອ ອັບຊາໂລມລູກເອີຍ, ໂອ ອັບຊາໂລມລູກຂອງພໍ່, ລູກຂອງພໍ່” 5 ໂຢອາບໄດ້ເຂົ້າໄປໃນທີ່ພັກຂອງກະສັດ ແລະເວົ້າຕໍ່ເພິ່ນວ່າ, "ມື້ນີ້ທ່ານໄດ້ຊົງເຮັດໃຫ້ຜູ້ຮັບໃຊ້ທະຫານທັງຫມົດຂອງທ່ານໄດ້ຮັບຄວາມລະອາຍ ພວກເຂົາໄດ້ຊ່ວຍຊີວິດຂອງທ່ານໃນມື້ນີ້, ທັງຊີວິດຂອງບັນດາລູກຊາຍ, ແລະລູກສາວ, ແລະຊີວິດຂອງບັນດາເມຍ , ແລະຊີວິດຂອງບັນດາສາວໃຊ້ຂອງທ່ານ, 6 ເພາະວ່າທ່ານໄດ້ຊົງຮັກຜູ້ທີ່ກຽດຊັງທ່ານ, ແລະໄດ້ຊົງກຽດຊັງຜູ້ຮັກທ່ານ. ເພາະໃນມື້ນີ້ທ່ານໄດ້ຊົງເຮັດໃຫ້ເປັນທີ່ຮູ້ແລ້ວວ່າ ບັນດານາຍທະຫານ ແລະທະຫານທັງຫລາຍບໍ່ມີຄ່າສຳຫລັບທ່ານ. ໃນມື້ນີ້ຂ້ານ້ອຍເຊື່ອວ່າຖ້າອັບຊາໂລມຍັງມີຊີວິດຢູ່, ແລະພວກຂ້ານ້ອຍທັງຫລາຍໄດ້ຕາຍຫມົດນັ້ນ, ທ່ານກໍຄົງຈະພໍໃຈ. 7 ບັດນີ້ຂໍທ່ານຊົງລຸກຂຶ້ນ ແລະຂໍອອກໄປກ່າວໃຫ້ກຳລັງໃຈແກ່ເຫລົ່າທະຫານຂອງທ່ານ, ເພາະຂ້ານ້ອຍໄດ້ສາບານໃນພຣະນາມພຣະຢາເວວ່າ, ຖ້າທ່ານບໍ່ມາ, ຈະບໍ່ມີຊາຍຈັກຄົນຫນຶ່ງຄ້າງຢູ່ກັບທ່ານໃນຄືນນີ້. ນັ້ນກໍຈະຮ້າຍແຮງຍິ່ງກວ່າເຫດຮ້າຍອື່ນໆ ທັງຫມົດຊຶ່ງໄດ້ບັງເກີດແກ່ທ່ານຕັ້ງແຕ່ຍັງນ້ອຍມາຈົນເຖິງບັດນີ້." 8 ດັ່ງນັ້ນກະສັດກໍໄດ້ຊົງລຸກຂຶ້ນ, ແລະປະທັບທີ່ປະຕູເມືອງ, ແລະປະຊາຊົນທັງປວງກໍໄດ້ຮັບການບອກເລົ່າວ່າ, "ເບິ່ງເຖີດ, ກະສັດໄດ້ຢູ່ທີ່ປະຕູເມືອງ," ປະຊາຊົນທັງຫລາຍກໍໄດ້ມາເຂົ້າເຝົ້າຕໍ່ຫນ້າຂອງກະສັດ. ຝ່າຍອິດສະຣາເອນນັ້ນ,ຕ່າງກໍຫນີໄປຍັງທີ່ອາໄສຂອງຕົນຫມົດແລ້ວ. 9 ພວກເຂົາຖົກຖຽງກັນທົ່ວໄປໃນປະເທດວ່າ, "ກະສັດເຄີຍຊົງຊ່ວຍກູ້ເຮົາໃຫ້ພົ້ນຈາກມືບັນດາສັດຕູຂອງເຮົາ, ແລະຊົງຊ່ວຍພວກເຮົາໃຫ້ພົ້ນຈາກມືພວກຟີລິດສະຕິນ, ແຕ່ບັດນີ້ທ່ານຊົງຫນີອອກຈາກແຜ່ນດິນເພາະເຫດແຫ່ງອັບຊາໂລມ. 10 ອັບຊາໂລມ,ຜູ້ທີ່ເຮົາໄດ້ແຕ່ງຕັ້ງໄວ້ໃຫ້ເປັນກະສັດປົກຄອງເຮົານັ້ນກໍໄດ້ເສຍຊີວິດແລ້ວໃນສົງຄາມ, ດັ່ງນັ້ນເປັນຫຍັງພວກເຈົ້າບໍ່ໄດ້ເວົ້າຫຍັງເລີຍໃນເລື່ອງທີ່ຈະທູນເຊີນກະສັດໃຫ້ກັບຄືນມາປົກຄອງ?" 11 ກະສັດດາວິດໄດ້ສົ່ງຄົນໄປຫາຊາດົກ ແລະອາບີອາທາປະໂຣຫິດທັງສອງ ຮັບສັ່ງວ່າ, "ຈົ່ງເວົ້າກັບພວກຜູ້ອາວຸໂສຂອງຄົນຢູດາຍວ່າ, "ເປັນຫຍັງພວກທ່ານຈຶ່ງເປັນຄົນສຸດທ້າຍທີ່ຈະທູນເຊີນກະສັດກັບຣາຊວັງຂອງເພິ່ນ, ໃນເມື່ອມີຖ້ອຍຄຳມາຈາກອິດສະຣາເອນທັງປວງຊື່ນຊົມເຖິງກະສັດ,ໃຫ້ກັບຣາຊວັງຂອງເພິ່ນ? 12 ພວກທ່ານເປັນພີ່ນ້ອງຂອງເຮົາ, ເປັນກະດູກ ແລະເນື້ອຂອງເຮົາ. ເປັນຫຍັງພວກທ່ານຈຶ່ງຈະເປັນຄົນສຸດທ້າຍທີ່ຈະທູນຊີນກະສັດກັບ?" 13 ແລ້ວຈົ່ງບອກອາສາມາວ່າ, "ທ່ານບໍ່ໄດ້ເປັນກະດູກ ແລະເນື້ອຂອງເຮົາບໍ່? ຂໍພຣະເຈົ້າຊົງລົງໂທດເຮົາ ແລະຊົງເພີ່ມໂທດນັ້ນ, ຖ້າທ່ານບໍ່ໄດ້ເປັນຜູ້ບັງຄັບບັນຊາກອງທັບຕໍ່ຫນ້າເຮົາແທນໂຢອາບຕັ້ງແຕ່ບັດນີ້ໄປ."" 14 ດັ່ງນັ້ນທ່ານກໍໄດ້ຊົງຊະນະໃຈຂອງຄົນຢູດາຍທັງປວງລາວກັບຈິດໃຈຂອງຜູ້ຊາຍຄົນດຽວ. ພວກເຂົາຈຶ່ງໄດ້ສົ່ງຄົນໄປທູນກະສັດວ່າ, "ຂໍທ່ານກັບພ້ອມກັບຜູ້ຮັບໃຊ້ທັງຫມົດ." 15 ດັ່ງນັ້ນກະສັດກໍໄດ້ກັບ ແລະມາຍັງແມ່ນ້ຳຈໍແດນ. ບັດນີ້ຄົນຢູດາຍກໍໄດ້ພາກັນມາທີ່ກິນການເພື່ອຮັບກະສັດ ແລະນຳກະສັດຂ້າມແມ່ນ້ຳຈໍແດນ. 16 ຊີເມອີ ລູກຊາຍຂອງເກຣາ, ຄົນເບັນຢາມິນ,ຜູ້ມາຈາກບາຮູຣິມ, ກໍໄດ້ຮີບລົງມາພ້ອມກັບຄົນຢູດາຍເພື່ອຈະຮັບກະສັດດາວິດ. 17 ມີຄົນຈາກເຜົ່າເບັນຢາມິນພ້ອມກັບເຂົາຫນຶ່ງພັນຄົນ, ແລະຊີບາຜູ້ຮັບໃຊ້ຂອງໂຊນ, ພ້ອມກັບລູກຊາຍສິບຫ້າຄົນ. ແລະຄົນໃຊ້ອີກຊາວຄົນ ພວກເຂົາກໍໄດ້ຮີບຂ້າມແມ່ນຳຈໍແດນ ຕໍ່ຫນ້າກະສັດ. 18 ພວກເຂົາໄດ້ຂ້າມມາເພື່ອນຳຣາຊວົງຂອງກະສັດ ແລະລໍຄອຍເຮັດສິ່ງທີ່ເພິ່ນເຫັນດີ. ຊີເມອີລູກຊາຍຂອງເກຣາ ໄດ້ໂນ້ມຕົວລົງຕໍ່ຫນ້າກະສັດກ່ອນທີ່ເພິ່ນຈະຂ້າມແມ່ນ້ຳຈໍແດນ. 19 ຊີເມອີໄດ້ທູນກະສັດວ່າ, "ຂໍຢ່າງຊົງຖືໂທດ,ການລ່ວງລະເມີດຂອງຂ້ານ້ອຍ, ແລະຂໍຢ່າຊົງຈົດຈຳຄວາມຜິດທີ່ຜູ້ຮັບໃຊ້ຂອງທ່ານໄດ້ເຮັດລືມໃນມື້ທີ່ກະສັດເຈົ້ານາຍຂອງຂ້ານ້ອຍອອກຈາກນະຄອນເຢຣູຊາເລັມ. ຂໍກະສັດ,ຢ່າຊົງຈົດຈຳໄວ້ໃນພໍໃຈ. 20 ດ້ວຍຜູ້ຮັບໃຊ້ຂອງທ່ານຮູ້ແລ້ວວ່າຂ້ານ້ອຍເອງໄດ້ເຮັດບາບ, ເບິ່ງເຖີດ ນີ້ເຫັນເຫດວ່າເປັນຫຍັງໃນມື້ນີ້ຂ້ານ້ອຍໄດ້ມາເປັນຄົນແລກໃນເຊື້ນສາຍໂຢເຊັບທັງຫມົດ ທີ່ລົງມາຮັບກະສັດເຈົ້ານາຍຂອງຂ້ານ້ອຍ." 21 ແຕ່ອາບີໄຊລູກຊາຍຂອງນາງເຊຣູອີຢາໄດ້ຕອບວ່າ, "ຊີເມອີບໍ່ສົມຄວນຕາຍເພາະສິ່ງນີ້, ເພາະເຂົາໄດ້ປ້ອຍດ່າຜູ້ທີ່ຮັບການແຕ່ງຕັ້ງຂອງພຣະຢາເວ?" 22 ແລ້ວດາວິດໄດ້ກ່າວວ່າ, "ລູກຊາຍທັງສອງຂອງນາງເຊຣູອີຢາເອີຍ, ເຮົາມີວຽກຫຍັງກັບທ່ານ, ຊຶ່ງໃນມື້ນີ້ທ່ານຈະມາເດືອດຮ້ອນກັບເຮົາ? ໃນມື້ນີ້ຄວນທີ່ຈະໃຫ້ໃຜໃນອິດສະເອນມີໂທດເຖິງຕາຍບໍ?" 23 ດັ່ງນັ້ນກະສັດໄດ້ກ່າວກັບຊີເມອີວ່າ, "ເຈົ້າຈະບໍ່ຕາຍ." ແລ້ວກະສັດກໍໄດ້ຊົງໃຫ້ຄຳສັນຍາວ່າລາວຊິບໍ່ຖືກປະຫານຊີວິດ. 24 ລູກຊາຍຂອງກະສັັດໂຊນກໍໄດ້ລົງມາຮັບກະສັດ. ເພິ່ນບໍ່ໄດ້ຊົງລ້າງຕີນຫລື ແຖຫນວດຂອງເພິ່ນຫລື,ຊົງຊັກເຄື່ອງຂອງເພິ່ນຕັ້ງແຕ່ມື້ທີ່ກະສັດໄດ້ຈາກໄປ, ຈົນວັນທີ່ທ່ານໄດ້ກັບມາໂດຍຢ່າງມີໄຊ. 25 ດັ່ງນັ້ນເມື່ອເພິ່ນໄດ້ມາຍັງນະຄອນເຢຣູຊາເລັມເພື່ອຈະຮັບມາ ກະສັດໄດ້ກ່າວຖາມວ່າ, "ເມຟີໂບເຊັດ ເປັນຫຍັງທ່ານບໍ່ໄດ້ໄປກັບເຮົາ?" 26 ລາວຕອບວ່າ, "ຂ້າແຕ່ກະສັດ, ເຈົ້ານາຍຂອງຂ້ານ້ອຍ, ຜູ້ຮັບໃຊ້ຂອງຂ້ານ້ອຍໄດ້ຕວະຂ້ານ້ອຍ ເພາະຜູ້ຮັບໃຊ້ຂອງທ່ານໄດ້ບອກເຂົາວ່າ, "ຂ້ອຍຈະອານລໍໂຕຫນຶ່ງເພື່ອຂ້ອຍຈະໄດ້ຂີ່ໄປຕາມກະສັດ, ເພາະວ່າຜູ້ຮັບໃຊ້ຂອງທ່ານພິການ." 27 ເຂົາກັບໄປທູນກະສັດເຈົ້ານາຍຂອງຂ້ານ້ອຍ, ໃສ່ຮ້າຍຜູ້ຮັບໃຊ້ຂອງພຣະເຈົ້າ ດັ່ງນັ້ນ ຂໍໄດ້ຊົງເຮັດໃນສິ່ງທີ່ທ່ານຊົງເຫັນວ່າດີໃນສາຍຕາຂອງທ່ານເຖີດ. 28 ເພາະວ່າທຸກຄົນໃນຄອບຄົວຂອງຂ້ານ້ອຍທັງຫມົດນັ້ນເປັນແຕ່ຄົນທີ່ສົມຄວນຕາຍ ຕໍ່ຫນ້າກະສັດເຈົ້ານາຍຂອງຂ້ານ້ອຍ, ແຕ່ທ່ານກໍໄດ້ຊົງແຕ່ຕັ້ງຜູ້ຮັບໃຊ້ຂອງທ່ານໄວ້ໃນຫມູ່ຜູ້ທີ່ກິນຮ່ວມໂຕະທ່ານ. ຂ້ານ້ອຍຈະມີຄວາມເມດຕາປະການໃດທີ່ຈະຮ້ອງທູນຕໍ່ກະສັດ?" 29 ແລ້ວກະສັດຈຶ່ງໄດ້ກ່າວກັບເຂົາວ່າ,"ທ່ານຈະເວົ້າເລື່ອງລາວຂອງທ່ານຕໍ່ໄປເຮັດຫຍັງ? ເຮົາໄດ້ຕັດສິນໃຈແລ້ວວ່າ ເມື່ອກະສັດເຈົ້ານາຍຂອງຂ້ານ້ອຍໄດ້ກັບສູ່ພຣະຣາດຊວັງໂດຍມີໄຊເຊັ່ນນີ້ແລ້ວ ກໍໃຫ້ຊີບາຮັບໄປຫມົດເຖີດ." 30 ເມຟີໂບເຊັດຕອບວ່າ, "ໃຫ້ມໍຣະດົກຕົກເປັນຂອງຊີບາຫມົດເສຍ, ການທີ່ທ່ານກັບມາຢ່າງປອດໄພກໍພຽງພໍແລ້ວສຳລັບຂ້ານ້ອຍ." 31 ແລ້ວບາກຊິນໄລ ຊາວກີເລອາດກໍໄດ້ລົງມາຈາກໂຣເກລິມ ເພື່ອຂ້າມແມ່ນ້ຳຈໍແດນໄປສົ່ງກະສັດ, ແລະເຂົາໄດ້ສົ່ງກະສັດຂ້າມແມ່ນ້ຳຈໍແດນໄປ. 32 ບັດນີ້ ບາກຊິນໄລເປັນຄົນເຖົ້າແກ່ຫລາຍແລ້ວ, ອາຍຸແປດສິບປີ.ເຂົາໄດ້ນຳສະບຽງອາຫານມາຖວາຍກະສັດຂະນະເພິ່ນຢູ່ທີ່ມະຫານາອິມ,ເພາະເຂົາເປັນຄົນຮັ່ງມີຫລາຍ. 33 ກະສັດຈຶ່ງໄດ້ກ່າວກັບບາກຊິນໄລວ່າ, "ຈົ່ງຂ້າມມາຢູ່ກັບເຮົາ, ແລະເຮົາຈະລ້ຽງເບິ່ງເຈົ້າໃຫ້ຢູ່ກັບເຮົາທີ່ນະຄອນເຢຣູຊາເລັມ." 34 ບາກຊີໄລໄດ້ທູນກະສັດວ່າ, "ຂ້ານ້ອຍຈະຢູ່ຕໍ່ໄປໄດ້ອີກຈັກປີ ທີ່ຂ້ານ້ອຍຈະຂຶ້ນໄປຢູ່ກັບກະສັດທີ່ນະຄອນເຢຣູຊາເລັມ? 35 ຂ້ານ້ອຍມີອາຍຸແປດສິບປີແລ້ວ. ຂ້ານ້ອຍຈະສາມາດແຍກວ່າແມ່ນຫຍັງດີແມ່ນຫຍັງຊົ່ວໄດ້ບໍ່? ຜູ້ຮັບໃຊ້ຂອງທ່ານຈະຮູ້ລົດຊາດຂອງສິ່ງທີ່ກິນ ແລະດື່ມໄດ້ບໍ່? ຂ້ານ້ອຍຈະຟັງສຽງນັກຮ້ອງຊາຍ ແລະຍິງຮ້ອງເພງໄດ້ອີກບໍ່? ເປັນຫຍັງຈະໃຫ້ຜູ້ຮັບໃຊ້ຂອງທ່ານເປັນພາລະເພີ່ມແກ່ກະສັດເຈົ້ານາຍຂອງຂ້ານ້ອຍ? 36 ຜູ້ຮັບໃຊ້ຂອງທ່ານປະສົງຈະຕາມຂ້າມແມ່ນ້ຳຈໍແດນກັບກະສັດເທົ່ານັ້ນ. ສະນັ້ນກະສັດຈະຊົງຕອບແທນດ້ວຍຮາງວັນເຊັ່ນນີ້? 37 ຂໍໃຫ້ຜູ້ຮັບໃຊ້ຂອງທ່ານໄດ້ກັບໄປເພື່ອຈະຕາຍໃນເມືອງຂອງຂ້ານ້ອຍ, ໃກ້ທີ່ຝັງສົບພໍ່ແມ່ຂອງຂ້ານ້ອຍ. ແຕ່ຂໍຈົ່ງຊົງແນມເຫັນເຖີດ, ນີ້ຄືກິມຮາມຜູ້ຮັບໃຊ້ຂອງພຣະອົງ. ຂໍໃຫ້ເຂົາຕາມກະສັດເຈົ້ານາຍຂອງຂ້ານ້ອຍໄປ, ຂໍຊົງເຮັດຕໍ່ເຂົາຕາມທີ່ຊົງເຫັນຄວນ." 38 ກະສັດໄດ້ຕອບວ່າ, "ກິມຮາມຈະຂ້າມໄປກັບເຮົາ, ເຮົາຈະເຮັດຄຸນແກ່ເຂົາຕາມທີ່ເຈົ້າເຫັນຄວນ, ສິ່ງໃດກໍຕາມທີ່ເຈົ້າປາດຖະຫນາຈາກເຮົາ, ເຮົາຍິນດີເຮັດໃຫ້ເຈົ້າ." 39 ແລ້ວປະຊາຊົນທັງຫມົດກໍໄດ້ຂ້າມແມ່ນ້ຳຈໍແດນ, ແລະກະສັດກໍໄດ້ຂ້າມໄປ ກະສັດໄດ້ຊົງຈູບບາກຊີໄລ, ແລະໄດ້ອວຍພອນເຂົາ. ແລ້ວບາກຊີໄລກໍໄດ້ກັບໄປຍັງທີ່ຢູ່ຂອງເຂົາ. 40 ດັ່ງນັ້ນກະສັດໄດ້ຂ້າມໄປຍັງກິນການ, ແລະກິມຮາມກໍໄດ້ຂ້າມຕາມເພິ່ນໄປ. ກອງທັບຂອງຢູດາຍທັງຫມົດກໍໄດ້ນຳກະສັດຂ້າມມາ, ແລະເຄິ່ງຫນຶ່ງຂອງກອງທັບດ້ວຍ. 41 ໃນບໍ່ຊ້າອິດສະຣາເອນທັງຫມົດກໍໄດ້ເລີ່ມມາເຝົ້າກະສັດ ແລະໄດ້ທູນກະສັດວ່າ, "ພີ່ນ້ອງຂອງເຮົາຄົນຢູດາຍຈຶ່ງໄດ້ລັກພາທ່ານໄປ, ແລະໄດ້ນຳກະສັດ ແລະຣາຊວົງຂອງເພິ່ນຂ້າມແມ່ນ້ຳຈໍແດນໄປ, ແລະພ້ອມກັບຄົນຂອງດາວິດທັງຫມົດ?" 42 ດັ່ງນັ້ນ ຄົນຢູດາຍທັງປວງຈຶ່ງໄດ້ຕອບຄົນອິດສະຣາເອນວ່າ, "ເພາະວ່າກະສັດຊົງເປັນພີ່ນ້ອງກັບເຮົາ. ທ່ານທັງຫລາຍຈະຄຽດດ້ວຍເລື່ອງນີ້ເຮັດຫຍັງ? ພວກເຮົາໄດ້ກິນສິ່ງໃດທີ່ກະສັດຕ້ອງຈ່າຍໃຫ້ຫລືບໍ່? ເພິ່ນໃຫ້ຮາງວັນຫຍັງແກ່ເຮົາບໍ່?" 43 ຄົນອິດສະຣາເອນກໍໄດ້ຕອບຄົນຢູດາຍວ່າ, "ເຮົາມີສິບເຜົ່າທີ່ມີຄວາມກ່ຽວຂ້ອງສຳພັນກັບກະສັດ, ດັ່ງນັ້ນເຮົາມີສິດຖິໃນດາວິດຫລາຍກວ່າພວກທ່ານ. ເປັນຫຍັງພວກທ່ານຈຶ່ງດູຖູກເຮົາເຊັ່ນນີ້? ບໍ່ແມ່ນພວກເຮົາທີ່ເປັນພວກທຳອິດບໍທີ່ສະເຫນີໃຫ້ນຳກະສັດຂອງພວກເຮົາກັບມາ?" ແຕ່ຖ້ອຍຄຳຂອງຄົນຢູດາຍກໍຮຸນແຮງກວ່າຖ້ອຍຄຳຂອງຄົນອິດສະຣາເອນ.
ບົດທີ 20 20
1 ທີ່ດຽວກັນນັ້ນໄດ້ມີຄົນກໍ່ກວນຄົນຫນຶ່ງຊື່ເຊບາ ລູກຊາຍຂອງບີກຣີ, ຄົນເບັນຢາມິນ. ເຂົາໄດ້ເປົ່າແກ ແລະ ໄດ້ກ່າວວ່າ, " ພວກເຮົາບໍ່ມີສ່ວນໃນດາວິດ, ທັງກໍບໍ່ໄດ້ມີມໍຣະດົກໃນລູກຊາຍຂອງເຢຊີ. ອິດສະຣາເອນເອີຍ, ໃຫ້ທຸກຄົນກັບບ້ານຂອງຕົນເອງ." 2 ດັ່ງນັ້ນ ຄົນອິດສະຣາເອນທັງປວງກໍໄດ້ໄປຈາກດາວິດ ແລະ ໄດ້ຕິດຕາມເຊບາລູກຊາຍຂອງບີກຣີ. ແຕ່ຄົນຢູດາຍຍັງໄດ້ຕິດຕາມກະສັດຂອງພວກເຂົາຢ່າງໃກ້ຊິດ, ຈາກແມ່ນ້ຳຈໍແດນຕະຫລອດທາງໄປຮອດນະຄອນເຢຣູຊາເລັມ. 3 ເມື່ອດາວິດໄດ້ກັບມາທີ່ຣາຊວັງທີ່ນະຄອນເຢຣູຊາເລັມ, ເພິ່ນໄດ້ນຳສາວໃຊ້ທັງສິບຄົນ ທີ່ເພິ່ນໄດ້ຊົງໄປໄວ້ໃຫ້ເຝົ້າຣາຊວັງນັ້ນ, ແລະເອົາພວກເຂົາໄປໄວ້ໃນບ້ານຫລັງຫນຶ່ງທີ່ມີຍາມເຝົ້າ, ເພິ່ນໄດ້ຊົງລ້ຽງດູພວກເຂົາໃນຄວາມຕ້ອງການຕ່າງໆຂອງພວກເຂົາ, ແຕ່ເພິ່ນບໍໍ່ໄດ້ຊົງຫລັບນອນກັບພວກນາງອີກຕໍ່ໄປ. ດັ່ງນັ້ນພວກນາງຈຶ່ງໄດ້ຖືກກັກໄວ້, ໃຫ້ມີຊີວິດຢູ່ຢ່າງແມ່ຫມ້າຍຈົນເຖິງມື້ຕາຍ. 4 ແລ້ວກະສັດໄດ້ກ່າວກັບອາມາສາວ່າ, "ຈົ່ງລະດົມຄົນຢູດາຍໃຫ້ພ້ອມພາຍໃນສາມວັນ; ຕົວທ່ານຈົ່ງມາທີ່ນີ້, ດ້ວຍເຊັ່ນກັນ." 5 ດັ່ງນັ້ນອາມາສາກໍໄດ້ອອກໄປລະດົມຄົນຢູດາຍ, ແຕ່ເຂົາກໍໄດ້ເຮັດງານຊ້າເກີນເວລາທີ່ກະສັດໄດ້ກຳນົດໃຫ້ເຂົາເຮັດ. 6 ດັ່ງນັ້ນດາວິດໄດ້ກ່າວກັບອາບີໄຊວ່າ, "ບັດນີ້ເຊບາ ລູກຊາຍຂອງບີກຣີຈະສ້າງຄວາມເດືອດຮ້ອນໃຫ້ເຮົາຫລາຍກວ່າອັບຊາໂລມໄດ້ເຮັດ. ທ່ານຈົ່ງນຳບັນດາຜູ້ຮັບໃຊ້ຂອງເຈົ້ານາຍຂອງທ່ານ, ເຫລົ່າທະຫານຂອງເຮົາ, ແລະ ໄລ່ຕາມເຂົາໄປ, ຫລື ບໍ່ເຊັ່ນນັ້ນເຂົາຈະຫາບັນດາເມືອງທີ່ມີປ້ອມປາການໄດ້ ແລະ ຫນີພົ້ນສາຍຕາເຮົາ." 7 ແລ້ວພວກຄົນຂອງໂຢອາບໄດ້ອອກໄປໄລ່ຕາມເຂົາ, ພ້ອມກັບຄົນເກເຣັດ ກັບຄົນເປເລັດກັບນັກຮົບທັງຫມົດ. ພວກເຂົາໄດ້ອອກຈາກນະຄອນເຢຣູຊາເລັມເພື່ອໄລ່ຕາມເຊບາ ບຸດຊາຍຂອງບີກຣີ. 8 ເມື່ອພວກເຂົາໄດ້ມາເຖິງໂງ່ນຫີນໃຫຍ່ທີ່ຢູ່ໃນເມືອງກີເບໂອ, ອາມາສາ ກໍໄດ້ມາພົບພວກເຂົາ. ໂຢອາບໄດ້ສວມໃສ່ເຄື່ອງແຕ່ງກາຍທະຫານຢ່າງທີ່ເຂົາໄດ້ເຄີຍໃສ່, ໂດຍມີດາບຢູ່ໃນຝັກຄັດແອວໄວ້. ເມື່ອເຂົາໄດ້ຍ່າງໄປ, ດາບກໍໄດ້ຫລຸດຕົກລົງ. 9 ດັ່ງນັ້ນໂຢອາບຈຶ່ງໄດ້ຖາມອາສາມາວ່າ, "ພີ່ນ້ອງຂອງຂ້ອຍ, ສະບາຍດີບໍ່?" ໂຢອາບກໍເອົາມືຂວາຈັບຫນວດຂອງອາສາມາດ້ວຍຄວາມຮັກ ແລະ ຈູບເຂົາ. 10 ອາມາສາບໍ່ໄດ້ສັງເກດດາບທີ່ຢູ່ໃນມືຊ້າຍຂອງໂຢອາບ. ໂຢອາບຈຶ່ງໄດ້ແທງທ້ອງອາມາສາຈົນໄສ້ໂລ່ລົງພື້ນດິນ. ໂຢອາບບໍ່ໄດ້ແທງເຂົາອີກຄັ້ງ, ແລະ ອາມາສາກໍໄດ້ຕາຍ. ດັ່ງນັ້ນໂຢອາບ ແລະ ອາບີໄຊນ້ອງຊາຍຂອງເຂົາກໍໄດ້ໄລ່ຕາມເຊບາລູກຊາຍຂອງບີກຣີໄປ. 11 ແລ້ວທະຫານຄົນຫນຶ່ງຂອງໂຢອາບໄດ້ຢືນຢູ່ໃກ້ອາມາສາ, ແລະ ໄດ້ເວົ້າວ່າ, "ໃຜເຫັນດ້ວຍກັບໂຢອາບ, ແລະ ໃຜຢູ່ຝ່າຍດາວິດ,ໃຫ້ຜູ້ນັ້ນຕິດຕາມໂຢອາບໄປ." 12 ອາມາສາກໍນອນຈົມກອງເລືອດຂອງຕົນເອງຢູ່ທີ່ໃນຫົນທາງ. ເມື່ອຊາຍຄົນນັ້ນເຫັນພວກທະຫານທົງຫມົດໄດ້ຢືນຢູ່, ເຂົາກໍໄດ້ຍ້າຍອາມາສາຈາກຫົນທາງໄປຖິ້ມໃນທົ່ງນາ ເຂົາໄດ້ໂຍນເສື້ອຜ້າປິດຮ່າງກາຍເຂົາໄວ້. ເພາະວ່າເຂົາໄດ້ເຫັນວ່າທຸກຄົນທີ່ຜ່ານມາກໍໄດ້ຢືນຢູ່. 13 ຫລັງຈາກທີ່ສົບຂອງອາມາສາໄດ້ຖືກນຳອອກຈາກຫົນທາງແລ້ວ, ທະຫານທັງປວງກໍໄດ້ຕາມໂຢອາບເພື່ອໄລ່ຕາມເຊບາລູກຊາຍຂອງບີກຣີ. 14 ເຊບາກໍໄດ້ຜ່ານເຂດແດນຕ່າງໆຂອງຄົນອິດສະຣາເອນທຸກເຜົ່າຈົນເຖິງອາເບັນ ແຫ່ງເບັດມາອາກາໄປຈົນເຖິງ, ແລະ ຜ່ານທະລຸໄປທຸກດິນແດນຂອງຄົນບີກຣີທັງຫມົດ. 15 ທີ່ໄດ້ມາຮ່ວມກັນ ແລະ ໄດ້ໄລ່ຕິດຕາມເຊບາໄປ ພວກເຂົາກໍໄດ້ຕາມມາທັນເຂົາ ແລະ ໄດ້ລ້ອມເຂົາໄວ້ໃນເມືອງອາເບັນແຂວງເບັດມາອາກາ. ພວກເຂົາໄດ້ກໍ່ທາງເນີນຂຶ້ນບ່ອນກຳແພງ. ທະຫານທັງຫມົດທີ່ຢູ່ກັບໂຢອາບກໍຕຳກຳແພງເພື່ອໃຫ້ກຳແພງພັງລົງ. 16 ແລ້ວມີຜູ້ຍິງສະຫລາດຄົນຫນຶ່ງໄດ້ຮ້ອງອອກມາຈາກໃນເມືອງວ່າ, "ຈົ່ງຟັງ, ຂໍຟັງແດ່, ໂຢອາບ! ເຂົ້າມາໃກ້ຂ້ານ້ອຍແດ່ ເພື່ອຂ້ານ້ອຍຈະເວົ້າກັບທ່ານ." 17 ດັ່ງນັ້ນໂຢອາບກໍໄດ້ເຂົ້າມາໃກ້ນາງ, ແລະຜູ້ຍິງນັ້ນກໍໄດ້ເວົ້າວ່າ, "ທ່ານຄືໂຢອາບແມ່ນບໍ?" ເຂົາໄດ້ຕອບວ່າ, "ແມ່ນແລ້ວ."ເຮົາຄືໂຢອາບ," ນາງຈຶ່ງໄດ້ກ່າວກັບເຂົາວ່າ, "ຂໍທ່ານຟັງຖ້ອຍຄຳຂອງສາວໃຊ້ຂອງທ່ານຈັກຫນ່ອຍ." ເຂົາກໍໄດ້ຕອບວ່າ, ເຮົາກຳລັງຟັງຢູ່ແລ້ວ." 18 ແລ້ວນາງກໍໄດ້ເວົ້າວ່າ, "ສະໄຫມໂບຮານພວກເຂົາໄດ້ເວົ້າກັນວ່າ, "ໃຫ້ຂໍຄຳປຶກສາທີ່ອາເບັນໃຫ້ແນ່ນອນເທີດ" ແລະ ຄຳປຶກສານັ້ນຈະເຮັດໃຫ້ເລື່ອງນັ້ນຈົບລົງໄດ້. 19 ພວກເຮົາເປັນເມືອງຫນຶ່ງທີ່ເຕັມດ້ວຍຄວາມງຽບສະງົບທີ່ສຸດ ແລະ ສັດຊື່ໃນອິດສະຣາເອນ. ທ່ານກຳລັງຈະທຳລາຍເມືອງ ອັນເປັນເມືອງແມ່ຂອງອິດສະຣາເອນ. ເປັນຫຍັງທ່ານຈຶ່ງຕ້ອງການຈະມ້າງເພມໍຣະດົກຂອງພຣະຢາເວ?" 20 ດັ່ງນັ້ນໂຢອາບຈຶ່ງໄດ້ຕອບວ່າ, "ຂໍໃຫ້ຫ່າງໄກ, ຂໍໃຫ້ຫ່າງໄກຈາກເຮົາ, ຊຶ່ງເຮົາຈະມ້າງເພຫລືທຳລາຍນັ້ນ. 21 ເລື່ອງນີ້ບໍ່ເປັນຄວາມຈິງ. ແຕ່ມີຜູ້ຊາຍຄົນຫນຶ່ງຈາກເຂດເນີນພູເອຟຣາອິມ, ຊື່ເຊບາລູກຊາຍຂອງບີກຣີ, ໄດ້ຍົກມືຂອງເຂົາຂຶ້ນຕໍ່ສູ້ກະສັດ, ຕໍ່ສູ້ດາວິດ. ຈົ່ງມອບເຂົາມາຄົນດຽວ, ແລະ ເຮົາຈະຖອນທັບຈາກເມືອງນີ້." ຜູ້ຍິງນັ້ນຈຶ່ງກ່າວກັບໂຢອາບວ່າ, "ຫົວຂອງເຂົາຈະຖືກໂຍນຂ້າມກຳແພງມາໃຫ້ທ່ານ." 22 ແລ້ວຜູ້ຍິງນັ້ນກໍໄປຫາປະຊາຊົນທັງຫມົດດ້ວຍປັນຍາຂອງນາງ. ພວກເຂົາກໍໄດ້ຕັດຫົວຂອງເຊບາລູກຊາຍຂອງບີິກຣີ, ແລະ ໄດ້ໂຍນໃຫ້ໂຢອາບ. ແລ້ວເຂົາກໍເປົ່າແກ ແລະ ທະຫານຂອງໂຢອາບກໍໄດ້ແຍກໄປຈາກເມືອງ, ທຸກຄົນກໍໄດ້ກັບໄປຍັງທີ່ຢູ່ຂອງຕົນ. ແລ້ວໂຢອາບກໍໄດ້ກັບຄືນເຢຣູຊາເລັມໄປຫາກະສັດ. 23 ແລ້ວໂຢອາບກໍໄດ້ກັບໄປເຝົ້າກະສັດທີ່ນະຄອນເຢຣູຊາເລັມ, ແລະ ບັດນີ້ໂຢອາບໄດ້ເປັນຜູ້ບັງຄັບບັນຊາກອງທັບທັງຫມົດຂອງອິດສະຣາເອນ ແລະ ເບນາອີຢາລູກຊາຍຂອງເຢໂຮຍອາດາໄດ້ເປັນຜູ້ບັງຄັບບັນຊາຂອງຄົນເກເຣັດ ແລະ ຄົນເປເລັດ. 24 ອາໂດນີຣາມໄດ້ດູແລບັນດາຄົນງານທັງຫລາຍ, ແລະ ເຢໂຮຊາຟັດລູກຊາຍຂອງອາຮີລຸດໄດ້ເປັນຜູ້ດູແລກ່ຽວກັບແຮງງານ. 25 ເຊວາເປັນເລຂາທິການຂອງສານຊາດົກ ແລະ ອາບີອາທາເປັນປະໂຣຫິດ. 26 ອີຣາຕະກູນຢາອີເປັນຫົວຫນ້າຂ້າຣາຊການຊັ້ນຜູ້ໃຫຍ່ຂອງດາວິດດ້ວຍ.
ບົດທີ 21 21
1 ໄດ້ມີການອຶດຢາກອາຫານໃນສະໄຫມຂອງດາວິດຢູ່ເປັນເວລາສາມປີຕິດຕໍ່ກັນ, ແລະ ດາວິດກໍໄດ້ສະແຫວງຫາຫນ້າຂອງພຣະຢາເວ. ດັ່ງນັ້ນພຣະຢາເວຈຶ່ງໄດ້ກ່າວວ່າ, "ການອຶດຢາກອາຫານທີ່ເກີດຂຶ້ນກັບພວກເຈົ້ານີ້ເປັນເພາະວ່າໂຊນ ແລະຄອບຄົວຂອງເຂົາ, ໄດ້ມີຄວາມຜິດໃນການຂ້າຄົນ ພວກເຂົາໄດ້ຂ້າຄົນກີເບໂອນ." 2 ບັດນີ້ຄົນກີເບໂອນນັ້ນບໍ່ແມ່ນເຊື້ອສາຍອິດສະຣາເອນ; ພວກເຂົາເປັນຄົນອາໂມຣິດທີ່ຍັງເຫລືອຢູ່. ປະຊາຊົນອິດສະຣາເອນໄດ້ສັນຍາຕໍ່ພວກເຂົາວ່າຈະບໍ່ຂ້າພວກເຂົາ, ແຕ່ໂຊນກໍໄດ້ຊົງພະຍາຍາມທີ່ຈະສັງຫານພວກເຂົາທັງຫມົດ ເພາະຄວາມກະຕືລືລົ້ນເພື່ອເຊື້ອສາຍອິດສະຣາເອນ ແລະ ຢູດາຍ. 3 ດັ່ງນັ້ນ ກະສັດດາວິດໄດ້ຊົງຮ້ອງປະຊຸມພວກກີເບໂອນ ແລະ ໄດ້ຖາມພວກເຂົາວ່າ, "ເຮົາຄວນຈະເຮັດຫຍັງໃຫ້ແກ່ພວກທ່ານໄດ້? ເຮົາຈະເຮັດຢ່າງໃດຈຶ່ງຈະແກ້ຄວາມຜິດທີ່ໄດ້ເຮັດຕໍ່ພວກເຈົ້າໄດ້, ເພື່ອພວກທ່ານຈະໄດ້ອວຍພອນແກ່ປະຊາຊົນຂອງພຣະຢາເວ, ຜູ້ໄດ້ຮັບມໍຣະດົກຂອງຄວາມດີ ແລະ ຄຳສັນຍາຂອງພຣະອົງ?" 4 ຄົນກິເບໂອໄດ້ທູນຕອບເພິ່ນວ່າ, "ມັນບໍ່ແມ່ນເລື່ອງເງິນ ຫລື ທອງລະຫວ່າງພວກຂ້ານ້ອຍທ່ານກັບໂຊນ ຫລື ເຊື້ອສາຍຂອງທ່ານ. ໃນທຳນອງດຽວກັນ ມັນບໍ່ແມ່ນເລື່ອງຂອງພວກຂ້ານ້ອຍທີ່ຈະປະຫານຊີວິດໃຜໃນອິດສະຣາເອນ." ດາວິດຈຶ່ງໄດ້ກ່າວວ່າ, "ພວກທ່ານເວົ້າວ່າຢ່າງໃດ ທີ່ເຮົາຄວນຈະເຮັດໃຫ້ພວກທ່ານ?" 5 ພວກເຂົາໄດ້ຕອບກະສັດວ່າ, "ສຳລັບຜູ້ຊາຍຜູ້ທີ່ໄດ້ພະຍາຍາມຂ້າພວກຂ້ານ້ອຍ, ແລະ ຜູ້ທີ່ໄດ້ວາງແຜນທຳລາຍພວກຂ້ານ້ອຍ, ດັ່ງນັ້ນພວກຂ້ານ້ອຍໄດ້ຖືກທຳລາຍ ແລະ ບໍ່ມີທີ່ຢູ່ໃນເຂດແດນຂອງອິດສະຣາເອນ - 6 ຂໍໃຫ້ມອບເຈັດຄົນຈາກເຊື້ອສາຍຂອງເຂົາໃຫ້ພວກຂ້ານ້ອຍ, ແລະ ພວກຂ້ານ້ອຍຈະໄດ້ແຂວນຄໍພວກເຂົາ ຕໍ່ຫນ້າພຣະຢາເວ ທີ່ກິເບອາບ້ານເກີດເມືອງນອນຂອງໂຊນ, ຜູ້ທີ່ໄດ້ຮັບການເລືອກຂອງພຣະຢາເວ." ດັ່ງນັ້ນກະສັດໄດ້ກ່າວວ່າ, "ເຮົາຈະມອບພວກເຂົາໃຫ້ແກ່ເຈົ້າ." 7 ແຕ່ກະສັດໄດ້ຊົງໄວ້ຊີວິດເມຟີໂບເຊັດລູກຊາຍຂອງໂຢນາທານ ແລະ ຫລານຊາຍຂອງໂຊນ, ເພາະຄຳສັນຍາຂອງພຣະຢາເວທີ່ທັງສອງໄດ້ເຮັດ, ຄືລະຫວ່າງດາວິດ ກັບໂຢນາທານລູກຊາຍຂອງໂຊນ. 8 ແຕ່ກະສັດໄດ້ນຳເອົາລູກຊາຍສອງຄົນຂອງນາງຣິຊະປາລູກສາວຂອງອາອີຢາ, ລູກຊາຍທັງສອງຄົນຂອງນາງທີ່ໄດ້ເກີດກັບໂຊນ - ຊື່ຂອງລູກຊາຍທັງສອງຄົນຄື ອາກໂມນີ ແລະ ເມຟີໂບເຊັດ; ແລະ ດາວິດກໍໄດ້ນຳລູກຊາຍທັງຫ້າຄົນຂອງເມຣາບລູກສາວຂອງໂຊນ, ຊຶ່ງພວກນາງໄດ້ມີກັບອັດຣີເອນ ລູກຊາຍຂອງບາກຊິນໄລຊາວເມືອງເມໂຮລາ. 9 ເພິ່ນໄດ້ຊົງມອບຄົນເຫລົ່ານີ້ໄວ້ໃນມືຂອງຄົນກີເບໂອນ. ພວກເຂົາຈຶ່ງໄດ້ແຂວນຄໍພວກເຂົາເທິງພູເຂົາຕໍ່ຫນ້າພຣະຢາເວ, ແລະ ພວກເຂົາທັງເຈັດຄົນກໍໄດ້ຕາຍໄປດ້ວຍກັນ. ພວກເຂົາຖືກຂ້າຕາຍໃນຊ່ວງລະດູກ່ຽວເຂົ້າ, ລະຫວ່າງມື້ທຳອິດຂອງມື້ເລີ່ມຕົນກ່ຽວເຂົ້າບາເລ. 10 ແລ້ວນາງຣິຊະປາ, ລູກສາວຂອງອາອີຢາ,ກໍໄດ້ເອົາຜ້າກະສອບປູໄວ້ເທິງກ້ອນຫີນສຳລັບຕົນເອງເທິງພູເຂົາຂ້າງໆ ຮ່າງກາຍທັງຫລາຍຂອງຄົນຕາຍ, ຕັ້ງແຕ່ຕົ້ນລະດູກ່ຽວຈົນເຖິງເວລາທີ່ຝົນຈາກທ້ອງຟ້າຕົກຈາກທ້ອງຟ້າຕົກລົງພວກເຂົາ. ນາງບໍ່ຍອມໃຫ້ເຫລົ່າຝູງນົກແຫ່ງທ້ອງຟ້າມາລົບກວນຮ່າງທັງຫລາຍໃນເວລາກາງເວັນ ຫລື ບໍ່ໃຫ້ສັດປ່າມາລົບກວນໃນເວລາກາງຄືນ. 11 ເມື່ອເຂົາໄດ້ທູນດາວິດ, ໃຫ້ຊົງຮູ້ໃນສິ່ງທີ່ນາງຣິຊະປາ,ລູກສາວຂອງອາອີຢາເມຍນ້ອຍຂອງໂຊນ, ໄດ້ເຮັດແລ້ວ. 12 ດັ່ງນັ້ນດາວິດກໍໄດ້ໄປນຳກະສັດໂຊນ ແລະກະສັດໂຢນາທານລູກຊາຍເພິ່ນມາຈາກພວກຄົນຂອງເມືອງຢາເບັດກີເລອາດ, ຜູ້ທີ່ໄດ້ລັກລອບເອົາໄປຈາກເມືອງເບັດຊານ, ທີ່ພວກຟີລິດສະຕິນແຂວນທັງສອງທ່ານໄວ້, ຫລັງຈາກທີ່ພວກຟີລິດສະຕິນປະຫານໂຊນໃນກິນໂບອາ. 13 ດາວິດໄດ້ຊົງນຳກະສັດໂຊນ ແລະກະສັດໂຢນາທານລູກຊາຍຂອງເພິ່ນຂຶ້ນມາຈາກທີ່ນັ້ນ ແລະພວກເຂົາໄດ້ລວບລວມກະດູກຂອງຄົນທັງເຈັດຄົນທີ່ຖືກແຂວນຄໍຕາຍດ້ວຍເຊັ່ນກັນ ພວກເຂົາກໍໄດ້ຝັງກະສັດຂອງໂຊນ , ແລະຂອງໂຢນາທານລູກຊາຍຂອງເພິ່ນໄວ້ໃນແຜ່ນດິນຂອງເບັນຢາມິນໃນເມືອງເຊລາ, ໃນອຸບມຸງຂອງກີເຊພໍ່ຂອງກະສັດໂຊນ. 14 ພວກເຂົາໄດ້ຝັ່ງກະດູກຂອງໂຊນ ແລະ ໂຢນາທານລູກຊາຍຂອງເຂົາໃນປະເທດເບັນຢາມິນໃນເມືອງເຊລາ, ໃນອຸບມຸງຂອງຶກີເຊພໍ່ຂອງເຂົາ. ພວກເຂົາກໍໄດ້ເຮັດຕາມທຸກຢ່າງທີ່ກະສັດໄດ້ຊົງບັນຊາໄວ້. ຫລັງຈາກນັ້ນພຣະເຈົ້າກໍໄດ້ຊົງຕອບຄຳອະທິຖານຂອງພວກເຂົາເພື່ອແຜ່ນດິນນັ້ນ. 15 ແລ້ວພວກຟີລິດສະຕິນໄດ້ລົງມາເຮັດສົງຄາມກັບຄົນອິດສະຣາເອນອີກຄັ້ງ. ດັ່ງນັ້ນດາວິດກໍໄດ້ລົງໄປພ້ອມກັບກອງທັບຂອງເພິ່ນ ແລະ ໄດ້ຊົງສູ້ຮົບກັບຄົນຟີລິດສະຕິນ. ດາວິດກໍຊົງໄດ້ຮັບໄຊຊະນະດ້ວຍການເມື່ອຍລ້າຈາກສົງຄາມ. 16 ອີສະບີເບໂນບ, ຄົນຫນຶ່ງໃນເຊື້ອສາຍຍັກ, ຜູ້ທີ່ຫອກເປັນທອງສຳຣິດຫນັກປະມານສາມກິໂລ, ແລະ ເປັນຜູ້ທີ່ມີດາບໃຫມ່ຄາດເເອວ, ໄດ້ຄິດຈະຂ້າດາວິດ. 17 ແຕ່ອາບີໄຊລູກຊາຍຂອງນາງເຊຣູອີຢາໄດ້ເຂົ້າມາຊ່ວຍດາວິດໄວ້, ແລະ ສູ້ຮົບກັບຄົນຟີລິດສະຕິນ, ແລະ ໄດ້ຂ້າເຂົາ. ແລ້ວເຫລົ່າທະຫານຂອງດາວິດກໍໄດ້ສັນຍາຕໍ່ຫນ້າເພິ່ນວ່າ, "ຂໍທ່ານຢ່າໄປເຮັດສຶກພ້ອມກັບພວກຂ້ານ້ອຍອີກຕໍ່ໄປເລີຍ, ເພື່ອພວກຂ້ານ້ອຍຈະບໍ່ສູນເສຍທ່ານໄປ." 18 ເລື່ອງນີ້ໄດ້ເກີດຂຶ້ນພາຍຫລັງທີ່ມີການຮົບກັບພວກຟີລິດສະຕິນອີກທີ່ເມືອງໂກບ, ຄາວນັ້ນສິບເບກາຍຊາວເມືອງຮູຊາໄດ້ຂ້າຄົນຮ່າງໃຫຍ່ຜູ້ຫນຶ່ງຊື່ວ່າສາເຟ, ຜູ້ຊຶ່ງເປັນລູກຫລານຂອງເຣຟາອິມ . 19 ເລື່ອງນີ້ໄດ້ເກີດຂຶ້ນອີກຄັ້ງໃນການຮົບກັບພວກຟີລິດສະຕິນທີ່ເມືອງໂກບອີກ, ທີ່ເອນຮານານລູກຊາຍຂອງຢາອີ ຊາວເບັດເລເຮັມ, ໄດ້ຂ້າໂກລີອາດຊາວກາດ, ຜູ້ມີຫອກເທົ່າກັບໄມ້ກຳພັ້ນຫູກ. 20 ເລື່ອງນີ້ກໍໄດ້ເກີດຂຶ້ນມີການຮົບກັນອີກທີ່ເມືອງກາດ ອັນເປັນເມືອງທີ່ມີຊາຍຄົນຫນຶ່ງຮູບຮ່າງໃຫຍ່ ຜູ້ທີ່ມີນິ້ວມືຂ້າງລະຫົກນິ້ວ ແລະ ນິ້ວຕີນຂ້າງລະຫົກນິ້ວ ລວມກັນຊາວສີ່ນິ້ວ. ເຂົາກໍໄດ້ສືບເຊື້ອສາຍມາຈາກພວກເອຟາອິມດ້ວຍ. 21 ເມື່ອເຂົາທ້າທ້າຍອິດສະຣາເອນ, ໂຢນາທານລູກຊາຍຂອງຊາມມາ, ແລະຫລານຊາຍຂອງດາວິດກໍໄດ້ຂ້າເຂົາ. 22 ຄົນເຫລົ່ານີ້ສືບເຊື້ອສາຍຄົນເອຟາອິມຂອງເມືອງກາດ, ແລະ ພວກເຂົາໄດ້ຖືກຂ້າຕາຍດ້ວຍມືຂອງດາວິດ ແລະດ້ວຍມືຂອງເຫລົ່າທະຫານຂອງເພິ່ນ.
ບົດທີ 22 22
1 ດາວິດໄດ້ຊົງຮ້ອງບົດເພງນີ້ແກ່ພຣະຢາເວ ໃນວັນທີ່ພຣະເຢເວຊົງຊ່ວຍກູ້ເພິ່ນໃຫ້ພົ້ນຈາກມືເຫລົ່າສັດຕູທັງຫມົດຂອງເພິ່ນ, ແລະຈາກເງື້ອມມືຂອງໂຊນ. 2 ເພິ່ນໄດ້ຊົງອະທິຖານວ່າ, "ພຣະຢາເວຊົງເປັນຜູ້ຄຸມຄອງຂອງຂ້ານ້ອຍ ເປັນປ້ອມປາການຂອງຂ້ານ້ອຍ, ແລະເປັນຜູ້ຊ່ວຍກູ້ຂອງຂ້ານ້ອຍ. 3 ພຣະເຈົ້າຊົງເປັນຜູ້ຄຸ້ມຄອງຂອງຂ້ານ້ອຍ. ຂ້ານ້ອຍເຂົ້າລີ້ໄພຢູ່ໃນພຣະອົງ, ພຣະອົງຊົງເປັນໂລ້ຂອງຂ້ານ້ອຍ, ຊົງເປັນພະລັງແຫ່ງຄວາມລອດຂອງຂ້ານ້ອຍ, ຊົງເປັນທີ່ກຳບັງອັນແຂງແກ່ງຂອງຂ້ານ້ອຍໃຫ້ລອດຈາກຄວາມຮຸນແຮງ. 4 ຂ້ານ້ອຍຮ້ອງທູນພຣະຢາເວ, ຜູ້ຊົງສົມຄວນແກ່ການສັນລະເສີນ, ແລະ ຂ້ານ້ອຍໄດ້ຮັບການຊົງຊ່ວຍໃຫ້ພົ້ນຈາກບັນດາສັດຕູຂອງຂ້ານ້ອຍ. 5 ເພາະເຫລົ່າຄື້ນແຫ່ງຄວາມຕາຍໄດ້ລ້ອມຮອບຂ້ານ້ອຍ, ກະແສແຫ່ງຄວາມທຳລາຍກໍໄດ້ໄຫລຖ້ວມເຫນືອຂ້ານ້ອຍ. 6 ສາຍໃຍຂອງແດນຄົນຕາຍພັນຕົວຂ້ານ້ອຍ; ບ່ວງແຫ່ງຄວາມຕາຍໄດ້ພັນຮອບຂ້ານ້ອຍຢູ່. 7 ໃນຄວາມທຸກລຳບາກຂອງຂ້ານ້ອຍ ຂ້ານ້ອຍໄດ້ຮ້ອງທູນພຣະຢາເວ; ຂ້ານ້ອຍໄດ້ຮ້ອງທູນພຣະເຈົ້າຂອງຂ້ານ້ອຍ; ພຣະອົງຊົງໄດ້ຍິນສຽງຂອງຂ້ານ້ອຍຈາກພຣະວິຫານຂອງພຣະອົງ, ແລະສຽງຮ້ອງທູນຂໍຄວາມຊ່ວຍເຫລືອຂອງຂ້ານ້ອຍໄດ້ໄປເຖິງພຣະວິຫານຂອງພຣະອົງ. 8 ແລ້ວແຜ່ນດິນກໍໄດ້ສັ່ນສະເທືອນ ແລະໄດ້ຫວັ່ນໄຫວ ຮາກຖານຂອງຟ້າກໍໄດ້ຫວັ່ນໄຫວ ແລະໄດ້ສັ່ນສະເທືອນ, ເພາະພຣະເຈົ້າຊົງພຣະພິໂຣດ. 9 ຄວັນໄຟກໍໄດ້ຂຶ້ນໄປຕາມຊ່ອງຮູດັງຂອງພຣະອົງ, ແລະ ຖ່ານໄຟກໍໄດ້ອອກມາຈາກປາກຂອງພຣະອົງ. ຖ່ານເຫລົ່ານັ້ນກໍຕິດເປວໄຟ. 10 ພຣະອົງໄດ້ຊົງເປີດທ້ອງຟ້າ, ແລະໄດ້ລົງມາ ແລະຄວາມມືດກໍໄດ້ຢູ່ໃຕ້ຕີນຂອງພຣະອົງ. 11 ພຣະອົງໄດ້ຊົງຂີ່ຫລັງເຄຣຸບຕົນຫນຶ່ງ ແລະຊົງບິນໄປ. ພຣະອົງໄດ້ຊົງປະກົດເທິງປີກຂອງລົມ. 12 ພຣະອົງໄດ້ຊົງເຮັດໃຫ້ຄວາມມືດປົກຄຸມຢູ່ຮອບພຣະອົງ, ລວມເຫລົ່າເມກຝົນຫນາທຶບໃນທ້ອງຟ້າທັງປວງ. 13 ຈາກຄວາມສະຫວ່າງຕໍ່ຫນ້າພຣະອົງຖ່ານໄຟໄດ້ຕົກລົງມາ. 14 ພຣະຢາເວໄດ້ຊົງສົ່ງສຽງດັງຮ້າຍຟ້າຮ້ອງຈາກທ້ອງຟ້າ. ອົງຜູ້ສູງສຸດກໍໄດ້ຊົງຮ້ອງສຽງອັນສຸດຣິດ. 15 ພຣະອົງໄດ້ຊົງຍິງລູກທະນູ ແລະ ໄດ້ຊົງເຮັດໃຫ້ພວກສັດຕູກະຈາຍ ຊົງເຮັດໃຫ້ເກີດຟ້າແມບເຫລື້ອມ ແລະ ໄດ້ຊົງເຮັດໃຫ້ພວກເຂົາແຕກຫນີໄປ. 16 ແລ້ວຊ່ອງທາງນໍ້າກໍໄດ້ປາກົດຂຶ້ນ; ຮາກຖານໂລກກໍໄດ້ຖືກເປີດເຜີຍໄວ້ເວລາທີ່ພຣະເຈົ້າຢາເວຮ້ອງນາບຂູ່ເຫລົ່າສັດຕູ, ທີ່ລົມຫາຍໃຈອອກຈາກດັງຂອງພຣະອົງ. 17 ພຣະອົງໄດ້ຊົງເດ່ມືລົງມາຈາກເທິງຟ້າ; ຊົງຈັບຂ້ານ້ອຍ! ພຣະອົງໄດ້ຊົງດຶງຂ້ານ້ອຍອອກມາຈາກນ້ຳທີ່ຊັດໄປມາ. 18 ພຣະອົງໄດ້ຊົງຊ່ວຍກູ້ຂ້ານ້ອຍຈາກສັດຕູເຂັ້ມແຂງ, ຈາກບັນດາຜູ້ທີ່ຊັງຂ້ານ້ອຍ, ເພາະພວກເຂົາແຂງແຮງກວ່າຂ້ານ້ອຍຫລາຍ. 19 ພວກເຂົາໄດ້ມາຕໍ່ສູ້ກັບຂ້ານ້ອຍໃນມື້ທີ່ຂ້ານ້ອຍໄດ້ປະສົບໄພພິບັດ, ແຕ່ພຣະຢາເວໄດ້ຊົງເປັນທີ່ເພິ່ງພາຂອງຂ້ານ້ອຍ. 20 ພຣະອົງໄດ້ຊົງນຳຂ້ານ້ອຍອອກມາຍັງທີ່ກວ້າງໃຫຍ່. ພຣະອົງໄດ້ຊົງຊ່ວຍກູ້ຂ້ານ້ອຍໄວ້ເພາະພຣະອົງໄດ້ຊົງພໍໃຈຂ້ານ້ອຍ. 21 ພຣະຢາເວໄດ້ມອບລາງວັນແກ່ຂ້ານ້ອຍຕາມຄວາມເປັນທຳຂອງຂ້ານ້ອຍ; ພຣະອົງໄດ້ຊົງຊ່ວຍຟື້ນຟູຂ້ານ້ອຍຕາມຄວາມສະອາດຂອງມືທັງສອງຂອງຂ້ານ້ອຍ. 22 ເພາະຂ້ານ້ອຍໄດ້ຮັກສາທາງຂອງພຣະຢາເວ ແລ ະບໍ່ໄດ້ເຮັດໃນສິ່ງທີ່ຊົ່ວຮ້າຍໂດຍການຫັນຈາກພຣະເຈົ້າຂອງຂ້ານ້ອຍ. 23 ເພາະກົດຫມາຍແຫ່ງຄວາມເປັນທຳທັງຫມົດຂອງພຣະອົງຢູ່ຕໍ່ຫນ້າຂ້ານ້ອຍ, ຂ້ານ້ອຍບໍ່ໄດ້ຫັນໄປຈາກສິ່ງເຫລົ່ານັ້ນ. 24 ຂ້ານ້ອຍໄດ້ບໍ່ມີຕຳຫນິຕໍ່ພຣະອົງ, ແລະ ຂ້ານ້ອຍໄດ້ຮັກສາຕົວໄວ້ຈາກຄວາມບາບ. 25 ເພາະສະນັ້ນ ພຣະຢາເວໄດ້ຊົງຕອບແທນຂ້ານ້ອຍຕາມຄວາມເປັນທຳຂ້ານ້ອຍ, ຕາມອັດຕາຄວາມສະອາດຂອງຂ້ານ້ອຍໃນສາຍຕາຂອງພຣະອົງ. 26 ຕໍ່ຜູ້ທີ່ສັດຊື່, ທ່ານໄດ້ສຳແດງທ່ານເອງວ່າສັດຊື່; ຕໍ່ຜູ້ບໍ່ມີຕຳຫນິ, ທ່ານໄດ້ສຳແດງທ່ານເອງວ່າບໍ່ມີຕຳຫນິ. 27 ຕໍ່ຜູ້ທີ່ບໍຣິສຸດ, ທ່ານໄດ້ສຳແດງທ່ານເອງວ່າວ່າບໍຣິສຸດ, ແຕ່ທ່ານຊົງເປັນສັດຕູຕໍ່ຜູ້ທີ່ໄດ້ຄົດໂກງ. 28 ພຣະອົງໄດ້ຊົງຊ່ວຍປະຊາຊົນທີ່ທຸກຍາກລຳບາກໃຫ້ລອດ, ແຕ່ສາຍຕາຂອງພຣະອົງທ່ານຕໍ່ສູ້ກັບດວງຕາທີ່ຍິ່ງຈອງຫອງ, ແລະ ພຣະອົງຊົງເຮັດໃຫ້ຄົນເຫລົ່ານັ້ນຕ່ຳລົງ. 29 ຂ້າແຕ່ພຣະຢາເວ, ພຣະອົງຊົງເປັນແສງແຈ້ງຂອງຂ້ານ້ອຍ, ພຣະຢາເວຊົງເຮັດໃຫ້ເກີດຄວາມສະຫວ່າງໃນຄວາມມືດຂອງຂ້ານ້ອຍ. 30 ເພາະໂດຍພຣະອົງ ຂ້ານ້ອຍສາມາດຜ່ານສິ່ງກີດຂວາງໄດ້; ໂດຍພຣະເຈົ້າຂອງຂ້ານ້ອຍ ຂ້ານ້ອຍສາມາດໂດດຂ້າມກຳແພງໄດ້. 31 ສຳລັບພຣະເຈົ້າ, ທາງຂອງພຣະອົງຄືຄວາມສົມບູນແບບ. ຖ້ອຍຄຳຂອງພຣະຢາເວແມ່ນບໍ່ມີຕຳຫນິ. ພຣະອົງຊົງເປັນໂລ່ກຳບັງຂອງທຸກຄົນທີ່ລີ້ໄພຢູ່ໃນພຣະອົງ. 32 ເພາະຜູ້ໃດຈະເປັນພຣະເຈົ້າອີກ ນອກຈາກພຣະຢາເວ, ແລະຜູ້ໃດເປັນຜູ້ປົກປ້ອງເວັ້ນແຕ່ພຣະເຈົ້າຂອງເຮົາ? 33 ພຣະເຈົ້າຜູ້ຊົງເປັນທີ່ລີ້ໄພຂອງຂ້ານ້ອຍ, ແລະ ພຣະອົງຊົງນຳຂ້ານ້ອຍໂດຍບໍ່ມີຕໍາຫນິໃນທາງຂອງພຣະອົງ. 34 ພຣະອົງຊົງເຮັດໃຫ້ຕີນຂອງຂ້ານ້ອຍເປັນຄືຢ່າງຕີນກວາງໂຕເມຍ ແລະຊົງວາງຂ້ານ້ອຍໄວ້ເທິງພູເຂົາທີ່ສູງ. 35 ພຣະອົງຊົງຝຶກມືຂ້ານ້ອຍໃຫ້ເຮັດສົງຄາມ, ແຂນຂ້ານ້ອຍພຣະອົງໃຫ້ໂກ່ງຄັນທະນູທອງ. 36 ພຣະອົງໄດ້ປະທານໂລ່ແຫ່ງຄວາມລອດຂອງພຣະອົງແກ່ຂ້ານ້ອຍ, ແລະ ຄວາມພໍໃຈຂອງພຣະອົງກໍເຮົດໃຫ້ຂ້ານ້ອຍເປັນໃຫຍ່ຂຶ້ນ. 37 ພຣະອົງໄດ້ປະທານສະຖານທີ່ກວ້າງຂວາງສຳລັບຕີນຂອງຂ້ານ້ອຍໄດ້ເດີນໄປ, ດັ່ງນັ້ນຕີນຂອງຂ້ານ້ອຍຈຶ່ງບໍ່ພາດລົ້ມລົງຈັກເທື່ອ. 38 ຂ້ານ້ອຍໄດ້ໄລ່ຕາມພວກສັດຕູຂອງຂ້ານ້ອຍ ແລະໄດ້ທຳລາຍພວກເຂົາ. ຂ້ານ້ອຍບໍ່ໄດ້ຫັນກັບຈົນກວ່າ ພວກເຂົາໄດ້ຖືກທຳລາຍຈົນຫມົດ. 39 ຂ້ານ້ອຍທຳລາຍພວກເຂົາ ແລະໄດ້ແທງພວກເຂົາທະລຸ; ພວກເຂົາຈຶ່ງບໍ່ສາມາດລຸກຂຶ້ນອີກ. ພວກເຂົາໄດ້ລົ້ມລົງໃຕ້ຕີນຂອງຂ້ານ້ອຍ. 40 ພຣະອົງໄດ້ປະທານກຳລັງແກ່ຂ້ານ້ອຍຄືສາຍແອວເພື່ອສູ້ໃນສົງຄາມ; ພຣະອົງຊົງເຮັດໃຫ້ບັນດາຜູ້ທີ່ລຸກຂຶ້ນສູ້ຂ້ານ້ອຍຢຸດລົງ. 41 ພຣະອົງຊົງເຮັດໃຫ້ເຫລົ່າສັດຕູຫນີໄປ; ບັນດາຜູ້ທີ່ຊັງຂ້ານ້ອຍ ຂ້ານ້ອຍກໍທຳລາຍທັງຫມົດ. 42 ພວກເຂົາໄດ້ຮ້ອງຫາຄວາມຊ່ວຍເຫລືອ, ແຕ່ບໍ່ມີໃຜຊ່ວຍພວກເຂົາໄດ້; ພວກເຂົາໄດ້ເຂົ້າຮ້ອງທູນພຣະຢາເວ, ແຕ່ພຣະອົງບໍ່ໄດ້ຊົງຕອບພວກເຂົາ. 43 ຂ້ານ້ອຍຈຶ່ງໄດ້ທຸບເຂົາແຫລກລະອຽດເປັນຄືຝຸ່ນດິນ, ຂ້ານ້ອຍໄດ້ຫຍ້ຳພວກເຂົາຄືຂີ້ຕົມຕາມຫົນທາງ. 44 ພຣະອົງຊົງຊ່ວຍຂ້ານ້ອຍໃຫ້ພົ້ນຈາກການຜິດຖຽງກັນກັບປະຊາຊົນຂອງຂ້ານ້ອຍ. ພຣະອົງຊົງຮັກສາຂ້ານ້ອຍໄວ້ໃຫ້ເປັນຫົວຫນ້າຂອງບັນດາປະຊາຊົນ. ປະຊາຊົນທີ່ຂ້ານ້ອຍບໍ່ໄດ້ຮູ້ຈັກກໍຈະຮັບໃຊ້ຂ້ານ້ອຍ. 45 ພວກຄົນຕ່າງດ້າວຈະຖືກບັງຄັບໃຫ້ກົ້ມກາບຕໍ່ຂ້ານ້ອຍ. ພໍພວກເຂົາໄດ້ຍິນເຖິງຂ້ານ້ອຍ ພວກເຂົາກໍຈະເຊື່ອຟັງຂ້ານ້ອຍ. 46 ພວກຄົນຕ່າງດ້າວກໍໄດ້ເສຍຂວັນຕົວສັ່ນອອກມາຈາກທີ່ກຳບັງແຂງແກ່ງຂອງເຂົາ. 47 ພຣະຢາເວຊົງມີຊີວິດຢູ່! ຂໍໃຫ້ຫີນຂອງຂ້ານ້ອຍເປັນທີ່ຄວນສັນລະເສີນ. ຂໍໃຫ້ພຣະເຈົ້າໄດ້ຮັບການຍ້ອງຍໍ, ຫີນແຫ່ງຄວາມລອດຂອງຂ້ານ້ອຍ. 48 ນີ້ຄືພຣະເຈົ້າຜູ້ຊົງແກ້ແຄ້ນໃຫ້ຂ້ານ້ອຍ, ພຣະອົງເປັນຜູ້ທີ່ນຳຊົນຊາດທັງຫລາຍລົງໃຫ້ຢູ່ໃຕ້ຂ້ານ້ອຍ. 49 ຜູ້ຊົງນຳຂ້ານ້ອຍອອກມາຈາກບັນດາສັດຕູຂອງຂ້ານ້ອຍ. ແທ້ທີ່ຈິງ, ພຣະອົງຊົງຍົກຂ້ານ້ອຍຈາກຄົນທີ່ຕໍ່ສູ້ຂ້ານ້ອຍ. ພຣະອົງໄດ້ຊ່ວຍຂ້ານ້ອຍຈາກຜູ້ທີ່ໂຫດຮ້າຍ. 50 ເພາະສະນັ້ນ, ຂ້າແຕ່ພຣະຢາເວ, ຂ້ານ້ອຍຈຶ່ງຂອບພຣະຄຸນພຣະອົງທ່າມກາງບັນດາປະຊາຊົນ; ຂ້ານ້ອຍຈະຮ້ອງເພງສັນລະເສີນພຣະນາມຂອງພຣະອົງ. 51 ພຣະເຈົ້າປະທານໄຊຊະນະຍິ່ງໃຫຍ່ແກ່ກະສັດຂອງພຣະອົງ, ແລະພຣະອົງໄດ້ຊົງອວຍພອນ, ແກ່ດາວິດ ແລະ ບັນດາລູກຫລານຂອງເພິ່ນເປັນນິລັນ."
ບົດທີ 23 23
1 ບັດນີ້ ນີ້ເປັນຖ້ອຍຄຳສຸດທ້າຍຂອງດາວິດ , ລູກຊາຍຂອງເຢຊີ, ຜູ້ຊາຍທີ່ໄດ້ຮັບກຽດຢ່າງສູງ, ຜູ້ຮັບການອວຍພອນໂດຍພຣະເຈົ້າຂອງຢາໂຄບ,ນັກແຕ່ງບົດເພງອັນອອນຊອນຂອງອິດສະຣາເອນ. ໄດ້ກ່າວວ່າ, 2 "ພຣະວິນຍານຂອງພຣະຢາເວໄດ້ກ່າວຜ່ານຂ້ານ້ອຍ, ແລະສັ່ງຂອງພຣະອົງຢູ່ທີ່ລິ້ນຂອງຂ້ານ້ອຍ. 3 ພຣະເຈົ້າແຫ່ງອິດສະຣາເອນຊົງໄດ້ກ່າວ ກັບຂ້ານ້ອຍ ຜູ້ຄຸມຊາດອິດສະຣາເອນໄດ້ກ່າວດັ່ງນີ້ວ່າ, 'ເມື່ອຜູ້ຫນຶ່ງປົກຄອງມະນຸດໂດຍຍຸດຕິທຳ, ຜູ້ປົກຄອງດ້ວຍຄວາມຢຳເກງພຣະເຈົ້າ. 4 ເຂົາຈະເປັນຄືແສງເມື່ອດວງຕາເວັນຂຶ້ນ, ໃນເວລາມື້ເຊົ້າທີ່ບໍ່ມີເມກ, ເມື່ອຫຍ້າອ່ອນງອກອອກຈາກດິນເມື່ອມີແສງຈ້າຂອງດວງຕາເວັນພາຍຫລັງຝົນ. 5 ເຊື້ອສາຍຂອງຂ້ານ້ອຍ,ບໍ່ເປັນເຊັ່ນນັ້ນຕໍ່ຫນ້າຂອງພຣະເຈົ້າບໍ່? ເພາະພຣະອົງບໍ່ໄດ້ຊົງເຮັດພັນທະສັນຍານິລັນກັບຂ້ານ້ອຍ, ອັນເປັນລະບຽບທຸກຢ່າງ ແລະຫມັ່ນຄົງຢ່າງນັ້ນບໍ່? ພຣະອົງຈະບໍ່ຊົງໃຫ້ຄວາມລອດທຸກດ້ານ ແລະຄວາມປາດຖະນາທຸກຢ່າງຂອງຂ້ານ້ອຍໃນທຸກໆສະພາບການບໍ່? 6 ແຕ່ຄົນບໍ່ນັບຖືພຣະເຈົ້າທັງຫມົດກໍຄືຫນາມທີ່ຖືກຖອນຖິ້ມໄປ, ເພາະວ່າພວກເຂົາບໍ່ສາມາດຈະເອົາມືຢິບດ້ວຍມືຂອງໃຜໄດ້. 7 ຄົນທີ່ແຕະຕ້ອງພວກມັນ ຈະຕ້ອງຖືອາວຸດທີ່ເຮັດດ້ວຍເຫລັກຫລືດ້າມຂອງຫອກ. ພວກມັນຈະຕ້ອງຖືກເຜົາໃຫ້ທັງຫມົດໄວ້ທີ່ນັ້ນ." 8 ຕໍ່ໄປນີ້ເປັນລາຍຊື່ຂອງນັກຮົບຜູ້ເກັ່ງກ້າຂອງດາວິດ ຄື: ໂຢເຊບບັດເຊເບັດ ຊາວຕາເກໂມ ເປັນຜູ້ນຳຂອງເຫລົ່ານັກຮົບຜູ້ເກັ່ງກ້າ. ເຂົາໄດ້ຂ້າຄົນແປດຮ້ອຍຄົນໃນຄັ້ງດຽວ. 9 ຄົນທີ່ຮອງລົງມາຄື: ເອເລອາຊາລູກຊາຍຂອງໂດໂດ, ຜູ້ເປັນລູກຊາຍຂອງອາໂຮອານ ຜູ້ທີ່ເປັນຫນຶ່ງໃນສາມຂອງນັກຮົບຜູ້ເກັ່ງກ້າຂອງດາວິດ. ເຂົາໄດ້ຢູ່ເມື່ອພວກເຂົາເວົ້າທ້າທາຍພວກຟີລິດສະຕິນຊຶ່ງເຕົ້າໂຮມກັນທີ່ນັ້ນເພື່ອເຮັດສົງຄາມ, ແລະເມື່ອຄົນອິດສະຣາເອນໄດ້ຖອຍທັບ. 10 ເອເລຊາໄດ້ລຸກຂຶ້ນ ແລະໄດ້ຕໍ່ສູ້ພວກຟີລິດສະຕິນ ຈົນກະທັ້ງມືຂອງເຂົາອ່ອນລ້າ ແລະມືຂອງເຂົາເປັນຈັງແຂ້ງຕິດທີ່ດາບຂອງເຂົາ. ພຣະຢາເວໄດ້ຊົງເຮັດໃຫ້ໄດໄຊຊະນະຢ່າງໃຫຍ່ຫລວງໃນມື້ນັ້ນ. ກອງທັບກໍໄດ້ກັບຕາມເອເລຊາ,ເພື່ອປົດເອົາອາວຸດຈາກຜູ້ທີ່ຖືກຂ້າຕາຍເທົ່ານັ້ນ. 11 ຮອງຈາກເຂົາລົງມາຄື: ຊາມມາລູກຊາຍຂອງອາກີ, ຊາວຮາຣາເຣ. ພວກຟີລິດສະຕິນ ໄດ້ເຕົາໂຮມກັນທີ່ທົ່ງຫຍ້າເລຮີ ເປັນທີ່ມີພື້ນດິນຜືນຫນຶ່ງມີຖົ່ວແດງເຕັມໄປຫມົດ, ແລະກອງທັບກໍຫນີໄປຈາກພວກເຂົາ. 12 ແຕ່ຊາມມາໄດ້ຍືນຢູ່ທ່າມກາງຜືນດິນນັ້ນ ແລະປ້ອງກັນຜືນດິນນັ້ນໄວ້ ເຂົາໄດ້ຂ້າພວກຟີລິດສະຕິນ, ແລະພຣະຢາເວຊົງເຮັດໃຫ້ມີໄຊຊະນະຢ່າງໃຫຍ່ຫລວງ. 13 ທະຫານາສາມນາຍໃນພວກທະຫານສາມສິບຄົນນັ້ນ, ໄດ້ລົງມາຫາດາວິດໃນລະດູກ່ຽວເຂົ້າທີ່ຖ້ຳອາດຸນລຳ. ກອງທັບຂອງຟີລິດສະຕິນໄດ້ຕັ້ງຄ້າຍຢູ່ໃນຮ່ອມພູເຣຟາອິມ. 14 ໃນເວລານັ້ນດາວິດໄດ້ຢູ່ໃນທີ່ກຳບັງເຂັ້ມແຂງ, ທີ່ຖ້ຳ, ຂະນະທີ່ພວກຟີລິດສະຕິນກໍໄດ້ຕັ້ງຫລັກແຫລ່ງຢູ່ທີ່ເບັດເລເຮັມ. 15 ດາວິ່ດໄດ້ຊົງກະຫາຍນ້ຳ ແລະກ່າວວ່າ, "ຖ້າພຽງບາງຄົນຈະໃຫ້ນ້ຳແກ່ເຮົາດື່ມຈາກນ້ຳສ້າງທີ່ເບັດເລເຮັມ, ນ້ຳສ້າງທີ່ຢູ່ຂ້າງປະຕູເມືອງ!" 16 ດັ່ງນັ້ນຈອມທະຫານສາມຄົນທີ່ໄດ້ກ່າວເຖິງນັ້ນກໍໄດ້ແຫກຄ້າຍຂອງກອງທັບຂອງຄົນຟີລິດສະຕິນເຂົ້າໄປ ແລະໄດ້ຕັກນ້ຳຈາກນ້ຳສ້າງເບັດເລເຮັມ ,ນ້ຳສ້າງທີ່ຢູ່ຫນ້າປະຕູເມືອງພວກເຂົາໄດ້ນຳນ້ຳມາແລະໄດ້ມາຖະວາຍແກ່ດາວິດ, ແຕ່ພຣະອົງໄດ້ຊົງປະຕິເສດທີ່ຈະຊົງດື່ມນ້ຳນັ້ນ. ແຕ່ພຣະອົງໄດ້ຊົງເທນ້ຳນັ້ນຖະວາຍແດ່ພຣະຢາເວ. 17 ແລ້ວພຣະອົງໄດ້ກ່າວວ່າ, "ຂ້າແຕ່ພຣະຢາເວ, ຂ້າພຣະອົງຄວນຈະດື່ມໂລຫິດຂອງບັນດາຜູ້ໄດ້ໄປສ່ຽງຊີວິດຂອງພວກເຂົາຫລື?" ດັ່ງນັ້ນພຣະອົງຈຶ່ງບໍໍ່ຊົງຍອມດື່ມ. ນັກຮົບທັງສາມໄດ້ເຮັດສິ່ງເຫລົ່ານີ້. 18 ອາບີໄຊນ້ອງຊາຍຂອງໂຢອາບແລະລູກຊາຍຂອງນາງເຊຣູອີຢາ, ໄດ້ເປັນຫົວຫນ້າຂອງທັງສາມຄົນນັ້ນ. ຄັ້ງຫນຶ່ງເຂົາໄດ້ຕໍ່ສູ້ດ້ວຍຫອກຕໍ່ທະຫານສາມຮ້ອຍຄົນ. ແລະໄດ້ຂ້າພວກເຂົາ ເຂົາກໍໄດ້ມີຊື່ສຽງຮ່ວມກັບທະຫານເອກສາມຄົນນັ້ນ. 19 ເຂົາໄດ້ເປັນຜູ້ບັງຄັບບັນຊາຂອງພວກເຂົາ ຢ່າງໃດກໍຕາມຊື່ສຽງຂອງເຂົາບໍ່ເທົ່າກັບຊື່ສຽງຂອງທະຫານທີ່ມີຊື່ສຽງໂດ່ງດັງທີ່ສຸດສາມຄົນນັ້ນ. 20 ເບນາອີຢາແຫ່ງເມືອງກັບເຊເອນລູກຊາຍຂອງເຢໂຮຍອາດາ; ເຂົາເປັນຜູ້ຊາຍແຂງແຮງ ທີ່ໄດ້ເຮັດຄວາມສຳເລັດທີ່ຍິ່ງໃຫຍ່ຫລາຍຢ່າງ. ເຂົາໄດ້ຂ້າລູກຊາຍທັງສອງຂອງອາຮີເອວແຫ່ງໂມອາບ. ເຂົາໄດ້ລົງໄປຂ້າສິງໂຕໃນນ້ຳສ້າງໃນມື້ທີ່ຫິມະຕົກດ້ວຍ. 21 ແລ້ວເຂົາໄດ້ຂ້າຄົນອີຢິບຄົນຫນຶ່ງເປັນຜູ້ຊາຍຮູບຮ່າງສູງໃຫຍ່. ຄົນອີຢິບນັ້ນຖືຫອກຢູ່ໃນມື, ແຕ່ເບນາອີຢາໄດ້ຕໍ່ສູ້ກັບເຂົາດ້ວຍພຽງໄມ້ຄ້ອນ. ເຂົາໄດ້ຢຶດເອົາຫອກມາຈາກມືຂອງຄົນອີຢິບຄົນນັ້ນ ແລະໄດ້ຂ້າເຂົາຕາຍດ້ວຍຫອກຂອງເຂົາເອງ. 22 ເບນາອີຢາລູກຊາຍຂອງເຢໂຮຍອາດາເຮັດວິລະກິດເຫລົ່ນນີ້ຈຶ່ງມີຊື່ສຽງດັ່ງນັກຮົບສາມຄົນນັ້ນ. 23 ເຂົາມີຊື່ສຽງໂດ່ງດັງກວ່າທະຫານສາມສິບຄົນນັ້ນໂດຍທົ່ວໄປ, ແຕ່ເຂົາບໍ່ໄດ້ຮັບການນັບຖືຫລາຍເຊັ່ນດຽວກັນກັບທະຫານເອກສາມຄົນນັ້ນ. ສະນັ້ນ ດາວິດກໍໄດ້ຊົງຕັ້ງເຂົາໃຫ້ເປັນທະຫານຮັກຊາພຣະອົງ. 24 ໃນສາມສິບຄົນນັ້ນຮວມຜູ້ຊາຍຕໍ່ໄປນີ້ ຄື ອາສາເຮນນ້ອງຊາຍຂອງໂຢອາບ, ເອນຮານານລູກຊາຍຂອງໂດໂດຊາວເບັດເລເຮັມ, 25 ຊາມມາຊາວເມືອງຮາໂຣດ, ເອລີກາຊາວເມືອງຮາໂຣດ, 26 ເຮເລັດ, ຊາວເປເລັດ, ອີຣາ, ລູກຊາຍຂອງອິກເກັດຊາວເຕກົວ, 27 ອາບີເອເຊຊາວເມືອງອານາທົດ, ເມບຸນນາຍຊາວຮູຊາ, 28 ຊານໂມນຊາວອາໂຮ, ມະຫາໄຣຊາວເນໂຕຟາ. 29 ເຮເລັບລູກຊາຍຂອງບາອານາ,ຊາວເນໂຕຟາ, ອິດໄຕລູກຊາຍຂອງຊາວກີເບອາເຜົ່າເບັນຢາມິນ, 30 ເບນາອີຢາຊາວປີຣາໂທນ, ຮິດໄຕຊາວຮ່ອມພູໃກ້ເມືອງກາອາດ. 31 ອາບີອານໂບນຊາວອາຣະບາ ອາຊະມາເວດຊາວບາຮູຣິມ, 32 ເອລີອາຢາ, ຊາວຊາອານໂບນ, ບັນດາລູກຊາຍຂອງຢາເຊນ ໂຢນາທານ. 33 ອາຮີອາມລູກຊາຍຂອງຊາຮາກຊາວຮາຣາເຮ, 34 ເອລີເຟເລດລູກຊາຍຂອງອາຮາສະໄຍຊາວມາອາກາ, ເອລີອາມລູກຊາຍຂອງອາຮີໂຕເຟນຊາວກີໂລ, 35 ເຮຊະໂຮຊາວກາເມນ, ປາອາໄຣຊາວອາຣັບ, 36 ອີການລູກຊາຍຂອງນາທານຊາວໂຊບາ, ບານີຄົນເຜົ່າກາດ. 37 ເຊເລັກຄົນອຳໂມນ, ນາຮາໄຮຊາວເບເອໂຣດ, ຄົນຖືເຄື່ອງອາວຸດຂອງໂຢອາບລູກຊາຍຂອງເຊຣູອີຢາ, 38 ອີຣາຊາວອິດໄຮ, ກຄາເຮັບຊາວອິດໄຮ, 39 ອູຣິຢາຄົນຮິດຕີ ລວມທັງຫມົດສາມສິບເຈັດຄົນ.
ບົດທີ 24 24
1 ອີກຄັ້ງຫນຶ່ງທີ່ຄວາມໂກດຮ້າຍຂອງພຣຢາເວເກີດຂຶ້ນຕໍຶອິດສະຣາເອນ, ແລະພຣະອົງໄດ້ຊົງເຮັດໃຫ້ດາວິດຕໍ່ສູ້ພວກເຂົາ ກ່າວວ່າ, "ຈົ່ງໄປ,ນັບຄົນອິດສະຣາເອນແລະຄົນຢູດາຍ." 2 ກະສັດຈຶ່ງໄດ້ຊົງຮັບສັ່ງກັບໂຢອາບ, ຜູ້ບັນຊາການທະຫານຊຶ່ງຢູ່ກັບພຣະອົງວ່າ, "ຈົ່າໄປໃຫ້ທົ່ວອິດສະຣາເອນທຸກເຜົ່າ, ຕັ້ງແຕ່ເມືອງດານເຖິງເບເອນເຊບາ, ແລະຈົ່ງນັບຈຳນວນປະຊາຊົນ, ເພື່ອເຮົາຈະໄດ້ຮູ້ຈຳນວນຮວມຂອງປະຊາຊົນເພື່ອເຮັດສົງຄາມ." 3 ໂຢອາບໄດ້ທູນກະສັດວ່າ, "ຂໍພຣະຢາເວພຣະເຈົ້າຂອງທ່ານຊົງເພີ່ມປະຊາຊົນທີ່ມີຢູ່ອີກຮ້ອຍເທົ່າ, ຂໍແນມເຫັນຂອງກະສັດເຈົ້ານາຍຂອງຂ້ານ້ອຍໄດ້ຊົງເຫັນສິ່ງທີ່ເກີດຂຶ້ນ. ແຕ່ເຫດການໃດກະສັດເຈົ້ານາຍຂອງຂ້ານ້ອຍຈຶ່ງຊົງປະສົງສິ່ງນີ້?" 4 ຢ່າງໃດກໍຕາມຄຳສັ່ງຂອງກະສັດກໍໄດ້ກົດດັນເຖິງທີ່ສຸດຕໍ່ໂຢອາບ ແລະກົດດັນບັນດາຜູ້ບັງຄັບບັນຊາຂອງກອງທັບ. ດັ່ງນັ້ນໂຢອາບກັບບັນດາຜູ້ບັງຄັບບັນຊາຂອງກອງທັບຈຶ່ງໄດ້ອອກໄປຈາກຕໍ່ຫນ້າກະສັດເພື່ອນັບປະຊາຊົນອິດສະຣາເອນ. 5 ພວກເຂົາໄດ້ຂ້າມແມ່ນ້ຳຈໍແດນໄປ ແລະໄດ້ຕັ້ງຄ້າຍໃນເມືອງອາໂຣເອ,ທາງທິດໃຕ້ຂອງເມືອງໃນກາງຮ່ອມພ.ູ ແລ້ວພວກເຂົາ ແລ້ວພວກເຂົາກໍໄດ້ເດີນທາງໄປຜ່ານກາດໄປຈົນເຖິງເມືອງຢາເຊ. 6 ພວກເຂົາກໍໄດ້ມາຍັງກີເລອາດ ແລະມາຮອດໃນດິນແດນຂອງຮິດຕີ, ແລ້ວຕໍ່ໄປຮອດເມືອງດານ ອ້ອມໄປຮອດຊີໂດນ. 7 ພວກເຂົາໄດ້ມາຮອດປ້ອມຂອງໄທລະ ແລະເມືອງທັງຫມົດຂອງຄົນຮີວີ ແລະຂອງຄົນການາອານ. ແລ້ວພວກເຂົາໄດ້ອອກໄປຍັງໃນຢູດາຍທີ່ເນເກບເມືອງເບເອນຊບາ. 8 ເມື່ອພວກເຂົາໄດ້ໄປທົ່ວແຜ່ນດິນນັ້ນແລ້ວ, ພວກເຂົາຈຶ່ງໄດ້ກັບມາຍັງກຸງເຢຣູຊາເລັມເມື່ອສິ້ນເກົ້າເດືອນແລະຊາວມື້. 9 ແລ້ວໂຢອາບກໍໄດ້ຖະວາຍຈຳນວນທະຫານທີ່ນັບໄດ້ທັງຫມົດແກ່ກະສັດ. ມີທະຫານໃນອິດສະຣາເອນຈຳນວນ 800,000ຄົນ ຜູ້ພ້ອມເຮັດເສຶກ, ແລະຄົນຢູດາຍມີ 500,000ຄົນ. 10 ແລ້ວໃຈຂອງດາວິດກໍໄດ້ຊົງສຳນຶກຜິດຫລັງຈາກທີ່ເພິ່ນໄດ້ຊົງນັບຈຳນວນປະຊາຊົນສຳເລັດແລ້ວ. ດັ່ງນັ້ນດາວິດໄດ້ຊົງທູນຕໍ່ພຣະຢາເວວ່າ, "ຂ້ານ້ອຍໄດ້ເຮັດບາບໃຫຍ່ຫລວງໃນການທີ່ໄດ້ເຮັດສິ່ງນີ້. ບັດນີ້, ຂ້າແຕ່ພຣະຢາເວ, ຂໍພຣະອົງຊົງລົບຄວາມບາບຊົ່ວຂອງຜູ້ຮັບໃຊ້ຂອງພຣະອົງອອກໄປ, ເພາະຂ້ານ້ອຍເຮັດຢ່າງໂງ່ຈ້າທີ່ສຸດ." 11 ເມື່ອດາວິດໄດ້ຊົງລຸກຂຶ້ນໃນຕອນເຊົ້າ, ຕໍ່ກາດຂອງພຣະຢາເວກໍໄດ້ມາຍັງຜູ້ທຳນວຍຂອງດາວິດວ່າ, 12 "ຈົ່ງໄປບອກດາວິດວ່າ: 'ພຣະຢາເວກ່າວດັ່ງນີ້ວ່າ: "ເຮົາຈະໃຫ້ເຈົ້າມີທາງເລືອກສາມຢ່າງ. ຈົງເລືອກເອົາຫນຶ່ງຢ່າງ."'" 13 ດັ່ງນັ້ນກາດຈຶ່ງໄດ້ເຂົ້າເຝົ້າດາວິດ ແລະໄດ້ທູນເພິ່ນວ່າ, "ຈະໃຫ້ເກີດອຶດຢາກອາຫານເປັນເວລາສາມປີໃນແຜ່ນດິນຂອງທ່ານຫລືບໍ່? ຫລືທ່ານຈະຍອມຫນີຕໍ່ຫນ້າສັດຕູຂອງທ່ານເປັນເວລາສາມເດືອນຂະນະທີ່ພວກເຂົາໄລ່ຕາມທ່ານຫລືບໍ່? ຫລືຈະໃຫ້ໂຣກລະບາດເກີດຂຶ້ນໃນແຜ່ນດິນຂອງທ່ານເປັນເວລາສາມມື້ຫລືບໍ່? ບັດນີ້ຂໍທ່ານໄດ້ຊົງຄິດເບິ່ງວ່າຈະໃຫ້ຂ້ານ້ອຍກັບໄປທູນສິ່ງໃດຕໍ່ພຣະອົງຜູ້ຊົງໃຊ້ຂ້ານ້ອຍມາ." 14 ແລ້ວດາວິດຈຶ່ງໄດ້ກ່າວກັບກາດວ່າ, "ເຮົາເປັນທຸກຫລາຍ. ຂໍໃຫ້ພວກເຮົາຕົກເຂົ້າໄປຢູ່ໃນມືຂອງພຣະຢາເວຫລາຍກ່າວໃຫ້ເຮົາຕົກເຂົ້າໄປໃນມືຂອງມະນຸດ, ເພາະພຣະອົງມີໃຈເມດຕາໃຫຍ່ຫລາຍ." 15 ດັ່ງນັ້ນພຣະຢາເວຈຶ່ງໄດ້ຊົງໃຫ້ໂຣກລະບາດເກີດຂຶ້ນໃນອິດສະຣາເອນຕັ້ງແຕ່ເວລາເຊົ້າຈົນຫມົດເວລາກຳຫນົດ, ແລະປະຊາຊົນທີ່ໄດ້ຕາຍຈຳນວນເຈັດຫມື່ນຄົນນັບຕັ້ງແຕ່ເມືອງດານເຖິງເບເອນເຊບາ. 16 ເມື່ອເທວະດາເດ່ມືອອກເຫນືອນະຄອນເຢຣູຊາເລັມເພື່ອທຳລາຍເມືອງນັ້ນ, ພຣະຢາເວໄດ້ຊົງປ່ຽນໃຈເພາະເລື່ອງເຫດຮ້າຍທີ່ຈະເກີດຂຶ້ນນັ້ນ, ແລະພຣະອົງໄດ້ຊົງບັນຊາເທວະດາຜູ້ກຳລັງທຳລາຍປະຊາຊົນວ່າ, "ພໍແລ້ວ! ບັດນີ້ຈົ່ງຢຸດມືຂອງເຈົ້າ." ໃນເວລານັ້ນທູດຂອງພຣະຢາເວກໍຢູ່ທີ່ລານຟາດເຂົ້າຂອງອາໂຣນາຄົນເຢບຸດ. 17 ແລ້ວດາວິດໄດ້ທູນຕໍ່ພຣະຢາເວຂະນະທີ່ພຣະອົງເຫັນທູນເທວະດາຜູ້ທີ່ໄດ້ປະຫານປະຊາຊົນນັ້ນ, ແລະໄດ້ຊົງທູນວ່າ, "ຂ້ານ້ອຍເອງໄດ້ເຮັດບາບ, ແລະຂ້ານ້ອຍໄດ້ເຮັດທີ່ເອົາແຕ່ໃຈຕົນເອງ. ແຕ່ບັນດາແກະເຫລົ່ານີ້, ພວກເຂົາໄດ້ເຮັດຫຍັງ? ຂໍມືຂອງພຣະອົງທຳໂທດຂ້ານ້ອຍພຣະອົງແລະເຊື້ອສາຍພໍ່ຂອງຂ້ານ້ອຍເຖີດ!" 18 ແລ້ວກາດກໍໄດ້ເຂົ້າມາເຝົ້າດາວິດ ແລະໄດ້ທູນເພິ່ນວ່າ, "ຂໍຂຶ້ນໄປສ້າງແທ່ນບູຊາຖວາຍແດ່ພຣະຢາເວເທິງລານຟາດເຂົ້າຂອງອາໂຣນາຄົນເຢບຸດເຖີດ." 19 ດັ່ງນັ້ນດາວິດກໍໄດ້ຂຶ້ນໄປ,ຕາມຄຳຂອງກາດຕາມທີ່ພຣະຢາເວໄດ້ຊົງບັນຊາ. 20 ເມື່ອອາໂຣນາໄດ້ເຫັນອອກໄປ ແລະໄດ້ເຫັນກະສັດ ແລະບັນດາຂ້າຣາຊການກຳລັງເຂົ້າມາຫາເຂົາ. ດັ່ງນັ້ນອາໂຣນາກໍໄດ້ອອກໄປ ແລະໄດ້ກົ້ມຕົວລົງກາບລົງດິນຕໍ່ກະສັດ. 21 ແລ້ວອາໂຣນາໄດ້ທູນວ່າ, "ເຫດໃດກະສັດເຈົ້ານາຍຂອງຂ້ານ້ອຍ,ຈຶ່ງໄດ້ມາຫາຜູ້ຮັບໃຊ້ຂອງທ່ານ?" ດາວິດໄດ້ກ່າວວ່າ, "ມາຊື້ລານຟາດເຂົ້າຂອງເຈົ້າ, ເພື່ອເຮົາຈະສ້າງແທ່ນບູຊາຖວາຍແດ່ພຣະຢາເວ, ເພື່ອທີ່ເລື່ອງໂຫດຮ້າຍຈະຫມົດໄປຈາກປະຊາຊົນ." 22 ນາໂຣນາຈຶ່ງໄດ້ທູນດາວິດວ່າ, "ຂໍກະສັດເຈົ້ານາຍຂອງຂ້ານ້ອຍ. ຂໍຊົງໄດ້ເຮັດຕາມທີ່ສາຍຕາຍຂອງທ່ານເຫັນມັກເຖີດ. ເບິ່ງເຖີດ, ທີ່ນີ່ມີງົວສຳຫລັບເຄືຶອງບູຊາເຜົາທັງຕົວ ແລະເລື່ອນຟາດເຂົ້າກັບແອກສຳຫລັບງົວເປັນຟືນ ຂ້າແຕ່ກະສັດ. 23 ຂອງທັງຫມົດນີ້ ຂ້ານ້ອຍ ອາໂຣນາຂໍຖວາຍແດ່ທ່ານ," ແລ້ວເຂົາໄດ້ທູນກະສັດອີກວ່າ, "ຂໍພຣະຢາເວພຣະເຈົ້າຂອງທ່ານຊົງໂປດປານທ່ານ." 24 ກະສັດໄດ້ກ່າວກັບອາໂຣນາວ່າ, "ບໍ່ໄດ້, ເຮົາຢືນຍັນທີ່ຈະຊື້ຈາກເຈົ້າຕາມລາຄານັ້ນ. ເຮົາຈະບໍ່ຖວາຍເຄື່ອງບູຊາເຜົາທັງຕົວແດ່ພຣະຢາເວ ໂດຍທີ່ເຮົາບໍ່ເສຍຫຍັງເລີຍ." ດັ່ງນັ້ນດາວິດຈຶ່ງໄດ້ຊົງຊື້ລານຟາດເຂົ້າ ແລະງົວເປັນເງິນຫ້າສິບຫລຽນ. 25 ດາວິດກໍໄດ້ຊົງສ້າງແທ່ນບູຊາຖວາຍແດ່ພຣະຢາເວທີ່ນັ້ນ ແລະຊົງໄດ້ຖວາຍເຄື່ອງບູຊາເຜົາທັງຕົວກັບເຄື່ອງສັນຕິບູຊາ. ດັ່ງນັ້ນພວກເຂົາໄດ້ທູນອ້ອນວອນຕໍ່ພຣະຢາເວໃນນາມຂອງແຜ່ນດິນ ແລະພຣະອົງກໍໄດ້ຊົງລະງັບໂຫດຮ້າຍທົ່ວອິດສະຣາເອນ. front